ຂ່າວລະບຸວ່າ: ໃນວັນທີ 28 ມິຖຸນາ ຜ່ານມາ, ທ່ານ ເທໂດຣສ ອັດຮານອມ ກີເບຣເຢຊຸສ ຜູ້ອຳນວຍການໃຫຍ່ຂອງ WHO ໄດ້ເປີດເຜີຍວ່າ: ຄື້ນຄວາມຮ້ອນທີ່ເພີ່ມຂຶ້ນຢ່າງໄວວາໃນໄລຍະຕົ້ນລະດູຮ້ອນຂອງເອີຣົບ ມີຄວາມກ່ຽວຂ້ອງກັບການເສຍຊີວິດຂອງປະຊາຊົນຫຼາຍກວ່າ 1,300 ຄົນ ນັບຕັ້ງແຕ່ວັນທີ 21 ມິຖຸນາ ຜ່ານມາ.
ໃນວັນທີ 28 ມິຖຸນາ ຜ່ານມາ, ກະຊວງສາທາລະນະສຸກຝຣັ່ງໄດ້ເປີດເຜີຍວ່າ: ນັບຕັ້ງແຕ່ວັນ 24 ມິຖຸນາ ຜ່ານມາ, ຈຳນວນຜູ້ເສຍຊີວິດທີ່ກ່ຽວຂ້ອງກັບຄື້ນຄວາມຮ້ອນໃນປະເທດໄດ້ເພີ່ມຂຶ້ນຫຼາຍກວ່າ 1,000 ຄົນ ຊຶ່ງເກີນການຄະເນໃນເບື້ອງຕົ້ນ ຊຶ່ງສ່ວນໃຫຍ່ແມ່ນຜູ້ທີ່ມີອາຍຸຫຼາຍກວ່າ 65 ປີ ແລະ ມີຜູ້ເສຍຊີວິດພາຍໃນເຮືອນເພີ່ມຂຶ້ນເຖິງ 40%.
ເອີຣົບເປັນທະວີບທີ່ມີອຸນຫະພູມເພີ່ມຂຶ້ນໄວທີ່ສຸດໃນໂລກ ໂດຍຮ້ອນຂຶ້ນສອງເທົ່າຂອງລະດັບສະ ເລ່ຍທົ່ວໂລກ, ທ່ານ ເກເບຣເຢຊຸສ ໄດ້ເຕືອນວ່າ: ປັດຈຸບັນປະຊາກອນຫຼາຍລ້ານຄົນໃນທົ່ວທະວີບ ກຳລັງດຳລົງຊີວິດພາຍໃຕ້ຄວາມຮ້ອນທີ່ຮຸນແຮງ, ມີຜູ້ເສຍຊີວິດແລ້ວຫຼາຍຮ້ອນຄົນ, ໂຮງຮຽນນຖືກປິດ ແລະ ລະບົບຕາຂ່າຍໄຟຟ້າຢູ່ພາຍໃຕ້ການໃຊ້ງານທີ່ຫຼາຍເກີນໄປ.
ຂໍ້ມູນເບື້ອງຕົ້ນສະແດງໃຫ້ເຫັນວ່າ: ໃນວັນທີ 28 ມິຖຸນາ ຜ່ານມາ, ເຢຍລະມັນໄດ້ປະສົບກັບຄວາມຮ້ອນທີ່ສູງທີ່ສຸດແບບບໍ່ເຄີຍມີມາກ່ອນຕິດຕໍ່ກັນເປັນມື້ທີສາມ ຫຼັງຈາກອຸນຫະພູມສູງເຖິງ 41.7 ອົງສາ ໃນ ເມືອງ Coschen, ໃກ້ກັບຊາຍແດນໂປໂລຍ ທາງພາກຕາເວັນອອກຂອງລັດ Brandenburg.
ໃນຂະນະດຽວກັນ, ໂຄສົກຂອງສະຖາບັນອຸຕຸນິຍົມວິທະຍາ ແລະ ການຄຸ້ມຄອງນ້ຳ (IMGW) ຂອງໂປໂລຍ ໄດ້ເປີດເຜີຍກັບສຳນັກຂ່າວ AFP ວ່າ: ໂປໂລຍໄດ້ທຳລາຍສະຖິຕິອຸນຫະພູມສູງສຸດແບບບໍ່ເຄີຍມີມາກ່ອນເຊັ່ນດຽວກັນ, ໂດຍວັດແທກໄດ້ 40.5 ອົງສາ ໃນເມືອງ Slubice.
ທ່ານ ເກເບຣເຢຊຸສ ກ່າວວ່າ: ການປ່ຽນແປງຂອງດິນຟ້າອາກາດແມ່ນສາເຫດຂອງສະພາບອາກາດທີ່ຮຸນແຮງເຫຼົ່ານີ້, ໂດຍເຕືອນວ່າເອີຣົບກຳລັງຮ້ອນຂຶ້ນໃນອັດຕາ "ສອງເທົ່າຂອງຄ່າສະເລ່ຍທົ່ວໂລກ."
ວິກິດການນີ້ແມ່ນເກີດຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ພາວະໂລກຮ້ອນ, ປະກົດການຄື້ນຄວາມຮ້ອນປະເພດ “ຊາດໜຶ່ງຈະເຈີຄັ້ງໜຶ່ງ” ແຕ່ໃນປັດຈຸບັນນີ້ເກີດຂຶ້ນເກືອບທຸກໆປີ.
ທ່ານ ເກເບຣເຢຊຸສ ໄດ້ຮຽກຮ້ອງໃຫ້ບັນດາປະເທດເອີຣົບ "ຈັດຕັ້ງປະຕິບັດແຜນການປະຕິບັດງານດ້ານສຸຂະພາບເພື່ອຮັບມືກັບຄວາມຮ້ອນ" ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການປົກປ້ອງສຸຂະ ພາບຂອງປະຊາຊົນທ່າມກາງການປ່ຽນແປງຂອງດິນຟ້າອາກາດ.
ຄໍາເຫັນ