ກອງປະຊຸມ ປຶກສາຫາລືການສ້າງຕັ້ງສານປະຊາຊົນ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ

ກອງປະຊຸມ ປຶກສາຫາລືການສ້າງຕັ້ງສານປະຊາຊົນ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ
ສານປະຊາຊົນສູງສຸດ(ສປສສ) ໄດຈັດກອງປະຊຸມປຶກສາຫາລືການສ້າງຕັ້ງສານປະຊາຊົນ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຂຶ້ນໃນວັນທີ 7 ມີນາ ນີ້ ທີ່ ສປສສ,ພາຍໃຕ້ການເປັນປະທານໂດຍທ່ານ  ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກເລຂາຄະນະບໍລິຫານງານພັກປະທາສານປະຊາຊົນ ມີ ບັນດາທ່ານຮອງລັດຖະມົນຕີ, ຮອງຫົວໜ້າອົງການ ແລະ ບັນດາຮອງປະທານສານເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ເພື່ອພ້ອມກັນຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດດຳລັດສະບັບເລກທີ 359/ນຍ, ລົງວັນທີ 22 ພະຈິກ 2023 ວ່າດ້ວຍ ການຈັດຕັ້ງ ແລະ ເຄື່ອນໄຫວ ຂອງອົງການຄຸ້ມຄອງ-ບໍລິຫານ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແລະ ຂໍ້ຕົກລົງສະບັບເລກທີ 147/ນຍ ລົງວັນທີ 22 ພະຈິກ 2023 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ ອົງການຄຸ້ມຄອງ, ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ແລະ ແຈ້ງການສະບັບເລກທີ 356/ພນ ລົງວັນທີ 29 ທັນວາ 2023 ຂອງລັດຖະມົນຕີກະຊວງພາຍໃນ ກ່ຽວກັບການຈັດຕັ້ງຜັນຂະຫຍາຍດຳລັດດັ່ງກ່າວ ຊຶ່ງໄດ້ກຳນົດ 20 ຂະແໜງການ ໜຶ່ງໃນນັ້ນ ໄດ້ກຳນົດໂຄງປະກອບດ້ານກົງຈັກການຈັດຕັ້ງ ຂອງອົງການຕຸລາການເຂົ້າຢູ່ນຳ ເພື່ອເຮັດ
ໜ້າທີ່ພິຈາລະນາຕັດສິນຄະດີ ທີ່ເກີດຂຶ້ນໃນຂົງເຂດເສດຖະກິດພິເສດສາມຫຼ່ຽມຄຳ ບົນພື້ນຖານລັດຖະທຳມະນູນ ແລະ ກົດໝາຍກຳນົດໄວ້.
ຜ່ານມາສານປະຊາຊົນ ໄດ້ເປັນເຈົ້າການຈັດຕັ້ງຜັນຂະຫຍາຍ ມະຕິ, ຄຳສັ່ງ ຂອງສູນກາງພັກ ແລະ ລັດຖະບານ ເປັນຕົ້ນ ມະຕິສະບັບເລກທີ 037/ຄລສພ, ລົງວັນທີ 18 ມິຖຸນາ 2018 ວ່າດ້ວຍການຍົກສູງປະສິດທິພາບຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ, ມະຕິ ສະບັບເລກທີ 112/ກມສພ, ລົງວັນທີ 2 ມິຖຸນາ 2020 ວ່າດ້ວຍ ການຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນການຍຸຕິທໍາ ໄປຄຽງຄູ່ກັບການປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ຢ່າງເຂັ້ມງວດເຂົ້າໃນການປະຕິບັດສິດ, ໜ້າທີ່ ແລະ ພາລະບົດບາດຂອງຕົນ ໂດຍສະເພາະແມ່ນການຕັດສິນ ແລະ ພິພາກສາຄະດີໃຫ້ຖືກຕ້ອງ ເປັນທຳ.
ຂ່າວ-ພາບ:ຕຸໄລເພັດ

ຄໍາເຫັນ

ຂ່າວເສດຖະກິດ

ທ່ານວິວັດ ພົມມະຈັນ ຕົວແບບໃນການສ້າງເສດຖະກິດຄອບຄົວ

ທ່ານວິວັດ ພົມມະຈັນ ຕົວແບບໃນການສ້າງເສດຖະກິດຄອບຄົວ

ໂດຍ: ແສງຈັນ ການສ້າງເສດຖະກິດຄອບຄົວ ໃຫ້ກາຍເປັນສິນຄ້າຢ່າງຍືນຍົງແລະ ເປັນມິດຕໍ່ສິ່ງແວດລ້ອມ ແມ່ນໜຶ່ງວຽກງານທີ່ພັກ, ລັດໃຫ້ຄວາມເອົາໃຈໃສ່ ທັງເປັນການຮັບປະກັນການຜະລິດໃຫ້ພຽງພໍ ກັບຄວາມຕ້ອງການຂອງສັງຄົມ.
ພຽງ 3 ເດືອນ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວ 2.81%

ພຽງ 3 ເດືອນ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວ 2.81%

ໃນໄລຍະ 3 ເດືອນຕົ້ນປີ 2025 ເສດຖະກິດຂອງແຂວງອັດຕະປື ມີການຂະຫຍາຍຕົວຢູ່ໃນລະດັບ 2.81% ຄິດເປັນມູນຄ່າຕາມລາຄາໃນປີ 1,922 ຕື້ກີບ ເທົ່າກັບ 24,5% ຂອງແຜນການ ທີ່ມະຕິສະພາຮັບຮອງ, ລວມຍອດຜະລິດຕະພັນພາຍໃນ ສະເລ່ຍຕໍ່ຫົວຄົນບັນລຸ 21.9 ລ້ານກີບ.
ລາວ-ຈີນ ຫາລືສົ່ງເສີມການສຶກສາ ແລະ ເສດຖະກິດ-ການຄ້າ

ລາວ-ຈີນ ຫາລືສົ່ງເສີມການສຶກສາ ແລະ ເສດຖະກິດ-ການຄ້າ

ອົງການປົກຄອງນະຄອນຫຼວງວຽງຈັນ ສປປ ລາວ ຮ່ວມກັບ ອົງການປົກຄອງແຂວງ ເສສວນ ສປ ຈີນ ຈັດກອງປະຊຸມເພື່ອປຶກສາຫາລື ສົ່ງເສີມ ແລະ ແລກປ່ຽນການສຶກສາ, ເສດຖະກິດ-ການຄ້າ ຢູ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ນາງ ຊື ສຽວຫຼິນ ເຈົ້າແຂວງເສສວນ, ມີຜູ້ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງຂອງ ສປປ ລາວ, ພ້ອມດ້ວຍ ຄະນະກໍາມະການຮ່ວມມື ລາວ-ຈີນ ແຂວງເສສວນ, ນະຄອນຫຼວງວຽງຈັນ ແລະ ຜູ້ປະກອບການ, ນັກທຸລະກິດລາວ-ຈີນ ເຂົ້າຮ່ວມ.
ເສດຖະກິດ ເມືອງຫີນເຫີບຂະຫຍາຍຕົວ 6.78% ຕໍ່ປີ.

ເສດຖະກິດ ເມືອງຫີນເຫີບຂະຫຍາຍຕົວ 6.78% ຕໍ່ປີ.

ສະຫາຍ ໂອລົດ ສີສູນທອນ ຮອງເລຂາພັກ ຮອງເຈົ້າເມືອງຫີນເຫີບ ແຂວງວຽງຈັນໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IV (2020-2024) ແລະ ທິດທາງແຜນການ 5 ປີ ຄັ້ງທີ V (2025-2029)
ຍ້ອນການນໍາພາຂອງອົງຄະນະພັກເມືອງປະທຸມພອນ ເຮັດໃຫ້ເສດຖະກິດ ຂະຫຍາຍຕົວ 7,26%ຕໍ່ປີ.

ຍ້ອນການນໍາພາຂອງອົງຄະນະພັກເມືອງປະທຸມພອນ ເຮັດໃຫ້ເສດຖະກິດ ຂະຫຍາຍຕົວ 7,26%ຕໍ່ປີ.

ສະຫາຍ ວຽງສະໄໝ ສີລິພອນພັນ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆປະທຸມພອນ ແຂວງຈໍາປາສັກ ໃຫ້ສໍາພາດຕໍ່ສື່ທ້ອງຖິ່ນໃນວັນທີ 12 ກຸມພາຜ່ານມາວ່າ: ການນໍາພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ
ຮອດປີ 2029 ເມືອງຊະນະຄາມ ຈະສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວ 6,2% ຕໍ່ປີ

ຮອດປີ 2029 ເມືອງຊະນະຄາມ ຈະສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວ 6,2% ຕໍ່ປີ

ອົງຄະນະພັກເມືອງຊະນະຄາມ ແຂວງວຽງຈັນ ໄດ້ວາງຄາດໝາຍໃຫ້ເສດຖະກິດຂະຫຍາຍຕົວ 6,2% ຕໍ່ປີ ລວມຍອດລາຍຮັບພາຍໃນໃຫ້ໄດ້ 2,049 ຕື້ກວ່າກີບ, ລາຍຮັບຕໍ່ຫົວຄົນໃຫ້ໄດ້ 44 ລ້ານກວ່າກີບຕໍ່ຄົນຕໍ່ປີ,
ເສດຖະກິດ-ສັງຄົມຜົ້ງສາລີຂະຫຍາຍຕົວຢ່າງຕໍ່ເນື່ອງ

ເສດຖະກິດ-ສັງຄົມຜົ້ງສາລີຂະຫຍາຍຕົວຢ່າງຕໍ່ເນື່ອງ

ໂດຍ: ພູວັນ ພາຍໃຕ້ການຊີ້ນຳ-ນຳພາຂອງທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກເລຂາພັກແຂວງ-ເຈົ້າແຂວງຜົ້ງສາລີ ເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5ປີຄັ້ງທີ9ຂອງແຂວງສາມາດບັນລຸຕາມຄາດໝາຍທີ່ວາງໄວ້
ຜົນສໍາເລັດການພັດທະນາເສດຖະກິດ-ສັງຄົມ ບໍລິຄໍາໄຊ ປີ 2024 ຜ່ານມາ

ຜົນສໍາເລັດການພັດທະນາເສດຖະກິດ-ສັງຄົມ ບໍລິຄໍາໄຊ ປີ 2024 ຜ່ານມາ

ໂດຍ:ວັນໄຊ ຕະວິນຍານ ໃນວາລະດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ II ໃນ ທ້າຍເດືອນທັນວາ ປີ 2024 ຜ່ານມາ, ທ່ານ ສອນທະນູ ທໍາມະວົງ ກໍາມະການສູນກາງພັກເຈົ້າແຂວງບໍລິຄໍາໄຊ
ສ້າງເສດຖະກິດຄອບຄົວຈາກການເພາະພັນລູກໝູຂາຍ ນອກໂມງການ

ສ້າງເສດຖະກິດຄອບຄົວຈາກການເພາະພັນລູກໝູຂາຍ ນອກໂມງການ

ພາຍຫຼັງທີ່ ພັກ-ລັດ ໄດ້ມີນະໂຍບາຍເປີດກວ້າງ ໃນການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນການປຸກລະດົມຊຸກຍູ້ໃຫ້ພະນັກງານ ແລະ ປະຊາຊົນ ຫັນມາປູກຝັງ-ລ້ຽງສັດ ໃຫ້ຫຼາຍກາຍເປັນສິນຄ້າ
ເພີ່ມເຕີມ