ຂ້ອຍມີຄວາມໝັ້ນໃຈເຕັມປ່ຽມຕໍ່ອະນາຄົດ

ຂ້ອຍມີຄວາມໝັ້ນໃຈເຕັມປ່ຽມຕໍ່ອະນາຄົດ
ເມື່ອຫວນຄືນປະສົບການຮຽນຕໍ່ຢູ່ຈີນ, ທ້າວ ຫິວຢ້າວເວີນ ນັກສຶກສາລາວ ເວົ້າວ່າ: ການດຳລົງຊີວິດຢູ່ຈີນ ສະດວກສະບາຍທີ່ສຸດ ແລະ ຍັງມີແຫຼ່ງທ່ອງທ່ຽວຫຼາຍບ່ອນເປັນຕາໄປທ່ຽວຫຼາຍ. ຂ້ອຍໄດ້ຊົມວິວທະເລຢູ່ນະຄອນຣື້ຈ້າວ (Rizhao) ແຂວງຊານຕົງ (Shandong) ທີ່ບໍ່ເຄີຍເຫັນຢູ່ລາວ. ຕໍ່ໄປພາຍໜ້າ, ຂ້ອຍຈະພະຍາຍາມຂໍທຶນການສຶກສາໄປຮຽນປະລິນຍາໂທ ຢູ່ຈີນອີກ.
ປີ 2018, ທ້າວ ຫິວຢ້າວເວີນ ໄດ້ໄປຮຽນຂະແໜງວິຊາການບໍລິການ ແລະ ການຄຸ້ມຄອງການຈໍລະຈອນສິນຄ້າ ຢູ່ວິທະຍາໄລເຕັກນິກວິຊາຊີບ ວິສະວະກຳຈ່ຽງຊູ (Jiangsu) ຈີນ ດ້ວຍທຶນການສຶກສາ. ປີ 2021, ລາວ ໄດ້ເປີດບໍລິສັດຈົງທົງຂົນສົ່ງດ່ວນ ຫຼື ZTO EXPRESS ສາຂານະຄອນຫຼວງວຽງຈັນ ພາຍຫຼັງຮຽນຈົບຈາກຈີນ.
ທ້າວ ຫິວຢ້າວເວີນ ກ່າວວ່າ: “ຕອນຫາກໍ່ກັບມາຈາກປະເທດຈີນ, ຂ້ອຍບໍ່ມີທຶນ, ເລີຍເຮັດທຸລະກິດຊື້ເພື່ອລູກຄ້າກ່ອນ. ຕອນຊື້ ຫຼື ສົ່ງສິນຄ້າ, ຈະຕິດຕໍ່ພົວພັນກັບບໍລິສັດສົ່ງເມດ່ວນຕ່າງໆເລື້ອຍໆ, ຂ້ອຍໄດ້ລົງເລິກຄົ້ນຄວ້າເວລາ, ລາຄາ ແລະ ການບໍລິການສົ່ງສິນຄ້າຂອງບໍລິສັດແຫ່ງຕ່າງໆຢ່າງເລິກເຊິ່ງແລ້ວ, ຂ້ອຍຕັດສິນໃຈເຂົ້າຮ່ວມບໍລິສັດຈົງທົງ. ລາວ ກ່າວຕື່ມອີກວ່າ, ຂ້ອຍໄດ້ຈ້າງພະນັກງານສອງຄົນ, ນອກຈາກຄ່າເຊົ່າເຮືອນ ແລະ ເງິນເດືອນພະນັກງານ, ບວກກັບການເຮັດທຸລະກິດຊື້ເພື່ອລູກຄ້າ, ຜົນກຳໄລສຸດທິຕໍ່ເດືອນມີເຖິງຫຼາຍພັນຢວນ.
ປັດຈຸບັນ, ຈຳນວນທຸລະກິດຂອງບໍລິສັດ ທ້າວ ຫິວຢ້າວເວີນ ໃນເດືອນໜຶ່ງ ມີປະມານ 3.000 ກວ່າລາຍການ ແລະ ຖືການສົ່ງສິນຄ້າເປັນຕົ້ນຕໍ. ເພື່ອເພີ່ມຈຳນວນທຸລະກິດໃຫ້ສູງຂຶ້ນ, ລາວ ໄດ້ໄປຢ້ຽມຢາມໂຮງແຮມ, ຮ້ານຄ້າ ແລະ ບາເຫຼົ້າ ຢູ່ບໍລິເວນໃກ້ຄຽງ ເພື່ອຕັ້ງ
ໜ້າບຸກເບີກຊັບພະຍາກອນລູກຄ້າ. ລາວກ່າວວ່າ: “ການສົ່ງເມດ່ວນຢູ່ລາວຕົ້ນຕໍ ແມ່ນການຂົນສົ່ງສິນຄ້າທົ່ວໄປຂ້າມຊາດ, ການສົ່ງສິນຄ້າຫຼາຍກວ່າ, ແຕ່ການສົ່ງເມດ່ວນພາຍໃນປະເທດອ່າວໜ້ອຍ. ກະເປົາທີ່ຈີນ ສົ່ງໄປລາວ ສ່ວນຫຼາຍຕ້ອງການສົ່ງໄປເຖິງສາງຈີນ ທີ່ໃກ້ກັບປະເທດລາວ ແລ້ວສົ່ງຕໍ່ໄປປະເທດລາວ. ຂ້ອຍຈະບອກລູກຄ້າວ່າ, ໃນເວລາສັ່ງຊື້ສິນຄ້າ ຕາມອິນເຕີເນັດ, ຈະໝາຍໄວ້ວ່າ, ສົ່ງໄປເຖິງສາງຄຸນໝິງ, ສາງກວາງໂຈ່ວ, ສາງຢີ້ອູ ຫຼື ສ້າງຮວຍຮວ້າຂອງບໍລິສັດຈົງທົງ. ຖ້າລູກຄ້າໃຊ້ຈົງທົງແລ້ວ, ຕາມທຳມະດາ, ເຂົາເຈົ້າຈະໃຊ້ຕໍ່ໄປ ແລະ ສະເໜີໃຫ້ລູກຄ້າຄົນອື່ນໃຊ້ຄືກັນ.”
ທ້າວ ຫິວຢ້າວເວີນ ກ່າວວ່າ: “ໃນຊຸມປີຜ່ານມາ, ເສດຖະກິດ ທຸລະກິດເອເລັກໂຕຣນິກ ຂອງປະເທດລາວ ໄດ້ພັດທະນາຢ່າງວ່ອງໄວ, ຂ້ອຍມີຄວາມໝັ້ນໃຈເຕັມປ່ຽມຕໍ່ອະນາຄົດ.” ລາວ ເຫັນວ່າ, ຄຽງຄູ່ກັບລາວ ແລະ ຈີນ ເລັ່ງຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ”, ວຽກງານຈໍລະຈອນສິນຄ້າຂອງຕົນ ກໍຈະໄດ້ຮັບ ໂອກາດພັດທະນາທີ່ດີກວ່າເກົ່າ ຢ່າງແນ່ນອນ.
ແຫຼ່ງຂ່າວ:ຂ່າວສານ ຢຸນນານ-ຈີນ

ຄໍາເຫັນ

ຂ່າວຕ່າງປະເທດ

ບຸນກາຣີ ກາຍເປັນສະມາຊິກທີ 21 ຂອງເຂດເອີໂຣ

ບຸນກາຣີ ກາຍເປັນສະມາຊິກທີ 21 ຂອງເຂດເອີໂຣ

ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ມັງກອນ ຜ່ານມາວ່າ: ປະເທດບຸນກາຣີໄດ້ເຂົ້າຮ່ວມເປັນສ່ວນໜຶ່ງໃນເຂດເອີໂຣ (eurozone) ຫຼື ອີຢູ ແລະ ໄດ້ຮັບຮອງເອົາເງິນເອີໂຣເປັນສະກຸນເງິນຢ່າງເປັນທາງການໃນວັນປີໃໝ່ (ວັນທີ 1 ມັງກອນ 2026) ເຮັດໃຫ້ບຸນກາຣີກາຍເປັນສະມາຊິກອັນດັບທີ 21 ຂອງເຂດເອີໂຣ.
ບັນດາການນຳໂລກສົ່ງສານອວຍພອນປີໃໝ່ 2026

ບັນດາການນຳໂລກສົ່ງສານອວຍພອນປີໃໝ່ 2026

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 1 ມັງກອນ ຜ່ານມາວ່າ: ໃນສານຕ້ອນຮັບປີໃໝ່ 2026, ບັນດາການນຳໂລກໄດ້ສົ່ງຄຳອວຍພອນ ພ້ອມກັບຄຳຮຽກຮ້ອງຄວາມມານະພະຍາຍາມທົ່ວໂລກ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍລວມ, ໃນນັ້ນ, ສັນຕິພາບ ແລະ ຄວາມໝັ້ນຄົງທົ່ວໂລກສືບຕໍ່ແມ່ນຄວາມວິຕົກກັງວົນ ແລະ ບຸລິມະສິດແຖວໜ້າກັບຫຼາຍປະເທດ. ທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ເນັ້ນໜັກເຖິງການສ້າງຕັ້ງສັນຕິພາບ ແລະ ຄວາມຍຸຕິທຳ.
ການເຊື່ອມໂຍງດ້ວຍ QR Code ນໍາເອົາແຮງຂັບເຄື່ອນໃໝ່ມາໃຫ້ຈີນ - ອາຊຽນ

ການເຊື່ອມໂຍງດ້ວຍ QR Code ນໍາເອົາແຮງຂັບເຄື່ອນໃໝ່ມາໃຫ້ຈີນ - ອາຊຽນ

ຂ່າວສານຊີອາໄອລາຍງານ ໃນວັນທີ 1 ມັງກອນ ຜ່ານມາວ່າ: ປີ 2026 ເປັນປີແຫ່ງການສ້າງຕັ້ງເຂດການຄ້າເສລີຈີນ-ອາຊຽນ ຄົບຮອບ 16 ປີ.​ ຄຽງຄູ່ກັບການແລກປ່ຽນກັນດ້ານເສດຖະກິດການຄ້າລະຫວ່າງຈີນ-ອາຊຽນ ໄດ້ຮັບການຍົກລະດັບຢ່າງບໍ່ຢຸດຢັ້ງ, ການປ່ຽນແປງທີ່ສາມາດເຫັນ ແລະ ນໍາໃຊ້ໄດ້ທີ່ນັບມື້ນັບຫຼາຍຂຶ້ນນັ້ນ ພວມອໍານວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນລະຫວ່າງປະຊາຊົນ ກໍຄືການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ-ອາຊຽນ. ໃນນັ້ນ, ການເຊື່ອມໂຍງເຊື່ອມຈອດດ້ວຍ QR Code ກໍແມ່ນໜຶ່ງໃນການປ່ຽນແປງທີ່ໂດດເດັ່ນທີ່ໄດ້ຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າຢູ່ໃນພາກພື້ນໃຫ້ເຂົ້າສູ່ລວງເລິກຢ່າງເປັນຮູບປະທໍາ.
ການຄ້າເອເລັກໂຕຣນິກ ຫວຽດນາມ ເພີ່ມຄວາມໄວ ແລະ ບຸກທະລຸ ໄລຍະ 2026 – 2030

ການຄ້າເອເລັກໂຕຣນິກ ຫວຽດນາມ ເພີ່ມຄວາມໄວ ແລະ ບຸກທະລຸ ໄລຍະ 2026 – 2030

ວິທະຍຸກະຈາຍສຽງຫວຽດນາມ ລາຍງານ ໃນວັນທີ 1 ມັງກອນ ຜ່ານມາວ່າ: ກ້າວເຂົ້າສູ່ປີ 2026, ການຄ້າເອເລັກໂຕຣນິກສືບຕໍ່ໄດ້ຮັບການຄາດຄະເນວ່າຈະແມ່ນໜຶ່ງໃນບັນດາກຳລັງໜູນການເຕີບໂຕທີ່ສຳຄັນຂອງເສດຖະກິດດີຈີຕອນ ຫວຽດນາມ, ພິເສດໃນສະພາບການຫັນເປັນດີຈີຕອນທີ່ພວມດຳເນີນໄປນັບມື້ນັບເລິກເຊິ່ງ, ກວ້າງຂ້ວາງ ແລະ ຕະຫຼາດສາກົນໄດ້ເປີດໂອກາດໃໝ່ຫຼາຍຢ່າງ.
ທ່ານ ສີຈິ້ນຜິງ ປະທານປະເທດຈີນ ກ່າວຄຳປາໄສອວຍພອນປີໃໝ່ 2026

ທ່ານ ສີຈິ້ນຜິງ ປະທານປະເທດຈີນ ກ່າວຄຳປາໄສອວຍພອນປີໃໝ່ 2026

ເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່​ສາ​ກົນ​ 2026 ກຳ​ລັງ​ຈະ​ກ້າວ​ເຂົ້າມາ​ເຖິງ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ອວຍ​ພອນ​ປີ​ໃໝ່ ແລະ ສົ່ງ​ຄຳ​ອວຍ​ພອນ​ອັນ​ປະ​ເສີດ​ຈາກ​ນະ​ຄອນຫຼວງ​ປັກ​ກິ່ງ​ເຖິງ​ບັນ​ດາ​ທ່ານ ໂດຍ​ຜ່ານ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMG ແລະອິນ​ເຕີ​ເນັດ.
ການໃຊ້ຈ່າຍຜ່ານບັດຂອງອັງກິດຫຼຸດລົງເປັນຄັ້ງທຳອິດໃນຮອບ 5 ປີ

ການໃຊ້ຈ່າຍຜ່ານບັດຂອງອັງກິດຫຼຸດລົງເປັນຄັ້ງທຳອິດໃນຮອບ 5 ປີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ທັນວາ ຜ່ານມາວ່າ: ຂໍ້ມູນຈາກທະນາຄານ Barclays ຊີ້ໃຫ້ເຫັນວ່າ, ການໃຊ້ຈ່າຍຜ່ານບັດເດບິດ ແລະ ບັດເຄຣດິດຂອງຜູ້ຊື້ສິນຄ້າຊາວອັງກິດໃນປີ 2025 ຫຼຸດລົງເປັນຄັ້ງທຳອິດນັບຕັ້ງແຕ່ການລະບາດຂອງ ໂຄວິດ-19. ເຖິງຢ່າງໃດກໍຕາມ, ຊາວອັງກິດຍັງຄົງເຕັມໃຈທີ່ຈະໃຫ້ຄວາມສຸກຕົນເອງດ້ວຍການຊື້ສິນຄ້າຟຸ່ມເຟືອຍ ລວມທັງໃຊ້ຈ່າຍກັບການຫາປະສົບການໃໝ່ໆ.
ນັກວິທະຍາສາດຢືນຢັນວ່າປີ 2025 ເປັນໜຶ່ງໃນສາມປີທີ່ຮ້ອນທີ່ສຸດ

ນັກວິທະຍາສາດຢືນຢັນວ່າປີ 2025 ເປັນໜຶ່ງໃນສາມປີທີ່ຮ້ອນທີ່ສຸດ

ຂ່າວຕ່າງປະເທດລາຍງານໃນວັນທີ 30 ທັນວາ ຜ່ານມາວ່າ: ນັກວິທະຍາສາດຢືນຢັນວ່າປີ 2025 ເປັນໜຶ່ງໃນສາມປີທີ່ຮ້ອນທີ່ສຸດໃນປະຫວັດສາດຂອງໂລກ, ໂດຍອ້າງເຖິງການເຜົາໄໝ້ເຊື້ອໄຟຟອດຊິວຢ່າງບໍ່ຢຸດຢັ້ງເປັນສາເຫດຫຼັກຂອງໄພພິບັດທົ່ວໂລກ, ໄດ້ເອົາຊີວິດຄົນນັບບໍ່ຖ້ວນ ແລະ ກໍ່ໃຫ້ເກີດຄວາມເສຍຫາຍທີ່ບໍ່ສາມາດວັດແທກໄດ້.
ຈີນ ​ຈະ​ປັບ​ປຸງ​ພາ​ສີ​ສິນ​ຄ້າ​ຈຳ​ນວນ​ໜຶ່ງ​ ເລີ່ມ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2026

ຈີນ ​ຈະ​ປັບ​ປຸງ​ພາ​ສີ​ສິນ​ຄ້າ​ຈຳ​ນວນ​ໜຶ່ງ​ ເລີ່ມ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2026

ຂ່າວສານຊີອາໄອລາຍງານຫວ່າງມໍ່ໆມານີ້ວ່າ: ຄະ​ນະ​ກຳ​ມະ​ການ​ກົດ​ລະ​ບຽບ​ພາ​ສີ​ຂອງ​ລັດ​ຖະ​ບານ​ຈີນ​ ໄດ້​ເຜີຍ​ແຜ່ “ແຜນ​ການ​ປັບ​ປຸງ​ພາ​ສີ​ປີ 2026”, ແຜນ​ການ​ສະ​ບັບ​ນີ້​ຈະຈັດ​ຕັ້ງ​ປະ​ຕິ​ບັດ​ເລີ່ມ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2026 ເປັນ​ຕົ້ນ​ໄປ.
ມາເລເຊຍ ມີການລົງທຶນດ້ານດີຈີຕອນຫຼາຍກວ່າ 13 ຕື້ໂດລາ

ມາເລເຊຍ ມີການລົງທຶນດ້ານດີຈີຕອນຫຼາຍກວ່າ 13 ຕື້ໂດລາ

ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້ວ່າ: ມາເລເຊຍໄດ້ຮັບເງິນລົງທຶນທັງໝົດ 54.13 ຕື້ຣິງກິດ (ປະມານ 13.33 ຕື້ໂດລາ) ໃນໄຕມາດທີສາມຂອງປີ 2025 ພາຍໃຕ້ໂຄງການສົ່ງເສີມເສດຖະກິດດີຈີຕອນ “Malaysia Digital” ຊຶ່ງຊ່ວຍສ້າງວຽກເຮັດງານທໍາທີ່ມີຄຸນນະພາບສູງຫຼາຍກວ່າ 21,815 ຕໍາແໜ່ງໃນ 402 ບໍລິສັດດີຈີຕອນ.
ຣັດເຊຍ ຍິງດາວທຽມ 52 ດວງຂຶ້ນສູ່ວົງໂຄຈອນ

ຣັດເຊຍ ຍິງດາວທຽມ 52 ດວງຂຶ້ນສູ່ວົງໂຄຈອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ທັນວາ ຜ່ານມາວ່າ: Roscosmos ຊຶ່ງເປັນອົງການອາວະກາດຂອງຣັດເຊຍ ໄດ້ລາຍງານການຍິງຈະຫຼວດ Soyuz-2.1b ທີ່ບັນທຸກດາວທຽມ 52 ດວງເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ຢ່າງສຳເລັດຜົນໃນຕອນບ່າຍວັນທີ 28 ທັນວາ ຜ່ານມາ.
ເພີ່ມເຕີມ