![]() |
ທ່ານນາງ ຈັນທາ ຫຼວງລາດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນໂອກາດເຂົ້າຮ່ວມງານວາງສະແດງຜະລິດ ຕະພັນລາວ 70 ປີ ວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ເມື່ອບໍ່ດົນມານີ້ວ່າ: ເປັນເວລາ 40 ກວ່າປີແລ້ວທີ່ຕົນເອງໄດ້ນໍາເອົາຜະລິດຕະພັນຫັດຖະກຳ ຈາກກົມຕຳຫຼວດຄຸມຂັງດັດສ້າງ ກະຊວງປ້ອງກັນຄວາມສະຫງົບມາຂາຍ ເພື່ອໃຫ້ສັງຄົມໄດ້ຊົມໃຊ້ໃນຊີວິດປະຈຳວັນ ແລະ ຊື້ເພື່ອເປັນເຄື່ອງຕ້ອນຂອງຝາກ ຊຶ່ງເປັນຜະລິດຕະພັນທີ່ສວຍງາມຂອງຄົນລາວ.
ເຄື່ອງທີ່ມາວາງຂາຍໃນຄັ້ງນີ້ປະກອບມີຕິບເຂົ້າ, ໂອ-ຂັນໃສ່ບາດ, ໝວກ, ກະຕ່ານ້ອຍ-ໃຫຍ່ ແລະ ອື່ນໆ ຊຶ່ງເຮັດດ້ວຍໄມ້ປ່ອງ ແລະ ຫວາຍ ທີ່ມີສີສັນສວຍງາມເປັນທີ່ນິຍົມຂອງສັງຄົມ ໂດຍລາຄາເລີ່ມຕົ້ນແຕ່ 20 ພັນ ຫາ 8 ແສນກີບຂຶ້ນໄປ ຊຶ່ງເປັນງານທີ່ມີຄວາມປານີດສວຍງາມລະອຽດຄຸນນະພາບດີ ເປັນຜະລິດຕະພັນຂອງຄົນລາວ ລາວເຮັດລາວໃຊ້ ລາວໄດ້ ລາວຈະເລີນ.
ໃນໄລຍະຜ່ານມາ, ທາງຮ້ານໄດ້ນໍາເອົາຜະລິດຕະພັນເຂົ້າຮ່ວມງານວາງສະແດງໃນງານບຸນນະມັດ ສະການພະທາດຫຼວງ, ທີ່ສູນການຄ້າພາກຊັນ ແລະ ໃນງານເທດສະການຕ່າງໆເຊັ່ນ: ໃນໂອກາດວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ( 20 ກໍລະກົດ ) ທີ່ສູນການຄ້າລາວ-ໄອເຕັກ ແລະ ອື່ນໆ. ສຳລັບທ່ານໃດທີ່ມີຄວາມສົນໃຈສາມາດເຂົ້າໄປເລືອກຊື້ຜະລິດຕະພັນດັ່ງກ່າວໄດ້ທີ່ຮ້ານເຄື່ອງຫັດຖະກຳພຸດທະວົງ ຫຼວງລາດ ຕັ້ງຢູ່ບ້ານໂຊກໃຫຍ່ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.
![]() |
ເນື່ອງໃນໂອກາດວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ທ່ານນາງ ຈັນທາ ຫຼວງລາດ ໄດ້ອວຍພອນໄຊອັນປະເສີດແດ່ການນໍາພັກ-ລັດ ກໍຄືແມ່ຍິງລາວທຸກທົ່ວໜ້າໃນຂອບເຂດທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ ຊີ້ນໍາໆພາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ.
ຄໍາເຫັນ