ກອງປະຊຸມ ຄະນະຊີ້ນໍາໂຄງການຄັ້ງທີ 3 ໂຄງການຮ່ວມມືດ້ານສະຖິຕິ ລາວ-ລຸກຊໍາບວກ

ກອງປະຊຸມ ຄະນະຊີ້ນໍາໂຄງການຄັ້ງທີ 3 ໂຄງການຮ່ວມມືດ້ານສະຖິຕິ ລາວ-ລຸກຊໍາບວກ
ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມຄະນະຊີ້ນໍາໂຄງການຄັ້ງທີ 3, ໂຄງການຮ່ວມມືດ້ານສະຖິຕິ ລາວ-ລຸກຊໍາ ຂຶ້ນໃນວັນທິ 9 ກຸມພານີ້ ທີ່ ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ.
ເປັນກຽດໃນກອງປະຊຸມ ມີທ່ານ ນາງ ພອນສະຫຼີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ ຫົວໜ້າຄະນະຊີ້ນໍາໂຄງການ, ທ່ານ ແຟຣັງ ໄພເຟຣີ ຜູ້ຮັບຜິດຊອບວຽກງານການຮ່ວມມືເພື່ອການພັດທະນາ, ຈາກສະຖານທູດປະເທດລຸກຊໍາບວກ ປະຈໍາ ສປປ ລາວ, ທ່ານ ໂອລີເວຍ ທູນູດ ຫົວໜ້າພະແນກ ຜູ້ຕາງໜ້າຈາກສະຖາບັນຄົ້ນຄວ້າເສດຖະກິດ ແລະ ສະຖິຕິ, ບັນດາຄະນະຊີ້ນໍາໂຄງການ, ທ່ານ ສະເຕຟານ ຄຣີດສເຈ ຫົວໜ້າ ຜູ້ນໍາພາຄະນະຊ່ຽວຊານ ຈັດຕັ້ງປະຕິບັດໂຄງການຂອງ ບໍລິສັດທີ່ປຶກສາ (GOPA), ບັນດາທ່ານ ຫົວໜ້າກົມ, ຮອງກົມ, ພ້ອມດ້ວຍແຂກຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ພອນສະຫຼີ ສຸກສະຫວັດ ກ່າວວ່າ: ຂ້າພະເຈົ້າຮູ້ສຶກເປັນກຽດທີ່ໄດ້ເຂົ້າຮ່ວມເປັນປະທານຮ່ວມໃນກອງປະຊຸມທີ່ສຳຄັນ ຂອງຄະນະຊີ້ນໍາໂຄງການຮ່ວມມືດ້ານສະຖິຕິ ລາວ-ລຸກຊໍາບວກ ໄລຍະ II ໃນມື້ນີ້ ຊຶ່ງເປັນກອງປະຊຸມຄັ້ງທີ 3 ເພື່ອສະຫຼຸບຕີລາຄາຜົນຂອງການຈັດຕັ້ງປະຕິບັດໂຄງການປະຈຳປີ2023, ກາງສະໄໝ (2021-2023) ແລະ ຮັບຮອງແຜນປີ 2024.
ໃນຊຸມປີຜ່ານມາ ສູນສະຖິຕິແຫ່ງຊາດ ໄດ້ລິເລີ່ມຂະບວນການບຸກທະລຸຫັນປ່ຽນຢ່າງຮອບດ້ານ ເພື່ອກ້າວໄປສູ່ ການທັນສະໄໝ ໃນຂົງເຂດວຽກງານສະຖິຕິ ແລະ ໃຫ້ບັນລຸໃນການຈັດຕັ້ງປະຕິບັດ ພາລະບົດບາດ, ໜ້າທີ່ ໃນການຕອບສະໜອງຂໍ້ມູນສະຖິຕິທາງການ ໃຫ້ແກ່ການຕິດຕາມ ແລະ ປະເມີນຜົນຂອງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ທີ່ມີການເຊື່ອມສານບັນດາເປົ້າໝາຍການພັດທະນາແບບຍືນຍົງ (SDG), ການຫຼຸດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ແລະ ຍຸດທະສາດການເຕີບໂຕສີຂຽວໃຫ້ໄດ້ດີຍິ່ງຂຶ້ນ ແລະ ທັງກຽມພ້ອມຮັບມືກັບການປ່ຽນແປງ ກໍຄືຄວາມຕ້ອງການໃໝ່ທາງດ້ານສະຖິຕິທີ່ວ່ອງໄວຂອງສັງຄົມໃນຍຸກສະໄໝການເຊື່ອມໂຍງ ແລະ ດີຈີຕອນ.
ອີງໃສ່ຄວາມຕ້ອງການ ໃນການນໍາໃຊ້ຂໍ້ມູນ, ສູນສະຖິຕິແຫ່ງຊາດໄດ້ ພະຍາຍາມສູງ ສືບຕໍ່ນຳພາຊີ້ນໍາຄຸ້ມຄອງວຽກງານສະຖິຕິໃນຂອບເຂດທົ່ວປະເທດຕາມແຜນທີ່ໄດ້ກຳນົດໄວ້ ແລະ ກໍາລັງສືບຕໍ່ກໍານົດ ແລະ ປັບປຸງຂະບວນການຜະລິດສະຖິຕິ ໂດຍການເພີ່ມການເຂົ້າເຖິງ ແລະ ນໍາໃຊ້ຂໍ້ມູນໃນລະດັບລວມ ແລະ ລະດັບຍ່ອຍ ລົງເລິກແຍກປະເພດ (Aggregated and Disaggregated data), ການສ້າງສະພາບແວດລ້ອມ ແລະ ອໍານວຍຄວາມສະດວກ ໃນການຫັນປ່ຽນ ເພື່ອເພີ່ມປະສິດທິພາບ ແລະ ປະສິດທິຜົນໃນການປະສານງານ ຂອງລະບົບສະຖິຕິແຫ່ງຊາດ.
ມາຮອດປັດຈຸບັນ, ສ້າງໄດ້ພື້ນຖານ ແລະ ຂະບວນການຜະລິດ ຕອບສະໜອງຄວາມຕ້ອງການທາງດ້ານຂໍ້ມູນຂ່າວສານໃນຍຸກໃໝ່ຈໍານວນໜຶ່ງ, ໄດ້ສືບຕໍ່ຍົກລະດັບການພັດທະນາລະບົບສະຖິຕິແຫ່ງຊາດທີ່ນຳໃຊ້ເຄື່ອງມື ICTເຂົ້າໃນລະບົບການເກັບກຳ, ການສຳຫຼວດ ແລະ ການຜະລິດຂໍ້ມູນສະຖິຕິທາງການທີ່ຮັບປະກັນມາດຕະຖານສາກົນ. ໄດ້ປັບປຸງລະບອບວິທີການການຄິດໄລ່ອັດຕາການເຕີບໂຕເສດຖະ ກິດ, ລວມຍອດຜະລິດຕະພັນພາຍໃນ, ດັດຊະນີລາຄາຜູ້ຊົມໃຊ້ຂອງ ສປປ ລາວ. ໄດ້ປະສານສົມທົບກັບບັນດາຂະແໜງການ ແລະ ທ້ອງຖິ່ນ ປັບປຸງລະບອບການລາຍງານສະຖິຕິເສດຖະກິດ, ສະຖິຕິສັງຄົມລວມທັງບົດບາດຍິງຊາຍ, ສະຖິຕິສິ່ງແວດລ້ອມ ແລະ ຄວາມໝັ້ນຄົງເພື່ອລາຍງານປະຈຳເດືອນ, ໄຕມາດ, ປະຈຳປີເປັນລະບົບ ແລະ ໄວຂຶ້ນ. ພວກເຮົາໄດ້ສໍາເລັດການສຳຫຼວດວິສາຫະກິດປະຈຳງວດປີ 2023 ທີ່ຈະເປັນພື້ນຖານ ໃນການສ້າງສະຖິຕິທະບຽນວິສາຫະກິດ (SBR), ສຳເລັດການສຳຫຼວດ ດັດຊະນີໝາຍສັງຄົມ (LSIS III), ການສຳຫຼວດໂພຊະນາການ ຊຶ່ງເປັນຖານຂໍ້ມູນທີ່ສຳຄັນໃຫ້ແກ່ລະບົບຂໍ້ມູນຂ່າວສານດ້ານໂພສະນາການ (NIPN) ແລະ ສຳເລັດການກະກຽມເອກະສານໂຄງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ໂດຍໄດ້ຈັດກອງປະຊຸມຄະນະຊີ້ນຳລະດັບຊາດຄັ້ງປະຖົມະລືກໃນເດືອນ ມິຖຸນາ 2023; ກອງປະຊຸມລະດົມການມີສ່ວນຮ່ວມ ແລະ ລະດົມທຶນ ໃນການຈັດຕັ້ງປະຕິບັດການສໍາຫຼວດ ກ່ອນກ້າວໄປສູ່ກອງປະຊຸມໂຕະມົນຫວ່າງມໍ່ໆມານີ້ ໃນ ວັນທີ 6 ກຸມພາ 2024. ພ້ອມນັ້ນ, ພວກເຮົາຍັງເປັນຈຸດປະສານງານ ແລະ ໃຈກາງ ໃນການຕອບສະໜອງຂໍ້ມູນເຂົ້າໃນບົດລາຍງານແຫ່ງຊາດແບບສະ ໝັກໃຈ ຂອງ ສປປ ລາວ ຊຶ່ງປັດຈຸບັນນີ້ ຂໍລາຍງານໃຫ້ບັນດາທ່ານຊາບວ່າ ພວກເຮົາກໍາລັງກະກຽມເຫຼັ້ມທີ 3 ຊຶ່ງຕາມແຜນ ແມ່ນໃຫ້ສໍາເລັດບົດລາຍງານທາງດ້ານສະຖິຕິ ໃນທ້າຍເດືອນ ກຸມພາ 2024 ແລະ ດໍາເນີນຕາມຂະບວນການສ້າງບົດລາຍງານສຸດທ້າຍ ໃຫ້ສໍາເລັດໃນເດືອນມິຖຸນາ ແລະ ນໍາສະເໜີ ທີ່ກອງປະຊຸມຂັ້ນສູງ (HLPF) ຢູ່ສະຫະປະຊາຊາດ ໃນເດືອນ ກໍລະກົດ 2024 ທີ່ຈະມາເຖິງນີ້.
ຄຽງຄູ່ກັບການປະຕິບັດໜ້າທີ່ການຜະລິດ ແລະ ເຜີຍແຜ່ ຍັງໄດ້ເພີ່ມທະວີວຽກງານການຮ່ວມມືໂດຍປະຕິບັດພັນທະ ແລະ ເຂົ້າຮ່ວມກອງປະຊຸມຕ່າງໆຂອງສາກົນ ໂດຍສະເພາະແມ່ນກອງປະຊຸມຄະນະກໍາມະການສະຖິຕິອາຊຽນຄັ້ງທີ 13, ກອງປະຊຸມປະຈໍາປີ ຄັ້ງທີ 54 ຂອງຄະນະກໍາມາທິການດ້ານສະຖິຕິຂອງສະຫະປະຊາຊາດ ແລະ ກອງປະຊຸມຄະນະກໍາມາທິການເສດຖະກິດ-ສັງຄົມ ສໍາລັບ ອາຊີ-ປາຊີຟິກ.
ສູນສະຖິຕິແຫ່ງຊາດ ກໍາລັງຢູ່ໃນໄລຍະຂຸ້ນຂ້ຽວຈັດຕັ້ງປະຕິບັດ 2 ປີ ສຸດທ້າຍ ຂອງແຜນຍຸດທະສາດ ພັດດທະນາລະບົບສະຖິຕິແຫ່ງຊາດ ເພື່ອໃຫ້ບັນລຸການຜະລິດ ແລະ ການເຜີຍແຜ່ ໃນເງື່ອນໄຂໃໝ່ ແນໃສ່ການຍົກສູງບົດບາດຂອງຕົນ ກໍຄືການສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ ແລະ ຜູ້ນໍາໃຊ້ ຕໍ່ຄຸນນະພາບຂອງຂໍ້ມູນສະຖິຕິ ແລະ ການນໍາໃຊ້ຂໍ້ມູນດັ່ງກ່າວເຂົ້າໃນການວາງນະໂຍບາຍ, ການວາງແຜນ ແລະ ຕິດຕາມຜົນສໍາເລັດໃນການຈັດຕັ້ງປະຕິບັດ. ການປັບປຸງລະບົບສະຖິຕິແຫ່ງຊາດ ແມ່ນເນັ້ນໃສ່ ການສ້າງຄວາມເຂັ້ມແຂງ ໃຫ້ແກ່ການລາຍງານຂໍ້ມູນລະບົບບໍລິຫານຂອງບັນດາແຂວງ, ກະຊວງ,ຂະແໜງການ ແລະ ທ້ອງຖິ່ນຕາມກົດໝາຍວ່າດ້ວຍສະຖິຕິ, ຄໍາສັ່ງ ເລກທີ 19/ນຍ ແລະ ຂໍ້ຕົກລົງ 1544/ຜທ. ໂດຍການສົມທົບກັບທຸກພາກສ່ວນ ແລະ ຊັບພະຍາກອນ ທີ່ມີ ຈາກການສະໜັບສະໜູນ ຂອງລັດຖະບານ ແລະ ຄູ່ຮ່ວມພັດທະນາ ແລະ ຜູ້ໃຫ້ທຶນ, ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ, ໄດ້ສືບ​ຕໍ່​ນໍາພາຊີ້ນໍາໃນການຕິດຕາມ, ຊຸກຍູ້ ​ແລະ ​ຈັດຕັ້ງປະຕິບັດແຜນງານການຜະລິດຂໍ້ມູນຮັບໃຊ້ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດເປັນຕົ້ນແມ່ນການເກັບ​ກຳ​ຂໍ້​ມູນ​ສະຖິຕິ​ປະຈຳ​ງວດ, ປະຈຳ​ປີ​ໃຫ້​ເປັນ​ປົກກະຕິ ​ໂດຍ​ມີ​ການ​ປະສານ​ສົມທົບ​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງຂອງ​ຂະ​ແໜງ​ການ​ຕ່າງໆ​ທັງ​ສູນ​ກາງ ​ແລະ ທ້ອງ​ຖິ່ນ, ກໍ່ສ້າງ​ພັດທະນາ​ຊັບພະຍາກອນ​ມະນຸດ, ການສ້າງຖານຂໍ້ມູນ​ ແລະ ການ​ຄຸ້ມ​ຄອງບໍລິຫານ​ວຽກ​ງານ​ສະຖິຕິ; ຈັດ​ຕັ້ງປະຕິບັດວຽກງານການຜະລິດ ແລະ ​ເຜີຍ​ແຜ່​ວຽກ​ງານ​ສະຖິຕິ​ໃຫ້​ກວ້າງຂວາງ ​ເລິກ​ເຊິ່ງທັງພາຍໃນ ແລະ ຕ່າງປະເທດພ້ອມທັງປັບປຸງກົນໄກການເຂົ້າເຖິງ, ຊ່ອງທາງ, ຮູບການການເຜີຍແຜ່ໃຫ້ຫຼາຍຂຶ້ນ ແລະການເຊື່ອມຖານຂໍ້ມູນສະຖິຕິກັບຂະແຫນງການເພື່ອສ້າງເປັນຖານຂໍ້ມູນລວມສູນແຫ່ງຊາດທີ່ສາມາດຕອບສະໜອງຂໍ້ມູນທີ່ເປັນເອກະພາບຮັບໃຊ້ການປະເມີນທ້າຍສະໄໝຂອງແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ IX ແລະ ກະກຽມແຜນການ 5 ປີ ຄັ້ງທີ X.
ພ້ອມ​ກັນ​ນັ້ນ, ​ກໍສືບ​ຕໍ່ດຳເນີນການເກັບກຳຂໍ້ມູນພາກສະໜາມຂອງການສໍາຫຼວດການຊົມໃຊ້ ແລະ ການໃຊ້ຈ່າຍຄົວເຮືອນ ຄັ້ງທີ VII ແຕ່ເດືອນ 1 ຫາເດືອນ 12 ປີ 2024, ກະກຽມການສໍາຫຼວດແຮງງານປະຈໍາປີ 2024, ການສໍາຫຼວດເສດຖະກິດ 2024, ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ໃນປີ 2025 ໂດຍສະເພາະແມ່ນການກໍານົດ ເຂດສໍາຫຼວດ ແລະ ຂຶ້ນບັນຊີ ໂດຍນໍາໃຊ້ພາບຖ່າຍດາວທຽມ; ແລະ ສືບຕໍ່ຈັດຕັ້ງປະຕິບັດວຽກງານອື່ນໆ ທີ່ໄດ້ກໍານົດຢູ່ໃນແຜນຍຸດທະສາດພັດທະນາລະບົບສະຖິຕິແຕ່ນີ້ຮອດປີ 2025, ລວມທັງການກະກຽມເປັນເຈົ້າພາບກອງປະຊຸມປະຊາຄົມສະຖິຕິອາຊຽນ ປີ 2024 ແລະ ເຂົ້າຮ່ວມກອງປະຊຸມປະຈໍາປີ ຄັ້ງທີ 55 ຂອງຄະນະກໍາມາທິການດ້ານສະຖິຕິຂອງສະຫາປະຊາຊາດ. ພິເສດ, ແມ່ນຊຸກຍູ້ຕິດຕາມຮັບຮອງດໍາລັດວ່າດ້ວຍລະຫັດສາລະບານສະຖິຕິ ຊຶ່ງຈະເປັນບ່ອນອີງໃນການກ້າວໄປສູ່ຄວາມເອກະພາບ ແລະ ຄຸນນະພາບໃນການຜະລິດຂໍ້ມູນ. ສືບຕໍ່​ຈັດຕັ້ງປະຕິບັດ ແລະ ຂະຫຍາຍກອບທາງດ້ານວິຊາການ ແລະ ແລກປ່ຽນກັບອົງການສະຖິຕິ ຂອງບັນດາປະເທດອາຊຽນ ແລະ ປະເທດອື່ນໆໃນຂົົງເຂດ ແລະ ພາກພື້ນຕາມເງື່ຶນໄຂຄວາມເປັນຈິງ. ກະກຽມສ້າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດ ແລະ ຍືນຍົງ 10 ປີ ຄັ້ງທີ III, 2026-2035 ແລະ ວິໄສທັດຮອດ 2040 ເພື່ອສະເໜີອະນຸມັດຈາກລັດຖະບານ.
ປັດຈຸບັນ, ສູນສະຖິຕິແຫ່ງຊາດໄດ້ຮັບການສະໜັບສະໜູນໂຄງການສ້າງຄວາມເຂັ້ມແຂງໃນຂົງເຂດສະຖິຕິສິ່ງແວດລ້ອມ ຈາກລັດຖະບານລຸກຊຳບວກ (LLPS2 2021-2026), ໂຄງການສະຖິຕິບົດບາດຍິງຊາຍຈາກການຊ່ວຍເຫຼືອຂອງທະນາຄານພັດທະນາອາຊີ (ADB) ແລະ ໄດ້ເລີ່ມຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງລະບົບສະຖິຕິແຫ່ງຊາດໄລຍະ 2 (LAOSTATII) ປີ (2023-2028) ພາຍໃຕ້ເງິນກູ້ຈາກທະນາຄານໂລກ ເພື່ອຍົກລະດັບການພັດທະນາລະບົບສະຖິຕິແຫ່ງຊາດຂອງປະເທດລາວ. ການສະ ໜັບສະໜູນໂຄງການສ້າງຄວາມເຂັ້ມແຂງໃນຂົງເຂດສະຖິຕິສິ່ງແວດລ້ອມ ຈາກລັດຖະບານລຸກຊຳບວກ(LLPS2 2021-2026), ໄດ້ເປັນສ່ວນໜຶ່ງທີ່ສໍາຄັນ ເຮັດໃຫ້ສູນສະຖິຕິແຫ່ງຊາດ ຍົກສູງບົດບາດໃນການເປັນໃຈກາງຈັດຕັ້ງປະຕິບັດວຽກງານການຜະລິດຂໍ້ມູນສະຖິຕິ ເພື່ອຊຸກຍູ້ການຫັນປ່ຽນໃໝ່ໂດຍສະເພາະສະຖິຕິສິ່ງແວດລ້ອມ.
(ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ຮອງຫົວໜ້າ ຄອສພ ພ້ອມຄະນະ ພົບປະກັບໂທລະພາບຫວຽດນາມ

ຮອງຫົວໜ້າ ຄອສພ ພ້ອມຄະນະ ພົບປະກັບໂທລະພາບຫວຽດນາມ

ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ຂອງຄະນະຜູ້ແທນຂັ້ນສູງຄະ ນະໂຄສະນາອົບຮົມສູນກາງພັກ (ຄອສພ), ໃນລະຫວ່າງວັນທີ 22-29 ຕຸລາ 2025, ນໍາໂດຍສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ, ໃນວັນທີ 27 ຕຸລາ ນີ້, ຄະນຜູ້ແທນດັ່ງກ່າວໄດ້ຢຽມຢາມ ແລະ ພົບປະກັບໂທລະພາບຫວຽດນາມ (VTV), ໂດຍມີ ສະຫາຍ ຢິງດຶກວິງ ຮອງຜູ້ອໍານວຍການໃຫຍ່ໂທລະພາບຫວຽດນາມພ້ອມຄະນະໃຫ້ການຕ້ອນຮັບ. ໃນໂອກາດດັ່ງກ່າວ ສະຫາຍ ຢິງດຶກວິງ ໄດ້ລາຍງານການເຄື່ອນໄຫວວຽກງານໂທລະພາບຫວຽດນາມໂດຍ ຫຍໍ້ ໃຫ້ຄະນະຜູ້ແທນໄດ້ຮັບຊາບວ່າ: ໂທລະພາບຫວຽດນາມໄດ້ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງ ພັກ ແລະ ລັດຖະບານຫວຽດນາມ ແລະ ເຮັດ ທຸລະກິດຫຼາຍຜະລິດຕະພັນເພື່ອເປັນການສ້າງແຫຼ່ງລາຍ ຮັບໃນການກຸ້ມຕົນເອງ ແລະ ໄດ້ນຳໃຊ້ລະບົບດີຈີຕອນເຂົ້າໃນວຽກງານ, ປັດຈຸບັນມີພະນັກງານ 3,500 ຄົນ, ມີ 3 ສາຂາຄື: ດານັງ, ໂຮ່ຈິມິນ ແລະ ເກີນເທີ, ໃນນັ້ນ, ແຜນການແມ່ນຈະນໍາໃຊ້ລະບົບ AI ເຂົ້າໃນວຽກ ງານຂອງໂທລະພາບຫວຽດນາມ, ທ່ານຮອງຜູ້ອຳນວຍການຍັງໄດ້ລາຍງານໂດຍຫຍໍ້ກ່ຽວກັບການຮ່ວມ ມື ສອງຝ່າຍລະຫວ່າງໂທລະພາບຫວຽດນາມ ແລະ ໂທ ລະພາບແຫ່ງຊາດລາວ, ລວມທັງໂທລະພາບທ້ອງຖິ່ນ ຂອງລາວ, ປັດຈຸບັນແມ່ນກຳລັງວາງສີລາລືກສ້າງຕັ້ງ ໂທລະພາບແຂວງຫົວພັນອີກດ້ວຍ.
ຄະນະຜູ້ແທນອາດີດຊ່ຽວຊານທະຫານອາສາສະໝັກຫວຽດນາມ-ລາວ ຢ້ຽມຢາມແຂວງວຽງຈັນ.

ຄະນະຜູ້ແທນອາດີດຊ່ຽວຊານທະຫານອາສາສະໝັກຫວຽດນາມ-ລາວ ຢ້ຽມຢາມແຂວງວຽງຈັນ.

ໃນວັນທີ 26 ຕຸລານີ້ ທີ່ຫ້ອງວ່າການແຂວງວຽງຈັນ, ຄະນະຜູ້ແທນອາດີດຊ່ຽວຊານທະຫານອາສາສະຫມັກຫວຽດນາມ-ລາວ ຂອງແຂວງຟູ້ເທາະ, ລາວກາຍ ແລະ ຮາຍຟອງ ສສ ຫວຽດນາມ ໄດ້ເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວຽງຈັນ ຊຶ່ງນຳໂດຍ ທ່ານ ວູກວາງຍາກ ຫົວໜ້າຄະນະຜູ້ແທນອະດີດຊ່ຽວຊານທະຫານອາສາສະໝັກຫວຽດນາມ ແຂວງຟູ້ເທາະ, ແຂວງລາວກາຍ, ແຂວງຮາຍຟອງ ໃຫ້ກຽດຕ້ອນຮັບໂດຍ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ພ້ອມດ້ວຍຄະນະ.
ບົດສໍາພາດ ຂອງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ

ບົດສໍາພາດ ຂອງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ

ກ່ຽວກັບ ລະຫັດລັບຄວາມປະສົບຜົນສຳເລັດໃນການບໍລິຫານປະເທດຂອງຈີນ, ການປະກອບສ່ວນສໍາຄັນ ຂອງຈີນຕໍ່ສັນຕິພາບ ແລະ ການພັດທະນາຂອງໂລກ, ໝາກຜົນອັນອຸດົມສົມບູນຂອງການສ້າງປະຊາຄົມຮ່ວມຊາຕາກຳ ຈີນ-ລາວ.
ຮອງເລຂາພັກແຂວງ ໄຊຍະບູລີ ຕ້ອນຮັບຄະນະອາດີດຊ່ຽວຊານທະຫານອາສາສະມັກ  ສສ ຫວຽດນາມ

ຮອງເລຂາພັກແຂວງ ໄຊຍະບູລີ ຕ້ອນຮັບຄະນະອາດີດຊ່ຽວຊານທະຫານອາສາສະມັກ ສສ ຫວຽດນາມ

ໃນວັນທີ 24 ຕຸລານີ້ ທີ່ຫ້ອງຮັບແຂກຊັ້ນ 4 ຫ້ອງວ່າການແຂວງ ໄຊຍະບູລີ, ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ໄຊຍະບູລີ ໄດ້ຕ້ອນຮັບຄະນະອາດີດ ຊ່ຽວຊານທະຫານອາສາສະມັກ ສສ ຫວຽດນາມ ນໍາໂດຍ ທ່ານ ວູກວາງຍາກ ຫົວໜ້າຄະນະອາດີດ ຊ່ຽວຊານທະຫານອາສາສະມັກຫວຽດນາມພ້ອມຄະນະ.
ທູດລາວ ຍື່ນໜັງສືແຕ່ງຕັ້ງຕໍ່ທ່ານເລຂາທິການໃຫຍ່ອົງການຝຣັ່ງໂກໂຟນີສາກົນ

ທູດລາວ ຍື່ນໜັງສືແຕ່ງຕັ້ງຕໍ່ທ່ານເລຂາທິການໃຫຍ່ອົງການຝຣັ່ງໂກໂຟນີສາກົນ

ໃນວັນທີ 21 ຕຸລາ ຜ່ານມາ, ທ່ານ ກາລະມຸງຄຸນ ສຸພານຸວົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳຝຣັ່ງ ໄດ້ເຂົ້າຍື່ນສານແຕ່ງຕັ້ງຕໍ່ ທ່ານ ນາງ Louise Mushikiwabo ເລຂາທິການໃຫຍ່ອົງການຝຣັ່ງໂກໂຟນີສາກົນ ເພື່ອດຳລົງຕຳແໜ່ງ ເປັນຜູ້ຕາງໜ້າສ່ວນຕົວ ຂອງ ທ່ານປະທານປະເທດ ແຫ່ງ ສປປ ລາວ (ພະນະທ່ານ ທອງລຸນ ສີສຸລິດ) ປະຈຳ ອົງການຝຣັ່ງໂກໂຟນີສາກົນ (CPF) ທີ່ ມີສຳນັກງານໃຫຍ່ ຕັ້ງຢູ່ ນະຄອນຫຼວງປາຣີ ສາທາລະນະລັດ ຝຣັ່ງ.
ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍານະຄອນ-ຫຼວງພະບາງຄົນໃໝ່ຍື່ນໜັງສືແຕ່ງຕັ້ງ

ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍານະຄອນ-ຫຼວງພະບາງຄົນໃໝ່ຍື່ນໜັງສືແຕ່ງຕັ້ງ

ໃນວັນທີ 23 ຕຸລານີ້ ທີ່ ກະຊວງການຕ່າງປະເທດ, ສະຫາຍ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນໜັງສືແຕ່ງຕັ້ງ ຂອງ ສະຫາຍ ຫວູ ຫງອກ ຫຼີ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ຢູ່ ນະຄອນ-ຫຼວງພະບາງ ຄົນໃໝ່.
ຄະນະຜູ້ແທນ ຄອສພ ແລກປ່ຽນບົດຮຽນກັບໜັງສືພິມຕວຍແຈ ຫວຽດນາມ

ຄະນະຜູ້ແທນ ຄອສພ ແລກປ່ຽນບົດຮຽນກັບໜັງສືພິມຕວຍແຈ ຫວຽດນາມ

ໃນລະຫວ່າງວັນທີ 22-29 ຕຸລານີ້, ໃນການເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ຂອງຄະນະຜູ້ແທນຂັ້ນສູງຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ນໍາໂດຍສະຫາຍນາງວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ ໄດ້ໄປຢ້ຽມຍາມ ແລະ ພົບປະກັບໜັງສືພິມຕວຍແຈ ໃນວັນທີ 23 ຕຸລານີ້ ທີ່ນະຄອນໂຮ່ຈິມິນ ສສ ຫວຽດນາມ,ໂດຍສະຫາຍ ເລເຖຈິ ບັນນາທິການໃຫຍ່ໜັງສືພິມຕວຍແຈ, ພ້ອມຄະນະໃຫ້ການຕ້ອນຮັບ.
ສະພາປະຊາຊົນ ສາລະວັນ-ນະຄອນເຫວ້ ພົບປະແລກປ່ຽນບົດຮຽນ

ສະພາປະຊາຊົນ ສາລະວັນ-ນະຄອນເຫວ້ ພົບປະແລກປ່ຽນບົດຮຽນ

ກອງປະຊຸມແລກປ່ຽນບົດຮຽນລະຫວ່າງ ສະພາປະຊາຊົນ ແຂວງສາລະວັນ ສປປ ລາວ ແລະ ສະພາປະຊາຊົນ ນະຄອນເຫວ້ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມານີ້ ຢູ່ທີ່ຫ້ອງປະຊຸມ ຊັ້ນສອງ ຂອງສະໂມສອນແຂວງສາລະວັນ ຝ່າຍສະພາປະຊາຊົນ ແຂວງສາລະວັນ ນໍາໂດຍ ທ່ານ ສີເຮັງ ຫອມສົມບັດ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14 ປະທານສະພາປະຊາຊົນ ແຂວງສາລະວັນ ພ້ອມດ້ວຍຄະນະ ແລະ ຝ່າຍສະພາປະຊາຊົນ ນະຄອນເຫວ໋ ນໍາໂດຍ ທ່ານ ຫງວຽນ ກວາງ ຕ໋ວນ ຄະນະປະຈໍາພັກແຂວງ ຮອງປະທານຜູ້ປະຈໍາການ ສະພາປະຊາຊົນ ນະຄອນເຫວ້ ພ້ອມດ້ວຍຄະນະ ເຂົ້າຮ່ວມ.
ສຳມະນາ ກ່ຽວກັບການມີສ່ວນຮ່ວມຂອງປະຊາຊົນ ເພື່ອການບໍລິຫານ-ຄຸ້ມຄອງທີ່ກວມລວມ

ສຳມະນາ ກ່ຽວກັບການມີສ່ວນຮ່ວມຂອງປະຊາຊົນ ເພື່ອການບໍລິຫານ-ຄຸ້ມຄອງທີ່ກວມລວມ

ສະພາແຫ່ງຊາດ ໄດ້ຈັດກອງປະຊຸມສຳມະນາ ກ່ຽວກັບ “ລັດຖະສະພາທີ່ເປີດກວ້າງ ແລະ ການມີສ່ວນຮ່ວມຂອງປະຊາຊົນ ເພື່ອການບໍລິຫານ-ຄຸ້ມຄອງທີ່ກວມລວມ ແລະ ຕອບສະໜອງ, ໃນວັນທີິ 22 ຕຸລານີ້ ທີ່ໂຮງແຮມລາວເທວ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານ ຂອງທ່ານ ສັນຍາ ປຣະເສີດ ປະທານຄະນະສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ (APF) ປະທານກໍາມາທິການການຕ່າງປະເທດສະພາແຫ່ງຊາດ ແຫ່ງ ສປປ ລາວ, ມີບັນທ່ານສະມາຊິກລັດຖະສະພາ, ບັນດາຜູ້ຊ່ຽວຊານແລະ ແຂກຖືກເຊີນເຂົາຮ່ວມຢ່າງພ້ອມພຽງ.
ຄະນະຜູ້ແທນ ຄອສພ ພົບປະກັບຄະນະໂຄສະນາສຶກສາຂົນຂວາຍປະຊາຊົນ ສສ ຫວຽດນາມ

ຄະນະຜູ້ແທນ ຄອສພ ພົບປະກັບຄະນະໂຄສະນາສຶກສາຂົນຂວາຍປະຊາຊົນ ສສ ຫວຽດນາມ

ໃນວັນທີ 23 ຕຸລານີ້, ທີ່ນະຄອນໂຮ່ຈິມິນ ສສ ຫວຽດນາມ, ຄະນະຜູ້ແທນຂັ້ນສູງຄະນະໂຄ ສະນາອົບຮົມ ສູນກາງພັກ (ຄອສພ) ນຳໂດຍ ສະຫາຍນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ, ໄດ້ພົບປະເຮັດວຽກ ກັບຄະນະໂຄສະ ນາສຶກສາ ແລະ ຂົນຂວາຍປະຊາຊົນ ສສ ຫວຽດນາມ, ນຳໂດຍ ສະຫາຍ ຕັງຫິວຟອງ ຮອງປະທານ ຄະນະໂຄສະນາສຶກສາຂົນຂວາຍປະຊາຊົນ ຄະນະພັກ ນະຄອນໂຮ່ຈິມິນ ພ້ອມຄະນະ ໃຫ້ການຕ້ອນຮັບ
ເພີ່ມເຕີມ