ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 11 ສິງຫານີ້ວ່າ: ໃນວັນທີ 10 ສິງຫາ ຜ່ານມາ, ລັດຖະບານໂກລົມບີໄດ້ປະກາດເຂົ້າສູ່ “ພາວະໄພພິບັດແຫ່ງຊາດ” ເພື່ອຮັບມືກັບແຜ່ນດິນໄຫວລະດັບ 7.4 ຣິກເຕີ ທີ່ເກີດຂຶ້ນຢູ່ພາກຕາເວັນຕົກຂອງປະເທດໃນມື້ດຽວກັນ. ອີງຕາມຖະແຫຼງການຫຼ້າສຸດທີ່ລັດຖະບານໂກລົມບີເປີດເຜີຍໃນມື້ດຽວກັນໃຫ້ຮູ້ວ່າ: ແຜ່ນດິນໄຫວຄັ້ງນີ້ເຮັດໃຫ້ມີຜູ້ເສຍຊີວິດເຖິງ 132 ຄົນ, ບາດເຈັບ 570 ຄົນ ພ້ອມທັງເຮັດໃຫ້ 32 ຕົວເມືອງໃນທົ່ວປະເທດໄດ້ຮັບຜົນກະທົບຢ່າງໜັກໜ່ວງ.
ພາຍຫຼັງເກີດແຜ່ນດິນໄຫວຢ່າງຮຸນແຮງຢູ່ໂກລົມບີ, ສະໜາມບິນຫຼາຍແຫ່ງຂອງໂກລົມບີໄດ້ຢຸດຕິການບໍລິການຊົ່ວຄາວ ເຮັດໃຫ້ຖ້ຽວບິນຈໍານວນຫຼວງຫຼາຍຈໍາເປັນຕ້ອງຍົກເລີກ ຫຼື ເລື່ອນເວລາການບິນ.
ໃນມື້ດຽວກັນ, ສະມາຄົມເມືອງຫຼວງແຫ່ງໂກລົມບີໄດ້ປະກາດຜ່ານສື່ສັງຄົມອອນລາຍວ່າ: ສະມາຄົມຕົນພວມຮັກສາການຕິດຕໍ່ພົວພັນຢ່າງໃກ້ຊິດກັບບັນດາເມືອງຫຼວງຂອງແຂວງທີ່ປະສົບໄພ ເພື່ອຮັບຮູ້ກ່ຽວກັບສະຖານະການໄພພິບັດ ແລະ ຄວາມຕ້ອງການຊ່ວຍເຫຼືອກູ້ໄພຢູ່ທ້ອງຖິ່ນຕ່າງໆ.
ຄໍາເຫັນ