ຄວາມຕ້ອງການທຶນພັດທະນາຕາມຄາດໝາຍປີນີ້ ລວມທັງໝົດ56.784 ຕື້ກີບ

ຄວາມຕ້ອງການທຶນພັດທະນາຕາມຄາດໝາຍປີນີ້ ລວມທັງໝົດ56.784 ຕື້ກີບ
ຄາດໝາຍແຫຼ່ງທຶນເພື່ອພັດທະນາ ຂອງປະເທດເຮົາໃນປີນີ້ ທີ່ໄດ້ຮັບການຮັບຮອງໂດຍກອງປະຊຸມສະພາແຫ່ງຊາດ ແມ່ນມີຄວາມຕ້ອງການທຶນ 56.784 ຕື້ກີບ, ເທົ່າກັບ 19,32% ຂອງລວມຍອດຜະລິດຕະພັນພາຍໃນ (GDP) ຊຶ່ງໃນນີ້ຄາດໝາຍການລົງທຶນຈາກພາກເອກະຊົນພາຍໃນ ແລະ ຕ່າງປະເທດ ສູງເປັນອັນດັບໜຶ່ງ, ຮອງລົງມາຄື ທຶນຊ່ວຍເຫຼືອທາງການເພື່ອພັດທະນາ (ODA) ແລະ ຕາມມາດ້ວຍທຶນໃນແຜນລົງທຶນຂອງລັດ, ສ່ວນການລົງທຶນຈາກແຫຼ່ງທຶນອື່ນໆ ມີຄາດໝາຍທີ່ໜ້ອຍສຸດໃນຄາດໝາຍດັ່ງກ່າວ.
ມະຕິກອງປະຊຸມສະພາແຫ່ງຊາດ ເລກທີ 118/ສພຊ, ລົງວັນທີ 21/11/2023 ວ່າດ້ວຍການຮັບຮອງບົດລາຍງານຂອງລັດຖະບານ ກ່ຽວກັບການສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ ແຫ່ງຊາດ ກາງສະໄໝ 5 ປີ ຄັ້ງທີ IX (2021-2025), ທິດທາງແຜນພັດທະນາເສດຖະກິດ-ສັງຄົມ ທ້າຍສະໄໝ ຮອດປີ 2025, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2023 ແລະ ແຜນພັດທະນາເສດຖະກິດ-ສັງຄົມ ປີ 2024 ໄດ້ຮັບຮອງຄາດໝາຍແຫຼ່ງທຶນເພື່ອການພັດທະນາ ຄືດັ່ງໂຕເລກຂ້າງເທິງນັ້ນ ຊຶ່ງໃນໂຕເລກດັ່ງກ່າວ ໄດ້ມີຄາດໝາຍໄວ້ໃນ 4 ແຫຼ່ງທຶນ ຄື ຈາກແຜນລົງທຶນຂອງລັດ, ຈາກ ODA, ຈາກການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ, ການລົງທຶນຈາກແຫຼ່ງຕ່າງໆ (ການລົງທຶນຈາກຊຸມຊົນ).
ໃນບັນດາແຫຼ່ງທຶນນັ້ນ, ຄາດໝາຍແຜນລົງທຶນຂອງລັດ ທັງໝົດ 5.000 ຕື້ກີບ, ເທົ່າກັບ 8,81% ຂອງການລົງທຶນທັງໝົດ, ໃນນີ້ ແຜນລົງທຶນບ້ວງປົກກະຕິ 2.900 ຕື້ກີບ; ແຜນລົງທຶນບ້ວງຈົດຮັບ-ຈົດຈ່າຍ ແລະ ບ້ວງລົງທຶນອື່ນໆ 2.100 ຕື້ກີບ; ໃນນີ້ຈັດສັນໃຫ້ແຜນງານບຸລິມະສິດຂອງລັດຖະບານ 23,76% ຂອງແຜນລົງທຶນ ຈໍານວນ 5.000 ຕື້ກີບ,ເທົ່າກັບ 1.188,18 ຕື້ກີບ ຊຶ່ງມີແຜນງານຟື້ນຟູ ພື້ນຖານໂຄງລ່າງທີ່ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດ 300 ຕື້ກີບ; ແຜນງານໂຄງການພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ ທົ່ວປະເທດ 160 ຕື້ກີບ;ແຜນງານໂຄງການຍຸດທະສາດ ປກຊ-ປກສ ຊາຍແດນລາວ-ກໍາປູເຈຍ ຈໍານວນ 50 ຕື້ກີບ; ແຜນງານໂຄງການພັດທະນາແຂວງ ແລະ ເມືອງເປັນຕົວແບບ ຈໍານວນ 192 ຕື້ກີບ; ແຜນງານຍົກສູງຄຸນນະພາບວຽກງານ ສຶກສາ, ສາທາລະນະສຸກ ຈໍານວນ 168 ຕື້ກີບ (ສະເໜີພິຈາລະນາເພີ່ມຕື່ມອີກ ເພື່ອແກ້ໄຂບັນຫາເຄັ່ງຮ້ອນໃນຂົງເຂດດັ່ງກ່າວ); ແຜນງານໂຄງການສົມທົບທຶນກັບໂຄງການ ODA ຈໍານວນ 100 ຕື້ກີບ; ແຜນງານວຽກງານ ປັບປຸງພື້ນຖານໂຄງລ່າງ ກະກຽມກອງປະຊຸມອາຊຽນ 18,18 ຕື້ກີບ; ແຜນງານພັດທະນາປ້ອງກັນຕາຝັ່ງເຈື່ອນ ຕາມຊາຍແດນໃນທົ່ວປະເທດ ຈໍານວນ 200 ຕື້ກີບ. ໃນຈໍານວນ 5.000 ຕື້ກີບ ທີ່ເປັນແຜນລົງທຶນຂອງລັດ ຍັງມີຄາດໝາຍໃນການຈັດສັນໃຫ້ທ້ອງຖິ່ນ 51% ຂອງແຜນລົງທຶນນີ້, ເທົ່າກັບ 2.550 ຕື້ກີບ; ຈັດສັນໃຫ້ບັນດາຂະແໜງການສູນກາງ 25,24% ຂອງແຜນລົງທຶນ ຈໍານວນ 5.000 ຕື້ກີບ, ເທົ່າກັບ 1.261,82 ຕື້ກີບ.
ມະຕິດັ່ງກ່າວ, ຍັງລະບຸກ່ຽວກັບການຈັດສັນງົບປະມານການລົງທຶນຂອງລັດ ຕາມໂຄງປະກອບໂຄງການລົງທຶນ: ໂຄງການຊໍາລະໜີ້ສິນ, ໂຄງການສືບຕໍ່, ໂຄງການສະເໜີໃໝ່ ໂດຍເນັ້ນບຸລິມະສິດຈັດສັນງົບປະມານໃຫ້ໂຄງການໜີ້ສິນ, ໂຄງການສືບຕໍ່ໃຫ້ອີງໃສ່ໜ້າວຽກປະຕິບັດສໍາເລັດ ເປັນບ່ອນອີງການຈັດສັນຕົວຈິງ ເພື່ອຮັບປະກັນຄວາມສະເໝີພາບ ແລະ ຍຸຕິທໍາ, ສ່ວນໂຄງການສະເໜີໃໝ່ໃຫ້ເນັ້ນໃສ່ໂຄງການທີ່ມີຄວາມຈໍາເປັນ ແລະ ສໍາຄັນແທ້; ໃນນັ້ນ ເອົາໃຈໃສ່ ການຈັດສັນທຶນ ໃຫ້ການບູລະນະຮັກສາເສັ້ນທາງຫຼວງແຫ່ງຊາດ, ຂະແໜງສຶກສາທິການ-ສາທາລະນະສຸກ, ສົມທົບທຶນ ODA, ທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs).
ສ່ວນການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ 32.435 ຕື້ກີບ ເທົ່າກັບ 57,12% ຂອງການລົງທຶນທັງໝົດ. ຂະນະທີ່, ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ເປັນໂຄງການ 15.449 ຕື້ກີບ ເທົ່າກັບ 27,20% ຂອງການລົງທຶນທັງໝົດ, ໃນນີ້ ທຶນຊ່ວຍເຫຼືອມີຄາດໝາຍທີ່ 5.037 ຕື້ກີບ ແລະ ທຶນກູ້ຢືມ 10.412 ຕື້ກີບ. ນອກນີ້, ແຫຼ່ງທຶນໃນການລົງທຶນຈາກແຫຼ່ງອື່ນໆ (ການລົງທຶນຈາກຊຸມຊົນ) ແມ່ນໄດ້ຄາດໝາຍຢູ່ທີ່ 3.900 ຕື້ກີບ ເທົ່າກັບ 6,87% ຂອງການລົງທຶນທັງໝົດ.
(ຂ່າວ: ສຸກສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ