ຂ້ອຍຍັງຢາກໄປຈີນເທື່ອທີ 3 ແລະ ເທື່ອທີ 4

ຂ້ອຍຍັງຢາກໄປຈີນເທື່ອທີ 3 ແລະ ເທື່ອທີ 4
“ຂ້ອຍມັກໝູ່ຄົນຈີນ ແລະມັກວັດທະນະທຳຈີນ!” ຫວ່າງມໍ່ໆມານີ້, ນາງ ພອນພິວັນ ຈັນທະວົງສາ ນັກຮຽນລາວທີ່ຫາກໍ່ສິ້ນສຸດການຢ້ຽມຢາມຈີນບອກນັກຂ່າວວ່າ: “ຂອບໃຈການເຊື້ອເຊີນຂອງທ່ານປະທານ ສີຈິ້ນຜິງ, ເຮັດໃຫ້ພວກເຮົາສາມາດຂີ່ລົດໄຟຕາມທາງລົດໄຟລາວ-ຈີນ ໄປປະເທດຈີນ!”
“ຂ້ອຍມັກໝູ່ຄົນຈີນ ແລະມັກວັດທະນະທຳຈີນ!” ຫວ່າງມໍ່ໆມານີ້, ນາງ ພອນພິວັນ ຈັນທະວົງສາ ນັກຮຽນລາວທີ່ຫາກໍ່ສິ້ນສຸດການຢ້ຽມຢາມຈີນບອກນັກຂ່າວວ່າ: “ຂອບໃຈການເຊື້ອເຊີນຂອງ ທ່ານປະທານສີ ຈິ້ນຜິງ, ເຮັດໃຫ້ພວກເຮົາສາມາດຂີ່ລົດໄຟຕາມທາງລົດໄຟລາວ-ຈີນ ໄປປະເທດຈີນ!”
ຕອນບ່າຍວັນທີ 18 ຕຸລາຜ່ານມາ, ໃນຖານະເປັນຜູ້ຕາງໜ້ານັກຮຽນຂອງໂຮງຮຽນປະຖົມສົມບູນລາວ-ຈີນ ບ້ານໜອງປີງ, ນາງໄດ້ເລົ່າເລື່ອງກ່ຽວກັບການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ນຳເອົາຄວາມປ່ຽນແປງໃໝ່ມາໃຫ້ໂຮງຮຽນ ແລະ ບ້ານເກີດຂອງຕົນດ້ວຍພາສາຈີນທີ່ຫຼ່ຽນໄຫຼ ຢູ່ໃນກອງປະຊຸມເວທີປຶກສາຫາລືເພີ່ມຄວາມເຂົ້າໃຈກັນລະຫວ່າງປະຊາຊົນ.
“ໂຕະຕັ່ງນັກຮຽນທີ່ໃໝ່ອ່ຽມສະອາດມີແລ້ວ!” “ອຸປະກອນທີ່ທັນສະໄໝ ແລະ ຕຶກຮຽນໃໝ່ກໍມີແລ້ວ!” “ປັດຈຸບັນ, ພວກເຮົາໄດ້ເດີນທາງມາເຖິງນະຄອນຫຼວງປັກກິ່ງສົມດັ່ງຄວາມປາຖະໜາ, ຮູ້ສຶກດີໃຈທີ່ສຸດ!” ການປະກອບຄຳເຫັນຂອງນ້ອງສາວນ້ອຍໄດ້ເຮັດໃຫ້ສຽງຕົບມືດັງຂຶ້ນຢ່າງຄຶກຄື້ນຢູ່ໃນທີ່ປະຊຸມ.
ປີ 2019, ກ່ອນຈະເດີນທາງໄປຈີນເພື່ອເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 2, ຄູອາຈານ ແລະ ນັກຮຽນໂຮງຮຽນປະຖົມສົມບູນລາວ-ຈີນ ບ້ານໜອງປີງ ຊຶ່ງລວມທັງ ນາງ ພອນພິວັນ ຈັນທະວົງສາ ໄດ້ສົ່ງຈົດໝາຍໄປຍັງທ່ານເລຂາທິການໃຫຍ່ສີ ຈິ້ນຜິງ ໂດຍລະບຸວ່າ: ຄວາມຝັນຈີນ ແລະ ຄວາມຝັນລາວໄດ້ເຊື່ອມຕໍ່ກັນໂດຍຜ່ານ “ໜຶ່ງແລວ ໜຶ່ງເສັ້ນທາງ”, ຫວັງວ່າ, ຈະສາມາດຂີ່ລົດໄຟລາວ-ຈີນ ເດີນທາງໄປເຖິງນະຄອນຫຼວງປັກກິ່ງຂອງຈີນໂດຍໄວ. ຈົດໝາຍຕອບຂອງທ່ານ ສີ ຈິ້ນຜິງ ໄດ້ສົ່ງເສີມໃຫ້ນັກຮຽນທັງຫຼາຍຈົ່ງເປັນຜູ້ສືບທອດມິດຕະພາບລາວ-ຈີນ ແລະ ຍິນດີຕ້ອນຮັບພວກເຂົາເຈົ້າຂີ່ລົດໄຟຕາມທາງລົດໄຟລາວ-ຈີນ ເດີນທາງໄປນະຄອນຫຼວງປັກກິ່ງໂດຍໄວ.
“ຂີ່ລົດໄຟຕາມທາງລົດໄຟລາວ-ຈີນ ໄປປະເທດຈີນ” ໄດ້ກາຍເປັນຄວາມປາຖະໜາຂອງນັກຮຽນເຫຼົ່ານີ້. ພາຍໃຕ້ຄວາມພະຍາຍາມຮ່ວມຂອງສອງປະເທດ, ທາງລົດໄຟລາວ-ຈີນ ໄດ້ເປີດນຳໃຊ້ຢ່າງເປັນທາງການໃນວັນທີ 3 ທັນວາ 2021. ວັນທີ 14 ຕຸລາ 2023, ນາງພອນພິວັນ ໄດ້ຂີ່ຂະບວນລົດໄຟໂດຍສານສາກົນທີ່ແລ່ນຕາມທາງລົດໄຟລາວ-ຈີນ ເດີນທາງມາເຖິງປະເທດຈີນອີກຄັ້ງໜຶ່ງ.
“ຕ່າງກັນກັບການຂີ່ເຮືອບິນມາເທື່ອແລ້ວນີ້, ຂີ່ລົດໄຟຄວາມໄວສູງສາມາດສຳຜັດກັບທິວທັດທຳມະຊາດ ແລະ ຕົວເມືອງຂອງຈີນຢ່າງໃກ້ຊິດ.” ນາງ ພອນພິວັນ ບອກນັກຂ່າວວ່າ: “ເທື່ອນີ້, ພວກເຮົາໄດ້ເດີນທາງໄປເຖິງນະຄອນຄຸນໝິງ, ນະຄອນຫຼວງປັກກິ່ງ, ນະຄອນຊຽງໄຮ້ ແລະ ນະຄອນເສິງຕູ. ໄດ້ໄປທ່ຽວຊົມກຳແພງເມືອງຈີນທີ່ໃຫຍ່ໂຕມະໂຫລານ, ພາບວີວທິວທັດແຄມແມ່ນ້ຳຫວງຜູ ທີ່ຈະເລີນຮຸ່ງເຮືອງຂອງນະຄອນຊຽງໄຮ້ ແລະ ນະຄອນກວາງໂຈ່ວທີ່ສວຍງາມ, ຍັງມີໝີແພນດາທີ່ໜ້າຮັກ.”
ນາງ ພອນພິວັນ ເວົ້າດ້ວຍຄວາມດີໃຈວ່າ: “ເທື່ອນີ້, ພວກເຮົາໄດ້ຮ່ວມກັນກັບໝູ່ນັກຮຽນຈີນ, ສະແດງສິລະປະການຟ້ອນດັ້ງເດີມແບບລາວໆ ແລະ ເປົ່າແຄນ ພ້ອມທັງໄດ້ແລກປ່ຽນຂອງຂວັນຊຶ່ງກັນ ແລະກັນ.” ທ່ານ ນາງ ພັນທອງ ຄໍາທອງມີ ຜູ້ອຳນວຍການໂຮງຮຽນປະຖົມໜອງປີງທີ່ເດີນທາງໄປນຳຄະນະກ່າວວ່າ: “ພວກເຮົາຮູ້ສຶກມີຄວາມອົບອຸ່ນຫຼາຍ, ປານຄອບຄົວດຽວກັນ.” ການເດີນທາງໄປຢ້ຽມຢາມຈີນຄັ້ງນີ້, ໝູ່ນັກຮຽນລາວທັງຫຼາຍໄດ້ສຳຜັດກັບຄວາມຮັກແພງຈາກປະຊາຊົນຈີນ ແລະ ຄວາມມີຊີວິດຊີວາຂອງຕົວເມືອງຕ່າງໆຂອງຈີນ, “ຫວັງວ່າ, ຄົນຮຸ່ນໃໝ່ຈະສາມາດຮ່ຳຮຽນ ແລະ ຊ່ວຍຊູຍູ້ໜູນກັນ, ປະກອບສ່ວນເພື່ອຄວາມກ້າວໜ້າຮ່ວມກັນຂອງສອງປະເທດລາວ-ຈີນ.”
ຂ່າວ:ສໍານັກຂ່າວສານຊິນຮວາ ບັນນາທິການ: Yang Chunmei
 

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານ ຟ້າມ​ມິງ​ຈິງ ກວດ​ກາ​ຮູບ​ແບບ​ການ​ບໍ​ລິ​ຫານ​ໃໝ່​ຢູ່ ແຂວງອານ​ຢາງ ແລະ ດົ່ງ​ທາບ

ທ່ານ ຟ້າມ​ມິງ​ຈິງ ກວດ​ກາ​ຮູບ​ແບບ​ການ​ບໍ​ລິ​ຫານ​ໃໝ່​ຢູ່ ແຂວງອານ​ຢາງ ແລະ ດົ່ງ​ທາບ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໂດຍສືບຕໍ່ໂຄງການປະຕິບັດງານຢູ່ບັນດາແຂວງທາງພາກໃຕ້, ເມື່ອບໍ່ດົນມານີ້ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ລົງກວດກາການຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ ແລະ ການເຄື່ອນໄຫວຂອງສູນຮັບໃຊ້ການປະຕິບັດລະບຽບການບໍລິຫານສາທາລະນະຢູ່ຕາແສງ ເທີຍເຊີນ (ຕາແສງຕິດກັບຊາຍແດນ), ແຂວງອານຢາງ ແລະ ຕາແສງໝີຮຽບ ແຂວງດົ່ງທາບ.
ຣັດເຊຍ ຈະລົງທຶນ 180 ຕື້ຣຸບ ຍົກລະດັບດ່ານຊາຍແດນ

ຣັດເຊຍ ຈະລົງທຶນ 180 ຕື້ຣຸບ ຍົກລະດັບດ່ານຊາຍແດນ

ຂ່າວຕ່າງປະເທດລາຍ; ທ່ານ ມິຄາອິລ ມິຊູສຕິນ ນາຍົກລັດຖະມົນຕີຣັດເຊຍ ກ່າວຫວ່າງມໍ່ໆມານີ້ວ່າ: ລັດຖະບານຣັດເຊຍ ຈະຈັດສັນງົບປະມານເກືອບ 180 ຕື້ຣຸບ ໃນໄລຍະ 3 ປີຂ້າງໜ້າ ເພື່ອປັບປຸງດ່ານຊາຍແດນທົ່ວປະເທດ ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມເພື່ອພັດທະນາໂລຈິສຕິກຂ້າມແດນ.
ເລ​ຂາ​ທິ​ການ​ໃຫຍ່​ ສ​ປ​ຊ​ ຮຽກ​ຮ້ອງ​ໃຫ້​ສືບ​ຕໍ່​ພະ​ຍາ​ຍາມ​​ບັນ​ລຸ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

ເລ​ຂາ​ທິ​ການ​ໃຫຍ່​ ສ​ປ​ຊ​ ຮຽກ​ຮ້ອງ​ໃຫ້​ສືບ​ຕໍ່​ພະ​ຍາ​ຍາມ​​ບັນ​ລຸ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 21 ກໍລະກົດ ຜ່ານມານີ້, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເວ​ທີ​ປຶກ​ສາ​ຫາ​ລື​ທາງ​ການ​ເມືອງ​ຂັ້ນ​ສູງ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ອົງ​ການສະຫະປະຊາຊາດ ​ປະ​ຈຳ​​ປີ 2025 ຈັດ​ຂຶ້ນຢູ່ນະ​ຄອນນິວຢອກ ສະຫະລັດ ອາເມຣິກາ, ທ່ານ ​​ອັນ​ໂຕນີ​ໂອ ກູ​ເຕີເຣັສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການສະຫະປະຊາຊາດ ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ເປີດກອງ​ປະ​ຊຸມ ໂດຍ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ຈົ່ງ​ຮ່ວມ​ກັນແບກ​ຫາບ​​ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ, ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບກວມ​ລວມ​, ​ທ່ຽງ​ທຳ ແລະ​ ຍືນ​ຍົງ, ​ທັງຮັບ​ປະ​ກັນ​ໃນ​ການ​ສ້າງ​ຜົນ​ປະ​ໂຫຍດ​ແກ່​ທຸກ​ຄົນ​.
ຟີລິບປິນ ປະສົບກັບໄພນໍ້າຖ້ວມ ປະຊາຊົນຫຼາຍສິບພັນຄົນຕ້ອງຍົກຍ້າຍອອກຈາກເຮືອນ

ຟີລິບປິນ ປະສົບກັບໄພນໍ້າຖ້ວມ ປະຊາຊົນຫຼາຍສິບພັນຄົນຕ້ອງຍົກຍ້າຍອອກຈາກເຮືອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ກໍລະກົດ ຜ່ານມາວ່າ: ນໍ້າຖ້ວມທີ່ເກີດຈາກຝົນຕົກໜັກຈາກລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີຊື່ວ່າ: ຮາບາກັດ ໄດ້ເຮັດໃຫ້ນະຄອນຫຼວງມະນີລາ ຂອງຟີລິບປິນ ຢູ່ໃນສະພາບຢຸດສະງັກ, ປະຊາຊົນຫຼາຍສິບພັນຄົນຕ້ອງຍົກຍ້າຍອອກຈາກບ້ານເຮືອນ ແລະ ເຮັດໃຫ້ມີຜູ້ສູນຫາຍຢ່າງໜ້ອຍ 2 ຄົນ.
ອິນໂດເນເຊຍ ມີເຂົ້າສຳຮອງສູງເຖິງ 4.2 ລ້ານໂຕນ

ອິນໂດເນເຊຍ ມີເຂົ້າສຳຮອງສູງເຖິງ 4.2 ລ້ານໂຕນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ກໍລະກົດ ຜ່ານມາວ່າ: ທ່ານ ພຣາໂບໂວ ຊູບຽນໂຕ ປະທານາທິບໍດີອິນໂດເນເຊຍ ກ່າວໃນກອງປະຊຸມພັກສາມັກຄີອິນໂດເນເຊຍ ໃນວັນທີ 20 ກໍລະກົດ ຜ່ານມາ ວ່າ: ການຜະລິດເຂົ້າຂອງອິນໂດເນເຊຍ ເພີ່ມຂຶ້ນ 48%, ເຮັດໃຫ້ປະລິມານເຂົ້າສຳຮອງຂອງລັດຖະບານເພີ່ມຂຶ້ນເຖິງ 4.2 ລ້ານໂຕນ, ໃນຂະນະດຽວກັນຜົນຜະລິດສາລີເພີ່ມຂຶ້ນ 30%.
ຈີນ ບັນລຸເປົ້າໝາຍການດຶງດູດທຶນຕ່າງປະເທດ 700 ຕື້ໂດລາ

ຈີນ ບັນລຸເປົ້າໝາຍການດຶງດູດທຶນຕ່າງປະເທດ 700 ຕື້ໂດລາ

ຂ່າວສານຊີອາໄອລາຍງານ ໃນວັນທີ 22 ກໍລະກົດ ຜ່ານມາວ່າ: ນັບມາຮອດທ້າຍເດືອນມິຖຸນາຜ່ານມາ, ໃນໄລຍະແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14 (ປີ 2021-2025), ນັບລວມແລ້ວ ຈີນໄດ້ດຶງດູດທຶນຕ່າງປະເທດຫຼາຍກວ່າ 700 ຕື້ໂດລາ
ທ່ານ ຟ້າມ​ມິງ​ຈິງ ກວດ​ກາ​ຮູບ​ແບບ​ການ​ບໍ​ລິ​ຫານ​ໃໝ່​ຢູ່ ແຂວງອານ​ຢາງ ແລະ ດົ່ງ​ທາບ

ທ່ານ ຟ້າມ​ມິງ​ຈິງ ກວດ​ກາ​ຮູບ​ແບບ​ການ​ບໍ​ລິ​ຫານ​ໃໝ່​ຢູ່ ແຂວງອານ​ຢາງ ແລະ ດົ່ງ​ທາບ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໂດຍສືບຕໍ່ໂຄງການປະຕິບັດງານຢູ່ບັນດາແຂວງທາງພາກໃຕ້, ເມື່ອບໍ່ດົນມານີ້ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ລົງກວດກາການຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ ແລະ ການເຄື່ອນໄຫວຂອງສູນຮັບໃຊ້ການປະຕິບັດລະບຽບການບໍລິຫານສາທາລະນະຢູ່ຕາແສງ ເທີຍເຊີນ (ຕາແສງຕິດກັບຊາຍແດນ), ແຂວງອານຢາງ ແລະ ຕາແສງໝີຮຽບ ແຂວງດົ່ງທາບ.
Microsoft ເຕືອນໄພສຸກເສີນ "Zero-Day" ໂຈມຕີ SharePoint Server

Microsoft ເຕືອນໄພສຸກເສີນ "Zero-Day" ໂຈມຕີ SharePoint Server

ຂ່າວຕ່າງປະເທດ ລາຍງານໃນວັນທີ 21 ກໍລະກົດ ຜ່ານມາວ່າ: Microsoft ໄດ້ອອກຄຳເຕືອນຮີບດ່ວນເຖິງໜ່ວຍງານພາກລັດ ແລະ ພາກເອກະຊົນ ໃຫ້ຮີບຮ້ອນຕິດຕັ້ງການອັບເດດຄວາມປອດໄພທັນທີຫຼັງຈາກຄົ້ນພົບການໂຈມຕີທາງໄຊເບີ ແບບ “Zero-day” ທີ່ຕັ້ງເປົ້າໝາຍໂຈມຕີຊ່ອງຫວ່າງຂອງຊັອຟແວ SharePoint Server ຊຶ່ງເປັນເວີຊັນທີ່ອົງການຈັດຕັ້ງຕິດຕັ້ງເອງ (On-premise).
ການຊື້ສິນຄ້າມືສອງທາງອອນລາຍໃນອັງກິດ ຈະບັນລຸ 4.8 ຕື້ໂດລາ

ການຊື້ສິນຄ້າມືສອງທາງອອນລາຍໃນອັງກິດ ຈະບັນລຸ 4.8 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ກໍລະກົດ ຜ່ານມາວ່າ: ລາຍງານຫຼ້າສຸດຈາກສູນຄົ້ນຄວ້າເສດຖະກິດ ແລະ ທຸລະກິດຂອງອັງກິດ (CEBR) ຄາດຄະເນວ່າ, ມູນຄ່າການຊື້ສິນຄ້າມືສອງທາງອອນລາຍໃນອັງກິດຈະບັນລຸເຖິງ 4.8 ຕື້ໂດລາໃນປີນີ້, ເພີ່ມຂຶ້ນຈາກ 4.3 ຕື້ໂດລາ ໃນປີ 2024, ທ່າມກາງທ່າອ່ຽງການຮັດສາຍແອວຂອງຜູ້ບໍລິໂພກ ແລະ ຄວາມນິຍົມສິນຄ້າມືສອງທີ່ມີຄຸນນະພາບດີ.
ສີລັງກາ ສັ່ງຫ້າມຫຼິ້ນວ່າວໃກ້ສະໜາມບິນສາກົນ

ສີລັງກາ ສັ່ງຫ້າມຫຼິ້ນວ່າວໃກ້ສະໜາມບິນສາກົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ກໍລະກົດ ຜ່ານມາວ່າ: ບໍລິສັດ ສະໜາມບິນ ແລະ ບໍລິການການບິນ (ສີລັງກາ) ຈຳກັດ ໄດ້ຫ້າມຫຼິ້ນວ່າວໃກ້ກັບສະໜາມບິນສາກົນຫຼາຍແຫ່ງໃນສີລັງກາ ເນື່ອງຈາກເປັນຫ່ວງດ້ານຄວາມປອດໄພຂອງເຮືອບິນ ແລະ ຜູ້ໂດຍສານ.
ເພີ່ມເຕີມ