ກິດຈະກໍາຂີ່ລົດຖີບຂໍານັບຮັບຕ້ອນສະຫຼອງອຸທິຍານແຫ່ງຊາດຫີນໜາມໜໍ່ເປັນມໍລະດົກໂລກທາງທໍາມະຊາດ

ກິດຈະກໍາຂີ່ລົດຖີບຂໍານັບຮັບຕ້ອນສະຫຼອງອຸທິຍານແຫ່ງຊາດຫີນໜາມໜໍ່ເປັນມໍລະດົກໂລກທາງທໍາມະຊາດ

ກິດຈະກໍາຂີ່ລົດຖີບຂໍານັບຮັບຕ້ອນສະຫຼອງອຸທິຍານແຫ່ງຊາດຫີນໜາມໜໍ່ເປັນມໍລະດົກໂລກທາງທໍາມະຊາດ
ແຂວງຄໍາມ່ວນ ໄດ້ກິດຈະກໍາຂິ່ລົດຖີບເພື່ອຂໍານັບຮັບຕ້ອນພິທີສະເຫຼີມສະຫຼອງອຸທິຍານແຫ່ງຊາດຫີນໜາມໜໍ່ເປັນມໍລະດົກໂລກທາງທໍາມະຊາດແຫ່ງທໍາອິດຂອງ ສປປ ລາວ, ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອຊາດ (21 ມີນາ 1946-21 ມີນາ 2026) ຄົບຮອບ 80 ປີ ທັງເປັນການອອກກໍາລັງກາຍເພື່ອສຸຂະພາບ ແລະ ຄວາມສາມັກຄີຂຶ້ນໃນຕອນເຊົ້າຂອງວັນທີ 14 ມີນານີ້ ທີ່ອານຸສອນສະຖານປະທານສຸພານຸວົງ, ໂດຍການເຂົ້າຮ່ວມຂອງທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງຄໍາມ່ວນພ້ອມດ້ວຍຄະນະການນໍາຂັ້ນແຂວງ,ມີສະມາຄົມຂີ່ລົດຖີບ,ບັນດາສະໂມສອນຂີ່ລົດຖີບພາຍໃນແຂວງ,ແຂວງໃກ້ຄຽງ ແລະ ປະຊາຊົນຜູ້ໝັກຮັກໃນກິລາຂີ່ລົດຖີບເຂົ້າຮ່ວມ.
ກດຈະກາຂລດຖບຂານບຮບຕອນສະຫອງອທຍານແຫງຊາດຫນໜາມໜເປນມລະດກໂລກທາງທາມະຊາດ - image 1
 

ໃນພິທີ, ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງໄດ້ກ່າວວ່າ: ກິດຈະກໍາຂີ່ລົດຖີບຄັ້ງນີ້,ໄດ້ເຄື່ອນຂະບວນຂຶ້ນໄປຕາມເສັ້ນທາງຫຼວງແຫ່ງຊາດເລກທີ 13 ນັບແຕ່ຈຸດເລີ້ມຕົ້ນຄື: ອານຸສອນສະຖານປະທານສຸພານຸວົງໄປຫາຈຸດປາຍທາງຄືໂຮງຮຽນສາມັນ ກິນນອນຊົນເຜົ່າ ລວມໄລຍະທາງໄປກັບປະມານ 20 ກວ່າກິໂລແມັດ. ພ້ອມນັ້ນຍັງໄດ້ມີກິດຈະກໍາແຂ່ງຂັນຂີ່ລົດຖີບເພື່ອຊີງລາງວັນຂອງທ່ານ ເລຂາພັກແຂວງ, ຊຶ່ງມີນັກຂີ່ລົດຖີບເຂົ້າຮ່ວມແຂ່ງຂັນ 2 ປະເພດຄື: ປະເພດເສືອພູເຂົາລຸ້ນອາວຸໂສນັບແຕ່ອາຍຸ 60 ປີຂຶ້ນໄປ ແລະ ປະເພດເສືອໝອບ ລຸ້ນຊາວໜຸ່ມ ອາຍຸ 20 ປີຂຶ້ນໄປ , ລວມຜູ້ເຂົ້າຮ່ວມແຂ່ງຂັນທັງໝົດ35 ຄົນ, ມີໄລຍະທາງແຂ່ງຂັນ8 ກິໂລແມັດ,ຈຸດສິ້ນສຸດການແຂ່ງຂັນ ໂຮງຮຽນສາມັນ ກິນນອນຊົນເຜົ່າ. ສ່ວນປະເພດເສືອໝອບ (ລຸ້ນຊາວໜຸ່ມ) ມີຜູ້ເຂົ້າຮ່ວມແຂ່ງຂັນ 24 ຄົນ, ມີໄລຍະທາງແຂ່ງຂັນ20 ກິໂລແມັດ, ຈຸດສິ້ນສຸດການແຂ່ງຂັນ ກອງພັນ 299.

ຜົນການແຂ່ງຂັນມີດັ່ງນີ້, ສໍາລັບປະເພດເສືອພູເຂົາລຸ້ນອາວຸໂສທີ 1 ໄດ້ແກ່ທ່ານ ອຸປະກອນ ສີບຸນເຮືອງ ໄດ້ຮັບເງິນສົດ 3 ລ້ານກີບພ້ອມຂັນລາງວັນ 1 ໜ່ວຍ ເປັນກຽດມອບໂດຍທ່ານ ໄຊຊະນະ ໂຄດພູທອນ; ອັນດັບທີ 2 ໄດ້ແກ່ທ່ານ ກົງສີ ຖາຊານົນ ໄດ້ຮັບເງິນສົດ 2.5 ລ້ານກີບ ເປັນກຽດມອບໂດຍທ່ານ ໝັ້ນຍືນ ຄິນສະໝອນ; ອັນດັບທີ 3 ໄດ້ແກ່ທ່ານ ຄໍາພອງ ວົງພະຈັນ ໄດ້ຮັບເງິນສົດ 2 ລ້ານກີບ ເປັນກຽດມອບໂດຍທ່ານ ແກ້ວອຸດອນ ບຸດສິງຂອນ ຄະນະປະຈໍາພັກແຂວງ.

ກດຈະກາຂລດຖບຂານບຮບຕອນສະຫອງອທຍານແຫງຊາດຫນໜາມໜເປນມລະດກໂລກທາງທາມະຊາດ - image 2
 

ສໍາລັປະເພດເສືອໝອບ ລຸ້ນຊາວ ໜຸ່ມທີ 1 ໄດ້ແກ່ທ່ານ ພູຄູນ ຈັນສີດາ ໄດ້ຮັບເງິນສົດ 3 ລ້ານກີບພ້ອມຂັນລາງວັນ 1 ໜ່ວຍ ເປັນກຽດມອບໂດຍທ່ານ ໄຊຊະນະ ໂຄດພູທອນ; ອັນດັບທີ 2 ໄດ້ແກ່ທ່ານ ນິວັດ ເພົ່າພົງສະຫວັດ ໄດ້ຮັບເງິນສົດ 2.5 ລ້ານກີບ ເປັນກຽດມອບໂດຍທ່ານ ໝັ້ນຍືນ ຄິນສະໝອນ; ອັນດັບທີ 3 ໄດ້ແກ່ທ່ານ ສົມບູນ ຈັນສີດາ ໄດ້ຮັບເງິນສົດ 2 ລ້ານກີບ ເປັນກຽດມອບໂດຍທ່ານ ແກ້ວອຸດອນ ບຸດສິງຂອນ.

ໃນໂອກາດນີ້, ຍັງໄດ້ມອບລົດຖີບໃຫ້ແກ່ນັກກິລາແຂ່ງລົດຖີບແຂວງຄໍາມ່ວນເພື່ອໄປແຂ່ງຂັນກິລາແຫ່ງຊາດຢູ່ປະເທດໄທໃນວັນທີ 27 ມີນາ 2026,ເປັນກຽດມອບລົດຖີບໂດຍທ່ານ ວັດທະນາ ມາດມະນີສອນ ຕາງໜ້າກຸ່ມບໍລິສັດ ດີເອັມ ຈໍາກັດ ແລະ ຮັບໂດຍທ່ານ ນາງ ຈັນທະພອນ ໄຊຍະຈັກ ຕາງໜ້ານັກກິລາແຂວງຄໍາມ່ວນ ເຊິ່ງລົດຖີບຄັນດັ່ງກ່າວມີມູນຄ່າ 21 ລ້ານກີບ.

(ຂ່າວ: ແຂວງຄໍາມ່ວນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພະນັກງານບໍານານ ມອບອາວຸດເສິກຄືນໃຫ້ກອງບັນຊາການ ປກສ ເມືອງໝື່ນ

ພະນັກງານບໍານານ ມອບອາວຸດເສິກຄືນໃຫ້ກອງບັນຊາການ ປກສ ເມືອງໝື່ນ

ໂດຍປະຕິບັດຕາມຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 11/ນຍ, ລົງວັນທີ 7 ສິງຫາ 2026 ວ່າດ້ວຍ ການເກັບກູ້ອາວຸດເສິກ ແລະ ວັດຖຸລະເບີດ, ອີງຕາມແຈ້ງການຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 311/ປກສ ວ່າດ້ວຍການຄຸ້ມຄອງອາວຸດປືນ ແລະ ວັດຖຸລະເບີດ, ອີງຕາມຄໍາສັ່ງຂອງປະທານຄະນະກໍາມະການ ປກຊ-ປກສ ແຂວງວຽງຈັນ ສະບັບເລກທີ 13/ປກຊ-ປກສ, ລົງວັນທີ 25 ມີນາ 2022 ວ່າດ້ວຍການຮີບໂຮມ, ຂຶ້ນບັນຊີ, ຄຸ້ມຄອງອາວຸດເສິກ.
ສູນ 523 ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ ປະຈຳປີ 2026

ສູນ 523 ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ ປະຈຳປີ 2026

ວັນທີ 6 ພະຈິກຜ່ານມາ, ສູນ 523 ໄດ້ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ ປະຈໍາປີ 2026, ໂດຍການເປັນປະທານຂອງສະຫາຍ ພັນເອກ ບຸນສົດ ອິນສີນາ ຮອງຫົວໜ້າກົມຊ່າງແສງ ກົມໃຫ່ຍເສນາທິການກອງທັບ, ມີຄະນະກົມຊ່າງແສງ, ຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ, ຄະ ນະພັກ-ຄະນະບັນຊາສູນ 523, ພະແນກການ, ກົມກອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ຍົກລະດັບພະແນກທະຫານຊາຍແດນຂຶ້ນເປັນຫ້ອງທະຫານຊາຍແດນກອງບັນຊາການທະຫານແຂວງວຽງຈັນ

ຍົກລະດັບພະແນກທະຫານຊາຍແດນຂຶ້ນເປັນຫ້ອງທະຫານຊາຍແດນກອງບັນຊາການທະຫານແຂວງວຽງຈັນ

ພິທີປະກາດຍົກລະດັບພະແນກທະຫານຊາຍແດນຂຶ້ນເປັນຫ້ອງທະຫານຊາຍແດນກອງບັນຊາການທະຫານແຂວງວຽງຈັນໄດ້ຈັດຂຶ້ນໃນວັນທີ 10 ພະຈິກຜ່ານມາ,ໂດຍການເປັນປະທານຂອງສະຫາຍພົນໂທວົງສອນອິນປານພິມຄະນະເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍພູທະນູເພັດໄຊສົມບັດກໍາມະການສູນກາງພັກ, ເລຂາຄະນະບໍລິຫານການພັກແຂວງ, ປະທານສະພາປະຊາຊົນແຂວງວຽງຈັນ, ສະຫາຍພົນຈັດຕະວາອຸ່ນຄຳສີແຫວນວົງສັກຜູ້ບັນຊາການທະຫານຊາຍແດນ, ມີກົມກອງທີ່ກ່ຽວຂ້ອງຈາກກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງວຽງຈັນ, ກົມກອງອ້ອມຂ້າງແລະແຂກຖືກເຊີນເຂົ້າຮ່ວມ.
ເຜີຍແຜ່ນິຕິກໍາວຽກງານສື່ມວນຊົນ​ຢູ່ເມືອງໄຊເສດຖາ

ເຜີຍແຜ່ນິຕິກໍາວຽກງານສື່ມວນຊົນ​ຢູ່ເມືອງໄຊເສດຖາ

ວັນທີ 10 ພະຈິກຜ່ານມາ, ທີ່ສໍານັກງານເມືອງໄຊເສດຖາຄະນະໂຄສະນາອົບຮົມແຂວງ​ອັດຕະປື​ໄດ້ເຜີຍແຜ່ນິຕິກໍາວຽກງານສື່ມວນຊົນ, ໃຫ້ກຽດເຜີຍແຜ່ຂອງ​ທ່ານກົງຈັກສີສະຫວາດກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ,​ ມີ​ຄະນະພັກ, ຄະນະນໍາ,​ສື່ມວນຊົນອ້ອມຂ້າງເມືອງເຂົ້າຮ່ວມ.​
ກອງບັນຊາການທະຫານແຂວງອັດຕະປືເປີດອົບຮົມວຽກງານຮັບປະກັນພະລາທິການ

ກອງບັນຊາການທະຫານແຂວງອັດຕະປືເປີດອົບຮົມວຽກງານຮັບປະກັນພະລາທິການ

ວັນທີ 10 ພະຈິກຜ່ານມາ, ທີ່ກອງພັນທະຫານຮາບ 19 ໄດ້ຈັດພິທີເປີດຊຸດອົບຮົມ- ຫັດແອບວຽກງານຮັບປະກັນພະລາທິການປະຈຳປີ 2026 ທົ່ວກອງບັນຊາການທະຫານແຂວງອັດຕະປື, ໂດຍການເປັນປະທານຂອງສະຫາຍພົວສີສົມໃຈມະໂນລາຄະນະປະຈຳພັກແຂວງ, ເລຂາພັກຫົວໜ້າການເມືອງກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ 6 ຫ້ອງ, ພະນັກງານ, ຄູ-ອາຈານແລະສຳມະນາກອນເຂົ້າຮ່ວມ.
ຫ້ອງການ ຄອສພຮ່ວມກັບຄອຂ ຈໍາປາສັກຈັດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ

ຫ້ອງການ ຄອສພຮ່ວມກັບຄອຂ ຈໍາປາສັກຈັດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ

ເພື່ອເຮັດໃຫ້ວຽກງານຄົ້ນຄ້ວາສັງລວມ-ຫາງສຽງສັງຄົມ ມີຄວາມເຂັ້ມແຂງ, ທັນສະໄໝ ແລະ ສາມາດຕອບສະໜອງໄດ້ກັບການເຄື່ອນໄຫວວຽກງານການເມືອງ-ແນວຄິດໃນເງື່ອນໄຂປັດຈຸບັນ.ເມື່ອບໍ່ດົນມານີ້, ຫ້ອງການຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ຮ່ວມກັບຄະນະໂຄສະນາອົບຮົມແຂວງ(ຄອຂ)ຈໍາປາສັກໄດ້ຈັດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມໃຫ້ຄະນະຮັບຜິດຊອບ ແລະ ເພື່ອນຮ່ວມງານ ຢູ່ແຂວງຈໍາປາສັກ; ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 2-3 ພະຈິກ 2026ທີ່ສະໂມສອນແຂວງຈໍາປາສັກ(ຫຼັກ 4),
ຫສປທ ເຊື່ອມຊຶມເອກະສານສໍາຄັນ ຂອງພັກ

ຫສປທ ເຊື່ອມຊຶມເອກະສານສໍາຄັນ ຂອງພັກ

ຫ້ອງວ່າດານສໍານັກງານປະທານປະເທດ (ຫສປທ) ໄດ້ຈັດພິທີເຜີຍແຜ່ເອກະສານສໍາຄັນຂອງພັກ ໃນວັນທີ 10 ພະຈິກນີ້ ທີ່ຫ້ອງງານລ້ຽງທໍານຽບປະທານປະເທດ, ໃຫ້ກຽດບັນລະຍາຍໂດຍ ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ, ເຂົ້າຮ່ວມຮັບຟັງ ມີທ່ານນາງ ຟອງສະໝຸດ ອັ່ນລາວັນ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ບັນດາຄະນະນໍາຫສປທ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍພະນັກງານ.
ສ້າງຄວາມເຂັ້ມແຂງໃຫ້ຜູ້ຊ່ວຍຜູ້ພິພາກສາ ຊຸດທີ XVIII

ສ້າງຄວາມເຂັ້ມແຂງໃຫ້ຜູ້ຊ່ວຍຜູ້ພິພາກສາ ຊຸດທີ XVIII

ວັນທີ 10 ພະຈິກນີ້ທີ່ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ສານປະຊາຊົນສູງສຸດ ໄດ້ເປີດພິທີຝຶກອົບຮົມຜູ້ຊ່ວຍຜູ້ພິພາກສາ ຊຸດທີ XVIII ໃຫ້ພະນັກງານສານປະຊາຊົນ ແລະ ສານທະຫານ, ໂດຍການເປັນປະທານຂອງທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ, ມີຮອງປະທານສານທະຫານ, ກົມຈັດຕັ້ງ, ແຂກຖືກເຊີນ, ວິທະຍາກອນພ້ອມດ້ວຍສໍາມະນາກອນ ເຂົ້າຮ່ວມ.
ປະກາດການແຕ່ງຕັ້ງຫົວໜ້າການເມືອງ ໂຮງໝໍສູນກາງ 103 ກອງທັບ

ປະກາດການແຕ່ງຕັ້ງຫົວໜ້າການເມືອງ ໂຮງໝໍສູນກາງ 103 ກອງທັບ

ວັນທີ 10 ພະຈິກນີ້ທີ່ໂຮງໝໍສູນກາງ 103 ກອງທັບ, ໄດ້ຈັດພິທີປະກາດການແຕ່ງຕັ້ງຫົວໜ້າການເມືອງ ແລະ ບົ່ງຕົວແຕ່ງຕັ້ງເລຂາຄະນະພັກ ໂຮງໝໍສູນກາງ 103 ກອງທັບ, ໂດຍການເປັນທະທານ ຂອງສະຫາຍ ພົນຕີ ກົງທອງ ສຸຂະວົງ ກໍາມະການຄະນະປະຈຳພັກກະຊວງຮອງລັດຖະມົນຕີກະຊວງປ້ອງກັນປະເທດ (ປກຊ), ມີຕາງໜ້າກົມພະນັກງານ, ກົມຈັດຕັ້ງພັກ, ແຂກຖືກເຊີນ, ຄະນະພັກ-ຄະນະອໍານວຍການ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ພະແນກ ວທ ສາລະວັນ ສະຫຼຸບຜົນງານ 9 ເດືອນ ຕິດພັບກັບການມອບຫຼຽນກາລະນຶກ 50 ປີ

ພະແນກ ວທ ສາລະວັນ ສະຫຼຸບຜົນງານ 9 ເດືອນ ຕິດພັບກັບການມອບຫຼຽນກາລະນຶກ 50 ປີ

ກອງປະຊຸມຄົບຄະນະພັກຮາກຖານ ຄັ້ງທີ 2 ສະໄໝທີ I ຂອງພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ແຂວງສາລະວັນ ຕິດພັບກັບການມອບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ຈັດຂຶ້ນໃນວັນທີ 6 ພະຈິກຜ່ານມາ,ທີ່ ພະແນກ ວທ ແຂວງ, ໂດຍການເປັນປະທານຂອງສະຫາຍ ຄໍາໄພ ໄຊຍະເດດ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກ ວທ ແຂວງ,ມີຄະນະພັກຮາກຖານ, ເລຂາໜ່ວຍພັກ,ສະມາຊິກພັກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ