ກົມພັກ ສະຫຼຸບການຈັດຕັ້ງປະຕິບັດໜ້າທີ່ວຽກງານປະຈຳປີ 2025

ກົມພັກ ສະຫຼຸບການຈັດຕັ້ງປະຕິບັດໜ້າທີ່ວຽກງານປະຈຳປີ 2025

ກົມພັກ ສະຫຼຸບການຈັດຕັ້ງປະຕິບັດໜ້າທີ່ວຽກງານປະຈຳປີ 2025
ກົມພັກ ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໜ້າທີ່ວຽກງານປະຈຳປີ 2025 ແລະ ວາງທິດທາງປີ 2026 ຂຶ້ນເມື່ອບໍ່ດົນມານີ້, ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ພົຈວ ຫຸມພັນ ຜິວເຂັມພອນ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີບັນດາຄະນະພັກ-ຄະນະບັນ ຊາກົມ ພ້ອມດ້ວຍນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ.
ກມພກ ສະຫບການຈດຕງປະຕບດໜາທວຽກງານປະຈຳປ 2025 - image 1
 

ສະຫາຍ ພັອ ພຽນສີ ແສງຄໍາຢອງ ຫົວໜ້າກົມພັກ ໄດ້ຍົກໃຫ້ເຫັນຜົນສຳເລັດຫຼາຍດ້ານທີ່ສຳຄັນໂດຍສະເພາະດ້ານການເມືອງ-ແນວຄິດ. ຍາມໃດຄະນະພັກ, ຄະນະກົມ ກໍໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບຢ່າງທົ່ວເຖິງ ເຮັດໃຫ້ທຸກສະຫາຍມີທັດສະນະຫຼັກໝັ້ນອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ປະຕິບັດລະບຽບວິໄນຂອງກຳລັງຢ່າງເຂັ້ມງວດ; ສຸມໃສ່ການປັບປຸງກົງຈັກການຈັດ ຕັ້ງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສຳເລັດການຄຸ້ມຄອງ ແລະ ປ້ອນຂໍ້ມູນຊີວະປະຫວັດຂອງຄະນະພັກຊຸດໃໝ່ເຂົ້າໃນລະບົບຖານຂໍ້ມູນ; ສ້າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ວຽກງານກໍ່ສ້າງພັກ-ພະນັກງານຢ່າງມີປະສິດທິຜົນ.

ນອກນັ້ນ, ວຽກງານບໍລິຫານ-ສັງລວມ ໄດ້ເຮັດໜ້າທີ່ເປັນເສນາທິການໃຫ້ຂັ້ນເທິງ, ຮັບ-ສົ່ງ ແລະ ຄຸ້ມຄອງເອກະສານໄດ້ທັງໝົດ 4,199 ສະບັບ; ເອົາໃຈໃສ່ແກ້ໄຂຊີວິດການເປັນຢູ່ຂອງນາຍ ແລະ ພົນຕຳຫຼວດ,ປະຕິບັດນະໂຍບາຍຍ້ອງຍໍ, ເລື່ອນຊັ້ນ ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນຍາມເຈັບເປັນ, ສົ່ງເສີມການຜະລິດເພື່ອສ້າງລາຍຮັບເສີມໃຫ້ຄອບຄົວໃຫ້ໄປຕາມທິດກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ສ່ວນທິດທາງປີ 2026 ກົມພັກ ໄດ້ກຳນົດທິດທາງທີ່ສຳຄັນຄື: ສືບຕໍ່ເພີ່ມທະວີການສຶກສາອົບຮົມການ ເມືອງ-ແນວຄິດໃຫ້ເລິກເຊິ່ງ ແລະ ຕໍ່ເນື່ອງ; ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດ, ຫັນເປັນທັນສະ ໄໝໃນການຄຸ້ມຄອງຂໍ້ມູນພະນັກງານ-ສະມາຊິກພັກ; ຍົກສູງຄຸນນະພາບການກໍ່ສ້າງພັກ ແລະ ຂະຫຍາຍພັກ ໂດຍເນັ້ນໃສ່ຄຸນນະພາບຕາມກົດລະບຽບຂອງພັກຢ່າງເຂັ້ມງວດ; ເພີ່ມທະວີການກວດກາ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ພາຍໃນກົມກອງ ເພື່ອຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ.

ໂອກາດນີ້, ສະຫາຍ ພົຈວ ຫຸມພັນ ຜິວເຂັມພອນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ກົມພັກຍາດມາໄດ້ໃນປີຜ່ານມາ ແລະ ໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາ ກໍຄື ພະນັກງານທົ່ວກົມ ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງໃຫ້ສູງຂຶ້ນກວ່າເກົ່າ, ຮັກສາຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ ແລະ ສຸມທຸກສະຕິປັນຍາເຂົ້າໃນການຈັດຕັ້ງປະຕິບັດແຜນການປີ 2026 ໃຫ້ປະກົດຜົນເປັນຈິງ ເພື່ອສ້າງກົມພັກໃຫ້ເປັນໜ່ວຍພັກຮາກຖານ "ປອດໃສ, ເຂັ້ມແຂງ, ໜັກແໜ້ນ" ຢ່າງຕໍ່ເນື່ອງ.

ຂ່າວ: ປກສ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມວາງມາດຕະການຕ້ານສະກັດກັ້ນ ແລະ ປາບປາມອາຊະຍາກຳສັດປ່າຂ້າມຊາດ

ກອງປະຊຸມວາງມາດຕະການຕ້ານສະກັດກັ້ນ ແລະ ປາບປາມອາຊະຍາກຳສັດປ່າຂ້າມຊາດ

ໃນວັນທີ 17 ກັນຍາ 2026 ຢູ່ທີ່ຫ້ອງປະຊຸມ ພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງຫຼວງພະບາງ, ໄດ້ມີການຈັດກອງປະຊຸມລາຍງານການຈັດຕັ້ງປະຕິບັດວຽກງານກວດກາ ແລະ ການດຳເນີນຄະດີຕໍ່ຜູ້ກະທຳຜິດ ໃນຄະດີອາຊະຍາກຳສັດປ່າຂ້າມຊາດ ທີ່ຕິດພັນກັບຮ້ານຂາຍເຄື່ອງທີ່ລະນຶກ ພ້ອມທັງວາງແຜນຕິດຕາມກວດກາ, ຕ້ານ ແລະ ສະກັດກັ້ນ ໃນຕໍ່ໜ້າ. ກອງປະຊຸມຄັ້ງນີ້ ດຳເນີນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ບຸນເດດ ສຸດທະວີໄລ ຫົວໜ້າກົມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ພັນເອກ ຂາວພອນ ພົມມະຈັນ ຫົວໜ້າກົມຕຳຫຼວດສິ່ງແວດລ້ອມ ກົມໃຫຍ່ຕຳຫຼວດ ແລະ ທ່ານ ແສງເພັດ ຮຸ່ງດວງຈັນ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຫຼວງພະບາງ, ໂດຍມີຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ພະນັກງານປະຕິວັດທີ່ມີຜົນງານໃນເມື່ອກ່ອນ ຢູ່ແຂວງຫຼວງພະບາງ ໄດ້ຮັບເງິນນະໂຍບາຍ ງວດທີ II

ພະນັກງານປະຕິວັດທີ່ມີຜົນງານໃນເມື່ອກ່ອນ ຢູ່ແຂວງຫຼວງພະບາງ ໄດ້ຮັບເງິນນະໂຍບາຍ ງວດທີ II

ວັນທີ 17 ກັນຍາ 2026 ນີ້ ທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຫຼວງພະບາງ ໄດ້ຈັດພິທີເບີກຈ່າຍເງິນນະໂຍບາຍອຸດໜູນເທື່ອດຽວ ໃຫ້ແກ່ພະນັກງານປະຕິວັດຜູ້ຍັງມີຊີວິດ ທີ່ມີຜົນງານໃນເມື່ອກ່ອນ, ໂດຍເປັນປະທານຂອງ ທ່ານ ນາງ ວຽນວິໄລ ດີລະພັນ ຮອງປະທານຄະນະກຳມະການປົກຄອງແຂວງ, ມີຜູ້ຕາງໜ້າຈາກພະແນກການຂະແໜງການທີ່ກ່ຽວຂ້ອງ ແລະຄະນະກຳມະການທີ່ໄດ້ຮັບການແຕ່ງຕັ້ງ ເຂົ້າຮ່ວມ.
ທ່ານ ກິແກ້ວ ໄຂຄຳພິທູນ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພພິບັດນໍ້າຖ້ວມ ຢູ່ເມືອງຄົງເຊໂດນ

ທ່ານ ກິແກ້ວ ໄຂຄຳພິທູນ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພພິບັດນໍ້າຖ້ວມ ຢູ່ເມືອງຄົງເຊໂດນ

ໃນວັນທີ 17 ກັນຍາ 2026, ທ່ານ ກິແກ້ວ ໄຂຄຳພິທູນ, ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ສນຊ), ປະທານສະພາທິດສະດີສູນກາງພັກ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວພົບປະຢ້ຽມຢາມ, ຊຸກຍູ້ວຽກງານ ແລະ ເຮັດວຽກຢູ່ເມືອງຄົງເຊໂດນ ແຂວງສາລະວັນ. ຕ້ອນຮັບ ທ່ານ ປະທານ ສນຊ ແລະ ຄະນະໃນຄັ້ງນີ້ ມີ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ, ທ່ານ ທອງດີ ຈັນທະວົງ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍການນຳຂັ້ນແຂວງ, ຂັ້ນເມືອງ, ຕາແສງ, ບ້ານ ແລະ ປະຊາຊົນບັນດາເຜົ່າ ເຂົ້າຮ່ວມຢ່າງພ້ອມ ພຽງ ຢູ່ທີ່ຫ້ອງວ່າການປົກຄອງເມືອງຄົງເຊໂດນ.
ທ່ານ ເພັດ ພົມພິພັກ ເຄື່ອນໄຫວຕິດຕາມ ເບິ່ງຜົນກະທົບຈາກໄພພິບັດນໍ້າຖ້ວມ ຢູ່ ແຂວງອຸດົມໄຊ

ທ່ານ ເພັດ ພົມພິພັກ ເຄື່ອນໄຫວຕິດຕາມ ເບິ່ງຜົນກະທົບຈາກໄພພິບັດນໍ້າຖ້ວມ ຢູ່ ແຂວງອຸດົມໄຊ

ໃນລະຫວ່າງວັນທີ 16-17 ກັນຍາ 2026,ທ່ານ ເພັດ ພົມພິພັກ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ຜູ້ຊີ້ນຳແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກ ພ້ອມທັງ ຕິດຕາມ, ກວດກາ ເບິ່ງຜົນກະທົບໄພພິບັດນໍ້າຖ້ວມ ຢູ່ ແຂວງອຸດົມໄຊ ທ່ານພ້ອມຄະນະນຳ ຂັ້ນສູນກາງ ແລະ ຂັ້ນແຂວງ ໄດ້ລົງພື້ນທີ່ ບ້ານນາງີ້ວ, ບ້ານບໍ່, ບ້ານແຟນ ແລະ ບ້ານຫົວນໍ້າບາກ ຕາແສງພູໄຊ, ເມືອງໄຊ ທີ່ໄດ້ຮັບຜົນກະທົບນໍ້າໄຫຼຊຸແຮງ ໃນທ້າຍເດືອນ ສິງຫາ 2026 ຜ່ານມາ.
ເສັ້ນທາງ 450 ປີ ໜຶ່ງໃນແລວເສດຖະກິດຂອງນະຄອນຫຼວງວຽງຈັນ

ເສັ້ນທາງ 450 ປີ ໜຶ່ງໃນແລວເສດຖະກິດຂອງນະຄອນຫຼວງວຽງຈັນ

ໂຄງການກໍ່ສ້າງເສັ້ນທາງ 450 ປີ ເປັນການຈັດຕັ້ງຜັນຂະຫຍາຍມະຕິຕົກລົງຂອງກອງປະຊຸມໃຫຍ່ ຄັ້ງທີ VIII, IX ຂອງສູນກາງພັກ ກ່ຽວກັບການຫັນຊັບສິນເປັນທຶນ ແລະ ປະຕິບັດ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງ ອົງຄະນະພັກ ນະຄອນຫຼວງວຽງຈັນ ທີ່ໄດ້ກໍານົດເອົາ 13 ແຜນງານ 160 ໂຄງການ ແລະ 21 ໂຄງການຈຸດສຸມ ເພື່ອພັດທະນາຕົວເມືອງ ນະຄອນຫຼວງວຽງຈັນ. ໃນໄລຍະນັ້ນ, ແມ່ນແນໃສ່ຍົກລະດັບພື້ນຖານໂຄງລ່າງຂອງເມືອງຫຼວງ ເປັນເທສະບານ ໃຫ້ມີໃບໜ້າໃໝ່, ຮັບໃຊ້ງານມະຫາກໍາຊີເກມ ຄັ້ງທີ 25 ແລະ ງານສະເຫຼີມສະຫຼອງວຽງຈັນ ເປັນນະຄອນຫຼວງ ຄົບຮອບ 450 ປີ.
ສາລະວັນ ຜັນຂະຫຍາຍຜົນກອງປະຊຸມວຽກງານກວດກາທົ່ວປະເທດ ຕິດພັນກັບວຽກງານກວດກາທົ່ວແຂວງ

ສາລະວັນ ຜັນຂະຫຍາຍຜົນກອງປະຊຸມວຽກງານກວດກາທົ່ວປະເທດ ຕິດພັນກັບວຽກງານກວດກາທົ່ວແຂວງ

ແຂວງສາລະວັນ ດຳເນີນກອງປະຊຸມຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຜົນສໍາເລັດກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ຕິດພັນກັບການສະຫຼຸບຕີລາຄາການເຄືີ່ອນໄຫວວຽກງານກວດກາທົ່ວແຂວງ ໄລຍະ 5 ປີ 2021-2026, ໃນວັນທີ 17 ກັນຍາຜ່ານມານີ້, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ; ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ຊົມຊື່ນ ໄຊເກີຢາຈົງຕົວ ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີບັນດາສະຫາຍໃນຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ຄະນະກວດກາແຂວງ, ປະທານກວດກາເມືອງ ແລະ ປະທານຄະນະກວດກາພະແນກການ ອົງການອ້ອມຂ້າງແຂວງເຂົ້າຮ່ວມ.
ກາເຟມິຣາໂຄລາວ ຮ່ວມຮັບໃຊ້ກອງປະຊຸມ 3RC-CCM ສ້າງຄວາມປະທັບໃຈໃຫ້ຜູ້ເຂົ້າຮ່ວມ ທັງພາຍໃນ ແລະ ຕ່າງປະເທດ

ກາເຟມິຣາໂຄລາວ ຮ່ວມຮັບໃຊ້ກອງປະຊຸມ 3RC-CCM ສ້າງຄວາມປະທັບໃຈໃຫ້ຜູ້ເຂົ້າຮ່ວມ ທັງພາຍໃນ ແລະ ຕ່າງປະເທດ

​ ເພື່ອເປັນການສົ່ງເສີມ ແລະ ເຜີຍແຜ່ຜະລິດຕະພັນຂອງຄົນລາວໃຫ້ເປັນທີ່ຮູ້ຈັກໃນລະດັບສາກົນ, ຜະລິດຕະພັນກາເຟ "ມິຣາໂຄລາວ" (Miracle Lao) ໄດ້ເຂົ້າຮ່ວມບໍລິການເຄື່ອງດື່ມກາເຟໃຫ້ບັນດາຜູ້ແທນ ທີ່ເຂົ້າຮ່ວມກອງປະຊຸມ 3RC-CCM ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 14 ຫາ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ.
ອາຫານລາວພື້ນບ້ານ ເນັ້ນສຸຂະພາບ ສືບສານພູມປັນຍາທ້ອງຖິ່ນ

ອາຫານລາວພື້ນບ້ານ ເນັ້ນສຸຂະພາບ ສືບສານພູມປັນຍາທ້ອງຖິ່ນ

ປະເທດລາວ ອຸດົມສົມບູນໄປດ້ວຍພືດພັນທັນຍາຫານທໍາມະຊາດທີ່ຫຼາກຫຼາຍ ນັບທັງປຸງແຕ່ງເປັນອາຫານ, ປຸງແຕ່ງຢາເພື່ອປິ່ນປົວພະຍາດ-ຮັກສາສຸຂະພາບ ແລະ ນໍາໃຊ້ເຂົ້າໃນວຽກງານອຸດສາຫະກໍາຕ່າງໆ.
ຜົ້ງສາລີ ວາງວິໄສທັດຮອດປີ 2030ຈະສຸມໃສ່ພັດທະນາຕາມ 5 ທ່າແຮງຫຼັກ

ຜົ້ງສາລີ ວາງວິໄສທັດຮອດປີ 2030ຈະສຸມໃສ່ພັດທະນາຕາມ 5 ທ່າແຮງຫຼັກ

ແຂວງຜົ້ງສາລີໄດ້ວາງວິໃສທັດຮອດປີ 2030 ຈະນຳພາເສດຖະກິດຂອງແຂວງໃຫ້ເປັນເອກະລາດ ສຸມໃສ່ພັດທະນາຕາມ 5 ທ່າແຮງບົ່ມຊ້ອນປາຍແຫຼມຂອງແຂວງ, ຄຸ້ມຄອງການພັດທະນາເສດຖະກິດ-ສັງຄົມໃຫ້ມີປະສິດທິພາບ, ປະສິດທິຜົນ, ມີຄວາມສົມດຸນຕາມທິດສີຂຽວ ແລະ ຍືນຍົງ ພ້ອມທັງນຳເອົາປະຊາຊົນບັນດາເຜົ່າຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.
ພາຍໃຕ້ການນຳພາຂອງພັກ ແຂວງຜົ້ງສາລີ ນັບມື້ເຕີບໃຫຍ່ເຂັ້ມແຂງຢ່າງຕໍ່ເນື່ອງ

ພາຍໃຕ້ການນຳພາຂອງພັກ ແຂວງຜົ້ງສາລີ ນັບມື້ເຕີບໃຫຍ່ເຂັ້ມແຂງຢ່າງຕໍ່ເນື່ອງ

ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ແລະ ດ້ວຍການເສີມຂະຫຍາຍກຳລັງແຮງສັງລວມຂອງຊາດ, ຂອງຍຸກສະໄໝ ເຮັດໃຫ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະສະໄໝ ແລະ ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດແຕ່ລະຄັ້ງ ບັນລຸຕາມຄາດໝາຍ ຊຶ່ງໄດ້ສ້າງຄວາມເຊື່ອໝັ້ນອັນໜັກແໜ້ນໃຫ້ປະຊາຊົນລາວບັນດາເຜົ່າ ແລະ ເພື່ອນມິດສາກົນ, ທັງສ້າງພື້ນຖານອັນໜັກແໜ້ນໃຫ້ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ຮັບປະກັນຄວາມມີສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນບັນດາເຜົ່າດີຂຶ້ນເປັນລຳດັບ.
ເພີ່ມເຕີມ