![]() |
ກິດຈະກຳ “ຫ້ອງຮຽນສີຂຽວ ແມ່-ນ້ຳຂອງ-ແມ່-ນ້ຳລ້ານຊ້າງ” ໃນຄັ້ງນີ້ ໄດ້ແບ່ງອອກເປັນ 3 ພາກສ່ວນຫຼັກຄື: ບົດຮຽນວິທະຍາສາດ. ບົດຮຽນການທັດສະນະສຶກສາຕົວຈິງ ແລະ ບົດຮຽນວັດທະນະທຳ. ບົດຮຽນວິທະຍາສາດ: ວິສະວະກອນປະຈຳເຂື່ອນໄດ້ບັນຍາຍກ່ຽວກັບກົນໄກການເຮັດວຽກ ແລະ ຫຼັກການຜະລິດ ກະແສໄຟຟ້າດ້ວຍຮູບແບບທີ່ເຂົ້າໃຈງ່າຍ ເພື່ອຊ່ວຍໃຫ້ນັກຮຽນສາມາດນຳເອົາຄວາມຮູ້ຈາກທິດສະດີໃນຫ້ອງຮຽນມາເຊື່ອມໂຍງເຂົ້າສູ່ການປະຕິບັດຕົວຈິງໃນໂຄງການວິສະວະກຳ.
![]() |
ບົດຮຽນການທັດສະນະສຶກສາ: ພະນັກງານປະຈຳເຂື່ອນໄດ້ນຳພາຄະນະຄູອາຈານ ແລະ ນັກຮຽນເຂົ້າຢ້ຽມຊົມພື້ນທີ່ຕົວຈິງເປັນຕົ້ນແມ່ນຕົວເຂື່ອນຫຼັກ, ຊັ້ນຕິດຕັ້ງເຄື່ອງຈັກປັ່ນໄຟ ແລະ ຫ້ອງຄວບຄຸມການຜະລິດ ເພື່ອໃຫ້ໄດ້ສຳຜັດກັບອຸປະກອນການຜະລິດໄຟຟ້າຢ່າງໃກ້ຊິດ ແລະ ເຂົ້າໃຈຂະບວນການຜະລິດພະລັງງານໄຟຟ້າຢ່າງຄົບວົງຈອນ. ບົດຮຽນວັດທະນະທຳ: ໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້ “ວັນແມ່” ຢ່າງມີຄວາມໝາຍ ໂດຍພະນັກງານປະຈຳເຂື່ອນໄດ້ເລົ່າປະຫວັດຄວາມເປັນມາ ແລະ ຄຸນຄ່າອັນເລິກເຊິ່ງຂອງວັນແມ່ ເພື່ອເປັນການປູກຈິດສຳນຶກດ້ານຄວາມຮັກ ຄວາມກະຕັນຍູຕໍ່ຜູ້ເປັນແມ່ ພ້ອມນັ້ນ, ທຸກຄົນໄດ້ຮ່ວມກັນສ້າງສັນກິດຈະກຳ “ຫໍ່ກ້ຽວ” ທຸກຄົນຍັງໄດ້ຮ່ວມກັນຫໍ່ກ້ຽວ ແລະ ຮັບປະທານອາຫານຮ່ວມກັນໃນບັນຍາກາດທີ່ເຕັມໄປດ້ວຍຮອຍຍິ້ມ ແລະ ສຽງຫົວ, ທຸກຄົນໄດ້ຮ່ວມຮັບປະທານອາຫານທີ່ເປັນຜົນງານຈາກນ້ຳພັກນ້ຳແຮງຂອງຕົນເອງຢ່າງມີຄວາມສຸກ, ພ້ອມທັງໄດ້ນຳເອົາຜົນງານການຫໍ່ກ້ຽວຂອງຕົນກັບໄປໃຫ້ຄອບຄົວ ເພື່ອເປັນສື່ກາງແຫ່ງການສົ່ງມອບຄວາມຮັກ ແລະ ຄວາມອົບອຸ່ນໃຫ້ແກ່ຄອບຄົວ.
![]() |
ເຂື່ອນໄຟຟ້ານ້ຳກົງ 1 (NAM KONG 1 HPP) ແມ່ນໂຄງການພັດທະນາໃນຮູບແບບ BOOT ແຫ່ງທີ 3 ຂອງບໍລິສັດນ້ຳ ແລະ ໄຟຟ້າສາກົນແຫ່ງ ສປ ຈີນ CHINA INTERNATIONAL WATER & ELECTRIC CORP (CWE) ໃນ ສປປ ລາວ. ມີກຳລັງຕິດຕັ້ງທັງໝົດ 160 MW, ໄດ້ເລີ່ມຕົ້ນຜະລິດໄຟຟ້າຢ່າງເປັນທາງການ (COD) ໃນເດືອນຕຸລາ 2021 ແລະ ຈົນເຖິງປັດຈຸບັນສາມາດສະໜອງພະລັງງານສະອາດໄດ້ແລ້ວ 2,9 ຕື້ກິໂລວັດໂມງ. ໂຄງ ການໄດ້ໃຫ້ຄວາມສຳຄັນຕໍ່ການປະຕິບັດພັນທະທາງດ້ານສັງຄົມຢ່າງຕໍ່ເນື່ອງ, ບໍ່ວ່າຈະເປັນການປັບປຸງພື້ນຖານໂຄງລ່າງ, ການສົ່ງເສີມດ້ານການສຶກສາ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການແລກປ່ຽນວັດທະນະທຳລາວ-ຈີນ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ ແລະ ຮັດແໜ້ນຄວາມສາມັກຄີລະຫວ່າງສອງຊາດ.
![]() |
ໃນຕໍ່ໜ້າ, ໂຄງການເຂື່ອນໄຟຟ້ານ້ຳກົງ 1 ຈະຖືເອົາໂອກາດຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລາວ-ຈີນ ແລະ “ປີແຫ່ງມິດຕະພາບ ລາວ-ຈີນ” ເປັນຂີດໝາຍໃນການລິເລີ່ມກິດຈະກຳແລກປ່ຽນວັດທະນະທຳໃນຫຼາກຫຼາຍຮູບແບບ ເພື່ອບັນຍາຍເລື່ອງລາວແຫ່ງການຮ່ວມມື, ພ້ອມທັງຮ່ວມເປັນກຳລັງແຮງອັນສຳຄັນ ໃນການຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳ ລາວ - ຈີນ ໃຫ້ມີຄວາມແໜ້ນແຟ້ນ ແລະ ເລິກເຊິ່ງກວ່າເກົ່າ.




ຄໍາເຫັນ