![]() |
ທ່ານ ສຸກດາວັນ ເລຫວຽດມ່ວງ ໄດ້ກ່າວເປີດກອງປະຊຸມ ແລະ ຜ່ານບົດສະຫຼຸບ ປະຈໍາປີ 2025 ຊຶ່ງໄດ້ຍົກໃຫ້ເຫັນການເຄື່ອນໄຫວຊຸກຍູ້ບັນດາບໍລິສັດໂທລະຄົມມະນາຄົມສາຂາແຂວງ, ຂະຫຍາຍພື້ນຖານໂຄງລ່າງໂທລະຄົມ ເຂົ້າຫາເຂດຈຸດສຸມຂອງແຂວງ-ເມືອງ ແລະ ບ້ານທີ່ເປັນບູລິມະສິດ, ເປັນເຂດຫຼໍ່ແຫຼມ ຕິດພັນກັບວຽກງານ ປກຊ-ປກສ ເພື່ອອໍານວຍຄວາມສະດວກໃນການຕິດຕໍ່ສື່ສານວຽກງານຕ່າງໆ; ທົ່ວແຂວງມີສາຍໄຍແກ້ວ (Fiber optic) ລວມທັງໝົດ 1,838 ກິໂລແມັດ, ມີເສົາສະຖານີຮັບ-ສົ່ງສັນຍານໂທລະສັບ 177 ຕົ້ນ; ມີສະຖານີຮັບ-ສົ່ງສັນຍານໂທລະສັບມືຖື 476 ສະຖານີ ແລະ ມີຜູ້ນໍາໃຊ້ເລກໝາຍໂທລະສັບ (ມືຖື, ຕັ້ງໂຕະມີສາຍ ແລະ ບໍ່ມີສາຍ) ທັງໝົດ 109,539 ເລກໝາຍ, ມີເຄືອຂ່າຍສັນຍານໂທລະສັບມືຖື ແລະ ອິນເຕີເນັດກວມເອົາ 94% ຂອງບ້ານທັງໝົດທົ່ວແຂວງ. ໃນນີ້, 2G ກວມເອົາ 94%, 3G ກວມເອົາ 67%, 4G ກວມເອົາ 67% ແລະ 5G ກວມເອົາ 3%. ພ້ອມນີ້, ຍັງໄດ້ເອົາໃຈໃສ່ຕິດຕາມກວດກາການນໍາໃຊ້ສັນຍານອິນເຕີເນັດຂ້າມແດນ, ຂຶ້ນທະບຽນເລກໝາຍໂທລະສັບ, ໂຄສະນາເຜີຍແຜ່ກົດໝາຍ-ນິຕິກໍາໃຕ້ກົດໝາຍ ກ່ຽວກັບການນໍາໃຊ້ສື່ສັງຄົມອອນລາຍ, ຊຸກຍູ້ສົ່ງເສີມ ແລະ ຝຶກອົບຮົມວຽກງານຫັນເປັນທັນສະໄໝ ແລະ ຫັນເປັນດີຈີຕ໋ອນ ໂດຍສະເພາະການນໍາໃຊ້ລະບົບການບໍລິຫານລັດດີຈີຕ໋ອນ ໃຫ້ບັນດາພະແນກການ, ຫ້ອງການ, ອົງການທຽບເທົ່າອ້ອມຂ້າງແຂວງ ແລະ 4 ເມືອງ, ຕິດຕາມ, ກວດກາ, ຕອບໂຕ້ ແລະ ແກ້ບັນຫາການຕົວະຍົວະຫຼອກລວງ, ການໂຄສະນາໃສ່ຮ້າຍປ້າຍສີຕໍ່ແນວທາງນະໂຍບາຍ ຂອງພັກ-ລັດ ແລະອື່ນໆ ຜ່ານສື່ສັງຄົມອອນລາຍ.
ໃນປີ 2025 ຜ່ານມາ, ໄດ້ຮັບແຈ້ງຄວາມຈາກການກະທໍາຜິດທາງອອນລາຍ 17 ເລື່ອງ, ຜົນເສຍຫາຍເປັນເງິນ 890 ລ້ານກວ່າກີບ, ສາມາດເກັບກູ້ຄືນໄດ້ 158 ລ້ານກວ່າກີບ ແລະ ໄດ້ສະເໜີກົມຄວາມປອດໄພໄຊເບີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເພື່ອຊ່ວຍປິດເຟສບຸກປອມ 1 ບັນຊີ.
ທ່ານ ສຸກດາວັນ ເລຫວຽດມ່ວງ ໃຫ້ຮູ້ຕື່ມວ່າ: ໃນປີ 2026 ຄຕ-ຄອຂ ຈະສືບຕໍ່ເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກໍາຕ່າງໆ ກ່ຽວກັບວຽກງານຫັນເປັນດີຈີຕ໋ອນ ແລະ ຄຸ້ມຄອງອິນເຕີເນັດ ກໍຄື ການນໍາໃຊ້ສື່ສັງຄົມອອນລາຍໃຫ້ມີຄວາມຖືກຕ້ອງ ແລະ ປອດໄພ, ຊຸກຍູ້ບັນດາພະແນກການ ແລະ ບັນດາເມືອງ ນໍາໃຊ້ລະບົບຄຸ້ມຄອງເອກະສານ ແລະ ບໍລິຫານຫ້ອງການເອເລັກໂຕນິກ (E-office) ໃຫ້ຫຼາຍຂຶ້ນ, ເພີ່ມທະວີຕິດຕາມ, ກວດກາ, ເຝົ້າລະວັງ ແລະ ຕອບໂຕ້ຫາງສຽງບໍ່ດີ, ຂໍ້ມູນຂ່າວສານບໍ່ຖືກຕ້ອງ (ຂ່າວປອມ), ການຈົວະຍົວະຫຼອກລວງ ແລະ ອື່ນໆ ທາງສື່ສັງຄົມອອນລາຍ ໃຫ້ວ່ອງໄວ ແລະ ທັນກໍານົດເວລາ, ເອົາໃຈໃສ່ຄຸ້ມຄອງການສ້າງຕັ້ງໜ້າຂ່າວອອນລາຍໃຫ້ເຂົ້າສູ່ລະບຽບກົດໝາຍ, ສືບຕໍ່ຂຶ້ນທະບຽນເລກໝາຍໂທລະສັບ, ຕິດຕາມກວດກາ, ເຝົ້າລະວັງ ແລະ ແກ້ໄຂບັນຫາໄພຄຸກຄາມທາງໄຊເບີ ເພື່ອປ້ອງກັນການໂຈມຕີ ຫຼື ໂຈລະກໍາທາງໄຊເບີ.
(ພາບ-ຂ່າວ: ສັນຍາ)

ຄໍາເຫັນ