ກົມຕຳຫຼວດຄຸມຂັງ-ດັດສ້າງ ສຸມໃສ່ປັບປຸງກົມກອງໃຫ້ມີຄວາມເຂັ້ມແຂງ

ກົມຕຳຫຼວດຄຸມຂັງ-ດັດສ້າງ ສຸມໃສ່ປັບປຸງກົມກອງໃຫ້ມີຄວາມເຂັ້ມແຂງ
ໂດຍ: ວັນເພັງ
    ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ(ປກສ) 5 ເມສາ 1961-5 ເມສາ 2024ຄົບຮອບ 63 ປີ ທ່ານພົວ ສົມລິດ ດາວຮຸ່ງສຸລິ ຫົວໜ້າກົມຕຳຫຼວດຄຸມຂັງ-ດັດສ້າງໄດ້ໃຫ້ສຳພາດຜ່່ານສື່ມວນຊົນເມື່ອບໍ່ດົນມານີ້ວ່າ:ກຳລັງຕຳຫຼວດຄຸມຂັງ-ດັດສ້າງ ກະຊວງປກສໄດ້ເພີ່ມທະວີການເຄື່ອນໄຫວປະຕິບັດໜ້າທີ່ການເມືອງຂອງຕົນທີ່ໄດ້ຮັບມອບໝາຍຈາກຂັ້ນເທິງດ້ວຍຄວາມຮັບຜິດຊອບສູງ.
    ທ່ານ ພົວ ສົມລິດ ດາວຮຸ່ງສຸລິ ໄດ້ກ່າວໃຫ້ຮູ້ອີກວ່າ: ຕະຫຼອດໄລຍະຜ່ານມາ ກົມຕຳຫຼວດຄຸມຂັງ-ດັດສ້າງໄດ້ສຸມໃສ່ປັບປຸງພາຍໃນກົມກອງຂອງຕົນໃຫ້ເຕີບໃຫຍ່ຂະຫຍາຍຕົວເທື່ອລະກ້າວ ສຸມໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະໂດຍປະຕິບັດໂຄງການວຽກງານຄຸມຂັງ-ດັດສ້າງທີ່ນອນໃນ 41 ໂຄງການຂອງກະຊວງ ໄດ້ຫັນເປັນແຜນການປະຕິບັດປະຈຳປີໂດຍກຳນົດເປັນ 12 ວຽກເປັນຕົ້ນວຽກງານຊີ້ນໍາ-ບັນຊາຂອງຄະນະພັກ, ຄະນະບັນຊາແຕ່ລະຂັ້ນ;ວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ກໍ່ສ້າງບຸກຄະລາກອນ;ວຽກງານສຶກສາອົບຮົມນັກໂທດ, ຜູ້ຖືກດັດສ້າງ;ວຽກງານປ້ອງກັນເວນຍາມຮັບປະກັນຄວາມສະຫງົບປອດໄພໃນຄ້າຍຄຸມຂັງ-ດັດສ້າງ; ວຽກງານຄຸ້ມຄອງນັກໂທດ, ຜູ້ຖືກຫາ, ຜູ້ຖືກດັດສ້າງ;ວຽກງານສືບສວນ-ສອບສວນ, ກໍ່ສ້າງ ແລະ ນໍາໃຊ້ຜູ້ຮ່ວມງານ;ວຽກງານຝຶກວິຊາຊີບຈັດຕັ້ງນັກໂທດອອກແຮງງານ, ທໍາການຜະລິດແກ້ໄຂຊີວິດການເປັນຢູ່;ວຽກງານສ້າງ ແລະ ປັງປຸງນິຕິກຳຮັບໃຊ້ພາຍໃນກົມກອງ;ວຽກງານພັດທະນາການກໍ່ສ້າງ ແລະ ປັບປຸງພື້ນຖານໂຄງລ່າງສໍານັກງານອົງການ ແລະ ຄ້າຍຄຸມຂັງ-ດັດສ້າງ;ວຽກງານເສນາທິການ ແລະ ພົວພັນປະສານສົມທົບພາຍໃນ-ຕ່າງປະເທດ;ວຽກງານສ້າງພະລາທິການກັບທີ່;ວຽກງານບຳບັດປິ່ນປົວຜູ້ຕິດຢາເສບຕິດຢູ່ບັນດາຄ້າຍດັດສ້າງໂດຍໄດ້ສຸມໃສ່ວຽກງານປ້ອງກັນເວນຍາມຮັບປະກັນຄວາມປອດໄພຢູ່ບັນດາຄ້າຍຄຸມຂັງ-ດັດສ້າງ ແລະ ສຸມໃສ່ໃນການສຶກສາອົບຮົມຄຸ້ມຄອງນັກໂທດດ້ວຍລະບຽບວິໄນທີ່ເຂັ້ມງວດ ແລະ ເອົາໃຈໃສ່ກຳສະພາບການເຄື່ອນໄຫວຂອງກຸ່ມຄົນບໍ່ດີທີ່ອາດຈະສ້າງຄວາມບໍ່ສະຫງົບໃນຄ້າຍຄຸມຂັງ.
ຄຽງຄູ່ກັນນັ້ນ, ກໍໄດ້ສຸມໃສ່ສ້າງພະລາທິການກັບທີ່ດ້ວຍການປະຕິບັດ 3 ຂະແໜງການຜະລິດເປັນຕົ້ນຕໍຄື: ຂະແໜງອຸດສາຫະກຳ, ຂະແໜງກະສິກຳ ແລະ ການບໍລິການ ຊຶ່ງໄດ້ສ້າງລາຍຮັບເຂົ້າກົມກອງ ແລະ ສາມາດແກ້ໄຂຊີວິດການເປັນຢູ່ຂອງນັກໂທດ-ດັດສ້າງໃນລະດັບອັນແນ່ນອນ.ພ້ອມນັ້ນ, ເພື່ອໃຫ້ມີຄວາມເປັນລະບຽບຮຽບຮ້ອຍແລະມີຄວາມສະຫງົບປອດໄພໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປກສຄົບຮອບ 63 ປີຄະນະພັກ-ຄະນະກົມຕໍາຫຼວດຄຸມຂັງ-ດັດສ້າງໄດ້ສຸມໃສ່ນໍາພານາຍແລະພົນຕໍາຫຼວດຢູ່ແຕ່ລະຄ້າຍເອົາໃຈໃສ່ປ້ອງກັນເວນຍາມຢູ່ພາຍໃນຂົງເຂດຄວາມຮັບຜິດຊອບຂອງຕົນເພື່ອຮັບປະກັນໄດ້ຄວາມປອດໄພໂດຍພື້ນຖານ.
    ໃນໂອກາດວັນສ້າງຕັ້ງກໍາລັງປກສ ຄົບຮອບ 63 ປີ,ທ່ານພົວ ສົມລິດດາວຮຸ່ງສຸລິຍັງໄດ້ອວຍພອນມາຍັງການນໍາພັກ-ລັດທຸກໆທ່ານ, ການນໍາກະຊວງປກສ ຈົ່ງມີສຸຂະພາບເຂັ້ມແຂງ, ມີອາຍຸຍືນຍາວ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວສືບຕໍ່ນໍາພາກະຊວງ ປກສ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ