ຄຕພປາຖະກະຖາ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ

ຄຕພປາຖະກະຖາ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ
ຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ) ໄດ້ຈັດປາຖະກະຖາວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີຂຶ້ນ​ເມື່ອ​ວັນ​ທີ 18 ທັນ​ວາ 2023.ພາຍໃຕ້ການເປັນປະທານ ຂອງ ສະຫາຍ ວາລະໄຊ ເລັ່ງສະຫວັດ, ກຳມະການຄະນະພັກ, ຮອງຫົວໜ້າຄຕພ, ມີຄະນະບໍລິຫານງານພັກ, ຄະນະນໍາ, ຕະຫຼອດ​ຮອດພະ​ນັກ​ງານ-ລັດ​ຖະ​ກອນເຂົ້າຮ່ວມຢ່າງພ້ອມພຽງ.
ການປາຖະກະຖາຄັ້ງນີ້ ສະຫາຍ ​ນາງ ພອນລັດສະໝີ ພິມມະສອນ, ຮອງຫົວໜ້າພະແນກກິດຈະກຳ ແລະ ໂຄສະນາ ຫໍພິພິທະພັນ ໄກສອນ ພົມວິຫານໄດ້​ຮັບກຽດເຜີຍແຜ່ ຊຶ່ງ ສະຫາຍ ໄດ້ຍົກໃຫ້ເຫັນເຖິງຊີວິດ ແລະ ການເຄື່ອນໄຫວປະຕິວັດ ຂອງ ປະທານ ໄກສອນ ພົມວິຫານ, ຕະຫຼອດຊີວິດຂອງ ປະທານໄກສອນ ພົມວິຫານ ແມ່ນອຸທິດທຸກຢ່າງໃຫ້ກັບພາລະກິດປະຕິວັດ ປະເທດເຮົາໄດ້ມີຫຼາຍວິລະກຳອັນລ້ຳເລີດ ທີ່ສະແດງໃຫ້ເຫັນເຖິງນ້ຳໃຈຮັກຊາດອັນສູງສົ່ງ, ໃຈກຳມະ​ຊີບອັນໜັກແໜ້ນ, ຄວາມເດັດດ່ຽວບໍ່ຍອມຈຳນົນສັດຕູ, ຄວາມສະຫຼຽວສະຫຼາດ ແລະ ຄວາມເສຍສະຫຼະເພື່ອປະເທດຊາດ, ເພື່ອປະຊາຊົນຢ່າງບໍ່ມີຂີດຈຳກັດ ຊຶ່ງສະແດງອອກຢູ່ໃນພຶດຕິກໍາຕົວຈິງ ແລະ ຜ່ານຂະບວນວິວັດແຫ່ງການນຳພາ ຕໍ່ສູ້ປົດປ່ອຍຊາດ ກໍຄືພາລະກິດແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ ຈົນສາມາດຍາດໄດ້ໄຊຊະນະຢ່າງສົມບູນ ແລະ ສະຖາປະນາເປັນປະເທດ ສປປ ລາວ, ໄຊຊະນະທີ່ຍາດມາໄດ້ທັງໝົດນັ້ນແມ່ນຍ້ອນຄວາມສະຫຼາດຫຼັກແຫຼມ,ຄວາມມີໄຫວພິບ ຂອງພັກເຮົາ ແລະ ຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວ ຂອງປວງຊົນລາວທັງຊາດ ໂດຍມີປະທານ ໄກສອນ ພົມວິຫານ ເປັນຜູ້ນຳພາ, ສະນັ້ນ ຜົນງານ ອັນຍິ່ງໃຫຍ່ ຂອງປະທານ ໄກສອນ ພົມວິຫານໃນພາລະກິດປະຕິວັດປະເທດເຮົາທີ່ຍັງຄົງໄວ້ຄູ່ກັບຊາດລາວເຮົາຕະຫຼອດໄປຄື: ປະທານ ໄກສອນ ພົມວິຫານເປັນຜູ້ກໍ່ຕັ້ງກອງລາດຊະວົງ ໃນວັນທີ 20ມັງກອນ 1949 ຊຶ່ງໄດ້ປ່ຽນຊື່ມາເປັນກອງທັບປະຊາຊົນລາວ; ໃນປັດຈຸບັນ ແລະ ໄດ້ກຳນົດເອົາວັນດັ່ງກ່າວ ເປັນວັນສ້າງຕັ້ງກອງທັບປະຊາຊົນລາວ; ເປັນຜູ້ນຳພາ ສ້າງຕັ້ງພັກປະຊາຊົນລາວ ໃນວັນທີ 22 ມີນາ 1955 ກາຍເປັນ ພັກປະຊາຊົນປະຕິວັດລາວ ໃນປັດຈຸບັນ ແລະ ໄດ້ກຳນົດເອົາວັນດັ່ງກ່າວ ເປັນວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ; ເປັນຜູ້ນຳພາ ຕໍ່ສູ້ລົບລ້າງແອກປົກຄອງ ຂອງພວກຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່; ຍາດເອົາເອກະລາດ, ອິດສະຫຼະພາບມາໃຫ້ປະເທດຊາດ ຢ່າງສົມບູນໃນວັນທີ 2 ທັນວາ 1975 ແລະ ນຳພາສະຖາປະນາປະເທດຊາດເປັນ ສປປ ລາວ ທີ່ເດີນຕາມເສັ້ນທາງສັງຄົມນິຍົມ ແລະ ໄດ້ກຳນົດ ເອົາວັນດັ່ງກ່າວເປັນວັນຊາດ ຂອງ ສປປ ລາວ; ເປັນຜູ້ນຳພາ ປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ມີຫຼັກການ ຢູ່ປະເທດເຮົາ, ເຮັດໃຫ້ບາດກ້າວເດີນ ຂອງປະເທດເຮົາ ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ມີການພັດທະນາເປັນກ້າວໆ ໂດຍພາຍໃຕ້ການນຳພາ ຂອງພັກປະຊາຊົນປະຕິວັດລາວ.
ສະນັ້ນ, ສະມາຊິກພັກ ຕ້ອງກຳແໜ້ນ ແລະ ຮູ້ບຸນຄຸນ, ຜົນງານອັນຍິ່ງໃຫຍ່ ແລະ ແບບຢ່າງອັນລໍ້າເລີດຂອງປະທານ ໄກສອນ ພົມວິຫານ ໃນພາລະກິດປະຕິວັດ, ພ້ອມທັງເປັນບົດຮຽນອັນລ້ຳຄ່າ ເພື່ອນຳໄປພັດທະນາຕົນເອງ ກໍຄືເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງໃຫ້ມີປະສິດທິຜົນດີຂຶ້ນ.
ຂ່າວ: ຄຕພ, ພາບ: ແສງຈັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ເພີ່ມເຕີມ