ແຜນການຄຸ້ມຄອງ ແລະ ສະໜອງທຶນແບບຍືນຍົງໃຫ້ແກ່ປ່າສະຫງວນແຫ່ງຊາດຢູ່ ສປປລາວ

ຄຸ້ມຄອງ ແລະ ສະໜອງທຶນແບບຍືນຍົງໃຫ້ແກ່ປ່າສະຫງວນແຫ່ງຊາດຢູ່ ສປປລາວ

ຄຸ້ມຄອງ ແລະ ສະໜອງທຶນແບບຍືນຍົງໃຫ້ແກ່ປ່າສະຫງວນແຫ່ງຊາດຢູ່ ສປປລາວ
ພາຍຫຼັງລັດຖະບານແຫ່ງ ສປປລາວ ໄດ້ຮັບຮອງເອົາດຳລັດວ່າດ້ວຍປ່າສະຫງວນ (ສະບັບໃໝ່)ໃນເດືອນມິຖຸນາ ປີ 2023 ຜ່ານມາ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກແຜນການຄຸ້ມຄອງ ແລະ ສະໜອງທຶນແບບຍືນຍົງໃຫ້ແກ່ປ່າສະຫງວນແຫ່ງຊາດຢູ່ ສປປລາວ

 ຊຶ່ງເປັນຄູ່ມືທີ່ສໍາຄັນໃຫ້ແກ່ບັນດາພາກສ່ວນທີ່ກ່ຽວຂ້ອງທີ່ເຮັດວຽກຕິດພັນກັບປ່າສະຫງວນເຊັ່ນ: ຄູ່ຮ່ວມພັດທະນາ, ພາກສ່ວນເອກະຊົນ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ, ອົງການຈັດຕັ້ງທາງສັງຄົມ, ນັກວິຊາການ ແລະ ທ້ອງຖິ່ນຕ່າງໆ ທີ່ຈະມີບົດບາດສໍາຄັນໃນການຈັດຕັ້ງປະຕິບັດດໍາລັດດັ່ງກ່າວ.
ໃນໄລຍະຜ່ານມາ ຈົນເຖິງປັດຈຸບັນ, ປ່າໄມ້, ຊີວະນາໆພັນຢູ່ປະເທດເຮົາ ຖືກບຸກລຸກທໍາລາຍດ້ວຍຫຼາຍຮູບແບບຢ່າງໜັກໜ່ວງເຮັດໃຫ້ດິນຟ້າອາກາດມີການປ່ຽນແປງຢ່າງໄວວາ, ປະກົດການລັກລອບລ່າສັດແບບດັບສູນ,ການຄ້າ-ຂາຍສັດປ່າທີ່ຜິດກົດໝາຍຍັງມີຢູ່ຢ່າງແຜ່ຫຼາຍ.
ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກໍາ-ປ່າໄມ້ກ່າວວ່າ: “ແຜນການຄຸ້ມຄອງ ແລະ ສະໜອງທຶນແບບຍືນຍົງໃຫ້ແກ່ປ່າສະຫງວນແຫ່ງຊາດຢູ່ ສປປລາວ ໄດ້ຖືກອອກແບບໃຫ້ມີລັກສະນະຮອບດ້ານ ແລະ ຮັດກຸມໃນໄລຍະເວລາສາມປີດ້ວຍວິທີການທີ່ຫັນໄປສູ່ການຈັດຕັ້ງປະຕິບັດບັນດານະໂຍບາຍກ່ຽວກັບກິດຈະການປ່າສະຫງວນໃນໄລຍະໃໝ່ໃຫ້ປາກົດຜົນເປັນຈິງ. ໂຄງສ້າງຂອງແຜນການນີ້ໄດ້ຖືກກໍານົດຂຶ້ນໂດຍມີການວາງຕໍ່ຜົນໄດ້ຮັບ ປະກອບມີ: ‘’ຈຸດປະສົງ, ຜົນໄດ້ຮັບທີ່ຄາດຫວັງໄວ້, ກິດຈະກໍາ ແລະ ງົບປະມານທີ່ຕ້ອງການ”. ແຜນການຄຸ້ມຄອງ ແລະ ສະໜອງທຶນແບບຍືນຍົງໃຫ້ແກ່ປ່າສະຫງວນແຫ່ງຊາດຢູ່ ສປປລາວ ແມ່ນເພື່ອຕອບສະ ໜອງການສ້າງຄວາມເຂັ້ມແຂງໃຫ້ພາກສ່ວນກ່ຽວຂ້ອງເຂົ້າຮ່ວມໃນການປົກປັກຮັກສາ ແລະ ພັດທະນາປ່າສະຫງວນຂອງພວກເຮົາ. ນີ້ລວມເຖິງການສະໜັບສະໜູນ'ບ້ານພັດທະນາດ້ານປ່າໄມ້ ໂດຍການກໍານົດເຂດ ແລະ ສິດນຳໃຊ້ທີ່ດິນປ່າສະຫງວນ ໃຫ້ມີຄວາມຊັດເຈນຍິ່ງຂຶ້ນ. ຮັບປະກັນການທົດແທນຊີວະນານາພັນເທົ່າເດີມ (no-net-loss) ເມື່ອນຳໃຊ້ປ່າສະຫງວນ. ລວມເຖິງການນຳໃຊ້ວິທີການທີ່ເໝາະສົມ ເປັນຕົ້ນ: (ລໍາດັບມາດຕະການຫຼຸດຜ່ອນຜົນກະທົບ) ເພື່ອເຮັດວຽກໂຄງການ ແລະ ກິດຈະການ ທີ່ນຳໃຊ້ປ່າສະຫງວນ ໃນການຮັບປະກັນວ່າ ກິດຈະກໍາການນໍາໃຊ້ປ່າສະຫງວນຂອງເຂົາເຈົ້າ ໃຫ້ມີຜົນກະທົບໜ້ອຍທີ່ສຸດຕໍ່ຊີວະນານາພັນ ແລະ ລະບົບນິເວດ. ອໍານວຍຄວາມສະດວກໃຫ້ແກ່ທຸລະກິດທີ່ສອດຄ່ອງກັບເປົ້າໝາຍການອະນຸລັກ ແລະ ປັບປຸງການປະຕິບັດຄວາມສອດຄ່ອງກັບກົດໝາຍ ແລະ ລະບຽບແນໃສ່ປັບປຸງສະພາບແວດລ້ອມຂອງການລົງທຶນໃຫ້ແກ່ຜູ້ປະກອບການທີ່ສະໜັບສະໜູນກິດຈະການປ່າໄມ້ ແລະ ຮັບປະກັນໃຫ້ຜູ້ປະກອບການປະຕິບັດຕາມກົດໝາຍ, ລະບຽບການ ແລະ ແຜນການທີ່ໄດ້ຕົກລົງກັນຢ່າງມີປະສິດທິຜົນ.ປັບປຸງການສະໜອງທຶນແບບຍືນຍົງໃຫ້ແກ່ປ່າສະຫງວນແຫ່ງຊາດລວມເຖິງການປະຕິບັດຍຸດທະສາດເພີ່ມເຕີມທີ່ຫຼາກຫຼາຍເພື່ອເພີ່ມທະວີການເຂົ້າເຖິງແຫຼ່ງທຶນ ແລະ ສະຖຽນລະພາບຂອງແຫຼ່ງທຶນ. ກົນໄກທາງການເງິນເພື່ອສະໜອງ, ການນໍາໃຊ້ທຶນຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
ປັດຈຸບັນ, ສປປລາວ ມີປ່າສະຫງວນແຫ່ງຊາດ 26 ແຫ່ງ. ໃນນັ້ນ 6 ແຫ່ງໄດ້ຖືກປະກາດໃຫ້ເປັນ ‘‘ອຸທິຍານແຫ່ງຊາດ’’ ຊຶ່ງເປັນປະເພດປ່າສະຫງວນແຫ່ງຊາດທີ່ໄດ້ຮັບການຄຸ້ມຄອງໃນລະດັບສູງເຊັ່ນ: ອຸທິຍານແຫ່ງຊາດ ນໍ້າແອດ-ພູເລີຍ ເປັນຕົ້ນ. ປ່າສະຫງວນແຫ່ງຊາດເຫຼົ່ານີ້ເປັນບ່ອນຢູ່ອາໄສຂອງຊີວະນານາພັນທີ່ອຸດົມສົມບູນ ແລະ ຊະນິດພັນສັດປ່າ ແລະ ພືດປ່າທ້ອງຖິ່ນ, ຫາຍາກ, ໃກ້ຈະສູນພັນ.
ທ່ານ ອີນາມາຊິວລີໂອນີແຕ ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳ ສປປລາວ ກ່າວ່າ: “ອີຢູຮູ້ສຶກພາກພູມໃຈຫຼາຍທີ່ໄດ້ສະໜັບສະໜູນການສ້າງ ແຜນການຄຸ້ມຄອງ ແລະ ສະໜອງທຶນແບບຍືນຍົງໃຫ້ແກ່ ປ່າສະຫງວນແຫ່ງຊາດຢູ່ ສປປລາວ ນີ້. ພວກເຮົາເຊື່ອໝັ້ນວ່າແຜນການຄຸ້ມຄອງນີ້ ຈະຊ່ວຍກໍານົດແຫຼ່ງທຶນທີ່ໝັ້ນຄົງເພື່ອເຮັດໃຫ້ໂຄງການປົກປ້ອງຊັບສິນທາງທໍາມະຊາດຂອງລາວໃຫ້ຍືນຍົງຍາວນານ.ແຜນການຄຸ້ມຄອງ ແລະ ສະ ໜອງທຶນແບບຍືນຍົງໃຫ້ແກ່ ປ່າສະຫງວນແຫ່ງຊາດຢູ່ ສປປລາວ ຈະສ້າງຄວາມເຂັ້ມແຂງໃຫ້ແກ່ລັດຖະບານແຫ່ງ ສປປລາວ ຄວາມເປັນເຈົ້າການ ແລະ ປະຕິບັດນະໂຍບາຍ, ວິໄສທັດຕໍ່ຄູ່ຮ່ວມມື ແລະ ພາກສ່ວນທີ່ກ່ຽວຂ້ອງ. ແຜນການຄຸ້ມຄອງນີ້ ຈະເປັນຄູ່ມື້ໃຫ້ກົມປ່າໄມ້ ແລະ ພະແນກຄຸ້ມຄອງປ່າສະຫງວນ ສາມາດຕິດຕາມການຈັດຕັ້ງປະຕິບັດນະໂຍບາຍຂອງຕົນຢ່າງຈະແຈ້ງພ້ອມທັງເປັນເຄື່ອງມືທີ່ຈະຊ່ວຍຈັດຕັ້ງປະຕິບັດກິດຈະກຳຂອງຄູ່ຮ່ວມງານ ແລະ ພາກສ່ວນທີ່ກ່ຽວຂ້ອງໃຫ້ສອດຄ່ອງກັບເປົ້າໝາຍຂອງນະໂຍບາຍປ່າສະຫງວນ. ດັ່ງນັ້ນ, ລັດຖະບານແຫ່ງ ສປປລາວ ຈຶ່ງຮຽກຮ້ອງໃຫ້ບັນດາຄູ່ຮ່ວມງາ ນແລະ ພາກສ່ວນກ່ຽວຂ້ອງນຳໃຊ້, ຍຶດໝັ້ນການດຳເນີນກິດຈະກຳຂອງຕົນໄປຕາມແຜນການຄຸ້ມຄອງສະບັບນີ້.
ແຜນການຄຸ້ມຄອງ ແລະ ສະໜອງທຶນແບບຍືນຍົງໃຫ້ແກ່ປ່າສະຫງວນແຫ່ງຊາດຢູ່ ສປປລາວ ໄດ້ຖືກພັດທະນາຂຶ້ນດ້ວຍການສະໜັບສະໜູນດ້ານວິຊາການຈາກອົງການອະນຸລັກສັດປ່າ (WCS) ປະຈໍາ ສປປລາວ ແລະ ໄດ້ຮັບການສະໜອງທຶນຈາກສະຫະພາບເອີຣົບ (EU) ແລະ ອົງການຝຣັ່ງເພື່ອການພັດທະນາ (AFD)ພາຍໃຕ້ໂຄງການ ການອະນຸລັກລະບົບນິເວດໂດຍການຄຸ້ມຄອງພູມີທັດແບບປະສົມປະສານໃນສປປລາວ (ECILL).
(ໂດຍ: ຕະວິນຍານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ