![]() |
ສະຫາຍ ພັນໂທ ສົມປອງ ເຈື້ອຫຼວງຄໍາມີ ຫົວໜ້າພະແນກພະນັກງານ ຫ້ອງການເມືອງ ກອງບັນຊາທະຫານແຂວງຫຼວງນໍ້າທາ ໄດ້ຜ່ານຂໍໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານ ຢູ່ກອງບັນຊາການທະຫານແຂວງຫຼວງນໍ້າທາ ໃນນີ້, ເລື່ອນຊັ້ນ ຮ້ອຍເອກ ຂຶ້ນຊັ້ນພັນຕີ 8 ສະຫາຍ, ຊັ້ນຮ້ອຍໂທ ຂຶ້ນຊັ້ນຮ້ອຍເອກ 33 ສະຫາຍ ແລະ ຊັ້ນຮ້ອຍຕີ ຂຶ້ນ ຊັ້ນຮ້ອຍໂທ 9 ສະຫາຍ.
![]() |
ໃນພິທີ, ສະຫາຍ ພັນໂທ ພອນໄຊ ພົມຍະລິດ ຮອງຫົວໜ້າພະແນກນະໂຍບາຍ ໄດ້ຜ່ານລັດຖະດຳລັດຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ (2 ທັນວາ 1975-2 ທັນວາ 2025) ໃຫ້ພະນັກງານ-ລັດຖະກອນປະຈຳການ ແລະ ບຳນານຂອງແຂວງຫຼວງນ້ຳທາທັງໝົດຈຳນວນ 5,705 ທ່ານ ຍິງ 1,637 ທ່ານ.
![]() |
ໃນນີ້, ກອງບັນຊາການທະ ຫານແຂວງຫຼວງນ້ຳທາມີຈຳນວນ 1,098 ສະຫາຍ, ປະຈຳການ 869 ສະຫາຍ ແລະ ພະນັກງານບຳນານ 229 ສະຫາຍ.
![]() |
ໂດຍ: ບຸນປັນ ປັນຍາລິນ




ຄໍາເຫັນ