ກອງບັນຊາການທະຫານແຂວງບໍ່ແກ້ວໄດ້ຈັດພິທີປະກາດການຈັດຕັ້ງ ແລະ ເລື່ອນຊັ້ນໃຫ້ນາຍທະຫານຂຶ້ນ ໃນວັນທີ 26 ຕຸລາ ຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ບຸນມີ ພາມີໄຊ ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາ 6ຫ້ອງ, 5 ກອງບັນຊາການທະຫານເມືອງ, 2 ກອງພັນພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນໂທ ເຄນ ແກ້ວດາລາ ຮອງຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຫ້ອງການ ແລະ ບໍລິຫານ ກອງບັນຊາການທະຫານແຂວງ,ກະຊວງປ້ອງກັນປະເທດຕົກລົງແຕ່ງຕັ້ງສະຫາຍ ພັນຕີ ຕຳແກ້ວ ໃຈຍາສັກ ເປັນຮອງຫົວໜ້າຫ້ອງການ ແລະ ບໍລິຫານກອງບັນຊາການທະຫານແຂວງບໍ່ແກ້ວ, ຈາກນັ້ນ, ສະຫາຍ ພັນໂທ ວຽງສະຫວັນ ຄຳມະນີຫຼ້າ ຫົວໜ້າພະແນກພະນັກງານຫ້ອງການເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການເລືອນຊັ້ນໃຫ້ນາຍທະຫານ ໂດຍອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໃນພາກທີ II ໝວດທີ 3 ມາດຕາທີ 22 ແລະ ມາດຕາ 23 ປະກອບມີ: ຊັ້ນຮ້ອຍເອກຂຶ້ນພັນຕີຈຳນວນ 8 ສະຫາຍ, ຍິງ 2 ສະຫາຍ, ຊັ້ນຮ້ອຍໂທຂຶ້ນຮ້ອຍເອກຈຳນວນ 50ສະຫາຍ ຍິງ 11 ສະຫາຍ,ຊັ້ນຮ້ອຍຕີຂຶ້ນຮ້ອຍໂທຈຳນວນ 29ສະຫາຍ, ວາທີຂຶ້ນຮ້ອຍຕີຈຳນວນ 71ສະຫາຍ, ປະດັບທຽບຊັ້ນຮ້ອຍໂທຈຳນວນ 16ສະຫາຍແລະຮ້ອຍຕີ 2 ສະຫາຍເປັນກຽດປະດັບຊັ້ນໂດຍສະຫາຍ ພົນຈັດຕະວາ ບຸນມີ ພາມີໄຊ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ບຸນມີ ພາມີໄຊ ໄດ້ເນັ້ນໜັກໃຫ້ຜູ້ໄດ້ຮັບການເລື່ອນຊັ້ນ ແລະ ຮັບໜ້າທີ່ໃໝ່ຕ້ອງເປັນເຈົ້າການໃນການປັບປຸງໜ້າທີ່ວຽກງານ, ຍົກສູງຄວາມຮັບຜິດຊອບ, ເຊື່ອມຊຶມບັນດາມະຕິຕ່າງໆຂອງພັກ-ລັດ, ເຝິກຝົນຫຼໍ່ຫຼອມຕົນເອງ, ຊອກຮູ້ຮໍ່າຮຽນ, ດຸໝັ່ນຂະຫຍັນພຽນກຸ້ມຕົນເອງ ເພິ່ງຕົນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເປັນແບບຢ່າງນຳໜ້າໃຫ້ມະຫາຊົນໃນທຸກຂະບວນການ, ມີຄຸນທາດການເມືອງໜັກແໜ້ນ, ມີແບບແຜນວິທີເຮັດວຽກທີ່ທັນສະໄໝ, ຍົກສູງໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍໃຫ້ມີຜົນສໍາເລັດ, ຮັກສາໄດ້ຄວາມສາມັກຄີເພື່ອພ້ອມກັນປັບປຸງກໍ່ສ້າງກົມກອງໃຫ້ມີບາດກ້າວໃໝ່ເຕີບໃຫຍ່ຂະຫຍາຍຕົວຂຶ້ນເປັນກ້າວໆ.
ຂ່າວ-ພາບ: ວໍລະສິດ ພິດສະຫາຍ

ຄໍາເຫັນ