![]() |
ໃນການປະຕິບັດວຽກງານຄັ້ງນີ້ ໄດ້ມີກຳລັງດັບໄຟລວມທັງໝົດ 100 ກວ່າຄົນ ບວກກັບອາສາສະໝັກຈາກເມືອງ, ບ້ານ ແລະ ພາກສ່ວນຕ່າງໆ ປະກອບມີ: ຈາກໂຮງຮຽນຕີພິເສດ 303 ຂອງກອງທັບປະຊາຊົນປະຕິວັດລາວ 50 ກວ່າຄົນ, ປະຊາຊົນບ້ານນາໄຊ 20 ກວ່າຄົນ, ປະຊາຊົນ ບ້ານໄຊສະຫວ່າງ 20 ກວ່າຄົນ, ຈາກກອງສຳຫຼວດປ່າໄມ້ ແລະ ກອງອຸທິຍານແຫ່ງຊາດພູເຂົາຄວາຍ ຮ່ວມກັນສົມທົບ, ໂດຍໄດ້ຮັບການຊີ້ນຳຢ່າງໄກ້ຊິດຈາກການນຳ.
![]() |
ຜົນການດໍາເນີນງານ ສາມາດຄວບຄຸມ ແລະ ດັບໄຟໄດ້ສໍາເລັດ 2 ຈຸດໃຫຍ່ ແລະ ຍັງມີໄຟໄໝ້ລາມປ່າບາງຈຸດ ທີ່ຍັງບໍ່ສາມາດຄວບຄຸມໄດ້ ເນື່ອງຈາກໄຟໄໝ້ມີຄວາມຮຸນແຮງ ປະກອບກັບສະພາບອາກາດຮ້ອນ ບວກກັບມີລົມແຮງ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການຄວບຄຸມໄຟປ່າ.
![]() |
ເພື່ອປ້ອງກັນ ບໍ່ໃຫ້ໄຟໄໝ້ລາມອອກໄປໃນວົງກວ້າງ ກົມປ່າໄມ້ ຮ່ວມກັບ ອົງການປົກຄອງແຂວງ, ເມືອງ ແລະ ບ້ານທີ່ກ່ຽວຂ້ອງ ໄດ້ຈັດດຕັ້ງກຳລັງພົນ ເພື່ອປະຈຳການ ແລະ ຕິດຕາມສະພາບໄຟໄໝ້ ທັງກາງເວັນ ແລະ ກາງຄືນ ພ້ອມທັງຈັດຕັ້ງຜູ້ປະສານງານ ເພື່ອລາຍງານຂໍ້ມູນຢ່າງຕໍ່ເນື່ອງ ໃຫ້ຂັ້ນເທິງຮັບຊາບຢ່າງວ່ອງໄວ, ທັນການ ເພື່ອວາງແຜນການສ້າງເຂດແລວກັນໄຟໃຫ້ຢູ່ໃນວົງຈຳກັດ ແລະ ເພື່ອໃຫ້ສາມາດຄວບຄຸມໄດ້.
(ຂ່າວ-ພາບ: ກົມປ່າໄມ້)



ຄໍາເຫັນ