ຂົວມິດຕະພາບລາວ-ໄທແຫ່ງທີ1 ນໍາເອົາຜົນປະໂຫຍດສູງມາສູ່ປະຊາຊົນລາວ

ຂົວມິດຕະພາບລາວ-ໄທແຫ່ງທີ1 ນໍາເອົາຜົນປະໂຫຍດສູງມາສູ່ປະຊາຊົນລາວ
ໂດຍ: ແສງຈັນ
    ຂົວມິດຕະພາບ ລາວ-ໄທ ແຫ່ງທີ1 ໄດ້ນໍາເອົາຜົນປະໂຫຍດສູງມາສູ່ປະຊາຊົນລາວຢ່າງເປັນຮູບປະທໍາ ເວົ້າລວມ, ເວົ້າສະເພາະ ປະຊາຊົນຊາວນະຄອນຫຼວງວຽງຈັນ ອັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນເປັນກ້າວໆ.
ໃນໂອກາດເຂົ້າຮ່ວມພິທີສະເຫຼີມສະຫຼອງການເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ຄົບຮອບ 30ປີ  ທີ່ຂົວມິດຕະພາບ ແຫ່ງທີ1, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໃຫ້ສໍາພາດຕໍ່ນັກຂ່າວ ຊຶ່ງໄດ້ກ່າວວ່າ: ຕະຫຼອດໄລຍະ 30ປີ ພາຍໃຕ້ການສະໜັບສະໜູນງົບປະມານ ຈາກລັດຖະບານອົສຕຣາລີ ການກໍ່ສ້າງຂົວແຫ່ງນີ້ ຊຶ່ງເປັນຂອງຂວັນມອບໃຫ້ປະຊາຊົນ 2ຊາດ ລາວ-ໄທ.  ສປປ ລາວ ບໍ່ມີຊາຍແດນຕິດກັບທະເລ, ເພື່ອເປັນການເຊື່ອມໂຍງ-ເຊື່ອມຈອດ ໃນປີ1994ເປັນຈຸດເລີ່ມຕົ້ນໃນການຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ-ລັດຖະບານທາງດ້ານທາງຜ່ານ ຈາກແລ່ນລ໋ອກ ເປັນແລ່ນລິ້ງ ນັ້ນຖືວ່າ ເປັນທາງຜ່ານໃນອະນຸພາກພື້ນ.
ໄລຍະ 30ປີຜ່ານມາ ສປປ ລາວ ແມ່ນໄດ້ຮັບຜົນປະໂຫຍດສູງ ແລະ ເປັນຮູບປະທໍາ ໃນການຊົມໃຊ້ຂົວເປັນທາງຜ່ານ, ປັດຈຸບັນພາຫະນະເຂົ້າ-ອອກໃນແຕ່ລະວັນ 7-8ພັນຄັນ, ຈໍານວນຜູ້ໂດຍສານແຕ່ລະວັນ ເກືອບໝື່ນກວ່າຄົນ, ຊີວິດການເປັນຢູ່ຂອງປະຊາຊົນມີຄວາມສະດວກ-ສະບາຍ, ການຄ້າ-ຂາຍ ນັບມື້ສູງຂຶ້ນ ໂດຍສະເພາະການປະຕິບັດແຜນພັດທະນາຂອງລັດ ແຕ່ລະປີລາຍຮັບຢູ່ຂົວກວມເກືອບ 50% ຂອງລາຍຮັບແຫ່ງຊາດ ໃນຂອບເຂດທົ່ວປະເທດ ຊຶ່ງເປັນການປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ.  ຈໍານວນນັກທ່ອງທ່ຽວນັບມື້ເພີ່ມຂຶ້ນ, ນະຄອນຫຼວງວຽງຈັນ (ນວ) ວາງແຜນຄາດຄະເນວ່າປີນີ້ຈະມີບັນດານັກທ່ອງທ່ຽວເຂົ້າມາທ່ຽວລາວ 5 ລ້ານກວ່າຄົນຂຶ້ນໄປ, ບັນດານັກທ່ອງທ່ຽວຈໍານວນໜຶ່ງອາດຈະໄດ້ຜ່ານຊ່ອງທາງຂົວ ແຫ່ງທີ1 ເຖິງ 60-70%  ເຫັນໄດ້ວ່າຈໍານວນຄົນໃຊ້ຂົວເປັນທາງຜ່ານຢ່າງເປັນຮູບປະທໍາ,  ນອກຈາກຂົວແຫ່ງທີ 1 ແລ້ວ ຍັງຈະມີຂົວແຫ່ງທີ 5 ທີ່ກໍາລັງຈະກໍ່ສ້າງສໍາເລັດ ຄາດຄະເນວ່າ ຈະນໍາໃຊ້ໃນປີ 2024; ພາຍຫຼັງ ສປປ ລາວ ປະຕິບັດນະໂຍບາຍການປ່ຽນແປງໃໝ່ ຂອງພັກທີ່ມີຫຼັກການໃນຊຸມປີ 80, ຕົ້ນຊຸມປີ90 ສາມາດສູ້ຊົນ ໂດຍການຮ່ວມມື ລະຫວ່າງ ລັດຖະບານລາວ-ລັດຖະບານອົສຕາລີ ແລະ ລັດຖະບານແຫ່ງຣາຊະອານາຈັກໄທ ຈຶ່ງສາມາດເຮັດໃຫ້ການສ້າງຂົວແຫ່ງທີ 1 ສໍາເລັດ ຊຶ່ງເປັນຈຸດເລີ່ມຕົ້ນໃນການເປີດປະຕູສູ່ພາຍນອກ.  ສໍາລັບແຜນພັດທະນາເສດຖະກິດ-ສັງຄົມ ຂອງນວ ກໍຄື ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ  ໄດ້ກໍານົດວ່າ: ທ່າແຮງທີ່ບົ່ມຊ້ອນ ຂອງນວ ແມ່ນນໍາໃຊ້ 3 ທ່າແຮງ ຄື: ທ່າແຮງທາງລົດໄຟ-ທາງດ່ວນ, ນວ ສົ່ງເສີມໃຫ້ເຂດທີ່ມີເນື້ອທີ່ໜ້ອຍເຮັດກະສິກໍາສະອາດ-ກະສິກໍາຕົວເມືອງ, ບັນດາເຂດເສດຖະກິດພິເສດ-ສະເພາະ, ພາຍໃນ ນວ ມີເຂດເສດຖະກິດພິເສດ 6 ເຂດເສດຖະກິດ ຊຶ່ງເຂດເສດຖະກິດດັ່ງກ່າວ ຈະສ້າງມູນຄ່າເພີ່ມ, ສ້າງໃຫ້ເປັນແຮງງານທີ່ມີວຽກເຮັດງານທໍາ, ການຜະລິດໃນເຂດເສດຖະກິດສ່ວນຫຼາຍຜະລິດເພື່ອສົ່ງອອກ ນີ້ຖືວ່າເປັນທ່າແຮງໃນການຂະຫຍາຍຕົວ.  
    ສິ່ງທີ່ ນວ ຄວນເອົາໃຈໃສ່ໃນຕໍ່ໜ້າແມ່ນບັນຫາພື້ນຖານໂຄງລ່າງ, ກົນໄກດ້ານລະບຽບ, ຫຼັກການ, ນິຕິກໍາ ເພື່ອອໍານວຍຄວາມສະດວກ ໃຫ້ດ່ານຊາຍແດນເຂົ້າ-ອອກມີຄວາມສະດວກກວ່າເກົ່າ, ປັດຈຸບັນ, ລັດຖະບານໄດ້ມີແຈ້ງການຫາບັນດາຂະແໜງການທີ່ກ່ຽວຂ້ອງຕ່າງໆ ລວມທັງ ນວ ໃນການປັບປຸງຂອດ, ຂັ້ນຕອນຕ່າງໆໃຫ້ມັນກະທັດຮັດ, ສະດວກ ແລະ ຫັນເປັນທັນສະໄໝ.  ໃນໂອກາດດັ່ງກ່າວ, ທ່ານ ອາດສະພັງທອງ ສີພັນດອນ ຮຽກຮ້ອງມາຍັງ ພໍ່, ແມ່, ປະຊາຊົນ ເວົ້າລວມ, ເວົ້າສະເພາະ ປວງຊົນ ນວ ຈົ່ງຮ່ວມແຮງ-ຮ່ວມໃຈກັນ ຊົມໃຊ້ຂົວໃຫ້ເກີດປະໂຫຍດສູງສຸດໃນດ້ານການບໍລິການ ແລະ ເພີ່ມຂີດຄວາມສາມາດເພື່ອໃຫ້ ການໄປ-ມາຫາສູ່ກັນ ນັບມື້ສະດວກ, ສະບາຍຂຶ້ນຕື່ມ ແລະ ຊົມໃຊ້ຢ່າງກວ້າງຂວາງ.

ຄໍາເຫັນ

ຂ່າວການຮ່ວມມື

ແຜນການ 5 ປີ ຄັ້ງທີ 15​ຂອງ​ຈີນໄດ້​ວາດ​ພາບ​ມຸ່ງ​ໄປ​ຂ້າງ​ໜ້າ​ທີ່​ງົດ​ງາມ

ແຜນການ 5 ປີ ຄັ້ງທີ 15​ຂອງ​ຈີນໄດ້​ວາດ​ພາບ​ມຸ່ງ​ໄປ​ຂ້າງ​ໜ້າ​ທີ່​ງົດ​ງາມ

ກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ XX ໄດ້ປິດ​ລົງ​ດ້ວຍ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມເມື່ອ​ບໍ່​ດົນ​ມາ​ນີ້ ທີ່ນະຄອນຫຼວງປັກກິ່ງ. ກອງປະຊຸມຄັ້ງ​ນີ້ ໄດ້ພິຈາລະນາ ແລະ ຮັບຮອງເອົາຂໍ້ສະເໜີຂອງສູນກາງພັກກອມມູນິດຈີນກ່ຽວກັັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15, ອັນໄດ້ເປັນການ​ວາງ​ຄາດ​ໝາຍ​ຢ່າງຖີ່​ຖ້ວນ ແລະ ວາງແຜນຍຸດທະສາດ ສຳລັບການພັດທະນາເສດຖະກິດ-ສັງຄົມຂອງຈີນໃນ 5 ປີຂ້າງໜ້າ.
ງານລ້ຽງສະຫຼອງວັນຊາດສາທາລະນະລັດຕວັກກີ ຄົບຮອບ 102 ປີ

ງານລ້ຽງສະຫຼອງວັນຊາດສາທາລະນະລັດຕວັກກີ ຄົບຮອບ 102 ປີ

ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຕວັກກີ ປະຈໍາລາວ ໄດ້ຈັດງານ ສະ ເຫຼີມສະຫຼອງ (ວັນຊາດ) ວັນປະກາດເອກະລາດສາທາລະນະລັດຕວັກກີ ຄົບຮອບ 102 ປີ ຂຶ້ນໃນວັນທີ 29 ຕຸລາ ຜ່ານມາ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ. ເປັນກຽດເຂົ້າຮ່ວມໃນພິທີ ໂດຍ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີ ກະຊວງການຕ່າງ ປະເທດ, ບັນດາທ່ານຮອງລັດຖະມົນຕີ ພ້ອມດ້ວຍແຂກຖືກເຊີນ.
ວິດີໂອສາລະຄະດີ ມືແຫ່ງຄວາມຫວັງ ສະແດງໃຫ້ເຫັນມິດຕະພາບ ລາວ-ຈີນ

ວິດີໂອສາລະຄະດີ ມືແຫ່ງຄວາມຫວັງ ສະແດງໃຫ້ເຫັນມິດຕະພາບ ລາວ-ຈີນ

ວິດີໂອສາລະຄະດີ “ມືແຫ່ງຄວາມຫວັງ” ທີ່ເນັ້ນໃສ່ມິດຕະພາບອັນຍາວນານລະຫວ່າງ ລາວ-ຈີນ ພ້ອມດ້ວຍກິດຈະກຳວັນເປີດບ້ານຮັບແຂກ ໂດຍມີຄຳຂວັນວ່າ “ແສງສະຫວ່າງໄປສູ່ການສຶກສາ, ສ້າງພັນທະມິດແມ່ນ້ຳຂອງ”. ກິດຈະກຳດັ່ງກ່າວ ໄດ້ຈັດຂຶ້ນ ໃນວັນທີ 30 ຕຸລາ ນີ້ ທີ່ນະຄອນຫຼວງວຽງຈັນ ໂດຍ ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ (CSG); ໃນໂອກາດດັ່ງກ່າວ, ທ່ານ ວັນໄຊ ຕະວິຍານ ອະດີດຮອງຫົວໜ້າໂຄສະນາອົບຮົມສູນກາງພັກ ໄດ້ກ່າວວ່າ: CSG ມີບົດບາດສຳຄັນໃນການສ້າງເສດຖະກິດລາວ ໃຫ້ຂະຫຍາຍຕົວ ແລະ ສົ່ງເສີມການຮ່ວມມືດ້ານພະລັງງານພາກພື້ນ. ກິດຈະກຳຄັ້ງນີ້ ບໍ່ພຽງແຕ່ຊ່ວຍເສີມສ້າງເສັ້ນທາງຄວາມຮ່ວມມືເທົ່ານັ້ນ, ຍັງຊ່ວຍເລິກເຊິ່ງຄວາມເຂົ້າໃຈ ແລະ ພັນທະມິດລະຫວ່າງປະຊາຊົນ ຈີນ-ລາວ ຜ່ານການບອກເລື່ອງ ແລະ ການແລກປ່ຽນວັດທະນະທຳ. ພ້ອມດຽວກັນນັ້ນ ຜົນງານນີ້ໄດ້ນຳໃຊ້ວິດີໂອສາລະຄະດີ “ມືແຫ່ງຄວາມຫວັງ” ເປັນສື່ກາງຊຶ່ງໄດ້ປະກອບສ່ວນໃນການສະທ້ອນຊີວິດການເປັນຢູ່ຂອງປະຊາຊົນ, ເຜີຍແຜ່ແນວທາງນະໂຍບາຍ ແລະ ເຕົ້າໂຮມຄວາມເປັນເອກະພາບ.
ອິນໂດເນເຊຍ ມີຄວາມຕ້ອງການຫຼາຍທີ່ຈະຊື້ສິນຄ້າຈາກລາວ

ອິນໂດເນເຊຍ ມີຄວາມຕ້ອງການຫຼາຍທີ່ຈະຊື້ສິນຄ້າຈາກລາວ

ການຮ່ວມມືດ້ານການຄ້າລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ອິນໂດເນເຊຍ ກຳລັງກ້າວເຂົ້າສູ່ໂອກາດໃໝ່ທີ່ໜ້າເພິ່ງພໍໃຈ, ພ້ອມດ້ວຍທ່າແຮງທາງການຄ້າທີ່ມີທ່າອ່ຽງເຕີບໂຕສູງ ໂດຍສະເພາະການເປີດຕະຫຼາດສຳລັບສິນຄ້າກະສິກຳ ແລະ ຜະລິດຕະພັນອາຫານແປຮູບຂອງລາວ.
ອົງການກວດສອບແຫ່ງລັດເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ)

ອົງການກວດສອບແຫ່ງລັດເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ)

ໃນລະຫວ່າງວັນທີ 27-31 ຕຸລານີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ (ອກສລ) ຊຶ່ງນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມໃຫຍ່ ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ) ທີ່ຊາມ ເອວ ແຊັກ ປະເທດ ເອຢິບ. ກອງປະຊຸມຄັ້ງນີ້, ຜູ້ແທນທີ່ມາຈາກບັນດາສະຖາບັນກວດສອບສູງສຸດທົ່ວໂລກຫຼາຍກວ່າ 150 ປະເທດ, ມີຜູ້ແທນຫຼາຍກວ່າ 800 ຄົນເຂົ້າຮ່ວມ ແລະ ໃນພິທີເປີດກອງປະຊຸມອັນມີຄວາມໝາຍຄວາມສໍາຄັນ ໃຫ້ກຽດເຂົ້າຮ່ວມ ແລະ ມີຄຳເຫັນໃນພິທີເປີດກອງປະຊຸມ ໂດຍ ທ່ານ ມູສຕາຟາ ມາດບູລີ (Dr. Mostafa Madbouly) ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດເອຢິບ. ກ່າວຕ້ອນຮັບ ໂດຍທ່ານ ໂມຮາເມດ ເອ ເຟຊໍ ຢູດເຊບ(Mohamed El Faisal Youssef) ປະທານອົງການກວດສອບແຫ່ງລັດ ເອຢິບ ໃນນາມເຈົ້າພາບຈັດກອງປະຊຸມ ແລະ ປະທານອິນໂຕຊາຍຜູ້ຕໍ່ໄປ; ພ້ອມດຽວກັນນັ້ນ, ທ່ານ ນາງ ມາກິດ ກຮາກເກີ (Dr. Margit Kraker) ປະທານສານ (ກວດສອບ ໂອຕຣິດ, ໃນນາມເລຂາທິການ ອິນໂຕຊາຍ ແລະ ທ່ານ ວິຕານ ໂດ ເຣໂກ ຟີໂຮ (Vital do Rego Fiho) ປະທານສານກວດສອບບັນຊີ ເບຣຊິນ ໃນຖານະປະທານ ອິນໂຕຊາຍທີ່ໃກ້ຈະໝົດວາລະກໍມີຄຳເຫັນຕໍ່ກອງປະຊຸມ.
ຄະນະຜູ້ແທນນະຄອນດາໜັງ ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ

ຄະນະຜູ້ແທນນະຄອນດາໜັງ ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ

ວັນທີ29ຕຸລານີ້,ສະຫາຍຫງວຽນດິ່ງຫວີ໊ງຮອງເລຂາຜູ້ປະຈຳການພັກນະຄອນດາໜັງສສຫວຽດນາມໄດ້ເຄື່ອນໄຫວພົບປະ, ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ, ໂດຍການຕ້ອນຮັບຂອງສະຫາຍດາວວົງພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງພ້ອມຄະນະ ແລະຄະນະນໍາທັງສອງຝ່າຍເຂົ້າຮ່ວມ.
ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ໃນວັນທີ 27 ຕຸລາ ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ໂຈ ຮຸນ (Cho Hyun) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫຼີ, ໃນໂອກາດຕິດຕາມ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນວັນທີ 28 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 28, ກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ນິວຊີແລນ ແລະ ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 5.
ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ໃນວັນທີ 27 ຕຸລາ ຜ່ານມາ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ເລ ຮວາຍ ຈູງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ໃນໂອກາດຕິດຕາມ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ຄະນະນໍາກະຊວງການຕ່າງປະເທດ ເຊັນປຶ້ມໄຫວ້ອາໄລ ຕໍ່ການມໍລະນະກໍາ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ

ຄະນະນໍາກະຊວງການຕ່າງປະເທດ ເຊັນປຶ້ມໄຫວ້ອາໄລ ຕໍ່ການມໍລະນະກໍາ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ

ໃນຕອນເຊົ້າຂອງວັນທີ 28 ຕຸລາ ນີ້, ທ່ານ ອານຸພາບ ວົງໜໍ່ແກ້ວ ຮັກສາການລັດຖະມົນຕີ ກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໃນນາມຕາງໜ້າໃຫ້ແກ່ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີເຊັນປຶ້ມໄຫວ້ອາໄລ ເພື່ອສະແດງຄວາມເສົ້າສະຫຼົດໃຈ ຕໍ່ການມໍລະນະກໍາ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ ທີ່ ສະຖານເອກອັກຄະຣາຊະທູດໄທ ປະຈໍາ ລາວ ຊຶ່ງມີເນື້ອໃນດັ່ງລຸ່ມນີ້:
ເພີ່ມເຕີມ