ກອງປະຊຸມ ຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວຍູ້ແລວເສດຖະກິດ ຕາເວັນອອກ-ຕາເວັນຕົກ ກອງປະຊຸມ ຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວຍູ້ແລວເສດຖະກິດ ຕາເວັນອອກ-ຕາເວັນຕົກ 

ກອງປະຊຸມ ຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວຍູ້ແລວເສດຖະກິດ ຕາເວັນອອກ-ຕາເວັນຕົກ ກອງປະຊຸມ ຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວຍູ້ແລວເສດຖະກິດ ຕາເວັນອອກ-ຕາເວັນຕົກ 
ສະຖານກົງສູນໃຫຍ່ ສສ ຫວຽດນາມ ປະຈຳ 4 ແຂວງພາກໃຕ້ ທີ່ນະຄອນປາກເຊ ຮ່ວມກັບ ອົງການປົກຄອງແຂວງຈຳປາສັກ ສປປ ລາວ ໄດ້ຈັດກອງປະຊຸມຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ເພື່ອຊຸກຍູ້ແລວເສດຖະກິດ ຕາເວັນອອກ-ຕາເວັນຕົກ ແລະ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ໄທ ແລະ ຫວຽດນາມ ຂຶ້ນໃນວັນທີ 10 ເມສານີ້, ຢູ່ໂຮງແຮມຈຳປາສັກແກຣນ ນະຄອນປາກເຊ ໂດຍການເຂົ້າຮ່ວມຂອງ ທ່ານ ຫງວຽນ ວັນ ຈຸງ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ 4 ແຂວງພາກໃຕ້, ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ. ມີການນໍາຂັ້ນສູງຂອງກະຊວງທີ່ກ່ຽວຂ້ອງ, ການນໍາບັນດາແຂວງ 18 ແຂວງ ທີ່ມາຈາກ 4 ປະເທດ ໃນເຂດສາມຫຼ່ຽມພັດທະນາ ຄື: ສສ ຫວຽດນາມ, ສປປ ລາວ, ຣາຊະອານາຈັກກຳປູເຈຍ, ຣາຊະອານາຈັກໄທເຂົ້າຮ່ວມ.
ທ່ານ ຫງວຽນ ວັນ ຈຸງ ມີຄໍາເຫັນວ່າ: ກອງປະຊຸມຄັ້ງນີ້ ຖືວ່າເປັນໂຄງການໃຫຍ່ ແລະ ມີປະສິດທິຜົນທີ່ສຸດ ເພື່ອປະກອບສ່ວນຊຸກຍູ້ບັນດາເນື້ອໃນການຮ່ວມມືພັດທະນາແລວເສດຖະກິດ ຕາເວັນອອກ-ຕາເວັນຕົກ ແລະ 3 ຫຼ່ຽມພັດທະນາ ກໍາປູເຈຍ, ລາວ, ຫວຽດນາມ ທັງປະກອບສ່ວນເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 4 ປະເທດ ຫວຽດນາມ, ລາວ, ກຳປູເຈຍ ແລະ ໄທ. ກ່ຽວກັບແລວເສດຖະກິດ ຕາເວັນອອກ-ຕາເວັນຕົກ ແມ່ນໂຄງການທີ່ລິເລີ່ມແຕ່ປີ 1998 ໂດຍມີເປົ້າໝາຍເພື່ອເພີ່ມທະວີການຮ່ວມມືດ້ານເສດຖະກິດ, ຊຸກຍູ້ການຄ້າ, ການລົງທຶນ ແລະ ການພັດທະນາ ລະຫວ່າງບັນດາປະເທດສະມາຊິກ; ຫຼຸດຜ່ອນຄ່າຂົນສົ່ງ, ຊຸກຍູ້ການຂົນສົ່ງສິນຄ້າ ແລະ ຊ່ວຍຊຸກຍູ້ການພັດທະນາບັນດາທ້ອງຖິ່ນບົນແລວເສດຖະກິດຕາເວັນອອກ - ຕາເວັນຕົກ.
     ທ່ານ ວິໄລວົງ ບຸດດາຄໍາ ມີຄໍາເຫັນວ່າ: ກອງປະຊຸມຄັ້ງນີ້ ເປັນການເປີດໂອກາດທີ່ສໍາຄັນ ໃຫ້ພວກເຮົາ ໄດ້ແລກປ່ຽນຄວາມຄິດເຫັນ ໃນການເພີ່ມທະວີການຮ່ວມມືຮອບດ້ານ ໂດຍສະເພາະ ໃນກອບຂອງ 4 ປະເທດ. ສປປ ລາວ ເວົ້າລວມ, ເວົ້ສາເພະແມ່ນແຂວງຈໍາປາສັກ ໃນໄລຍະຜ່ານມາ ເຄີຍມີການພົວພັນ ຜ່ານຂອບການຮ່ວມມືຂອງ ຊີແອວວີ (CLV) ກຳປູເຈຍ, ລາວ, ຫວຽດນາມ ແລະ (ຊີແອວທີວີ) (CLTV) ກຳປູເຈຍ, ລາວ, ໄທ, ຫວຽດນາມ ຊຶ່ງລັດຖະບານ, ການນໍາບັນດາແຂວງ ແລະ ຂະແໜງການກ່ຽວຂ້ອງຕ່າງໆ ຂອງ 18 ແຂວງ ໃນ 3-4 ປະເທດ ໄດ້ມີການພົວພັນຮ່ວມມີໃນການຈັດຕັ້ງປະຕິບັດບັນດາ ຂໍ້ຕົກລົງຕ່າງໆ ທີ່ໄດ້ຕົກລົງຮ່ວມກັນ ແລະ ໄດ້ບັນລຸຜົນສໍາເລັດໃນຫຼາຍດ້ານເປັນກ້າວໆມາ. ເພື່ອເປັນການປະກອບສ່ວນໃນການຮ່ວມມືລະດັບຊາດ ທີ່ເປັນເງື່ອນໄຂ ໃຫ້ພວກເຮົາສາມາດສືບຕໍ່ຜັນຂະຫຍາຍບັນດາແຜນງານ ການຮ່ວມມືໃຫ້ເຂົ້າສູ່ລວງເລິກ ເປັນຕົ້ນແມ່ນການສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວ ແລະ ການເຊື່ອມໂຍງເຊື່ອມຈອດ ຊຶ່ງຈະເປັນຄັ້ງທໍາອິດ ທີ່ພວກເຮົາຈະໄດ້ສ້າງຄວາມເຂົ້າໃຈອັນດີ ໃນການເສີມຂະຫຍາຍສາຍພົວພັນ ທັງທາງດ້ານເສດຖະກິດ ແລະ ວັດທະນະທໍາ - ສັງຄົມຂອງ ໃຫ້ນັບມື້ນັບແໜ້ນແຟ້ນຂຶ້ນເລື້ອຍໆ.
     (ຂ່າວ-ພາບ: ທູນທອງໃຈ)

ຄໍາເຫັນ

ຂ່າວການຮ່ວມມື

ການເຄື່ອນໄຫວຄົ້ນຄວ້າ​ຮ່ຳຮຽນການປະຕິວັດສີແດງ

ການເຄື່ອນໄຫວຄົ້ນຄວ້າ​ຮ່ຳຮຽນການປະຕິວັດສີແດງ

ໂລກໃນທຸກມື້ນີ້, ມີການຜັນແປຢ່າງໄວວາທີ່ສຸດ ທີ່ບໍ່ເຄີຍເຫັນໃນຮອບໜຶ່ງສະຕະ​ວັດທີ່ຜ່ານມາ, ແຕ່ແນວໃດກໍຕາມ, ສັນຕິພາບ ​ແລະ​ ການພັດທະນາ ຍັງເປັນກະແສຫຼັກຂອງຍຸກສະໄໝ ປັດຈຸບັນ. ​ທ່າອ່ຽງຈຸດໝາຍປາຍທາງຮ່ວມຂອງບັນດາປະເທດໃນພາກພື້ນ ນັບມື້ພົ້ນເດັ່ນຂຶ້ນ. ສະນັ້ນ, ຕ້ອງຮ່ວມກັນສ້າງປະຊາຄົມຊາຕາກຳ. ປະເທດຈີນ, ຫວຽດນາມ ແລະ ລາວ ລ້ວນແຕ່ແມ່ນປະເທດສັງຄົມນິຍົມ ທີ່ມີອຸດົມການ,​ ໜ້າທີ່ປະຫວັດສາດ ແລະ ເປົ້າໝາຍການພັດທະນາທີ່ຄ້າຍຄືກັນ. ສະນັ້ນ, ການພົບປະ​ແລກປ່ຽນວັດທະນະທຳດ້ານການປະຕິວັດ ກໍເລີ່ມກາຍເປັນກິດຈະກຳອັນສຳຄັນ ສຳລັບທັງ 3 ປະເທດ.
ປາກກະດິງ-ບຶງໂຂງຫຼົງ ປຶກສາຫາລືຄວາມຮ່ວມມືວຽກງານຊາຍແດນ

ປາກກະດິງ-ບຶງໂຂງຫຼົງ ປຶກສາຫາລືຄວາມຮ່ວມມືວຽກງານຊາຍແດນ

ໃນຕອນເຊົ້າວັນທີ 23 ກໍລະກົດນີ້ ຢູ່ທີ່ຫ້ອງວ່າການປົກຄອງເມືອງປາກກະດິງ ໄດ້ຕ້ອນຮັບ ການມາຢ້ຽມຢາມຂອງຄະນະຜູ້ແທນ ອຳເພີບຶງໂຂງຫຼົງ ຈັງຫວັດບຶງການ ຣາຊະອານາຈັກໄທ ທີ່ໄດ້ເດີນທາງມາຢ້ຽມຢາມເມືອງປາກກະດິງ ແຂວງບໍລິຄຳໄຊ ສປປລາວ.
ວາລະສານອາລຸນໃໝ່ ໄປຢ້ຽມຢາມ ແລະ ເຮັດວຽກກັບວາລະສານຊິວສື

ວາລະສານອາລຸນໃໝ່ ໄປຢ້ຽມຢາມ ແລະ ເຮັດວຽກກັບວາລະສານຊິວສື

ເມື່ອຕົ້ນເດືອນກໍລະກົດນີ້, ຄະນະຜູ້ແທນວາລະສານອະລຸນໃໝ່ ຊຶ່ງແມ່ນວາລະສານທິດສະດີ ແລະ ພຶດຕິກຳຂອງພັກປະຊາຊົນ ປະຕິວັດລາວ ນໍາໂດຍສະຫາຍ ວັນລາຕີ ຄໍາວານວົງສາ ກຳມະການຄະນະພັກຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການວາລະສານອະລຸນໃໝ່ ໄດ້ເດີນທາງໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນກັບວາລະສານຊິວສື ຂອງສູນກາງພັກກອມມູນິດຈີນ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ; ໃຫ້ກຽດຕ້ອນຮັບໂດຍສະຫາຍ ເຊີນຢາງຢົງ ຜູ້ອຳນວຍການວາລະສານຊິວສື ທັງເປັນຫົວໜ້າບັນນາທິການວາລະສານຊິວສື ພ້ອມດ້ວຍຄະນະ.
ຮ່ວມກັນສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ

ຮ່ວມກັນສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ

ສຸພາສິດຈີນ ໄດ້ກ່າວວ່າ: “ພີ່ນ້ອງທີ່ຢູ່ຫ່າງໄກກັນ ບໍ່ດີເທົ່າກັບເພື່ອນບ້ານທີ່ຢູ່ໃກ້ຄຽງກັນ”. ທ່ານ ສີຈີ້ຜິງ ເລຂາທິການໃຫຍ່ ໄດ້ກ່າວເນັ້ນວ່າ: “ປະເທດອ້ອມຂ້າງເປັນບ່ອນເພິ່ງພາອາໄສຂອງຈີນ ແລະ ເປັນພື້ນຖານອັນໜັກແໜ້ນ ໃນການພັດທະນາ”. ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ XVIII ຂອງພັກກອມມູນິດເປັນຕົ້ນມາ, ຝ່າຍຈີນ ໄດ້ສະເໜີວິໄສທັດ ວຽກງານການຕ່າງປະເທດຂອງຕົນ ຕໍ່ກັບບັນດາປະເທດໃກ້ຄຽງ ຄື: “ສະໜິດສະໜົມ, ຈິງອົກຈິງໃຈ, ໃຫ້ຜົນປະໂຫຍດ, ເອື້ອອາລີ” ແລະ ໄດ້ສະເໜີຂໍ້ລິເລີ່ມ ໃນການສົ່ງເສີມກໍ່ສ້າງປະຊາຄົມຮ່ວມຊາຕາກຳປະເທດອ້ອມຂ້າງ. ຝ່າຍຈີນ ໄດ້ລົງເລິກສ້າງການຮ່ວມມືຢ່າງຮອບດ້ານກັບບັນດາປະເທດອ້ອມຂ້າງ, ເພີ່ມທະວີການແລກປ່ຽນໃນທຸກຂົງເຂດ ໂດຍຖືເອົາການຊີ້ນຳ-ນຳພາຂອງການນຳສູງສຸດຂອງປະເທດ ເພື່ອປົກປ້ອງສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະ ສາກົນ.
ຄະນະຜູ້ແທນ ອກສລ ເຂົ້າຢ້ຽມຂໍ່ານັບປະທານສະພາແຫ່ງຊາດຫວຽດນາມ

ຄະນະຜູ້ແທນ ອກສລ ເຂົ້າຢ້ຽມຂໍ່ານັບປະທານສະພາແຫ່ງຊາດຫວຽດນາມ

ສະຫາຍ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ(ອກສລ) ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ເຈິນ ແທັງ ເໝີນ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ປະທານສະພາແຫ່ງຊາດ ສສ ຫວຽດນາມ ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກກັບອົງການກວດສອບແຫ່ງລັດ ສສ ຫວຽດນາມ ໃນລະຫວ່າງທີ 16-20 ກໍລະກົດ ຜ່ານມາ.
ສປສສ ຫວນຄືນມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ

ສປສສ ຫວນຄືນມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດກອງປະຊຸມປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ຂຶ້ນໃນວັນທີ 22 ກໍລະກົດ ນີ້ ທີ່ ສປສສ, ໃຫ້ກຽດປາຖະກະຖາ ໂດຍທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ຊຶ່ງມີຮອງປະທານ ສປສສ ພ້ອມດ້ວຍ ພະນັກງານຫຼັກແຫຼ່ງຂອງສານເຂົ້າຮ່ວມ.
ກອງປະຊຸມພົບປະທຸລະກິດລາວ-ເບລາຣຸດສ

ກອງປະຊຸມພົບປະທຸລະກິດລາວ-ເບລາຣຸດສ

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໄດ້ຈັດກອງປະຊຸມພົບປະທຸລະກິດລາວ-ເບລາຣຸດສ ຂຶ້ນໃນວັນທີ18 ກໍລະກົດຜ່ານມາ ທີ່ນະຄອນຫຼວງວຽງຈັນ ສປປ ລາວ ແລະ ໄດ້ຮັບຜົນຢ່າງຈົບງາມ, ກອງປະຊຸມຄັ້ງນີ້ເປັນຂີດໝາຍສຳຄັນໃນການເສີມສ້າງສາຍພົວພັນດ້ານການຄ້າ ແລະ ການລົງທຶນ, ພ້ອມທັງຊອກຫາໂອກາດໃໝ່ໆເພື່ອການພັດທະນາເສດຖະກິດຮ່ວມກັນ.
ຊາສູ່ຄວາມປອງດອງສຳຜັດວັດທະນະທໍາການຊົງຊາ ແລະ ຊິມຊາຈີນ

ຊາສູ່ຄວາມປອງດອງສຳຜັດວັດທະນະທໍາການຊົງຊາ ແລະ ຊິມຊາຈີນ

ສູນວັດທະນະທໍາຈີນປະຈໍາ ສປປ ລາວ ໄດ້ຈັດກິດຈະກໍາຊາສູ່ຄວາມປອງດອງ-ສຳຜັດສິລະປະການຊົງຊາ ແລະ ຊິມຊາຈີນຂຶ້ນໃນວັນທີ 19 ກໍລະກົດ ຜ່ານມາ ທີ່ສູນດັ່ງກ່າວ, ໃຫ້ການບັນຍາຍໂດຍ ນາງ ວຽງນະຄອນ ວົງວິໄຊ ອາຈານສອນສິລະປະການຊົງຊາຈີນຊຶ່ງມີແຂກຮັບເຊີນເຂົ້າຮ່ວມຫຼາຍກວ່າ 20 ຄົນ.
ຮອງຫົວໜ້າ ຄອສພ ຕ້ອນຮັບທູດ ສ ເກົາຫຼີ

ຮອງຫົວໜ້າ ຄອສພ ຕ້ອນຮັບທູດ ສ ເກົາຫຼີ

ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຈອງຢອງຊູ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈໍາ ສປປ ລາວ ເຂົ້າຢ້ຽມພົບປະ ໃນຕອນແລງວັນທີ 17 ກໍລະກົດນີ້ ທີ່ຫ້ອງຮັບແຂກ ຄອສພ.
ທູດໄທ ມອບເງິນຊ່ວຍເຫຼືອຜູ້ປະສົບໄພ ທາງທຳມະຊາດໃນລາວ

ທູດໄທ ມອບເງິນຊ່ວຍເຫຼືອຜູ້ປະສົບໄພ ທາງທຳມະຊາດໃນລາວ

ໃນວັນທີ 18 ກໍລະກົດ ນີ້, ອົງການກາແດງແຫ່ງຊາດລາວ ໄດ້ຮັບເງິນຊ່ວຍເຫຼືອ ຈຳນວນ 100,000,000 ກີບ ຫຼື (150,000 ບາດ) ຈາກ ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປລາວ
ເພີ່ມເຕີມ