ຄວາມຮູ້ສຶກຕໍ່ວັນຊາດ 2 ທັນວາ ຄົບຮອບ 48 ປີ

ຄວາມຮູ້ສຶກຕໍ່ວັນຊາດ 2 ທັນວາ ຄົບຮອບ 48 ປີ
ໂດຍ:ວັນໄຊ ຕະວິນຍາຍ
ທ່ານ ບຸນຕາ ອ່ອນນາວົງຫົວໜ້າກົມຂົນສົ່ງກະຊວງໂຍທາທິການ ແລະ ຂົນສົ່ງ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ໄດ້ໃຫ້ສຳພາດຄວາມຮູ້ສຶກຕໍ່ວັນຊາດທີ 2 ທັນວາ ວ່າ:
ຂ້າພະເຈົ້າມີຄວາມຮູ້ສຶກພູມໃຈເປັນຢ່າງຍິ່ງ ໃນໂອກາດວັນຊາດ ທີ 2 ທັນວາ ໝູນວຽນມາຄົບຮອບ 48 ປີຊຶ່ງເປັນວັນທີ່ມີຄວາມໝາຍສໍາຄັນທີ່ປົດແອກອອກຈາກການກົດຂີ່ຂູດຮີດຂອງຈັກກະພັດຕ່າງຊາດມາຫຼາຍສິບປີເຮັດໃຫ້ປະຊາຊົນກາຍມາເປັນເຈົ້າຂອງປະ
ເທດຊາດ ແລະ ສາມາດສ້າງສາປະເທດຊາດຂອງຕົນບົນແນວທາງນະໂຍບາຍຂອງພັກ.ຕະຫຼອດ 48 ປີ ຜ່ານມາ ເຮັດໃຫ້ປະເທດຊາດມີຄວາມເຕີບໃຫຍ່ເຂັ້ມແຂງເປັນກ້າວໆມາ.ປະຊາຊົນຍູ່ທາງທໍາມາຫາກິນ ສາມາດແກ້ໄຂຄວາມທຸກຍາກໄກ້ເທື່ອລະກ້າວ.
ເວົ້າສະເພາະການພັດທະນາຂອງຂະແໜງຄົມມະນາຄົມ-ຂົນສົ່ງທາງບົກ (ທາງລົດໂອໂຕ) ກໍມີການຂະຫຍາຍຕົວ ແຕ່ເໝືອຮອດໃຕ້. ສປປ ລາວ ຕັ້ງຢູ່ໃຈກາງ ແລະ ເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ (Landlocked Country) ພຽງໜຶ່ງດຽວ ໃນອະນຸພາກພຶື້ນແມ່ນ້ຳຂອງ (GMS) ແລະ ພາກພື້ນອາຊຽນ (ASEAN), ສະນັ້ນ ການຄົມມະນາຄົມ-ຂົນສົ່ງທາງບົກ ຈຶ່ງມີບົດບາດສຳຄັນໃນການປະກອບສ່ວນ ພັດທະນາເສດຖະກິດ-ສັງຄົມ ຂອງຊາດ. ສ່ວນການຂົນສົ່ງຮູບແບບອື່ນຄື: ທາງນ້ຳ, ທາງລົດໄຟ ແລະ ທາງອາກາດ ກວມເອົາອັດຕາສ່ວນຮອງລົງມາ.
ສະພາບໂຄງລ່າງຄົມມະນາຄົມ-ຂົນສົ່ງ ກ່ອນປີ 1975 ແມ່ນມີຄວາມຫຍຸ້ງຍາກ ລຳບາກທີ່ສຸດ ສຳລັບການເດີນທາງໄປ-ມາຫາສູ່ ແລະ ເຄື່ອນຍ້າຍສິນຄ້າ ເນື່ອງຈາກຕາໜ່າງຄົມມະນາຄົມ-ຂົນສົ່ງ ທີ່ມີຢູ່ນັ້ນຍັງຈຳກັດ ແລະ ຖືກເປ່ເພຢ່າງໜັກໜ່ວງອີກດ້ວຍ.ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍໃນປີ 1975 ເປັນຕົ້ນມາ,ພັກ-ລັດໄດ້ວາງແນວທາງນະໂຍບາຍຍຸດທະສາດ ໂດຍຖືເອົາການພັດທະນາ ຄົມມະນາຄົມ-ຂົນສົ່ງ ເປັນປາຍແຫຼມ ແລະ ລົງທຶນມະຫາສານໃສ່ການພັດທະນາ ແລະ ປັບປຸງຕາໜ່າງເສັ້ນທາງ ເປັນກ້າວໆມາ,ມາຮອດປັດຈຸບັນທົ່ວປະເທດມີເສັ້ນທາງທຸກປະເພດ ຄວາມຍາວລວມເກືອບ 60 ພັນກິໂລແມັດ,ຕໍ່ມາປີ 1997 ສປປ ລາວ ໄດ້ເຂົ້າເປັນສະມາຊິກແຫ່ງສະມາຄົມ ບັນດາປະຊາຊາດ ອາຊີຕາເວັນອອກສຽງໃຕ້ ຫຼື ອາຊຽນ (ASEAN) ພັກ-ລັດ ຈຶ່ງໄດ້ວາງແນວທາງນະໂຍບາຍຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລໃຫ້ກາຍເປັນປະເທດບໍລິການທາງຜ່ານດ້ານຄົມມະນາຄົມ-ຂົນສົ່ງ (Landlocked to Landlinked and Transit Services) ຂອງພາກພື້ນ ແລະ ສາກົນ ໂດຍການສືບຕໍ່ພັດທະນາ ແລະ ປັບປຸງໂຄງລ່າງ ຄົມມະນາຄົມ-ຂົນສົ່ງທາງບົກຕົ້ນຕໍ ໃຫ້ໄດ້ມາດຕະຖານພາກພື້ນ ແລະ ສາກົນ ຊຶ່ງໄດ້ສຳເລັດການກໍ່ສ້າງ ທາງດ່ວນ, ທາງເຊື່ອມຈອດກັບປະເທດໃກ້ຄຽງ, ຂົວແມ່ນ້ຳຂອງ, ດ່ານສາກົນ, ສະຖານີຂົນສົ່ງ ໂດຍສານ ແລະ ທ່າບົກ ເພື່ອສ້າງຜົນປະໂຫຍດສູງສຸດ ໃນການເຊື່ອມກັບທາງລົດໄຟ ລາວ-ຈີນ. ກຳລັງການຂົນສົ່ງ ແລະ ໂລຈີສຕິກ ພາຍໃນໄດ້ຮັບການປັບປຸງ, ການບໍລິການຂົນສົ່ງສາທາລະນະໃນຕົວເມືອງໃຫຍ່ເລີ່ມມີໜໍ່ແໜງ ແລະ ຍົກລະດັບ ມີການຮ່ວມມືກັບຄູ່ຮ່ວມທຸລະກິດກັບປະເທດໃກ້ຄຽງ. ນອກຈາກການພັດທະນາໂຄງລ່າງແລ້ວ, ດ້ານໂຄງບົນ ກໍໄດ້ອອກນິຕິກຳກ່ຽວຂ້ອງ ເພື່ອເປັນເຄື່ອງມືຄຸ້ມຄອງມະຫາ ພາກເປັນຕົ້ນ: ກົດໝາຍວ່າດ້ວຍທາງຫຼວງ, ການຂົນສົ່ງທາງບົກ, ການຈະລາຈອນທາງບົກ, ພາຫະນະທາງບົກ, ສັນຍາຂົນສົ່ງ ລະຫວ່າງປະເທດ ແລະ ສາກົນ ອື່ນໆ.
ສຳລັບປີ 2023 ລະຫວ່າງວັນທີ 9-10 ພະຈິກ ຜ່ານມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ ຂອງ ສປປ ລາວ ໄດ້ ຮັບກຽດເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຄົມມະນາຄົມ-ຂົນສົ່ງ ອາຊຽນຄັ້ງທີ 29 ແລະ ກອງປະຊຸມປິ່ນອ້ອມ ກັບ ບັນດາຄູ່ຮ່ວມມືເຊັ່ນ: ສປຈີນ, ຍີ່ປຸ່ນ, ສເກົາຫຼີ, ສະມາຄົມນັກທຸລະກິດອາຊຽນ ຂອງ ສອາເມຣິກາ ເພື່ອຍາດແຍ່ງການຮ່ວມມື ແລະ ຊ່ວຍເຫຼືອ ຊຶ່ງໄດ້ຮັບຜົນສຳເລັດເປັນຢ່າງດີ ແລະ ສາມາດເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ ແລະ ສາກົນ ເທື່ອລະກ້າວ.
ເຖິງຢ່າງໃດກໍຕາມ ຄຽງຄູ່ກັບກາລະໂອກາດທີ່ກ່າວມາຂ້າງເທິງແລ້ວ, ບັນຫາທີ່ເປັນສິ່ງທ້າທາຍ ແມ່ນການບູລະນະຮັກສາໂຄງລ່າງຄົມມະນາຄົມ-ຂົນສົ່ງ ໃຫ້ຍືນຍົງ, ທົນທານ ສາມາດນຳໃຊ້ໄດ້ຍາວນານ ໃນເງື່ອນໄຂທີ່ງົບປະມານຈຳກັດ ບວກກັບສະພາບປ່ຽນແປງດິນຟ້າອາກາດ, ການນຳໃຊ້ໂຄງລ່າງຄົມມະນາຄົມ-ຂົນສົ່ງໃຫ້ໄດ້ຮັບຜົນປະໂຫຍດສູງສຸດ ເພື່ອອຳນວຍຄວາມສະດວກໃຫ້ແກ່ ການຄ້າ, ການທ່ອງທ່ຽວ ແລະ ການລົງທຶນ. 
ໃນໂອກາດວັນຊາດ ທີ 2 ທັນວາ ຄົບຮອບ 48 ປີ ຂ້າພະເຈົ້າ ຂໍຖືໂອກາດ ອວຍພອນໄຊອັນປະເສີດແກ່ ການນຳພັກ-ລັດທຸກຂັ້ນ ຈົ່ງມີສຸຂະພາບເຂັ້ມແຂງ, ພະລານາໄມສົມບູນ ສືບຕໍ່ຊີ້ນຳ-ນຳພາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ, ຂໍອວຍພອນໃຫ້ປະຊາຊົນທຸກຊົນຊາດ-ຊົນເຜົ່າທຸກທົ່ວໜ້າຈົ່ງມີແຕ່ຄວາມຜາສຸກໝັ້ນຍືນຕະຫຼອດໄປ. 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ