ກິດ​ຈະ​ກຳ “ປີ​ແຫ່ງ​ການ​ສຶກ​ສາ​ຈີນ-ຣັດ​ເຊຍ” ສ້າງ​ພະ​ລັງ​ແຮງ​ໃໝ່​ໃຫ້​ແກ່​​ການ​ພັດ​ທະ​ນາ​ຢ່າງ​ມີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ສອງ​ປະ​ເທດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 20 ພຶດ​ສະ​ພາ​ນີ້, “ປີ​ແຫ່ງ​ການ​ສຶກ​ສາ​ຈີນ-ຣັດ​ເຊຍ” ​ຊຶ່ງ​ເປັນ​ກິດ​ຈະ​ກຳປີ​ຫົວ​ຂໍ້​ສ​ະ​ເພາະ​ລະ​ດັບ​ຊາດ​ລະ​ຫວ່າງ​ສອງ​ປະ​ເທດທີ່​​​ຖື​ເອົາ​ການ​ສຶກ​ສາ​ເປັນ​ຫົວ​ຂໍ້​ຫຼັກ​ຄັ້ງ​ທຳ​ອິດ ໄດ້ເປີດ​ສາກ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ແລະ ທ່ານ​ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ໄດ້​ຮ່ວມ​ກັນ​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ກິດ​ຈະ​ກຳ​ດັ່ງ​ກ່າວ. ​ກິດ​ຈະ​ກຳ “ປີ​ແຫ່ງ​ການ​ສຶກ​ສາ​ຈີນ-ຣັດ​ເຊຍ” ຈະ​ສ້າງ​ໂອ​ກາດ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ລະ​ຫວ່າງ​ສອງ​ປະ​ເທດ, ສ້າງ​ພະລັງ​ແຮງ​ໃໝ່​ໃຫ້​ແກ່​ການ​ລົງ​ເລິກ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ການ​ເຊື່ອມ​ສານ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ລະ​ຫວ່າງ​ສອງ​ຝ່າຍ ແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​ຢ່າງ​ມີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ສອງ​ປະ​ເທດ.

ໃນຊຸມປີມໍ່ໆມານີ້, ຈີນ ແລະ ຣັດເຊຍໄດ້ເພີ່ມທະວີການຮ່ວມມືດ້ານການສຶກສາໃຫ້ຂະຫາຍຕົວເຂົ້າສູ່ລວງເລິກ. ປັດຈຸບັນ, ຈຳນວນນັກສຶກສາຈີນທີ່ໄປຮຽນຢູ່ຣັດເຊຍ ແລະ ນັກສຶກສາຣັດເຊຍທີ່ມາຮຽນຢູ່ຈີນ ລວມກັນແລ້ວມີຫຼາຍກວ່າ 80,000 ຄົນ. ທ່ານ ອີກໍ ມໍກຸລັອບ ເອກອັກຄະລັດຖະທູດຣັດເຊຍປະຈຳຈີນຢືນຢັນວ່າ: “ເປົ້າໝາຍກ່ຽວກັບຈຳນວນນັກສຶກສາ ຈີນ ແລະ ຣັດເຊຍຈະໄປຮຽນຢູ່ປະເທດຂອງກັນແລະກັນໃຫ້ບັນລຸເຖິງ 100,000 ຄົນກ່ອນປີ 2030 ທີ່ກຳນົດໄວ້ໃນແຜນການຮ່ວມມືດ້ານວັດທະນະທຳຣັດເຊຍ-ຈີນກ່ອນປີ 2030ຊຶ່ງອາດຈະບັນລຸກ່ອນເວລາກຳນົດ”.

“ບົດລາຍງານການວິເຄາະການສຳຫຼວດກ່ຽວກັບມິດຕະພາບ ແລະ ການແລກປ່ຽນວັດທະນະທຳລະຫວ່າງຊາວໜຸ່ມຈີນ-ຣັດເຊຍ” ສະແດງໃຫ້ເຫັນວ່າ: ມີຊາວໜຸ່ມຈີນ ແລະ ຣັດເຊຍຫຼາຍກວ່າ 80% ເຫັນວ່າ ສາຍພົວພັນຂອງສອງປະເທດເປັນມິດທີ່ດີ. ຊາວໜຸ່ມສອງປະເທດມີການຕີລາຄາໂດຍລວມທີ່ໃກ້ຄຽງກັນຕໍ່ອະນາຄົດຂອງສອງຝ່າຍ ແລະ ການຮ່ວມມືສອງຝ່າຍ, ມີຄວາມສົນໃຈສູງຕໍ່ວັດທະນະທຳຂອງກັນແລະກັນ ແລະ ມີຄວາມກະຕືລືລົ້ນສູງໃນການເດີນທາງໄປຢ້ຽມຢາມປະເທດຂອງກັນແລະກັນ. ມິດຕະພາບຈີນ-ຣັດເຊຍມີພື້ນຖານຄວາມຄິດເຫັນຂອງຊາວໜຸ່ມທີ່ໝັ້ນຄົງ ແລະ ຕັ້ງໜ້າ.

ດ້ວຍການແລກປ່ຽນບຸກຄະລາກອນ ແລະ ການຮຽນຮູ້ຊຶ່ງກັນແລະກັນທາງດ້ານແນວຄວາມຄິດ, ການສົນທະນາໃນຂົງເຂດການສຶກສາກຳລັງເຊື່ອມໂຍງເຂົ້າກັບຂົງເຂດເສດຖະກິດ-ສັງຄົມທີ່ກວ້າງຂວາງກວ່າເກົ່າ, ຈະສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ການພັດທະນາຮ່ວມກັນໃນທຸກດ້ານ ເຊັ່ນ: ການໄປມາຫາສູ່ກັນດ້ານເສດຖະກິດການຄ້າ, ການຄົ້ນຄວ້າວິທະຍາສາດເຕັກໂນໂລຊີ ແລະ ການແລກປ່ຽນວັດທະນະທຳ ເປັນຕົ້ນ. ນີ້ຄືວິໄສທັດທີ່ເລິກເຊິ່ງຂອງ “ປີແຫ່ງການສຶກສາຈີນ-ຣັດເຊຍ” ຄື: ໂດຍຜ່ານການຮ່ວມມືດ້ານການສຶກສາ, ສ້າງອະນາຄົດທີ່ດີງາມຫຼາຍກວ່າເກົ່າ.

ຄໍາເຫັນ

ຂ່າວຕ່າງປະເທດ

ສາຍການບິນ ອາເມຣິກາ ຈ່າຍຄ່ານໍ້າມັນເຊື້ອໄຟ ເພີ່ມ 78%

ສາຍການບິນ ອາເມຣິກາ ຈ່າຍຄ່ານໍ້າມັນເຊື້ອໄຟ ເພີ່ມ 78%

ຂ່າວຕ່າງປະເທດລາຍງານໃນວັນທີ 9 ມິຖຸນາ ຜ່ານມາວ່າ: ບົດລາຍງານຫຼ້າສຸດຈາກສຳນັກງານສະຖິຕິການຂົນສົ່ງຂອງສະຫະລັດ ອາເມຣິກາ ເປີດເຜີຍວ່າ, ສາຍການບິນຂອງສະຫະລັດ ອາເມຣິກາ ຈ່າຍຄ່ານໍ້າມັນເຊື້ອໄຟເກືອບ 6.5 ຕື້ໂດລາ ໃນເດືອນເມສາ ຜ່ານມາ, ເພີ່ມຂຶ້ນຫຼາຍກວ່າ 26% ຕໍ່ເດືອນ ແລະ 78% ຕໍ່ປີ. ໃນຂະນະທີ່ຂໍ້ຂັດແຍ່ງໃນຕາເວັນອອກກາງຍືດເຍື້ອມາເປັນເວລາຫຼາຍກວ່າ 100 ມື້ແລ້ວ, ໂດຍລາຄານໍ້າມັນເຊື້ອໄຟຂອງເຮືອບິນໃນເດືອນເມສາຜ່ານມາຢູ່ທີ່ 4.11 ໂດລາຕໍ່ກາລອນ, ເພີ່ມຂຶ້ນ 94 ເຊັນ ຈາກເດືອນມີນາ ແລະ ສູງກວ່າ 1.81 ໂດລາຈາກປີ 2025.
ຄົ້ນພົບຄື້ນສຶນາມິຂະໜາດໃຫຍ່ພັດເຂົ້າເກາະຊາວາ ແລະ ເກາະບາຫຼີ ເມື່ອ 400 ປີກ່ອນ

ຄົ້ນພົບຄື້ນສຶນາມິຂະໜາດໃຫຍ່ພັດເຂົ້າເກາະຊາວາ ແລະ ເກາະບາຫຼີ ເມື່ອ 400 ປີກ່ອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ມິຖຸນາ ຜ່ານມາວ່າ: ຫ້ອງການຄົ້ນຄວ້າ ແລະ ນະວັດຕະກຳແຫ່ງຊາດອິນໂດເນເຊຍ ໄດ້ເປີດເຜີຍຜົນການຄົ້ນຄວ້າກ່ຽວກັບດິນຊາຍທີ່ເກີດຈາກຄື້ນສຶນາມິ, ຟອດຊິວຂອງຈຸລິນຊີໃນທະເລ, ໂຄງສ້າງທາງບູຮານຄະດີ ແລະ ຫຼັກຖານສິ່ງແວດລ້ອມບູຮານຕາມຊາຍຝັ່ງທະເລພາກໃຕ້ຂອງເກາະຊາວາ ແລະ ບາຫຼີ ໄດ້ພົບເຫັນຕົວຊີ້ບອກທີ່ຊັດເຈນກ່ຽວກັບຄື້ນສຶນາມິຂະໜາດໃຫຍ່ທີ່ເກີດຂຶ້ນປະມານ 400 ປີກ່ອນ.
ກຳປູເຈຍ ສົ່ງເສີມປະຊາຊົນໃຊ້ລົດໄຟຟ້າ

ກຳປູເຈຍ ສົ່ງເສີມປະຊາຊົນໃຊ້ລົດໄຟຟ້າ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ທ່ານ ອຽງ ສຸພະເລັດ ລັດຖະມົນຕີກະຊວງສິ່ງແວດລ້ອມຂອງກຳປູເຈຍ ໄດ້ເຂົ້າຮ່ວມພິທີເຊັນບົດບັນທຶກຄວາມເຂົ້າໃຈ (MoU) ລະຫວ່າງກະຊວງສິ່ງແວດລ້ອມ ແລະ ບໍລິສັດ One Road ເພື່ອສົ່ງເສີມການນຳໃຊ້ລົດໄຟຟ້າ (EV) ໃນກຳປູເຈຍ, ທ່ານໄດ້ຮຽກຮ້ອງໃຫ້ປະຊາຊົນປ່ຽນໄປໃຊ້ລົດໄຟຟ້າເພື່ອຫຼຸດຜ່ອນການປ່ອຍອາຍພິດ, ປັບປຸງຄຸນນະພາບອາກາດ ແລະ ຫຼຸດຜ່ອນການເພິ່ງພາອາໄສເຊື້ອໄຟຟອດຊິວ. ທ່ານເນັ້ນໜັກວ່າ, ລົດໄຟຟ້າບໍ່ພຽງແຕ່ເປັນນະວັດຕະກຳທາງເທັກໂນໂລຊີເທົ່ານັ້ນ ແຕ່ຍັງເປັນການແກ້ໄຂບັນຫາສິ່ງແວດລ້ອມອີກດ້ວຍ.
ເວ​ທີ​ປາ​ໄສ AFF 2026 ມີຫຼາຍ​ຂໍ້​ລິ​ເລີ່ມ​ໃຫ້​ແກ່​ອະ​ນາ​ຄົດ​ຂອງ​ພາກ​ພື້ນ

ເວ​ທີ​ປາ​ໄສ AFF 2026 ມີຫຼາຍ​ຂໍ້​ລິ​ເລີ່ມ​ໃຫ້​ແກ່​ອະ​ນາ​ຄົດ​ຂອງ​ພາກ​ພື້ນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ເວ​ລາ 2 ວັນ (ວັນ​ທີ 9 – 10 ມິ​ຖຸ​ນາ ນີ້), ດ້ວຍຫຼາຍ​ວາ​ລະ​ປຶກ​ສາ​ຫາ​ລື​ລົງ​ເລິກ ແລະ ບັນ​ດາ​ຂໍ້​ລິ​ເລີ່ມ​ໃໝ່, ໃນ​ວັນ​ທີ 10 ມິ​ຖຸ​ນາ ຜ່ານມາ, ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ 2026 (AFF 2026) ໄດ້​ປິດ​ລົງ​ຢູ່ນະຄອນຫຼວງຮ່າ​ໂນ້ຍ.
ໂປໂລຍ ກຽມຫ້າມເດັກນ້ອຍຊັ້ນປະຖົມໃຊ້ໂທລະສັບມືຖືໃນໂຮງຮຽນ

ໂປໂລຍ ກຽມຫ້າມເດັກນ້ອຍຊັ້ນປະຖົມໃຊ້ໂທລະສັບມືຖືໃນໂຮງຮຽນ

ຂ່າວຕ່າງປະເທດລາຍງານ ຫວ່າງບໍ່ດົນມານີ້ວ່າ: ລັດຖະບານໂປໂດຍ ໄດ້ປະກາດວ່າຈະຈຳກັດການໃຊ້ໂທລະສັບມືຖືໃນໂຮງຮຽນປະຖົມທົ່ວປະເທດເລີ່ມແຕ່ວັນທີ 1 ກັນຍາ 2026 ເປັນຕົ້ນໄປ ເພື່ອປົກປ້ອງເຍົາວະຊົນຈາກການເສບຕິດດີຈີຕອນ ແລະ ເນື້ອຫາທີ່ເປັນອັນຕະລາຍ.
ຈີນ ສຳ​ເລັດ​ການ​ເກັບ​ກ່ຽວ​ເຂົ້າ​​ຫວີດ ​ເກືອບ 60%

ຈີນ ສຳ​ເລັດ​ການ​ເກັບ​ກ່ຽວ​ເຂົ້າ​​ຫວີດ ​ເກືອບ 60%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານຫວ່າງມໍ່ໆມານີ້ວ່າ: ກະ​ຊວງ​ກະ​ສິ​ກຳ ​ແລະ ​ຊົນ​ນະ​ບົດ​ຈີນ ໄດ້​ເປີດ​ເຜີຍ​ໂຕ​ເລກຂໍ້​ມູນ​ການ​ເກັບ​ກ່ຽວ​ເຂົ້າ​ຫວີດດ້ວຍ​ເຄື່ອງ​ຈັກ ວ່າ: ປັດ​ຈຸ​ບັນ, ທົ່ວ​ປະ​ເທດ​ຈີນ​ໄດ້​ເກັບ​ກ່ຽວ​ເຂົ້າ​​ຫວີດ ສໍາເລັດ 13.3 ລ້ານ​ເຮັກ​ຕາ, ເທົ່າກັບ​​ເກືອບ 60% ຂອງ​ເຂົ້າຫວີດ​ທົ່ວ​ປະ​ເທດ. ຂະ​ນະ​ດຽວ​ກັນ, ຢູ່​ບ່ອນ​ທີ່​ໄດ້​ສຳ​ເລັດ​ການ​ເກັບ​ກ່ຽວ​ເຂົ້າ​ຫວີດ​ນັ້ນ ກຳ​ລັງສືບ​ຕໍ່ຫວ່ານ​ກ້າ​ໃນ​ລະ​ດູ​ຮ້ອນ.
ຟີລິບປິນ ມີຜູ້ບາດເຈັບ ແລະ ເສຍຊີວິດ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຫຼັງຈາກເກີດແຜ່ນດິນໄຫວ

ຟີລິບປິນ ມີຜູ້ບາດເຈັບ ແລະ ເສຍຊີວິດ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຫຼັງຈາກເກີດແຜ່ນດິນໄຫວ

ຂ່າວຕ່າງປະເທດລາຍງານ ໃນວັນທີ 9 ມິຖຸນາ ຜ່ານມາວ່າ: ສຳນັກງານປ້ອງກັນພົນລະເຮືອນຟີລິບປິນລາຍງານວ່າ, ມີຜູ້ເສຍຊີວິດຢ່າງໜ້ອຍ 37 ຄົນ ແລະ ບາດເຈັບປະມານ 500 ຄົນ ຫຼັງຈາກເກີດແຜ່ນດິນໄຫວຂະໜາດ 7.8 ຣິກເຕີ ໃນພາກໃຕ້ຂອງຟີລິບປິນໃນຕອນເຊົ້າວັນທີ 8 ມິຖຸນາ ຜ່ານມາ ຊຶ່ງສາເຫດການເສຍຊີວິດແມ່ນມາຈາກດິນເຈື່ອນຫຼັງແຜ່ນດິນໄຫວ, ການຈົມນ້ຳ ແລະ ການຖືກຝັງຢູ່ໃຕ້ຊາກຫັກພັງ. ໂດຍແຂວງຊາຣາງການີ ມີຜູ້ເສຍຊີວິດຈາກດິນເຈື່ອນຖົມເຮືອນ 14 ຄົນ.
ການ​ຢ້ຽມຢາມ ສ​ປ​ປ ເກົາ​ຫຼີ​ ຂອງ​ ທ່ານ ສີ​ຈິ້ນ​ຜິງ ໄດ້ເພີ່ມ​ເນື້ອ​ໃນ​ໃໝ່​ແຫ່ງ​ຍຸກ​ສະ​ໄໝ ແລະ ​ຂັບ​ເຄື່ອນ​ອັນ​ເຂັ້ມ​ແຂງ​ເຂົ້າ​ໃນມິດ​ຕະ​ພາບ ​ຈີນ-ສປ​ປ ເກົາ​ຫຼີ​ ທີ່​ມີ​ມູນ​ເຊື້ອ

ການ​ຢ້ຽມຢາມ ສ​ປ​ປ ເກົາ​ຫຼີ​ ຂອງ​ ທ່ານ ສີ​ຈິ້ນ​ຜິງ ໄດ້ເພີ່ມ​ເນື້ອ​ໃນ​ໃໝ່​ແຫ່ງ​ຍຸກ​ສະ​ໄໝ ແລະ ​ຂັບ​ເຄື່ອນ​ອັນ​ເຂັ້ມ​ແຂງ​ເຂົ້າ​ໃນມິດ​ຕະ​ພາບ ​ຈີນ-ສປ​ປ ເກົາ​ຫຼີ​ ທີ່​ມີ​ມູນ​ເຊື້ອ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນລະ​ຫວ່າ​ງວັນ​ທີ 8 ຫາ 9 ມິ​ຖຸ​ນາ 2026, ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ ກິມ​ເຈິງ​ອຸນ ເລ​ຂາ​ທິ​ການ​ໃຫຍ່​ພັກແຮງ​ງານເກົາ​ຫຼີ ປະ​ທານ​ກິດ​ຈະ​ການແຫ່ງ​ລັດ​ແຫ່ງ ສ​ປ​ປ ເກົາ​ຫຼີ. ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ ສ​ປ ຈີນ ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ ສ​ປ​ປ ເກົ​າ​ຫຼີ ​ທາງ​ລັດ​ຖະ​ກິດ.
ສິງກະໂປ ຈະປາບປາມການພະນັນຜິດກົດໝາຍໃນໄລຍະການແຂ່ງຂັນເຕະບານໂລກ 2026

ສິງກະໂປ ຈະປາບປາມການພະນັນຜິດກົດໝາຍໃນໄລຍະການແຂ່ງຂັນເຕະບານໂລກ 2026

ຂ່າວຕ່າງປະເທດລາຍງານໃນວັນທີ 9 ມິຖຸນາ ຜ່ານມາວ່າ: ກະຊວງປ້ອງກັນຄວາມສະຫງົບ ສິງກະໂປ ໄດ້ເປີດເຜີຍວ່າ: ສິງກະໂປຈະປາບປາມການພະນັນທີ່ຜິດກົດໝາຍຢ່າງເຂັ້ມງວດ ໃນລະຫວ່າງວັນທີ 11 ມິຖຸນາ ຫາ 19 ກໍລະກົດ ຊຶ່ງແມ່ນໄລຍະການແຂ່ງຂັນເຕະບານໂລກ (FIFA World Cup 2026), ໂດຍແນໃສ່ຍົກສູງຄວາມຮັບຮູ້ກ່ຽວກັບບັນຫາທີ່ກ່ຽວຂ້ອງກັບການພະນັນ.

ເພີ່ມເຕີມ