ກິດຈະກຳຖາມ-ຕອບ ເນື່ອງໃນວັນເກີດປະທານ ຄຳໄຕ ສີພັນດອນ ຄົບຮອບ 100ປີ

ກິດຈະກຳຖາມ-ຕອບ ເນື່ອງໃນວັນເກີດປະທານ ຄຳໄຕ ສີພັນດອນ ຄົບຮອບ 100ປີ
ວັນທີ 8 ມັງກອນ ນີ້, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ຮ່ວມກັບສູນກາງກຳມະບານລາວ ໄດ້ລົງເຄື່ອນໄຫວກິດຈະກຳຖາມ-ຕອບ ເນື່ອງໃນວັນເກີດປະທານ ຄຳໄຕ ສີພັນດອນ ຄົບຮອບ 100ປີ ທີ່ຈະມາເຖິງນີ້ ທີ່ແຂວງຈຳປາສັກ ນຳພາໂດຍ ທ່ານ ສຸລິຍາ ແກ້ວພິລາວົງ ຄະນະພັກ ຄະນະເລຂາທິການ ຫົວໜ້າກົມອົບຮົມຊາວໜຸ່ມ ສຊປລ, ທ່ານ ນາງ ອາລຸນແສງ ວິຈິດວົງສາ ຫົວໜ້າກົມໂຄສະນາອົບຮົມ ສູນກາງສະຫະພັນກຳມະບານລາວ ພ້ອມຄະນະ ກ່ອນຈະລົງເຄື່ອນໄຫວກິດຈະກຳ ໄດ້ເຂົ້າລາຍງານວຽກໂດຍຫຍໍ້ຕໍ່ ທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂງ ປະທານສະພາປະຊາຊົນແຂວງ ກ່ຽວກັບກິດຈະກຳຖາມ-ຕອບ ເນື່ອງໃນວັນສຳຄັນດັ່ງກ່າວ ຊຶ່ງທ່ານໄດ້ຕີລາຄາສູງຕໍ່ກິດຈະກຳຄັ້ງນີ້ ເພາະຈະເຮັດໃຫ້ຊາວໜຸ່ມ-ເຍົາວະຊົນ ກຳໄດ້ການເຄື່ອນໄຫວຂອງການນຳຮຸ້ນກ່ອນ ທີ່ນຳພາຕໍ່ສູ້ຍາດໄດ້ເອກະລາດໃນແຕ່ລະໄລຍະຂອງການປະຕິວັດຊາດ ເຮັດໃຫ້ຄົນຮຸ່ນສຶບທອດໄດ້ນຳເອົາບົດຮຽນໃນກິດຈະກຳຄັ້ງນີ້ໄປປັບໃຊ້ໃຫ້ເກີດປະໂຫຍດສູງສຸດ.
ຫຼັງຈາກນັ້ນຄະນະໄດ້ຈັດກິດຈະກຳທີ່ ໂຮງຮຽນມ,ສ ປາກເຊ ນະຄອນປາກເຊ ແຂວງຈຳປາສັກ ພາຍໃຕ້ການເປັນປະທານຂອງ ທ່ານ ສຸປານີ ສີລິບຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າໂຄສະນາອົບຮົບແຂວງ, ທ່ານ ສຸລິຍາ ແກ້ວພິລາວົງ ຄະນະພັກ ຄະນະເລຂາທິການ ຫົວໜ້າກົມອົບຮົມຊາວໜຸ່ມ ສຊປລ, ທ່ານ ນາງ ອາລຸນແສງ ວິຈິດວົງສາ ຫົວໜ້າກົມໂຄສະນາອົບຮົມ ສູນກາງສະຫະພັນກຳມະບານລາວ, ທ່ານ ຄຳແດງ ດີວິໄຊ ຜູ້ປະຈຳການ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ,ທ່ານ ສີທາ ພິມມະສອນ ຮອງປະທານກຳມະບານແຂວງ ພ້ອມດ້ວຍຄະນະຮັບຜິດຊອບ,ຄູ-ອາຈານ ຊາວໜຸ່ມ-ເຍົາວະຊົນ ເຂົ້າຮ່ວມ. 
ກິດຈະກຳຄັ້ງນີ້ແມ່ນຖາມ-ຕອບການເຄື່ອນໄຫວຂອງປະທານ ຄຳໄຕ ສີພັນດອນ ຄົບຮອບ 100ປີ ເພື່ອຕອບເອົາລາງວັນເປັນເສື້ອຍືດໂປໂລ ແລະ ອຸປະກອນການສຶກສາ ຊຶ່ງເຫັນໄດ້ວ່ານັກຮຽນມີຄວາມສົນໃຈ ແລະ ຕັ້ງໃຈຕອບຄຳຖາມຢ່າງເປັນຂະບວນການອັນຟົດຟື້ນ.
ຂ່າວ-ພາບ: ນິງນ໋ອງ ສຽງສະຫວັນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ໄລຍະສະຫຼອງປີໃໝ່ລາວທົ່ວແຂວງ​ອັດຕະປື​ ມີອຸບັດຕິເຫດເກີດຂຶ້ນ 17 ລາຍ,​ ເສຍຊີວິດ 1ຄົນ

ໄລຍະສະຫຼອງປີໃໝ່ລາວທົ່ວແຂວງ​ອັດຕະປື​ ມີອຸບັດຕິເຫດເກີດຂຶ້ນ 17 ລາຍ,​ ເສຍຊີວິດ 1ຄົນ

ທ່ານ ຮທ ວິລະສອນ ສີສະແຫວງສຸກ ຮອງກອງຄະດີອຸບັດຕິເຫດແຂວງອັດຕະປື ໃຫ້ຮູ້ວ່າ: ໄລຍະບຸນປີໃໝ່ລາວແຕ່ວັນທີ 11-17 ເມສາ 2025 ທົ່ວແຂວງ ອັດຕະປື ມີອຸບັດເຫດເກີດຂຶ້ນທັງໝົດ 17 ລາຍ, ທຽບໃສ່ປີ 2024 ຜ່ານມາ ອຸບັດຕິເຫດເພີ່ມຂຶ້ນ 4 ລາຍ.
ສະຫວັນນະເຂດ ເຜີຍແຜ່ມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ

ສະຫວັນນະເຂດ ເຜີຍແຜ່ມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ

ກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ໄດ້ຈັດຂຶ້ນວັນທີ 21 ເມສານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ
ວາງກະຕ່າດອກໄມ້ ໂອກາດວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

ວາງກະຕ່າດອກໄມ້ ໂອກາດວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

ຄະນະນຳສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ນຳໂດຍ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າວາງກະຕ່າດອກໄມ້ ເນື່ອງໃນໂອກາດ ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ
ໜ່ວຍພັກສະຖານທູດລາວ ທີ່ປັກກິ່ງດຳເນີນກອງປະຊຸມໃຫຍ່ ຄັ້ງທີ III

ໜ່ວຍພັກສະຖານທູດລາວ ທີ່ປັກກິ່ງດຳເນີນກອງປະຊຸມໃຫຍ່ ຄັ້ງທີ III

ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກສະຖານທູດລາວ ທີ່ປັກກິ່ງສປ ຈີນ ໄດ້ຈັດຂຶ້ນໃນວັນທີ 19 ເມສາຜ່ານມານີ້, ພາຍໃຕ້ການເປັນປະທານຂອງ ສະຫາຍ ສົມພອນ ສີຈະເລີນ ເລຂາໜ່ວຍພັກເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ.
ຫາລືການແກ້ໄຂບັນຫາຂາດແຄນຄູສອນ ຢູ່ແຂວງຫຼວງພະບາງ

ຫາລືການແກ້ໄຂບັນຫາຂາດແຄນຄູສອນ ຢູ່ແຂວງຫຼວງພະບາງ

ໃນວັນທີ 21 ເມສານີ້ ຢູ່ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປຶກສາຫາລືແກ້ໄຂບັນຫາການຂາດແຄນຄູສອນ ໂດຍການເປັນທານ ຂອງສະຫາຍ ພັນເອກ ວັນໄຊ ຄຳພາວົງ ຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ.
ຂະແໜງ ພບ ຈະປັບປຸງການເຮັດວຽກຫຼາຍດ້ານ

ຂະແໜງ ພບ ຈະປັບປຸງການເຮັດວຽກຫຼາຍດ້ານ

ປີ 2024 ທີ່ຜ່ານມາ, ຂະແໜງພະລັງງານ ແລະ ບໍ່ແຮ່ (ພບ) ບົນພື້ນຖານໃນເງື່ອນໄຂ ແລະ ສະພາບລວມທີ່ເກີດຂຶ້ນຂອງເສດຖະກິດໂລກ ແລະ ພາກພື້ນ,ແຕ່ຂະແໜງ ພບ ໄດ້ພ້ອມກັນປຸກລຸກຈິດໃຈເປັນເຈົ້າການໃຫ້ສູງຂຶ້ນ ແລະ ມີຄວາມພະຍາຍາມ ນໍາໃຊ້ທຸກຫົວຄິດປະດິດສ້າງ
ຮັກສາການຫົວໜ້າ ຄຕພ ຕ້ອນຮັບ ບັນດາເອກອັກຄະລັດຖະທູດລາວ

ຮັກສາການຫົວໜ້າ ຄຕພ ຕ້ອນຮັບ ບັນດາເອກອັກຄະລັດຖະທູດລາວ

ໃນວັນທີ 18 ເມສາ ຜ່ານມານີ້, ທ່ານ ບຸນເຫຼືອ ພັນດານຸວົງຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບບັນດາເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຈໍານວນ 4 ທ່ານ ທີ່ຈະໄປດໍາລົງຕໍາແໜ່ງເອກອັກຄະລັດຖະທູດ ຢູ່ຕ່າງປະເທດ,ໂດຍມີ ທ່ານ ຈາຕຸລົງ ບົວສີສະຫວັດ
ການເພີ່ມພື້ນທີ່ສີຂຽວໃນຕົວເມືອງມີຄວາມສໍາຄັນຫຼາຍ

ການເພີ່ມພື້ນທີ່ສີຂຽວໃນຕົວເມືອງມີຄວາມສໍາຄັນຫຼາຍ

ໂດຍ: ວັນເພັງ ອິນທະໄຊ ການເພີ່ມພື້ນທີ່ສີຂຽວໃນຕົວເມືອງ ໂດຍສະເພາະໃນນະຄອນຫຼວງວຽງຈັນ(ນວ) ເປັນໜຶ່ງບັນຫາສໍາຄັນຫຼາຍ ທີ່ພາກສ່ວນກ່ຽວຂ້ອງ ມີຄວາມພະຍາຍາມໃນການເພີ່ມພື້ນທີ່ສີຂຽວ ໃນຕົວເມືອງ. ໃນນັ້ນ, ປະເທດເພື່ອນບ້ານ,
ຮອງປະທານ ສນຊ ຜູ້ປະຈໍາການ ຢ້ຽມຢາມ ເຜົ່າກຣີ

ຮອງປະທານ ສນຊ ຜູ້ປະຈໍາການ ຢ້ຽມຢາມ ເຜົ່າກຣີ

ໃນວັນທີ 20 ເມສານີ້, ທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກຮອງປະທານ ສູນກາງແນວລາວສ້າງຊາດ (ສນຊ) ຜູ້ປະຈໍາການ ພ້ອມດ້ວຍຄະນະ ລົງເຄື່ອນໄຫວວຽກງານແນວລາວສ້າງຊາດ ຢູ່ແຂວງໄຊຍະບູລີ ຊຶ່ງຄະນະໄດ້ໄປຢ້ຽມຢາມຊີວິດການເປັນຢູ່ຂອງຊົນເຜົ່າກຣີ (ເຜົ່າຕອງເຫຼືອງ)
ທ່າອ່ຽງສະພາບອັດຕາເງິນເຟີ້ຂອງ ສປປ ລາວ ໃນ 3 ເດືອນຕົ້ນປີ

ທ່າອ່ຽງສະພາບອັດຕາເງິນເຟີ້ຂອງ ສປປ ລາວ ໃນ 3 ເດືອນຕົ້ນປີ

ໂດຍ: ສ.ບຸດປະຊາ ອັດຕາເງິນເຟີ້ຂອງ ສປປ ລາວ ໃນໄລຍະ 3 ເດືອນຕົ້ນປີ 2025 ໄດ້ມີຈັງຫວະທີ່ຊ້າລົງຕິດຕໍ່ກັນ ຊຶ່ງສາເຫດຕົ້ນຕໍ ທີ່ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ໄດ້ລະບຸໃນບົດລາຍງານອັດຕາເງິນເຟີ້ ປະຈໍາເດືອນມັງກອນ, ກຸມພາ ແລະ ມີນາ
ເພີ່ມເຕີມ