ກິດຈະກຳຍ່າງເພື່ອສຸຂະພາບກ່ຽວກັບວຽກງານການຕ້ານຕໍ່ຢາຕ້ານເຊື້ອຈຸລະຊີບ

ກິດຈະກຳຍ່າງເພື່ອສຸຂະພາບວຽກງານການຕ້ານຕໍ່ຢາຕ້ານເຊື້ອຈຸລະຊີບ

ກິດຈະກຳຍ່າງເພື່ອສຸຂະພາບວຽກງານການຕ້ານຕໍ່ຢາຕ້ານເຊື້ອຈຸລະຊີບ
ກິດຈະກຳຍ່າງເພື່ອສຸຂະພາບກ່ຽວກັບວຽກງານການຕ້ານຕໍ່ຢາຕ້ານເຊື້ອຈຸລະຊີບ ເນັ້ນໃຫ້ເຫັນໄພຂົ່ມຂູ່ຕໍ່ສຸຂະພາບໃນທົ່ວໂລກໄດ້ຈັດຂຶ້ນໃນວັນທີ 16 ພະຈິກ ຜ່ານມາ

 ທີ່ປະຕູໄຊ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ທິມໂມຕີ ອາມສະຕຣອງຜູ້ຕາງໜ້າອົງການອະນາໄມໂລກ ແລະ ທ່ານນາງ ຄະຢອງ ມີ ຄີມຜູ້ຕາງໜ້າອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ໄພວັນ ແກ້ວປະເສີດ ໄດ້ກ່າວວ່າ: “ເຊື້ອຈຸລະຊີບທີ່ຕ້ານຕໍ່ຢາ ແມ່ນໜຶ່ງໃນໄພຂົ່ມຂູ່ດ້ານສາທາລະນະສຸກອັນດັບຕົ້ນໆ ໃນທົ່ວໂລກ ແລະ ສປປ ລາວ ກໍແມ່ນໜຶ່ງໃນນັ້ນເຊັ່ນກັນຊຶ່ງມີຈໍານວນຄົນເສຍຊີວິດເກືອບ 750,000 ຄົນຕໍ່ປີ ເນື່ອງຈາກການຕິດເຊື້ອທີ່ຕ້ານຕໍ່ຢາ. ເຊື້ອຈຸລະຊີບທີ່ຕ້ານຕໍ່ຢາໄດ້ສ້າງຄວາມສ່ຽງຕໍ່ການແພດສະໄໝໃໝ່ເຮັດໃຫ້ພົບຄວາມຫຍຸ້ງຍາກໃນການປິ່ນປົວ ແລະ ການປະຕິບັດການແພດອື່ນໆມີຄວາມສ່ຽງຫຼາຍຂຶ້ນ.ນອກຈາກຜົນກະທົບຕໍ່ສຸຂະພາບແລ້ວ, ເຊື້ອຈຸລະຊີບທີ່ຕ້ານຕໍ່ຢາ ຍັງໄດ້ສົ່ງຜົນກະທົບທາງເສດຖະກິດຢ່າງໃຫຍ່ຫຼວງນໍາອີກຊຶ່ງທະນາຄານໂລກໄດ້ຄາດຄະເນວ່າ: ເຊື້ອຈຸລະຊີບທີ່ຕ້ານຕໍ່ຢາອາດຈະສົ່ງຜົນໃຫ້ເກີດຄ່າໃຊ້ຈ່າຍໃນການປິ່ນປົວສຸຂະພາບ ເພີ່ມຂຶ້ນອີກ 1 ລ້ານໆ ໂດລາ ພາຍໃນປີ 2050 ແລະ ອາດຈະສົ່ງຜົນໃຫ້ສູນເສຍລວມຍອດຜະລິດຕະພັນພາຍໃນ (GDP) ເປັນຈຳນວນເງິນ 1 ຫາ 3.4 ລ້ານໆ ໂດລາ ພາຍໃນປີ 2030.

ທ່ານ ທິມໂມຕີ ອາມສະຕຣອງ ໄດ້ກ່າວວ່າ: “ເຊື້ອຈຸລະຊີບທີ່ຕ້ານຕໍ່ຢາເກີດຂຶ້ນເມື່ອເຊື້ອແບກທີເຣຍ, ໄວຣັສ, ເຊື້ອເຫັດ ແລະ ແມ່ກາຝາກ ມີການປ່ຽນແປງຕາມການເວລາ ແລະ ບໍ່ສາມາດຕອບສະໜອງຕໍ່ຢາຕ້ານເຊື້ອຈຸລະຊີບຕ່າງໆ ເຮັດໃຫ້ເກີດການຕິດເຊື້ອທີ່ຍາກຕໍ່ການປິ່ນປົວ.” “ຜົນຈາກການຕ້ານຕໍ່ຢາເຮັດໃຫ້ຢາຕ້ານເຊື້ອ ແລະ ຢາຕ້ານເຊື້ອຈຸລະຊີບອື່ນໆ ບໍ່ມີປະສິດທິພາບ ແລະ ການຕິດເຊື້ອກາຍເປັນບັນຫາທີ່ທ້າທາຍຫຼາຍຂຶ້ນ ຫຼື ບໍ່ສາມາດປິ່ນປົວໄດ້.

ທ່ານນາງ ຄະຢອງ ມີ ຄີມ ໄດ້ກ່າວວ່າ: “ເຊື້ອຈຸລະຊີບທີ່ຕ້ານຕໍ່ຢາບໍ່ພຽງແຕ່ສົ່ງຜົນກະທົບຕໍ່ຂະແໜງສຸຂະພາບຄົນ, ແຕ່ສຸຂະພາບສັດ, ພືດ ແລະ ຂະແໜງການລ້ຽງສັດ ແລະ ການປະມົງ ກໍໄດ້ຮັບຜົນກະທົບເຊັ່ນດຽວກັນ. ດັ່ງນັ້ນ, ຈຶ່ງມີຄວາມຈໍາເປັນທີ່ຈະຕ້ອງມີແນວທາງແກ້ໄຂຈາກຫຼາຍຂະແໜງການຮ່ວມກັນ. ການຄຸ້ມຄອງປັດໄຈທີ່ພາໃຫ້ເກີດເຊື້ອຈຸລະຊີບທີ່ຕ້ານຕໍ່ຢາ ຕົ້ນຕໍແມ່ນການນໍາໃຊ້ຢາຕ້ານເຊື້ອແບບບໍ່ຖືກຕ້ອງ ເຊັ່ນ: ການນໍາໃຊ້ຢາຕ້ານເຊື້ອໃນການປູກພືດ ແລະ ສົ່ງເສີມການເຕີບໃຫຍ່ຂອງສັດ ພ້ອມທັງສົ່ງເສີມການປະຕິບັດທີ່ດີ ເຊັ່ນ: ຄວາມປອດໄພທາງຊີວະພາບ, ສຸຂະອະນາໄມ ແລະ ການສັກຢາກັນພະຍາດໃນສຸຂະພາບສັດ ແລະ ພືດ, ລວມທັງການເຝົ້າລະວັງເຊື້ອຈຸລະຊີບທີ່ຕ້ານຕໍ່ຢາ. ສິ່ງດັ່ງກ່າວ ແມ່ນມີຄວາມຈໍາເປັນທີ່ຈະຊ່ວຍໃຫ້ເຂົ້າໃຈເຖິງການຕ້ານ, ທ່າອ່ຽງ ແລະ ວິທີທາງແກ້ໄຂ ເພື່ອຫຼຸດຜ່ອນຄວາມຈໍາເປັນໃນການນໍາໃຊ້ຢາຕ້ານເຊື້ອ ແລະ ປົກປ້ອງລະບົບອາຫານຂອງພວກເຮົາອີກດ້ວຍ.

ສປປ ລາວ ມີບາດກ້າວອັນໜັກແໜ້ນ ໃນການແກ້ໄຂບັນຫາເຊື້ອຈຸລະຊີບທີ່ຕ້ານຕໍ່ຢາ ລວມທັງການພັດທະນາແຜນຍຸດທະສາດວ່າດ້ວຍເຊື້ອຈຸລະຊີບທີ່ຕ້ານຕໍ່ຢາຂອງ ສປປ ລາວ (2019-2023) ແລະ ການສະໜັບສະໜູນໂຄງຮ່າງການບໍລິຫານຄຸ້ມຄອງ ໂດຍຄະນະກຳມະການເຊື້ອຈຸລະຊີບທີ່ຕ້ານຕໍ່ຢາແຫ່ງຊາດຊຶ່ງປະກອບມີຕາງໜ້າຈາກຫຼາຍຂະແໜງ

ການ; ການແລກປ່ຽນຂໍ້ມູນການເຝົ້າລະວັງເຊື້ອຈຸລະຊີບທີ່ຕ້ານຕໍ່ຢາ ຢ່າງເປັນປົກກະຕິລະຫວ່າງໂຮງໝໍ ແລະ ຫ້ອງວິເຄາະ ໃນລະດັບຊາດ;ການຕິດຕາມການນໍາໃຊ້ຢາຕ້ານເຊື້ອ ໃນລະດັບຊາດ ແລະ ລະດັບພາກພື້ນ ໂດຍການລາຍງານຂໍ້ມູນເຂົ້າໃນລະບົບການເຝົ້າລະວັງການຕ້ານຕໍ່ຢາຕ້ານເຊື້ອຈຸລະຊີບໃນທົ່ວໂລກ (GLASS) ຂອງອົງການອະນາໄມໂລກ ແລະ ການເຮັດວຽກຮ່ວມກັນກັບສະຖານທີ່ບໍລິການສາທາລະນະສຸກທັງພາກລັດ ແລະ ພາກເອກະຊົນ ເພື່ອປັບປຸງການຄຸ້ມຄອງ, ການເກັບຮັກສາ, ການທໍາລາຍ ແລະ ການນໍາໃຊ້ຢາຕ້ານເຊື້ອຈຸລະຊີບ.

(ຂ່າວ,ພາບ: ບຸນອູ້ມ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄະນະຮັບຜິດຊອບ ຊຸກຍູ້ ກວດກາ ຄຸນນະພາບແຮ່ທາດກ່ອນການສົ່ງອອກຢູ່ປາຍທາງ ທີ່ແຂວງຊຽງຂວາງ

ຄະນະຮັບຜິດຊອບ ຊຸກຍູ້ ກວດກາ ຄຸນນະພາບແຮ່ທາດກ່ອນການສົ່ງອອກຢູ່ປາຍທາງ ທີ່ແຂວງຊຽງຂວາງ

ທ່ານ ວົງວັນເພັງ ພູມສະຫວັນ ຮອງຫົວໜ້າກົມພາສີ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງໄດ້ລົງເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານການກວດກາຄຸນນະພາບແຮ່ທາດກ່ອນການສົ່ງອອກຢູ່ປາຍທາງ ທີ່ ແຂວງຊຽງຂວາງ ໃນ​ວັນ​ທີ 22-23 ມິ​ຖຸ​ນາ​ນີ້.
ເມືອງໂຂງ ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025

ເມືອງໂຂງ ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025

ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ແລະ ວາງທິດທາງແຜນການ ປະຈຳປີ 2026 ໃນ​ວັນ​ທີ 22 ມິ​ຖຸ​ນາ​ຜ່ານ​ມາ,ໂດຍ​ມີ ສະຫາຍ ສາທິດ ປັດສາພັນ ກຳມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງໂຂງ; ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາພັກບ້ານ 114 ບ້ານໃນທົ່ວເມືອງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມສ່ອງແສງຄະນະກວດກາແຕ່ລະຂັ້ນ ອົງຄະນະພັກ ຄອສພ

ກອງປະຊຸມສ່ອງແສງຄະນະກວດກາແຕ່ລະຂັ້ນ ອົງຄະນະພັກ ຄອສພ

ເມື່ອບໍ່ດົນມານີ້ໄດ້ມີກອງປະຊຸມສ່ອງແສງຄະນະກວດກາແຕ່ລະຂັ້ນ ຂອງອົງຄະນະພັກ ຄະນະໂຄສະນາອົບຮົມ ສູນກາງພັກ (ຄອສພ), ພາຍໃຕ້ ການເປັນປະທານຂອງ ທ່ານ ສາຄອນ ພົມມະລາດ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບສູນກາງພັກ ປະທານຄະນະກວດກາ ຄອສພ ຊຶ່ງມີປະທານ, ຮອງປະທານ ຄະນະກວດກາພັກ, ປະທານກວດກາ ຄະນະພັກຮາກຖານ, ປະທານກວດກາໜ່ວຍພັກ, ອົງການຈັດຕັ້ງມະຫາຊົນ ຄອສພ.
ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກຢູ່ຄະນະກຳມະການປົກຄອງເມືອງໄຊເສດຖາ ນວ

ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກຢູ່ຄະນະກຳມະການປົກຄອງເມືອງໄຊເສດຖາ ນວ

ໃນວັນທີ 20 ມິຖຸນາຜ່ານມານີ້, ທ່ານ ໄພທູນ ທ່ຽງລະໄມ ກໍາມະການຄະນະພັກກະຊວງ ຫົວໜ້າກົມຄຸ້ມຄອງວິສາຫະກິດການເງິນ ກະຊວງການເງິນ, ສະມາຊິກສະພາແຫ່ງຊາດຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນວ ພ້ອມດ້ວຍຄະນະໄດ້ລົງພົບປະ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V ທີ່ຄະນະກຳມະການປົກຄອງເມືອງໄຊເສດຖາ ນວ ຊຶ່ງໃຫ້ການຕ້ອນຮັບ ແລະ ລາຍງານສະພາບລວມການຈັດຕັ້ງປະຕິບັດວຽກງານຂອງເມືອງໂດຍທ່ານ ກຸມພະວາ ຈຳປາສຸກ ຮອງເລຂາຄະນະບໍລິຫານພັກເມືອງໄຊເສດຖາ ປະທານຄະນະກໍາມະການປົກຄອງເມືອງໄຊເສດຖາ ຊຶ່ງມີບັນດາຫ້ອງການອ້ອມຂ້າງ ແລະ ພະນັກງານຂອງຄະນະກຳມະການປົກຄອງເມືອງເຂົ້າຮ່ວມ.ໃນວັນທີ 20 ມິຖຸນາຜ່ານມານີ້, ທ່ານ ໄພທູນ ທ່ຽງລະໄມ ກໍາມະການຄະນະພັກກະຊວງ ຫົວໜ້າກົມຄຸ້ມຄອງວິສາຫະກິດການເງິນ ກະຊວງການເງິນ, ສະມາຊິກສະພາແຫ່ງຊາດຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນວ ພ້ອມດ້ວຍຄະນະໄດ້ລົງພົບປະ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V ທີ່ຄະນະກຳມະການປົກຄອງເມືອງໄຊເສດຖາ ນວ ຊຶ່ງໃຫ້ການຕ້ອນຮັບ ແລະ ລາຍງານສະພາບລວມການຈັດຕັ້ງປະຕິບັດວຽກງານຂອງເມືອງໂດຍທ່ານ ກຸມພະວາ ຈຳປາສຸກ ຮອງເລຂາຄະນະບໍລິຫານພັກເມືອງໄຊເສດຖາ ປະທານຄະນະກໍາມະການປົກຄອງເມືອງໄຊເສດຖາ ຊຶ່ງມີບັນດາຫ້ອງການອ້ອມຂ້າງ ແລະ ພະນັກງານຂອງຄະນະກຳມະການປົກຄອງເມືອງເຂົ້າຮ່ວມ.
ປກສ ບໍລິຄໍາໄຊ ຈູດທໍາລາຍອາວຸດລ່າເນື້ອ ຈັກສະຕິນ ແລະ ເຄື່ອງຊັອດປາ

ປກສ ບໍລິຄໍາໄຊ ຈູດທໍາລາຍອາວຸດລ່າເນື້ອ ຈັກສະຕິນ ແລະ ເຄື່ອງຊັອດປາ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງບໍລິຄໍາໄຊ ຈັດພິທີຈູດທໍາລາຍອາວຸດລ່າເນື້ອ, ຈັກສະຕິນ ແລະ ໝໍ້ຊັອດປາ ໃນວັນທີ 19 ມິຖຸນາຜ່ານມາ, ໂດຍມີທ່ານ ພົຈວ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ, ມີທ່ານ ບຸນລ້ຽງ ດວງສະເພົາທອງ ຮອງປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍນາຍ ແລະ ພົນຕໍາຫຼວດກ່ຽວຂ້ອງເຂົ້າຮ່ວມ.
ທະຫານຫຼວງນໍ້າທາ ເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ 13 ສະຫາຍ

ທະຫານຫຼວງນໍ້າທາ ເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ 13 ສະຫາຍ

ກອງບັນຊາການທະຫານແຂວງຫຼວງນໍ້າທາ ຈັດພິທີປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານໃນວັນທີ 19 ມິຖຸນາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົຈວ ຫຸມພັນ ແກ້ວວັງລາດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາກ່ຽວຂ້ອງເຂົ້າຮ່ວມ.
ຫາ​ລືຮ່າງວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ຫາ​ລືຮ່າງວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ກອງປະຊຸມຄະນະຮັບຜິດຊອບຊີ້ນຳການຮ່າງ ແລະ ປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄດ້ຈັດຂຶ້ນໃນ​ວັນ​ທີ 22 ມິ​ຖຸ​ນາ​ນີ້ ທີ່ ກະຊວງການເງິນ, ພາຍ​ໃຕ້​ການເປັນປະທານ​ຂອງ ທ່ານ ສັນຕິພາບ ພົມວິຫານຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການເງິນ ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນຳການຮ່າງ ແລະ ປະຕິບັດວາລະແຫ່ງຊາດ ຂັ້ນສູນກາງ, ມີບັນດາທ່ານຮອງລັດຖະມົນຕີ, ຫົວໜ້າກົມ/ຮອງຫົວໜ້າກົມແລະພາກ​ສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເມືອງ ໄຊຍະບູລີ ເຊັນສັນຍາສຳປະທານຕະຫຼາດນັດເຄື່ອນທີ່ ແລະ ຕະຫຼາດນັດບຸນຊ່ວງເຮືອ

ເມືອງ ໄຊຍະບູລີ ເຊັນສັນຍາສຳປະທານຕະຫຼາດນັດເຄື່ອນທີ່ ແລະ ຕະຫຼາດນັດບຸນຊ່ວງເຮືອ

ພິທີເຊັນສັນຍາ ສຳປະທານຕະຫຼາດນັດເຄື່ອນທີ່ ແລະ ຕະຫຼາດບຸນຊ່ວງເຮືອ ລະຫວ່າງ ອົງການປົກຄອງເມືອງໄຊ​ຍະ​ບູ​ລີ ຕາງໜ້າໂດຍຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ກັບ ບໍລິສັດເມກສະຫວັນຈຳກັດຜູ້ດຽວໄດ້ຈັດຂຶ້ນໃນວັນທີ 19 ມິຖຸນາຜ່ານ​ມາ, ທີ່ຫ້ອງວ່າການເມືອງ.
ເມືອງປາກລາຍ ປະກາດສ້າງຕັ້ງຕາແສງບຸ່ງມ່າ-ຕາກແດດ

ເມືອງປາກລາຍ ປະກາດສ້າງຕັ້ງຕາແສງບຸ່ງມ່າ-ຕາກແດດ

ເມືອງປາກ​ລາຍແຂວງ​ໄຊ​ຍະ​ບູ​ລີໄດ້​ຈັດ​ພິທີປະກາດສ້າງຕັ້ງຕາແສງ ບຸ່ງມ່າ-ຕາກແດດ ໃນວັນທີ 18 ມິຖຸນາຜ່ານ​ມາທີ່ບ້ານຕາກແດດ ໂດຍມີທ່ານ ບຸດສະກອນ ອິນທະລັງສີ ຮອງປະທານຄະນະກໍາມະການປົກຄອງແຂວງໄຊຍະບູລີ, ທ່ານ ຄໍາຝັ້ນ ວົງສະຫວັນ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງປາກລາຍ ພ້ອມດ້ວຍຫ້ອງການ, ນັກທຸລະກິດ, ຜູ້ປະກອບການ, ຄູອາຈານ, ນັກຮຽນ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ການນໍາແຂວງຫຼວງພະບາງ ຢ້ຽມຢາມໂຄງການປູກຕົ້ນໂກໂກ້ ຢູ່ເມືອງຈອມເພັດ

ການນໍາແຂວງຫຼວງພະບາງ ຢ້ຽມຢາມໂຄງການປູກຕົ້ນໂກໂກ້ ຢູ່ເມືອງຈອມເພັດ

ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ບຸນເລື່ອມ ມະນີວົງ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 6, ປະທານສະພາປະຊາຊົນແຂວງຫຼວງພະບາງ ພ້ອມດ້ວຍຄະນະ ລົງຢ້ຽມຢາມສະຖານທີ່ ໂຄງການພັດທະນາປູກຕົ້ນໂກໂກ້ ຄຸນນະພາບສູງ ແລະ ເສດຖະກິດຊຸມຊົນແບບຍືນຍົງ ຂອງບໍລິສັດ ຢູນີເທັກ ທີ່ຈັດຕັ້ງປະຕິບັດຢູ່ບ້ານຫ້ວຍອອນ.
ເພີ່ມເຕີມ