ລາຍງານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ

ຄວາມຄືບໜ້າ ໃນການປະຕິຮູບລັດວິສາຫະກິດ

ຄວາມຄືບໜ້າ ໃນການປະຕິຮູບລັດວິສາຫະກິດ
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ,

ແຜນງົບປະມານແຫ່ງລັດ, ແຜນເງິນຕາ ປະຈໍາປີ 2024 ແລະ ແຜນການ ປະຈໍາປີ 2025 ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ແຜນການລົງທຶນ ປະຈໍາປີ 2025, ແຜນງົບປະມານ ໃຫ້ກະຊວງ-ອົງການ ແລະ ທ້ອງຖິ່ນ ປະຈໍາປີ 2025; ການດັດແກ້ງົບປະມານແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 18 ຜ່ານມາ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໂດຍໃນນີ້ໄດ້ລາຍງານກ່ຽວກັບຄວາມຄືບໜ້າຂອງການປະຕິຮູບລັດວິສາຫະກິດ.
ທ່ານນາຍົກລັດຖະມົນຕີ ໄດ້ກ່າວວ່າ: ການປະຕິຮູບລັດວິສາຫະກິດ ເປັນໜ້າທີ່ການເມືອງ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ;ປັດຈຸບັນ, ມີວິສາຫະກິດລັດລົງທຶນ ໃນຂອບເຂດທົ່ວປະເທດທັງໝົດ 171 ຫົວໜ່ວຍ. ໃນນີ້ ຂັ້ນສູນກາງຄຸ້ມຄອງມີທັງໝົດ 93 ຫົວໜ່ວຍ ແລະ ຂັ້ນທ້ອງຖິ່ນຄຸ້ມຄອງມີທັງໝົດ 78 ຫົວໜ່ວຍ. ໄດ້ດໍາເນີນຂັ້ນຕອນການປະຕິຮູບ 32 ຫົວໜ່ວຍ. ໃນນັ້ນ, ສາມາດຈັດຕັ້ງປະຕິບັດສໍາເລັດແລ້ວ ຈໍານວນ 10 ຫົວໜ່ວຍ ຊຶ່ງໄດ້ຍຸບເລີກ ຈໍານວນ 2 ຫົວໜ່ວຍ ຄື: ລັດວິສາຫະກິດ ຂົນສົ່ງນໍ້າມັນເຊື້ອໄຟລາວ ແລະ ບໍລິສັດ ວິສາວະກໍາສ້ອມແປງ ເຮືອບິນ - LEACO.
ພ້ອມກັນນີ້, ກໍໄດ້ສໍາເລັດການກໍານົດແຜນປະຕິຮູບ ຈໍານວນ 3 ຫົວໜ່ວຍ ຄື: ລັດວິສາຫະກິດ ໄຟຟ້າລາວ, ລັດວິສາຫະກິດ ນ້ໍາມັນເຊື້ອໄຟລາວ ແລະ ລັດວິສາຫະກິດ ການບິນລາວຊຶ່ງປັດຈຸບັນ ພວມຂຸ້ນຂ້ຽວປະຕິບັດຕາມແຜນປະຕິຮູບດັ່ງກ່າວ. ນອກຈາກນັ້ນ, ຍັງໄດ້ສ້າງຕັ້ງວິສາຫະກິດລັດລົງທຶນ (ວິສາຫະກິດທີ່ລັດຖືຮຸ້ນ) ຂຶ້ນຕື່ມ ຈໍານວນ 11 ຫົວໜ່ວຍ.
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວເດັ່ນ

5 ປີຜ່ານມາ ການດໍາເນີນຄະດີຂອງ ສປສສ ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ

5 ປີຜ່ານມາ ການດໍາເນີນຄະດີຂອງ ສປສສ ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ

ທ່ານ ໄພວີ ສີບົວລິພາ ປະທານສານປະຊາຊົນສູງສຸດ (ສປສສ) ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງ ສປສສ ຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 24 ມີນານີ້, ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ອອ​ປ​ສ ຈະສັ່ງຟ້ອງຜູ້ຖືກຫາຂຶ້ນສານໃຫ້ບັນລຸ 95% ຂອງ​ການ​ຄົ້ນ​ຄວ້າ​ແກ້​ໄຂ​ຄະ​ດີ

ອອ​ປ​ສ ຈະສັ່ງຟ້ອງຜູ້ຖືກຫາຂຶ້ນສານໃຫ້ບັນລຸ 95% ຂອງ​ການ​ຄົ້ນ​ຄວ້າ​ແກ້​ໄຂ​ຄະ​ດີ

ໃນແຜນການເຄື່ອນໄຫວວຽກງານ 5 ປີ ຂອງອົງການໄອຍະການ ປະຊາຊົນສູງສຸດ (ອອ​ປ​ສ) ຈະສືບຕໍ່ຫັນວຽກງານໄອຍະການປະຊາຊົນລົງສູ່ຮາກຖານ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ຕາມທິດກ້າວໜ້າ ແລະ ທັນສະໄໝເທື່ອລະກ້າວ, ແນໃສ່ພັດທະນາວຽກງານໄອຍະການປະຊາຊົນ ໃຫ້ເຕີບໃຫຍ່ເຂັ້ມແຂງ. ໃນຂະນະດຽວກັນ ຈະຍົກສູງຄຸນນະພາບການຕິດຕາມກວດກາ ການເຄົາລົບ, ປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານໃຫ້ບັນລຸ 95% ຂຶ້ນໄປ ຂອງການຄົ້ນຄ້ວາແກ້ໄຂຄະດີ ແລະ ໃຫ້ບັນລຸ 95% ທີ່ສານຕັດສິນເອົາຕາມຄໍາຖະແຫຼງຂອງໄອຍະການ.
ລັດຖະບານ ກຳນົດ 6 ເປົ້າໝາຍ 230 ໂຄງການບູລິມະສິດ ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ

ລັດຖະບານ ກຳນົດ 6 ເປົ້າໝາຍ 230 ໂຄງການບູລິມະສິດ ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ

ໃນແຜນພັດທະນານາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ X (2026-2030) ລັດຖະບານ ໄດ້​ວາງ​ເປົ້າ​ໝາຍ​ໄວ້​ວ່າ ຈະ​ສູ້​ຊົນ​ເຮັດ​ໃຫ້ GDP ຂະ​ຫຍາຍ​ຕົວ​ສະ​ເລ່ຍ 6% ຂຶ້ນ​ໄປ, ລາຍ​ຮັບ​ສະ​ເລ່ຍ (GDP) ຕໍ່​ຫົວ​ຄົນ 3,104 ໂດ​ລາ​ ແລະ GNI ຕໍ່​ຫົວ​ຄົນ​ໃຫ້​ໄດ້ 2,914 ໂດ​ລາ ໃນ​ປີ 2030; ລັດ​ຖະ​ບານ​ ໄດ້ກຳນົດ 6 ເປົ້າໝາຍໃຫຍ່, ບັນດາວຽກຈຸດສຸມ ແລະ ໂຄງການບູລິມະສິດທັງໝົດ 230 ໂຄງການ.
ຄະນະປະຈໍາສະພາແຫ່ງຊາດ ປະກອບຄໍາເຫັນຕໍ່ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຫວຽດ

ຄະນະປະຈໍາສະພາແຫ່ງຊາດ ປະກອບຄໍາເຫັນຕໍ່ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຫວຽດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ​ຊຸດ​ທີ X ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ປະກອບຄໍາເຫັນ ກ່ຽວກັບ ການພິຈາລະນາ, ຮັບຮອງ ດ້ານຫຼັກການ “ໂຄງການລົງທຶນກໍ່ສ້າງເສັ້ນທາງລົດໄຟ ຈາກຕົວເມືອງທ່າແຂກ ແຂວງຄໍາມ່ວນ ຫາ ມູຢ່າ ຊາຍແດນ ລາວ-ຫວຽດນາມ ດ້ວຍຮູບແບບ BOT”, ໃນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ X ໃນ​ວັນ​ທີ 24 ມີ​ນາ​ນີ້ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ ທ່ານ ນາງ​ສູນ​ທອນ ໄຊ​ຍະ​ຈັກ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ.
ສະພາແຫ່ງຊາດ ພິຈາລະນາ ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຫວຽດນາມ

ສະພາແຫ່ງຊາດ ພິຈາລະນາ ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຫວຽດນາມ

ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໃນນາມຄະນະປະທານກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ທັງເປັນປະທານຄະນະກຳມະການຊີ້ນໍາລະດັບຊາດ ໂຄງການກໍ່ສ້າງທາງລົດໄຟລາວ-ຫວຽດນາມ ໄດ້ຕາງໜ້າລັດຖະບານລາຍງານ ກ່ຽວກັບໂຄງການພັດທະນາເສັ້ນທາງລົດໄຟລາວ-ຫວຽດນາມ ຊ່ວງທີ 1 ແຕ່ຕົວເມືອງທ່າແຂກ ແຂວງຄໍາມ່ວນ ຫາ ມູຢ່າ (ຊາຍແດນລາວ-ຫວຽດນາມ) ໄລຍະທາງ 147 ກິໂລ ແມັດ (ກມ) ໃນຮູບແບບ BOT ຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 24 ມີນານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ປະທານກອງປະຊຸມເຈາະຈີ້ມຫຼາຍບັນຫາໃຫ້ ສສຊ ປະກອບຄຳເຫັນໃສ່ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຫວຽດນາມ

ປະທານກອງປະຊຸມເຈາະຈີ້ມຫຼາຍບັນຫາໃຫ້ ສສຊ ປະກອບຄຳເຫັນໃສ່ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຫວຽດນາມ

ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໄດ້ລາຍງານ ກ່ຽວກັບໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຫວຽດນາມ ຕໍ່ກອງປະຊຸມ ຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ x ໃນວັນທີ 24 ມີນານີ້, ທີ່ສະພາແຫ່ງຊາດ, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ ທ່ານ ນາງ ສູນ​ທອນ ໄຊ​ຍະ​ຈັກ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ.
ຜົນສໍາເລັດການເລືອກຕັ້ງ ແລະ ຢັ້ງຢືນຄຸນລັກສະນະຂອງ ສສຊ ຊຸດທີ X

ຜົນສໍາເລັດການເລືອກຕັ້ງ ແລະ ຢັ້ງຢືນຄຸນລັກສະນະຂອງ ສສຊ ຊຸດທີ X

ທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຮອງປະທານຄະນະກຳມະການເລືອກຕັ້ງລະດັບຊາດ, ຫົວໜ້າອະນຸກຳມະການໂຄງປະກອບ ແລະ ບຸກຄະລາກອນ ໄດ້ລາຍງານຜົນສໍາເລັດການເລືອກຕັ້ງ ແລະ ຢັ້ງຢືນຄຸນລັກສະນະຂອງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ຕໍ່ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 23 ມີນານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພ້ອມດ້ວຍ ສສຊ, ແຂກຖຶກເຊີນເຂົ້າຮ່ວມ.
ທ່ານ ສອນໄຊ ສີພັນດອນ ໄດ້​ຮັບ​ການ​ເລືອກ​ຕັ້ງ ເປັນນາຍົກລັດຖະມົນຕີ ອີກ​ໜຶ່ງ​ສະ​ໄໝ

ທ່ານ ສອນໄຊ ສີພັນດອນ ໄດ້​ຮັບ​ການ​ເລືອກ​ຕັ້ງ ເປັນນາຍົກລັດຖະມົນຕີ ອີກ​ໜຶ່ງ​ສະ​ໄໝ

ໃນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 23 ມີນາ 2026 ນີ້, ບັນດາສະມາຊິກສະພາແຫ່ງຊາດ ຊຸດທີ X ໄດ້ເຫັນດີເປັນເອກະພາບລົງຄະແນນສຽງ ເລືອກເອົາ ທ່ານ ສອນໄຊ ສີພັນດອນ ເປັນນາຍົກລັດຖະມົນຕີ ອີກໜຶ່ງສະໄໝ, ພ້ອມທັງລົງຄະແນນສຽງຮັບຮອງເອົາ ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈຳ​ນວນ 6 ທ່ານ ດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ. ພ້ອມນີ້, ຍັງໄດ້ເຫັນດີເປັນເອກະພາບ ຮັບຮອງເອົາກົງຈັກການຈັດຕັ້ງຂອງຄະນະລັດຖະບານ ຊຸດທີ X ຊຶ່ງປະກອບມີ 13 ກະຊວງ ແລະ 2 ອົງການທຽບເທົ່າກະຊວງ ຕື່ມອີກ.

ສະພາແຫ່ງຊາດ ພິຈາລະນາ ຮັບຮອງເອົາການເລືອກຕັ້ງ 4 ອົງການ

ສະພາແຫ່ງຊາດ ພິຈາລະນາ ຮັບຮອງເອົາການເລືອກຕັ້ງ 4 ອົງການ

ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 23 ມີນານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດຊຸດທີ X ໄດ້ພິຈາລະນາ, ຮັບຮອງເອົາການເລືອກຕັ້ງປະທານສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານອົງການກວດກາແຫ່ງລັດ ແລະ ປະທານອົງການກວດສອບແຫ່ງລັດ.
ເພີ່ມເຕີມ