ຂ່າວລະບຸວ່າ: ນັກຄົ້ນຄວ້າໄດ້ສຶກສາລະດັບການບໍລິໂພກໂຊດຽມ ແລະ ການຫຼຸດລົງຂອງສະຕິປັນຍາໃນອາສາສະໝັກ 1,208 ຄົນ ເປັນເວລາ 72 ເດືອນ ແລະ ພົບວ່າຜູ້ຊາຍທີ່ບໍລິໂພກໂຊດຽມໃນປະລິມານສູງມີອາການສູນເສຍຄວາມຊົງຈຳໄວກວ່າປົກກະຕິ, ແຕ່ບໍ່ພົບການເຊື່ອມໂຍງດັ່ງກ່າວໃນແມ່ຍິງ
ຜົນການສຶກສາຊີ້ໃຫ້ເຫັນວ່າ: ໃນຂະນະທີ່ໂຊດຽມມີບົດບາດສຳຄັນໃນຂະບວນການທາງສະລີລະວິທະຍາ ແລະ ເຊື່ອມໂຍງກັບການຮັກສາຄວາມສົມດຸນຂອງຮ່າງກາຍ, ແຕ່ການບໍລິໂພກໂຊດຽມປະລິມານສູງແມ່ນກ່ຽວຂ້ອງກັບຄວາມສ່ຽງທີ່ເພີ່ມຂຶ້ນຂອງພະຍາດເສັ້ນເລືອດຫົວໃຈ ແລະ ຄວາມດັນເລືອດສູງເພີ່ມຂຶ້ນ.
ທ່ານນາງ ຊາແມນທາ ກາເດີນເນີ ຫົວໜ້າຄະນະນັກຄົ້ນຄວ້າຈາກມະຫາວິທະຍາໄລອີດິດ ໂຄແວນ ກ່າວວ່າ: ເຖິງແມ່ນວ່າຍັງບໍ່ເຂົ້າໃຈກົນໄກລະດັບໂມເລກຸນທີ່ຢູ່ເບື້ອງຫຼັງສິ່ງນີ້ໄດ້ຢ່າງຊັດເຈນ, ແຕ່ມີການສົມມຸດຕິຖານວ່າການໄດ້ຮັບໂຊດຽມສູງອາດຈະປະກອບສ່ວນເຮັດໃຫ້ເກີດການອັກເສບໃນສະໝອງ, ຄວາມເສຍຫາຍຕໍ່ເສັ້ນເລືອດແລະ ການຫຼຸດຜ່ອນການໄຫຼວຽນຂອງເລືອດໄປສູ່ສະໝອງ.
ຄໍາເຫັນ