ກອງປະຊຸມ 4 ພາກສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທຳ

ກອງປະຊຸມ 4 ພາກສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທຳ

ກອງປະຊຸມ 4 ພາກສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທຳ
ກະຊວງປ້ອງກັນຄວາມສະຫງົບ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ ແລະ ກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມຮ່ວມ 4 ພາກສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທໍາຄັ້ງທີ VIII ໃນວັນທີ 21 ກັນຍາ ນີ້ ທີ່ສະໂມສອນກະຊວງປ້ອງກັນຄວາມສະຫງົບ, ເປັນປະທານຮ່ວມໂດຍ ທ່ານ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ໄພວີ ສີບົວລິພາ ກໍາມະການສູນກາງພັກ ປະທານສານປະຊາຊົນສູງສຸດ, ທ່ານ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານນາງ ສີສຸດາ ໂສພາວັນດີ ຮອງລັດຖະມົນຕີກະຊວງຍຸຕິທໍາ, ເປັນກຽດເຂົ້າຮ່ວມໂອ້ລົມໂດຍທ່ານ ພົອ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູງກາງພັກ ພ້ອມດ້ວຍການນໍາຂອງ 4 ພາກສ່ວນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ກອງປະຊມ 4 ພາກສວນກຽວກບການດາເນນຄະດຕາມຂະບວນຍຕທຳ - image 1
 

 

ທ່ານ ພົທ ວັນທອງ ກອງມະນີ ກ່າວວ່າ: ກອງປະຊຸມຄັ້ງນີ້, ສຸດທີ່ມີຄວາມໝາຍສໍາຄັນທີ່ 4 ພາກສ່ວນໄດ້ພ້ອມກັນກວດກາ, ຕີລາຄາ ແລະ ປະເມີນຜົນໃນການເຄື່ອນໄຫວຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຮ່ວມ 4 ພາກສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທໍາຄັ້ງທີ VII ໃນໄລຍະ 2 ປີຜ່ານມາ ໂດຍສະເພາະແມ່ນການແກ້ໄຂຄະດີ ແລະ ການປະສານງານຕ່າງໆ ເຖິງແມ່ນວ່າສະພາບພາກພື້ນ ແລະ ສາກົນມີຄວາມຜັນແປຢ່າງສະຫຼັບສັບຊ້ອນ, ມີທັງກາລະໂອກາດທີ່ເອື້ອອໍານວຍ ແລະ ສິ່ງທ້າທາຍທົດສອບຫຼາຍປະການເປັນຕົ້ນບັນຫາທາງດ້ານການເມືອງ, ວິກິດການທາງດ້ານເສດຖະກິດການເງິນ ແລະ ການປະທະກັນດ້ວຍອາວຸດຮ້າຍແຮງຢູ່ຕາເວັນອອກກາງ ຊຶ່ງສົ່ງຜົນກະທົບເຖິງລາຄານ້ຳມັນ ແລະ ເສດຖະກິດໂລກ, ການໂຈລະກຳ, ການກໍ່ການຮ້າຍ, ໄພພິບັດທາງທຳມະຊາດ, ພະຍາດລະບາດ ແລະ ບັນຫາອື່ນໆ ແຕ່ເຈົ້າໜ້າທີ່ຕຳຫຼວດ, ໄອຍະການປະຊາຊົນ, ຜູ້ພິພາກສາ ແລະ ພະນັກງານປະຕິບັດຄໍາຕັດສິນຂອງສານກໍໄດ້ສຸມໃສ່ບຸກບືນຜ່ານຜ່າແກ້ໄຂຄະດີໃຫ້ມີຄວາມວ່ອງໄວ, ໂປ່ງໃສ, ຖືກຕ້ອງ ແລະ ຮັບປະກັນຄວາມຍຸຕິທໍາ, ປັບປຸງກົນໄກ, ປະສານງານ ແລະ ການຈັດຕັ້ງໃຫ້ມີຄວາມໜັກແໜ້ນ, ເຂັ້ມ ແຂງ, ມີການຫັນປ່ຽນທີ່ຕັ້ງໜ້າ, ສາມາດເຮັດສຳເລັດຕາມພາລະບົດບາດໜ້າທີ່ຂອງຕົນເພື່ອເປັນການພັດທະນາວຽກງານການດໍາເນີນຄະດີຕາມຂະບວນການຍຸຕິທໍາ, ຍົກສູງການຄຸ້ມຄອງລັດ, ຄຸ້ມຄອງສັງຄົມໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ຍຸຕິທໍາ ເທື່ອລະກ້າວຕາມທີ່ໄດ້ກຳນົດໄວ້ຢູ່ໃນມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ມະຕິກົມການເມືອງສູນກາງພັກເລກທີ 112/ກມສພ ວ່າດ້ວຍການຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນຍຸຕິທໍາ ແລະ ມະຕິຄະນະບໍລິຫານງານສູນກາງພັກເລກທີ 037/ຄບສພ ວ່າດ້ວຍການຍົກສູງປະສິດທິພາບໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍໃຫ້ເຂົ້າສູ່ລວງເລິກ ແລະ ເປັນຮູບປະທໍາ, ຊອກໃຫ້ເຫັນດ້ານດີເພື່ອເປັນບົດຮຽນໃນການສືບຕໍ່ເສີມຂະຫຍາຍ, ຊອກຮູ້ສິ່ງທີ່ເປັນຂໍ້ຫຍຸ້ງຍາກ, ຂໍ້ຂາດຕົກບົກຜ່ອງເພື່ອພ້ອມກັນຫາວິທີປັບປຸງແກ້ໄຂ, ສ້າງເງື່ອນໄຂເຮັດໃຫ້ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງພວກເຮົາໃຫ້ເປັນຮູບປະທຳ ແລະ ມີຄຸນນະພາບສູງຂຶ້ນເທື່ອລະກ້າວ.

ພ້ອມນີ້, ທ່ານ ພົຕ ກອງສະຫວັດ ບຸນລ້ຽງ ກໍາມະການສໍາຮອງສູນກາງພັກ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໃຫ້ຮູ້ວ່າ: ໃນໄລຍະການຈັດຕັ້ງປະຕິ ບັດເນື້ອໃນບົດບັນທຶກຮ່ວມ 4 ພາກສ່ວນ ຄັ້ງທີ VII ເປັນເວລາ 2 ປີຜ່ານມາ ສາມາດເຮັດສໍາເລັດໜ້າທີ່ການດໍາເນີນຄະດີຕາມຂະບວນຍຸຕິທໍາ ຄື: ອົງການສືບສວນ-ສອບສວນ ເຈົ້າໜ້າທີ່ຕໍາຫຼວດ ສາມາດມ້າງຄະດີໄດ້ 12,488 ເລື່ອງ ມີຜູ້ຖືກຫາ 19,401 ຄົນ ຍິງ 2.410 ຄົນ ແລະ ຄົນຕ່າງປະເທດ 869 ຄົນ ຍິງ 165 ຄົນ. ໃນນັ້ນ, ມີຄະດີຢາເສບຕິດ ຈໍານວນ 7,470 ເລື່ອງ ຈັບຜູ້ຖືກຫາ ຈໍານວນ 11,345 ຄົນ ຍິງ 824 ຄົນ, ຄົນຕ່າງປະເທດ 440 ຄົນ ຍິງ 72 ຄົນ ແລະ ດໍາເນີນຄະດີສໍາເລັດ 9,917 ເລື່ອງ ຜູ້ຖືກຫາ 14,879 ຄົນ ຍິງ 1,784 ຄົນ ຕ່າງປະເທດ 634 ຄົນ ຍິງ 77 ຄົນ; ອົງການໄອຍະການປະຊາຊົນໄດ້ຄົ້ນຄວ້າ ແລະ ແກ້ໄຂຄະດີອາຍາສຳເລັດ 24,741 ເລື່ອງ; ສານປະຊາຊົນ ສາມາດຕັດສິນຄະດີອາຍາໄດ້ທັງໝົດ 12,308 ເລື່ອງ ແລະ ກະຊວງຍຸຕິທໍາ ສາມາດປະຕິບັດຄຳຕັດສິນຂອງສານສຳເລັດ 4,758 ເລື່ອງ. ໃນນັ້ນ, ສາມາດເກັບກູ້ຊັບສິນ, ວັດຖຸ, ເງິນ-ຄຳ ແລະ ເຄື່ອງຂອງອື່ນໆຄືນໃຫ້ຜູ້ຊະນະຄະດີ ແລະ ຮີບເປັນຂອງລັດ ຕາມປະເດັນຄຳຕັດສິນໄດ້ຢ່າງຄົບຖ້ວນ.

ໃນວາລະກອງປະຊຸມ 4 ພາກສ່ວນ ກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທໍາຄັ້ງນີ້, ຍັງໄດ້ເຊັນບົດບັນທຶກຮ່ວມກັນທາງດ້ານວິຊາການກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ແລະ ການດໍາເນີນຄະດີ ເພື່ອເປັນບ່ອນອີງໃນການປະຕິບັດໃຫ້ຖືກຕ້ອງ ແລະ ເປັນເອກະພາບໃນການດໍາເນີນຄະດີ ແລະ ການປະຕິບັດກົດໝາຍ.

ກອງປະຊມ 4 ພາກສວນກຽວກບການດາເນນຄະດຕາມຂະບວນຍຕທຳ - image 2
 

ໃນໂອກາດນີ້, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ໄດ້ໂອ້ລົມສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ- ຄະນະນໍາທັງ 4 ພາກສ່ວນທີ່ໄດ້ເອົາໃຈໃສ່ນຳພາ-ຊີ້ນຳພະນັກງານຂອງຕົນ ສຸມໃສ່ເຮັດວຽກການດຳເນີນຄະດີໃຫ້ມີຄວາມວ່ອງໄວ ແລະ ມີຄຸນນະພາບ, ສາມາດແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ, ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ. ເພື່ອເປັນການສືບຕໍ່ຮັບປະກັນໃຫ້ວຽກດັ່ງກ່າວ ທ່ານໄດ້ເນັ້ນ 6 ບັນຫາທີ່ສໍາຄັນເພື່ອໃຫ້ຄະນະພັກ-ຄະນະນໍາທັງ 4 ພາກສ່ວນນໍາໄປຈັດຕັ້ງປະຕິບັດເຂົ້າໃນວຽກງານການດໍາເນີນຄະດີຕາມຂະບວນຍຸຕິທໍາໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ມີປະສິດທິພາບດີຂຶ້ນກວ່າເກົ່າ ຄື:

1. ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ກໍຄືເຈົ້າໜ້າທີ່ຕໍາຫຼວດ, ພະນັກງານໄອຍະການປະຊາຊົນ, ຜູ້ພິພາກສາ ແລະ ພະນັກງານປະຕິບັດຄໍາຕັດສິນຂອງສານໃຫ້ມີຈັນຍາບັນ-ຈັນຍາທໍາໃນການປະຕິບັດໜ້າທີ່ຂອງຕົນ, ເນື່ອງຈາກວ່າໃນເງື່ອນໄຂແຫ່ງການປະຕິບັດກົນໄກເສດຖະກິດຕະຫຼາດ, ການເຊື່ອມໂຍງກັບສາກົນບວກໃສ່ກຸ່ມຄົນບໍ່ດີ ແລະ ອິດທິກຳລັງປໍລະປັກໄດ້ດຳເນີນສົງຄາມຫັນປ່ຽນໂດຍສັນຕິ ຊຶ່ງໄດ້ຊັກຈູງໃຫ້ສະມາຊິກພັກ-ພະນັກງານຂອງຈໍານວນໜຶ່ງທີ່ບໍ່ມີຫຼັກໝັ້ນ, ອຸດົມການ, ຂາດຈັນຍາບັນ-ຈັນຍາທໍາ, ສ້າງເງື່ອນໄຂ, ສວຍໃຊ້ຊ່ອງວ່າງຂອງກົດໝາຍ, ກົດໜ່ວງ ການດໍາເນີນຄະດີຊັກຊ້າ, ຫຼົບໄປ-ຫຼົບມາ ແລະ ບໍ່ໄປຕາມກົດໝາຍກໍານົດເພື່ອຫາຜົນປະໂຫຍດສ່ວນຕົວ.

2. ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ມະຕິກົມການເມືອງສູນກາງພັກເລກທີ 112/ກມສພ ວ່າດ້ວຍການຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນຍຸຕິທໍາ ແລະ ມະຕິຄະນະບໍລິ ຫານງານສູນກາງພັກເລກທີ 037/ຄບສພ ວ່າດ້ວຍການຍົກສູງປະສິດທິພາບໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍໃຫ້ເຂົ້າສູ່ລວງເລິກ ແລະ ເປັນຮູບປະທໍາ ໃຫ້ເປັນແຜນງານປະຕິບັດລະອຽດແຕ່ລະດ້ານ, ການສືບ ສວນ-ສອບສວນຈະປັບປຸງແກ້ໄຂດ້ານໃດ ໃຫ້ຖືກເປົ້າໝາຍ, ມີຫຼັກຖານຄົບຖ້ວນຮັດກຸມ ແລະ ຈະເຮັດແນວໃດໃຫ້ສັ່ງຟ້ອງ, ຜູ້ທີ່ໄດ້ກະທຳຜິດແທ້ໃຫ້ສານຕັດສິນຢ່າງເປັນທຳ.

3. ສຸມໃສ່ປັບປຸງກົງຈັກການຈັດຕັ້ງ, ສ້າງພະນັກງານດໍາເນີນຄະດີໃຫ້ມີຄວາມຮູ້-ຄວາມສາມາດ, ມີຄວາມຊ່ຽວຊານ ແລະ ເປັນມືອາຊີບໃນສະເພາະດ້ານ ເພື່ອເຮັດໃຫ້ບັນຫາຂໍ້ຂັດແຍ່ງ ແລະ ການລະເມີດກົດໝາຍທີ່ເກີດຂຶ້ນໄດ້ຮັບການແກ້ໄຂຢ່າງວ່ອງໄວ ແລະ ຖືກຕ້ອງ ເນື່ອງຈາກວ່າການພັດທະນາເສດຖະກິດ-ສັງຄົມ ມີການຂະຫຍາຍຕົວສູງ, ການຄ້າ-ການລົງທຶນໄດ້ເປີດກວ້າງຢູ່ໃນສັງຄົມ; ບັນດາຂໍ້ຂັດແຍ່ງ ແລະ ອາຊະຍາກຳທີ່ເກີດຂຶ້ນ ຄຽງຄູ່ກັບການພັດທະນາ, ມີຄວາມຫຍຸ້ງຍາກ, ສັບສົນ, ສະຫຼັບສັບ ຊ້ອນ ແລະ ພົວພັນກັບຫຼາຍບຸກຄົນ, ຫຼາຍພາກສ່ວນ ທັງຢູ່ພາຍໃນປະເທດ ແລະ ຕ່າງປະເທດ, ພົວພັນກັບກົດໝາຍທັງພາຍໃນປະເທດ ແລະ ກົດໝາຍສາກົນ.

4. ປັບປຸງແບບແຜນ, ກົນໄກການດໍາເນີນຄະດີຢູ່ແຕ່ ລະຂັ້ນຕອນໃຫ້ມີຄວາມວ່ອງໄວ, ໂປ່ງໃສ ແລະ ຖືກຕ້ອງຕາມກົດໝາຍ ໃຫ້ສາມາດກວດສອບໄດ້ທຸກຂັ້ນຕອນການດໍາເນີນຄະດີ, ເຮັດຕາມກົດໝາຍກຳນົດຢ່າງເຄັ່ງຄັດ ແລະ ເຂັ້ມງວດ.

5. ເອົາໃຈໃສ່ໂຄສະນາເຜີຍແຜ່ກົດໝາຍໃຫ້ກວ້າງຂວາງ ແລະ ທົ່ວເຖິງໃນສັງຄົມເພື່ອໃຫ້ປະຊາຊົນຮັບຮູ້, ເຂົ້າໃຈຕໍ່ກົດໝາຍ, ຍົກສູງສະຕິກົດໝາຍຢູ່ໃນສັງຄົມໃຫ້ສູງຂຶ້ນ ໂດຍການເຜີຍແຜ່ໃຫ້ປະຊາຊົນ ແລະ ພາກສ່ວນອື່ນຮັບຮູ້ເຂົ້າໃຈຢ່າງທົ່ວເຖິງ ແນໃສ່ເຮັດໃຫ້ການສ້າງຂໍ້ຜູກພັນ, ສັນຍາຕ່າງໆ ໄປຕາມກົດໝາຍກຳນົດ, ບໍ່ລະເມີດກົດໝາຍ ແລະ ຮັບປະກັນບໍ່ໃຫ້ມີການກໍ່ອາຊະຍາກຳທີ່ຂັດກັບກົດໝາຍຫຼາຍຂຶ້ນ.

6. ເພີ່ມທະວີຄວາມຮັບຜິດຊອບໃນການປະຕິບັດໜ້າ ທີ່ວິຊາສະເພາະຂອງແຕ່ລະພາກສ່ວນໃຫ້ເຂັ້ມງວດຕາມກົດໝາຍ ເພື່ອເຮັດໃຫ້ການດໍາເນີນຄະດີມີຄວາມໂປ່ງໃສ, ວ່ອງໄວ ແລະ ມີຄຸນນະພາບເພື່ອປົກປ້ອງສິດຜົນປະໂຫຍດ ອັນຊອບທຳຂອງລັດ, ຂອງພົນລະເມືອງ, ຮັບປະກັນສິດເສລີພາບ, ກຽດສັກສີ, ສຸຂະພາບ ແລະ ຊີວິດຂອງພົນ ລະເມືອງໃນທຸກຂັ້ນຕອນຂອງການດໍາເນີນຄະດີຕາມຂະບວນຍຸຕິທຳ.

ຂ່າວ: ລັດດາວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

​ ພັກ ແລະ ລັດຖະບານ ສປປ ລາວ ຍາມໃດກໍໃຫ້ຄວາມສໍາຄັນເປັນກົກຕໍ່ວຽກງານພັດທະນາຊົນນະບົດ, ຫຼຸດຜ່ອນຄວາມທຸກຍາກ ແລະ ວຽກງານໂພຊະນາການ ຊຶ່ງໃນທຸກໆປີ ປະຊາຄົມໂລກໄດ້ຮ່ວມກັນສະເຫຼີມສະຫຼອງວັນສໍາຄັນທີ່ຕິດພັນກັບວຽກງານດັ່ງກ່າວ ໂດຍອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ກໍານົດເອົາວັນທີ 16 ຕຸລາ ເປັນວັນອາຫານໂລກເລີ່ມແຕ່ປີ 1980 ແລະ ວັນທີ 17 ຕຸລາ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ພ້ອມທັງກຳນົດເອົາ ວັນທີ 17-24 ຕຸລາ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ.
ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ແຂວງບໍລິຄຳໄຊ ໄດຈັດພິທີຈູດທໍາລາຍຢາເສບຕິດ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 25 ປີ ( 12 ຕຸລາ 2001 – 12 ຕຸລາ 2026 ) ຂຶ້ນໃນຕອນເຊົ້າ ວັນທີ 14 ຕຸລາ 2026 ຢູ່ທີ່ສູນບໍາບັດ ແລະ ຟຶ້ນຟູຜູ້ຕິດຢາເສບຕິດໜອງດົງ ເມືອງປາກກະດິງ ແຂວງ ບໍລິຄໍາໄຊ, ໃຫ້ກຽດທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງ ບໍລິຄຳໄຊ ມີສະພາປະຊາຊົນຊົນແຂວງ,ຕາງໜ້າພະແນການ,ຫ້ອງການອ້ອມຂ້າງແຂວງ ມີຄະນະກໍາມະການຄວບຄຸມ ແລະ ຕ້ານຢາເສບຕິດແຂວງ, ແລະ ນ້ອງນັກຮຽນ, ຊາວໜຸ່ມ, ເຍົາວະຊົນ ເຂົ້າຮ່ວມ.
ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ໃນວັນທີ 15 ຕຸລາ 2026, ກົມຄຸ້ມຄອງການທ່ອງທ່ຽວ, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ ໂດຍການເປັນປະທານຂອງທ່ານ ນາງ ອາລຸນນີ ປັນຍາສິດ ຮອງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ, ກະຊວງ ວທ ແລະ ທ່ານ ມະໂນທອງ ພົງສະຫວັດ ວ່າການຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ພ້ອມດ້ວຍ ຄະນະຮັບຜິດຊອບຈາກກົມຄຸ້ມຄອງການທ່ອງທ່ຽວ ຕະຫຼອດຮອດຜູ້ຕາງໜ້າຈາກພາກລັດ, ຜູ້ປະກອບການທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ວັນທີ 15 ຕຸລາ 2026 ນີ້ ຫ້ອງການແຮງງານ ແລະ ສະຫັວດດີການສັງຄົມເມືອງ ສົມທົບກັບ ບໍລິສັດ ສົງເສີ່ມແຮງງານລາວ ໄດ້ເປີດການສໍາພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ ໄລຍະ 8 ເດືອນ ຂຶ້ນຢູ່ທີ່ສະໂມສອນຫ້ອງວ່າການ ເມືອງໝື່ນ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ເຕັງເມັ້ງ ຢາງລືໄຊ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງວຽງຈັນ, ທ່ານ ຈີ້ທ່າວ ຊົ້ງເຢີ ກໍາມະການພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ມີບັນ ດາທີມງານ ຂັ້ນເມືອງ, ແຂວງ, ບໍລິສັດ ແລະ ແຮງງານຜູ້ທີ່ສະໝັກໃຈເຮັດວຽກເຂົ້າຮ່ວມ.
ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການໂຄສະນາປຸກລະດົມບໍລິຈາກເລືອດຜ່ານສື່ມວນຊົນ ຈັດຂຶ້ນໃນວັນທີ 15 ຕຸລານີ້ ທີ່ສະຖາບັນດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ຈັນທະລາ ສຸກສາຄອນ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາຜູ້ຕາງໜ້າ ສື່ມວນຊົນ ທີ່ມາຈາກ ໂຄສະນາອົບຮົມສູນກາງພັກ, ໜັງສືພິມປະຊາຊົນ, ໂທລະພາບແຫ່ງຊາດ ແລະ ບັນດາສື່ມວນຊົນອ້ອມຂ້າງສູນກາງ,
ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ໃນຍຸກທີ່ສະພາບການພາກພື້ນ ແລະ ສາກົນພວມມີການຫັນປ່ຽນຢ່າງວ່ອງໄວ, ການປົກປັກຮັກສາອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ການສ້າງເສັ້ນຊາຍແດນໃຫ້ກາຍເປັນ "ຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື" ຖືເປັນໜ້າທີ່ຍຸດທະສາດອັນສຳຄັນຍິ່ງຂອງ ສປປ ລາວ. ຜ່ານຜົນງານການຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະຜ່ານມາ ໂດຍສະເພາະໃນປີ 2026 ນີ້, ສປປ ລາວ ໄດ້ສຳເລັດໜ້າວຽກອັນພົ້ນເດັ່ນຫຼາຍດ້ານ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຕັດສິນໃຈອັນສູງສົ່ງຂອງພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ.
ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ວັນທີ 14 ຕຸລາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືຂັ້ນສູນກາງ ກ່ຽວກັບການຕີຄວາມໝາຍ ແລະ ການນຳໃຊ້ມາດຕາ 247 ແລະ ມາດຕາ 231 ວັກ 2 ຂອງປະມວນກົດໝາຍອາຍາ, ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາການນຳ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສູນກາງພັກ, ສຳນັກງານປະທານປະເທດ, ອົງການໄອຍະການປະຊາຊົນສູງສຸດ (ອອປສ), ສານປະຊາຊົນ, ອົງການສືບສວນ–ສອບສວນ, ກະຊວງຍຸຕິທຳ, ບັນດາສາດສະດາຈານ, ນັກວິຊາການດ້ານກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ປັດຈຸບັນອົງການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບ ດ້ານໃນການຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ເພື່ອຊີງຂັນປະທານຄະນະກໍາມະການປົກຄອງ ນວ. ປີນີ້ກໍມີຫຼາຍກິດຈະກໍາຕ່າງໆທາງສາສະໜາ ແລະ ກິດຈະກໍາມ່ວນຊື່ນ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ນີ້.
ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ວັນທີ 14 ຕຸລາ ນີ້, ນາງ ລິນດາມອນ ສີດາພອນ ຮັກສາການຫົວໜ້າຫ້ອງການ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງຜົນການຕັດສິນຄະດີ ການສໍ້ລາດບັງຫຼວງ ຊຶ່ງມີເນື້ອໃນລາຍລະອຽດດັ່ງນີ້: ໃນວັນທີ 14 ຕຸລາ 2026 ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ນໍາເອົາຄະດີ ການສໍ້ລາດບັງຫຼວງ ອອກມາພິຈາລະນາ ຈໍານວນ 1 ເລື່ອງ ຊຶ່ງມີ ຈໍາເລີຍ ຈໍານວນ 1 ຄົນ ຊື່ ທ້າວ ເກສອນ ອາຍຸ 59 ປີ, ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກະຊວງ ກສ), ປັດຈຸບັນຢູ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຖືກຫາວ່າ: ການສໍ້ລາດບັງຫຼວງ ຊຶ່ງສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ.
ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ວັນທີ 13 ຕຸລາ ນີ້ ທີ່ຫ້ອງປະຊຸມຊັ້ນ I ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030). ໂດຍການເປັນປະທານຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ມີບັນດາຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຫ້ອງການ, ບັນດາກົມ, ຕາງໜ້າຈາກຈັດຕັ້ງສູນກາງພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງເຊິ່ງໜ້າ ແລະ ທາງອອນລາຍ.
ເພີ່ມເຕີມ