![]() |
ກອງປະຊຸມ, ຕາງໜ້າກຸ່ມບໍລິສັດ 3 ບີ ຈໍາກັດຜູ້ດຽວໄດ້ລາຍງານໂດຍຫຍໍ້ກ່ຽວກັບຈຸດປະສົງ, ບັນດາແຜນໂຄງການທີ່ບໍລິສັດຈະພັດທະນາ ແລະ ສະພາບຄວາມຄືບໜ້າການຈັດຕັ້ງປະຕິບັດທັງ 4ໂຄງການ ຊຶ່ງປະກອບມີ: ໂຄງການກໍ່ສ້າງສະໜາມກ໊ອບໃນເນື້ອທີ່ 90 ເຮັກຕາ ຢູ່ສົ້ນຂົວມິດຕະພາບ 3; ໂຄງການກໍ່ສ້າງສູນການຄ້າ ອາພາດເມັນຢູ່ຄ້າຍຄຸມຂັງເກົ່າ; ໂຄງການພັດທະນາໜອງບົວ ແລະ ໂຄງການກໍ່ສ້າງຈຸດພັກລົດຢູ່ຫຼັກ 4 ເຂດປ່າສັກ.
![]() |
ເພື່ອພັດທະນາພື້ນຖານໂຄງລາງ ແຂວງຄໍາມ່ວນໃຫ້ສາມາດ ເປັນແຫຼ່ງຮອງຮັບນັກທ່ອງທ່ຽວ, ສູນກາງເສດຖະກິດ, ການຄົມມະນາຄົມ ແລະ ຂົນສົ່ງ, ສ້າງການເຊື່ອມຈອດໃນພູມມິພາກ 3 ປະເທດ ລາວ, ໄທ ແລະ ຫວຽດນາມ. ເປັນບ່ອນພັກເຊົາ, ພັກຜ່ອນ, ບ່ອນກະຈາຍສິນຄ້າ, ພັດທະນາເມືອງຜ່ານໃຫ້ກາຍເປັນເມືອງທ່າຮັບຕ້ອນແຂກບ້ານແຂກເມືອງ, ຍົກລະດັບຈາກເມືອງຮອງເປັນເມືອງຫຼັກ ລວມເຖິງການສ້າງວຽກເຮັດງານທຳໃຫ້ ປະຊາຊົນ ກໍຄື: ຊາວໜຸ່ມໃນທອງຖິ່ນ ແລະ ຊາວຜູ້ອອກແຮງງານໃຫ້ມີວຽກງານທໍາເປັນຫຼັກແຫຼ່ງ.
![]() |
ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດຄໍາເຫັນແລກປ່ຽນ ພ້ອມທັງການມີຄໍາເຫັນຂອງ ທ່ານ ວັນໄຊ ພອງສະຫວັນ ໂດຍໄດ້ຮຽກຮ້ອງມາຍັງພາກສ່ວນບໍລິສັດຈົ່ງໄດ້ນໍາເອົາຄວາມຄິດເຫັນຂອງກອງປະຊຸມຄັ້ງນີ້ ໄປຄົ້ນຄ້ວາ ແລະ ດັດປັບ ໃຫ້ມີຄວາມສອດຄ່ອງເໝາະສົມ ແລະ ດໍາເນີນການກໍ່ສ້າງໃຫ້ສໍາເລັດ.
![]() |
(ຂ່າວ: ມະນີວັນ)
ຄໍາເຫັນ