ກົມໃຫຍ່ການເມືອງກອງທັບ ປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ວັນເກີດປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ

ກົມໃຫຍ່ການເມືອງກອງທັບ ປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ວັນເກີດປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ
ກົມໃຫຍ່ການເມືອງກອງທັບ, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງປາຖະກະຖາມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949-20 ມັງກອນ 2024) ແລະ ວັນຄ້າຍວັນເກີດປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ (8 ກຸມພາ 1924-8 ກຸມພາ 2024) ຂຶ້ນໃນວັນທີ 30 ມັງກອນ ນີ້ ທີ່ກະຊວງປ້ອງກັນປະເທດ, ໂດຍການປາຖະກະຖາຂອງສະຫາຍ ພົນຈັດຕະວາ ບຸນເຫຼືອ ໄຊຍະເພັນ ຄະນະພັກກົມໃຫຍ່ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບກະຊວງປ້ອງກັນປະເທດມີຄະນະພັກ - ຄະນະບັນຊາ, ກົມ, ຫ້ອງການ, ກອງ, ນາຍ ແລະ ພົນທະຫານ, ພະນັກງານ - ນັກຮົບ ມາຈາກກົມກອງທົ່ວກົມໃຫຍ່ການເມືອງກອງທັບ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ບຸນເຫຼືອ ໄຊຍະເພັນ ໄດ້ຍົກໃຫ້ເຫັນປະຫວັດການກໍາເນີດ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວຕະຫຼອດໄລຍະ 75 ປີ ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ, ກອງທັບປະຊາຊົນລາວ ພ້ອມກັບປະຊາຊົນລາວບັນດາເຜົ່າໄດ້ດຳເນີນການປະຕິວັດຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານ ແລະ ເຮັດສຳເລັດໜ້າທີ່ການປະຕິວັດຊາດ ປະຊາທິປະໄຕ ປົດປ່ອຍປະເທດຊາດຢ່າງສົມບູນ ແລະ ສ້າງຕັ້ງລະບອບສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນ ໃນວັນທີ 2 ທັນວາ 1975. ໃນພາລະກຳປະຫວັດສາດດັ່ງກ່າວກອງທັບປະຊາຊົນລາວສ້າງໄດ້ທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຕະຫຼອດມາ ພ້ອມທັງເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງໃຫ້ນັບມື້ມີຄຸນນະພາບດີຂຶ້ນເລື້ອຍໆ. ກອງທັບປະຊາຊົນລາວ ແມ່ນພັກປະຊາຊົນ ປະຕິວັດລາວເປັນຜູ້ກໍ່ຕັ້ງ, ນໍາພາ ແລະ ສຶກສາອົບຮົມ ເວລາໃດກໍມີຄວາມຈົງຮັກພັກດີຕໍ່ພັກ ຕໍ່ປະຊາຊົນ ແລະ ຕໍ່ປະເທດຊາດ, ພຶດຕິກຳແຫ່ງການຕໍ່ສູ້ກູ້ຊາດ, ຮັກສາເຂດນໍ້າແດນດິນໄດ້ຢັ້ງຢືນຢ່າງຈະແຈ້ງວ່າ: ກອງທັບປະຊາຊົນລາວ ແມ່ນກຳເນີດມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ມີຄວາມຈົງຮັກພັກດີ ມີຄວາມບໍລິສຸດຜຸດຜ່ອງ, ມີລະບຽບແບບແຜນທີ່ເຂັ້ມງວດ ເດັດດ່ຽວໜຽວແໜ້ນ ພິລະອາດຫານ, ມີນໍ້າໃຈເສຍສະຫຼະອັນສູງສົ່ງຕໍ່ສູ້ເພື່ອຊາດ ເພື່ອອຸດົມການສັງຄົມນິຍົມ. ຕະຫຼອດໄລຍະ 75 ປີແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວພາຍໃຕ້ການນຳພາຂອງພັກ ແມ່ນປະຫວັດສາດແຫ່ງການທົດສອບອັນໃຫຍ່ຫຼວງໃນການຕໍ່ສູ້ອັນຍືດເຍື້ອຍາວນານ ເພື່ອຍາດເອົາຄວາມເປັນເອກະລາດແຫ່ງຊາດ, ຕະຫຼອດໄລຍະທາງອັນລະອິດລະອ້ຽວ, ຫຍຸ້ງຍາກລຳບາກ, ກຳລັງປະກອບອາວຸດໄດ້ປັບປຸງ ແລະ ກໍ່ສ້າງຕົນເອງໃຫ້ເຂັ້ມແຂງທັນສະໄໝ ເຮັດໜ້າທີ່ເຄື່ອນໄຫວສູ້ຮົບ, ກຽມພ້ອມສູ້ຮົບ ແລະ ຂົນຂວາຍກໍ່ສ້າງຮາກຖານການເມືອງ ເພີ່ມພູນຜະລິດຜົນ, ສ້າງພະລາທິການກັບທີ່ ເຮັດໜ້າທີ່ປ້ອງກັນຊາດສາມາດທັບມ້າງທຸກກົນອຸບາຍຂອງພວກຈັກກະພັດ ແລະ ບັນດາອິດທິກຳລັງປໍລະປັກ ເຮັດໃຫ້ປະເທດຊາດມີຄວາມສະຫງົບ, ປອດໄພ ແລະ ໝັ້ນຄົງ.ພ້ອມທັງຮັບຟັງປະຫັວດການເຄື່ອນໄຫວຂອງປະທານ ຄໍາໄຕ ສີພັນດອນ  ຄົບຮອບ 100 ປີ ຊຶ່ງເປັນໜຶ່ງໃນບັນດາຜູ້ນຳຮຸ່ນທຳອິດຂອງການປະຕິວັດລາວ ໄດ້ຮ່ວມກັບຜູ້ນຳອື່ນໆ ນຳພາ ພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ ອອກຈາກແອກປົກຄອງຂອງຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເພິ່ນເປັນຜູ້ນຳທີ່ມີນໍ້າໃຈຮັກຊາດອັນສູງສົ່ງ,  ເສຍສະຫຼະທຸກສິ່ງທຸກຢ່າງ ອຸທິດສະຕິປັນຍາ ແລະ ກຳລັງວັງຊາ ຢ່າງບໍ່ຮູ້ອິດຮູ້ເມື່ອຍ ຄຽງບ່າ ຄຽງໄຫຼ່ກັບປະທານ ໄກສອນ ພົມວິຫານ ແລະ ຜູ້ນຳຄົນອື່ນໆ ຈັດຕັ້ງນຳພາຂະບວນການປະຕິວັດ ໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ ແລະ ຍາດໄດ້ຜົນສຳເລັດຢ່າງມີໄຊ ແລະ ພາປະເທດຊາດກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມເທື່ອລະກ້າວຢ່າງໜັກແໜ້ນ, ປະທານ ຄຳໄຕ ສີພັນດອນ  ຍາມໃດກໍໄດ້ຮັບຄວາມນັບຖືຮັກແພງ ແລະ ເຊື່ອໝັ້ນໄວ້ວາງໃຈຈາກໝູ່ຄະນະ ກໍຄືພະນັກງານນັກຮົບ ແລະ ປະຊາຊົນລາວບັນດາເຜົ່າ, ໂດຍໄດ້ຮັບການມອບໝາຍຫຼາຍໜ້າທີ່ສຳຄັນ, ຈາກຜູ້ແທນລັດຖະບານລາວອິດສະຫຼະປະຈຳເຂດໃຕ້ລາວ, ເປັນປະທານຄະນະກຳມະການຕໍ່ຕ້ານເຂດກາງ, ເປັນກຳມະການສູນກາງແນວລາວອິດສະຫຼະ ແລະ ແນວລາວຮັກຊາດ, ເປັນກຳມະການສູນກາງພັກ, ໄດ້ຮັບການປະດັບຊັ້ນພົນເອກ ແລະ ເປັນຜູ້ບັນຊາການສູງສຸດກອງທັບປົດປ່ອຍປະຊາຊົນລາວ ແລະ ກອງທັບປະຊາຊົນລາວໃນເວລາຕໍ່ມາ; ເປັນກໍາມະການກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ, ເປັນຮອງນາຍົກລັດຖະມົນຕີ, ເປັນລັດຖະມົນຕີກະຊວງປ້ອງກັນປະເທດ, ເປັນນາຍົກລັດຖະມົນຕີ ແລະ ເປັນຜູ້ນຳສູງສຸດຂອງພັກ ແລະ ລັດ.ຈຸດປະສົງຂອງການປາຖະກະຖາໃນຄັ້ງນີ້ເພື່ອເຮັດໃຫ້ພະນັກງານ - ສະມາຊິກພັກ ທົ່ວກົມໃຫຍ່ການເມືອງກອງທັບ ກໍາແໜ້ນ ຮັບຮູ້ຄວາມພິລະອາດຫານ ແລະ ຜົນງານອັນຍິ່ງໃຫຍ່ຂອງກອງທັບປະຊາຊົນລາວ ໃນພາລະກິດປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ແລະ ຮໍ່າຮຽນເອົາແບບຢ່າງ ອັນລ້ຳເລີດຂອງປະທານ ຄຳໄຕ ສີພັນດອນ ເພື່ອນໍາໄປພັດທະນາຕົນເອງ ກໍຄືການໝູນໃຊ້ເຂົ້າໃນແບບແຜນການດໍາລົງຊີວິດ ແລະ ການປະຕິບັດໜ້າທີ່ວຽກງານຕົວຈິງໃຫ້ມີປະສິດທິຜົນດີຂຶ້ນໄປເລື້ອຍໆ. ໃນໂອກາດດຽວກັນນີ້, ໄດ້ມີການປະກາດຜົນການປະກວດຮູບພາບທົ່ວກົມໃຫຍ່ການເມືອງກອງທັບຊຶ່ງມີ 27 ກົມກອງເຂົ້າຮ່ວມ, ມອບລາງວັນຊະນະເລີດ ໃຫ້ແກ່ ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ທີ 2 ກົມກົດໝາຍ ແລະ ກອງວາລະສານປ້ອງກັນຊາດ, ທີ 3ກົມກໍ່ສ້າງຮາກຖານ, ກອງບັນນາທິການໜັງສືພິມກອງທັບ, ຫ້ອງການກົມໃຫຍ່ການເມືອງກອງທັບ ແລະ ລາງວັນຊົມເຊີຍ ມີ 21 ກົມກອງ.
ຂ່າວ-ພາບ: ຍຸພິນທອງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ເພີ່ມເຕີມ