ກິດຈະກຳປູກຕົ້ນໄມ້ເພື່ອສ້າງຕົວເມືອງນະຄອນຫຼວງວຽງຈັນໃຫ້ສວຍງາມ

ກິດຈະກຳປູກຕົ້ນໄມ້ເພື່ອສ້າງຕົວເມືອງນະຄອນຫຼວງວຽງຈັນໃຫ້ສວຍງາມ

ກິດຈະກຳປູກຕົ້ນໄມ້ເພື່ອສ້າງຕົວເມືອງນະຄອນຫຼວງວຽງຈັນໃຫ້ສວຍງາມ
ພິທີຈັດກິດຈະກຳ“ປູກຕົ້ນໄມ້ເພື່ອສ້າງຕົວເມືອງນະຄອນຫຼວງວຽງຈັນໃຫ້ສວຍງາມ” ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ ແລະ ເພື່ອຂໍ່ານັບຮັບຕ້ອນ 3 ວັນ ປະຫວັດສາດຂອງຊາດ, ຈັດໂດຍ ສະຫະພັນກຳມະບານ 3 ອົງການ,ຄະນະບໍລິຫານງານສູນກາງກຳມະບານລາວ(ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ, ສະຖາບັນເສດຖະກິດ ແລະ ສັງຄົມແຫ່ງຊາດ) ຂຶ້ນໃນວັນທີ 30 ພຶດສະພານີ້ ທີ່ສວນປະຕູໄຊ, ໂດຍມີ ທ່ານ ສີລິລາດທົງສິນ ທອງເພັງຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ອາລິຍາວັນ ອັກຄະວົງຮອງປະທານສູນກາງສະຫະພັນກຳມະບານລາວ, ພ້ອມດ້ວຍສະມາຊິກກຳມະບານເຂົ້າຮ່ວມ.

 

ທ່ານນາງ ໄກມະນີ ອໍລະບູນ ຫົວໜ້າກົມກວດກາ ກະຊວງການຕ່າງປະເທດໄດ້ກ່າວວ່າ: ການຈັດກິດຈະກຳປູກຕົ້ນໄມ້ຮ່ວມກັນຂອງທັງ 4 ພາກສ່ວນຄັ້ງນີ້, ຈັດຂຶ້ນພາຍໃຕ້ຄໍາຂວັນ “ປູກຕົ້ນໄມ້ເພື່ອສ້າງຕົວເມືອງນະຄອນຫຼວງວຽງຈັນໃຫ້ສວຍງາມ” ຈະປະກອບສ່ວນເຂົ້າໃນຂະບວນການສະເຫຼີມສະຫຼອງ 3 ວັນສໍາຄັນທາງປະຫວັດສາດຂອງຊາດຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວຄົບຮອບ 50 ປີ ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຄົບຮອບ 105 ປີ ແລະ ຍັງເປັນການສະແດງໃຫ້ເຫັນເຖິງຄວາມສາມັກຄີ ແລະ ເປັນກິດຈະກຳທີ່ຕິດພັນໂດຍກົງກັບການອອກແຮງງານແນໃສ່ການປົກປັກຮັກສາ, ຟື້ນຟູ ປ່າໄມ້, ສິ່ງແວດລ້ອມໃຫ້ໝັ້ນຄົງ ແລະ ມີຄວາມຍືນຍົງ ເພື່ອແນໃສ່ປົກປັກຮັກສາ, ຟື້ນຟູຄືນພື້ນທີ່ປ່າໄມ້ທີ່ເຊື່ອມໂຊມ ແລະ ເພື່ອສ້າງໃຫ້ຕົວເມືອງນະຄອນຫຼວງວຽງຈັນ ກາຍເປັນພື້ນທີ່ສີຂຽວ, ສະອາດ ແລະ ສວຍງາມ ແລະຮັບປະກັນການພັດທະນາມີຄວາມຍືນຍົງຕະຫຼອດໄປ.

ພ້ອມນີ້,ກິດຈະກຳຍັງເປັນການສ້າງຂະບວນການສະເຫຼີມສະຫຼອງວັນກຳມະກອນສາກົນ ຄົບຮອບ 139 ປີ, ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ ແລະ ວັນເດັກນ້ອຍສາກົນ ໃຫ້ເປັນຂະບວນການ ອັນຟົດຟື້ນແລະ ອັນສໍາຄັນອີກຢ່າງໜຶ່ງ ແມ່ນເປັນການສ້າງຂະບວນການເຕົ້າໂຮມຄວາມສາມັກຄີຂອງບັນດາສະມາຊິກກຳມະບານພາຍໃນທົ່ວກະຊວງການຕ່າງປະເທດ, ພ້ອມດ້ວຍພະນັກງານສະມາຊິກກຳມະບານຂອງທັງສາມພາກສ່ວນ.

ຂ່າວ-ພາບ: ບຸນອູ້ມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຜີຍແຜ່ ເອກະສານການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຢູ່ກຸ່ມ ນາເຕີຍ

ເຜີຍແຜ່ ເອກະສານການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຢູ່ກຸ່ມ ນາເຕີຍ

ອະນຸກຳມະການໂຄສະນາປຸກລະດົມ ແລະ ຂະບວນການ ຄະນະກໍາມະການເລືອກຕັ້ງຂັ້ນເມືອງ ໄດ້ລົງເຜີຍແຜ່, ເຊື່ອມຊຶມ ເອກະສານການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ສສຊ ຊຸດທີ X ແລະ ສະພາປະຊາຊົນແຂວງ (ສສຂ) ຊຸດທີ V ໃຫ້ອົງການປົກຄອງບ້ານ, ພໍ່ແມ່ປະຊາຊົນຢູ່ກຸ່ມບ້ານ ນາເຕີຍ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໃນວັນທີ 5 ກຸມພາ 2026, ໂດຍການເປັນປະທານຂອງທ່ານ ຄໍາພຸດໂພທິລາດ ກໍາມະການປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ ຫົວໜ້າອະນຸກຳມະການໂຄສະນາປຸກລະດົມ ແລະ ຂະບວນການ, ມີຄະນະຮັບຜິດຊອບຂັ້ນເມືອງ, ອົງການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມ.
ສະຫວັນນະເຂດ ປະກາດການຍົກຍ້າຍການນຳຂັ້ນສູງໄປຮັບໜ້າທີ່ໃໝ່

ສະຫວັນນະເຂດ ປະກາດການຍົກຍ້າຍການນຳຂັ້ນສູງໄປຮັບໜ້າທີ່ໃໝ່

ພິທີປະກາດການຍົກຍ້າຍການນຳຂັ້ນສູງຂອງແຂວງສະຫວັນນະເຂດ ໄປຮັບໜ້າທີ່ໃໝ່ ໄດ້ຈັດຂຶ້ນ ໃນວັນທີ 4 ກຸມພາຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ.
ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ v ປະຈຳເຂດເລືອກຕັ້ງທີ7 ແຂວງໄຊຍະບູລີລົງໂຄສະນາຫາສຽງຢູ່ບ້ານ ໂພນໄຊ

ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ v ປະຈຳເຂດເລືອກຕັ້ງທີ7 ແຂວງໄຊຍະບູລີລົງໂຄສະນາຫາສຽງຢູ່ບ້ານ ໂພນໄຊ

ວັນທີ 5 ກຸມພາ 2026ນີ້, ຜູ້ຮັບສະໝັກເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີຈໍານວນ 13 ທ່ານ ຍິງ 4 ທ່ານ ແລະ ຜູ້ຮັບສະໜັກເລືອກຕັ້ງ ສະມາຊີກສະພາປະຊາຊົນແຂວງ (ສສຂ) ປະຈຳເຂດເລືອກຕັ້ງເມືອງໄຊຍະບູລີ ຊຸດທີ v ຈຳນວນ 8 ທ່ານ ຍິງ 3 ທ່ານ ໄດ້ລົງໂຄສະນາຫາສຽງ ແລະ ສະເໜີໂຕຕໍ່ຜູ້ມີສິດເລືອກຕັ້ງຢູ່ບ້ານໂພນໄຊ ເມືອງໄຊຍະບູລີ ໂດຍການນໍາພາຂອງທ່ານ ເພັງນິລັນ ຄຳພັນເພັງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ໄຊຍະບູລີ ຜູ້ສະໝັກເລືອກຕັ້ງນໍ້າເບີ 1 ປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ພ້ອມຜູ້ຮັບສະໜັກ ສສຊ ແລະ ສະພາປະຊາຊົນປະຈຳເຂດເລືອກຕັ້ງເຂົ້າຮ່ວມ, ໂດຍການຕ້ອນຮັບຂອງທ່ານ ຈັນເພັງ ອູ່ທອງຄຳ ປະທານ ຄະນະກຳມະການປົກຄອງເມືອງໄຊຍະບູລີ ພ້ອມດ້ວຍ ປະຊາຊົນພາຍໃນບ້ານດັ່ງກ່າວຕ້ອນຮັບຢ່າງອົບອຸ່ນ.
ສານປະຊາຊົນເຂດ II ແຂວງຈຳປາສັກ ແຕ່ງຕັ້ງປະທານສານຄົນໃໝ່

ສານປະຊາຊົນເຂດ II ແຂວງຈຳປາສັກ ແຕ່ງຕັ້ງປະທານສານຄົນໃໝ່

ວັນທີ 5 ກຸມພານີ້, ສານປະຊາຊົນເຂດ II ແຂວງຈຳປາສັກ ໄດ້ປະກາດແຕ່ງຕັ້ງປະທານສານຄົນໃໝ່; ໂດຍການເຂົ້າຮ່ວມຂອງ ທ່ານ ອານົງ ຍອຍສາຍຄຳ ຄະນະປະຈຳພັກ ຮອງປະທານສານປະຊາຊົນສູງສຸດ, ທ່ານ ພູວັງ ຈະເລີນລັດ ຮັກສາການສານປະຊາຊົນແຂວງຈຳປາສັກ, ມີຜູ້ພິພາກສາ ແລະ ຜູ້ຊ່ວຍ, ຫົວໜ້າ-ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງໂຂງເຂົ້າຮ່ວມ.
ຄອສພ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ຄອສພ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ແລະ ສະພາບການພົ້ນເດັ່ນຂອງພາກພື້ນ ແລະ ສາກົນໃນປັດຈຸບັນຂຶ້ນໃນວັນທີ 5 ກຸມພານີ້ ທີ່ ຄອສພ, ໂດຍໃຫ້ກຽດປາຖະກະຖາຂອງທ່ານ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ ໂດຍມີບັນດາຫົວໜ້າກົມ,​ ຮອງກົມ ພາຍໃນ ຄອສພ ແລະ ບັນດາພະນັກງານເຂົ້າຮ່ວມຮັບຟັງ.
1 ປີ ຜ່ານມາ ເມືອງໄຊຈຳພອນ ໄດ້ຮັບຫາງສຽງສັງຄົມ 15 ບັນຫາ

1 ປີ ຜ່ານມາ ເມືອງໄຊຈຳພອນ ໄດ້ຮັບຫາງສຽງສັງຄົມ 15 ບັນຫາ

ໃນວັນທີ 4 ກຸມພານີ້ ທີ່ສະໂມສອນເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມຮັບສ່ອງແສງສະພາບແນວຄິດຫາງສຽງສັງຄົມ ໂດຍການເປັນປະທານຂອງທ່ານ ລາວປາວຊົ່ງ ນະວົງໄຊ ກຳມະ ການສູນກາງພັກ ຮອງເລຂາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງ, ມີ ທ່ານ ໄກສອນ ຈັນສີນາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ສີຫອມ ສອນມະນີ ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ວກປສ ເຜີຍແຜ່ເອກະສານກະກຽມການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ວກປສ ເຜີຍແຜ່ເອກະສານກະກຽມການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ (ວກປສ) ຈັດພິທີເຜີຍແຜ່ເອກະສານ 4 ສະບັບເພື່ອກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ໃນວັນທີ 5 ກຸມພານີ້ ໃຫ້ກຽດເຜີຍແຜ່ໂດຍທ່ານ ພົຈວ ສຸກນິລັນດອນ ກຸນລະວົງ ຫົວໜ້າອໍານວຍການ ວກປສ, ມີຄະນະອໍານວຍການພ້ອມດ້ວຍຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ກອງປະຊຸມລະດັບພາກພື້ນສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນລາວໃນການລາຍງານຂ່າວສີຂຽວ

ກອງປະຊຸມລະດັບພາກພື້ນສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນລາວໃນການລາຍງານຂ່າວສີຂຽວ

ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບອົງການແຄຣນານາຊາດ ພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນລາວໂດຍການມີສ່ວນຮ່ວມຂອງອົງການຈັດຕັັ້ງມະຫາຊົນ ແລະ ອົງການຈັດຕັັ້ງທາງສັງຄົມ ເພື່ອການພັດທະນາສີຂຽວໃນລາວ (GAMCIL) ຈັດກອງປະຊຸມລະດັບພາກພື້ນປະຈໍາປີ 2026 ພາຍໃຕ້ຫົວຂໍ້ "ການລາຍງານຂ່າວບັນຫາສີຂຽວໃນຍຸກດີຈີຕອນ" ໃນວັນທີ 5 ກຸມພານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ສາຄອນ ພົມມະລາດ ກໍາມະການພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ທ່ານ ນາງ ແກ້ວອຳພອນ ສຸວັນນະພູມ ຜູ້ອໍານວຍການອົງການແຄຣນານາຊາດປະຈໍາ ສປປ ລາວ ແລະ ທ່ານ ນາງ ເວີເລີ ສະເມັດ ຕາງໜ້າສະຫະພາບເອີຣົບປະຈໍາ ສປປ ລາວ ພ້ອມດ້ວຍວິທະຍາກອນຈາກ ສປປ ລາວ, ສສ ຫວຽດນາມ ແລະ ປະເທດໄທເຂົ້າຮ່ວມ.
ອະນຸກໍາມະການໂຄສະນາ ຂະບວນການ ລົງເຜີຍແຜ່ເອກະສານກະກຽມໃຫ້ແກ່ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໃຫ້ອໍານາດການປົກຄອງບ້ານຈໍານວນ 14 ບ້ານ ທົ່ວເມອງໄຊພູທອງ

ອະນຸກໍາມະການໂຄສະນາ ຂະບວນການ ລົງເຜີຍແຜ່ເອກະສານກະກຽມໃຫ້ແກ່ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໃຫ້ອໍານາດການປົກຄອງບ້ານຈໍານວນ 14 ບ້ານ ທົ່ວເມອງໄຊພູທອງ

ໃນລະຫວ່າງວັນທີ 3-4 ມັງກອນນີ້, ອະນຸກໍາມະການໂຄສະນາ ປຸກລະດົມ ແລະ ຄະນະກໍາມະການເລືອກຕັ້ງຂັ້ນເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ລົງເຄື່ອນໄຫວເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍເອກະສານກ່ຽວກັບວຽກງານການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນແຂວງ (ສສຂ) ຊຸດທີ V ໃຫ້ແກ່ອຳນາດການປົກຄອງບ້ານ ແລະ ປະຊາຊົນ ຢູ່ 14 ບ້ານ ທົ່ວເມືອງໄຊພູທອງ ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ວັນແສງ ແກ້ວບຸນພັນ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໄຊພູທອງ, ມີບັນດາຄະນະກຳມະການໂຄສະນາປຸກລະດົມຂັ້ນເມືອງ, ການຈັດຕັ້ງບ້ານ, ພໍ່ແມ່ປະຊາຊົນ ພ້ອມດ້ວຍຜູ້ມີສິດເລືອກຕັ້ງ ອາຍຸ18 ປີຂຶ້ນໄປ ເຂົ້າຮ່ວມ.
ປະກາດ 4 ບຸກໃຫ້ແກ່ຮາກຖານຊາວໜຸ່ມພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນ

ປະກາດ 4 ບຸກໃຫ້ແກ່ຮາກຖານຊາວໜຸ່ມພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນ

ພິທີປະກາດ 4 ບຸກ ໃຫ້ແກ່ຮາກຖານຊາວໜຸ່ມພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 3 ກຸມພາຜ່ານມາ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ໂດຍການ ເຂົ້າຮ່ວມມີສະຫາຍ ນາງ ສຸກຂະເສີມ ສິດທິເດດ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ, ສະຫາຍ ພູແກ້ວ ສຸດທິວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີບັນດາຕາງໜ້າຮາກຖານຊາວໜຸ່ມຈາກພະແນກ ການອ້ອມຂ້າງ ເຂົ້າຮ່ວມ.
ເພີ່ມເຕີມ