ກອງປະຊຸມ UNCCD COP17 ແລະ ກອງປະຊຸມລະດັບສູງ ທີ່ ມົງໂກລີ

ກອງປະຊຸມ UNCCD COP17 ແລະ ກອງປະຊຸມລະດັບສູງ ທີ່ ມົງໂກລີ

ກອງປະຊຸມ UNCCD COP17 ແລະ ກອງປະຊຸມລະດັບສູງ ທີ່ ມົງໂກລີ
ທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ນຳພາ ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມສະໄໝທີ 17 ຂອງບັນດາລັດພາຄີ ແຫ່ງສົນທິສັນຍາສະຫະປະຊາຊາດວ່າດ້ວຍການຕ້ານການກາຍເປັນທະເລຊາຍ (UNCCD COP17) ແລະ ກອງປະຊຸມລະດັບສູງ ໃນລະຫວ່າງວັນທີ 17-28 ສິງຫາ ນີ້.
ກອງປະຊມ UNCCD COP17 ແລະ ກອງປະຊມລະດບສງ ທ ມງໂກລ - image 1
 

 

ກອງປະຊຸມຈັດຂຶ້ນພາຍໃຕ້ຫົວຂໍ້ “ຟື້ນຟູທີ່ດິນ, ຟື້ນຟູຄວາມຫວັງ” (Restoring Land, Restoring Hope), ໂດຍເຕົ້າໂຮມ 197 ພາຄີ UNCCD, ອົງການສາກົນ, ນັກວິທະຍາສາດ, ພາກເອກະຊົນ, ຊາວໜຸ່ມ, ແມ່ຍິງ, ຊົນເຜົ່າພື້ນເມືອງ, ຊຸມຊົນທ້ອງຖິ່ນ, ຜູ້ລ້ຽງສັດ ແລະ ຊາວກະສິກອນ ມີຜູ້ເຂົ້າຮ່ວມທັງໝົດປະມານ 10,000 ກວ່າທ່ານ. ຈຸດປະສົງຫຼັກແມ່ນກໍານົດທິດທາງ ແລະ ເລັ່ງການປະຕິບັດເພື່ອຫຼີກລ່ຽງ, ຫຼຸດຜ່ອນ ແລະ ຟື້ນຟູຄວາມເສື່ອມໂຊມຂອງດິນ, ສ້າງຄວາມທົນທານຕໍ່ໄພແຫ້ງແລ້ງ, ຮັກສາຄວາມໝັ້ນຄົງດ້ານນ້ຳ ແລະ ອາຫານ, ພ້ອມທັງລະດົມຊັບພະຍາກອນ, ເຕັກໂນໂລຊີ, ຄວາມຮູ້ ແລະ ການຮ່ວມມືໃຫ້ພຽງພໍ.

ກອງປະຊມ UNCCD COP17 ແລະ ກອງປະຊມລະດບສງ ທ ມງໂກລ - image 2
 

ຄວາມສຳຄັນຂອງ COP17-UNCCD ແມ່ນການຍົກບັນຫາທີ່ດິນໃຫ້ເປັນວາລະສຳຄັນຂອງການພັດທະນາ ເນື່ອງຈາກຄວາມເສື່ອມໂຊມຂອງດິນບໍ່ພຽງແຕ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແຕ່ຍັງກະທົບໂດຍກົງຕໍ່ການຜະລິດກະສິກຳ, ຄວາມໝັ້ນຄົງດ້ານອາຫານ ແລະ ນ້ຳ, ລາຍຮັບ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ຕະຫຼອດຮອດສະຖຽນລະພາບທາງເສດຖະກິດ ແລະ ສັງຄົມ. ດັ່ງນັ້ນ, ການຟື້ນຟູ ແລະ ຄຸ້ມຄອງທີ່ດິນຢ່າງຍືນຍົງ ຈຶ່ງເປັນການລົງທຶນເພື່ອສ້າງພື້ນຖານໃຫ້ແກ່ການພັດທະນາ, ຄວາມຜາສຸກຂອງປະຊາຊົນ ແລະ ຄວາມໝັ້ນຄົງຂອງປະເທດ.

ການເຂົ້າຮ່ວມຂອງຮອງລັດຖະມົນຕີ ໄດ້ເນັ້ນໃຫ້ເຫັນເຖິງຄວາມມຸ່ງໝັ້ນຢ່າງຕໍ່ເນື່ອງຂອງ ສປປ ລາວ ໃນການຕ້ານການເຊື່ອມໂຊມຂອງທີ່ດິນ ແລະ ການພັດທະນາການຄຸ້ມຄອງທີ່ດິນແບບຍືນຍົງ ທັງໃນປະເທດ ແລະ ພາກພື້ນ.ໃນກອງປະຊຸມລະດັບສູງ ວັນທີ 24 ສິງຫາ 2026, ໄດ້ມີການກ່າວຖະແຫຼ່ງການໂດຍເນັ້ນລົງເລິກ ດິນທີ່ມີສຸຂະພາບດີ ແມ່ນຮາກຖານຂອງອາຫານ, ສຸຂະພາບ, ສັນຕິພາບ ແລະ ຄວາມຫວັງ. ສຳລັບ ສປປ ລາວ, ຄະນະຜູ້ແທນໄດ້ຍົກບັນດາບຸລິມະສິດຂອງ ປະເທດ ຄື: ການຄຸ້ມ ຄອງ ແລະ ຟື້ນຟູທີ່ດິນຢ່າງຍືນຍົງ, ການສ້າງຄວາມທົນທານຕໍ່ໄພແຫ້ງແລ້ງ, ການຄຸ້ມຄອງນ້ຳ, ປ່າໄມ້ ແລະ ຊີວະນາໆພັນ, ກະສິກຳທີ່ທົນທານຕໍ່ສະພາບອາກາດ ແລະ ຄວາມໝັ້ນຄົງດ້ານອາຫານ. ສປປ ລາວ ຍັງໄດ້ເນັ້ນເຖິງສະພາບ ສະເພາະຂອງປະເທດ ດ້ອຍພັດທະນາ ແລະ ປະເທດກຳລັງພັດທະນາທີ່ບໍ່ມີທາງອອກສູ່ທະເລ, ພ້ອມຮຽກຮ້ອງໃຫ້ມີແຫຼ່ງທຶນທີ່ພຽງພໍ, ຄາດຄະເນໄດ້ ແລະ ເຂົ້າເຖິງໄດ້ງ່າຍ, ຄຽງຄູ່ກັບການຖ່າຍທອດເຕັກໂນໂລຊີ, ການແລກປ່ຽນຄວາມຮູ້ ແລະ ການສ້າງຂີດຄວາມສາມາດ ເພື່ອບັນລຸເປົ້າໝາຍຄວາມເປັນກາງ ດ້ານຄວາມເສື່ອມໂຊມຂອງດິນ ທີ່ແຕ່ລະປະເທດກໍານົດດ້ວຍຄວາມສະໝັກໃຈ.

ກອງປະຊມ UNCCD COP17 ແລະ ກອງປະຊມລະດບສງ ທ ມງໂກລ - image 3
 

ໃນລະຫວ່າງກອງປະຊຸມດັ່ງກ່າວ, ທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ພ້ອມດ້ວຍ ທ່ານ ຫົງແກ້ວ ສຸກສະຫວັດ ເອກອັກຄະລັດທະທູດລາວ ປະຈຳ ມົງໂກລີ ໄດ້ຖືໂອກາດພົບປະທະວິພາຄີ ກັບ ທ່ານ JAMBALTSEREN TUMUR-UYA ຫົວໜ້າຫ້ອງການ ກະຊວງ ອາຫານ, ກະສິກຳ ແລະ ອຸດສາຫະກຳເບົາ ແຫ່ງ ມົງໂກລີ ເພື່ອທົບທວນການຮ່ວມມືທີ່ມີຢູ່ ແລະ ປຶກສາຫາລືທິດທາງຮ່ວມມືໃນຕໍ່ໜ້າດ້ານກະສິກຳ, ສັດຕະວະແພດ ແລະ One Health, ການປົກປ້ອງ ແລະ ກັກກັນພືດ, ການຄຸ້ມຄອງທົ່ງຫຍ້າ ແລະ ທີ່ດິນ, ການຟື້ນຟູດິນ ແລະ ການແລກປ່ຽນວິຊາການ.

ໃນໂອກາດດຽວກັນ, ທ່ານ ໄຊນະຄອນ ອິນທະວົງ ພ້ອມຄະນະ, ໄດ້ສືບຕໍ່ພົບປະທະວິພາຄີ ກັບ ກະຊວງກະສິກໍາ ແລະ ສະຫະກອນ ແຫ່ງ ຣາຊະອານາຈັກໄທ, ສອງຝ່າຍໄດ້ທົບທວນສາຍພົວພັນອັນໃກ້ຊິດ ແລະ ການຮ່ວມມືທີ່ມີມາຍາວນານໃນຂະແໜງກະສິກຳ, ພ້ອມທັງແລກປ່ຽນທັດສະນະ ກ່ຽວກັບການຂະຫຍາຍການຮ່ວມມືດ້ານການສຳຫຼວດ, ວາງແຜນ, ຄຸ້ມຄອງ ແລະ ພັດທະນາທີ່ດິນ; ການອະນຸລັກດິນ ແລະ ນ້ຳ; ການຟື້ນຟູພື້ນດິນເສື່ອມໂຊມ, ການປັບຕົວຕໍ່ໄພແຫ້ງແລ້ງ ແລະ ການປ່ຽນແປງດິນຟ້າອາກາດ; ຕະຫຼອດຮອດການຝຶກອົບຮົມ, ການແລກປ່ຽນຜູ້ຊ່ຽວຊານ, ເຕັກໂນໂລຊີ ແລະ ບົດຮຽນທີ່ດີ. ສອງຝ່າຍ ຍັງເຫັນຄວາມສຳຄັນຂອງ ການສົ່ງເສີມບົດບາດພາກເອກະຊົນ, ການລົງທຶນ ແລະ ຕ່ອງໂສ້ມູນຄ່າກະສິກຳທີ່ຍືນຍົງ, ເພື່ອຫັນ ການຮ່ວມມືລາວ-ໄທໃຫ້ເປັນກິດຈະກຳ ທີ່ເປັນຮູບປະທຳ ແລະ ນຳມາຊຶ່ງຜົນປະໂຫຍດຮ່ວມກັນ.

ໃນວັນທີ 25 ສິງຫາ 2026, ທ່ານຮອງລັດຖະມົນຕີ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີສິ່ງ ແວດລ້ອມຂອງບັນດາປະເທດ ກຳລັງພັດທະນາທີ່ບໍ່ມີທາງອອກສູ່ທະເລ (LLDCs), ເພື່ອຊຸກຍູ້ບຸລິມະສິດຮ່ວມ ແລະ ສຽງຂອງ LLDCs ໃນຂະບວນການ COP17. ຜົນປະໂຫຍດສຳຄັນຕໍ່ ສປປ ລາວ ແມ່ນການຍົກສູງບົດບາດ ແລະ ສຽງຂອງປະເທດໃນເວທີສາກົນ; ສ້າງເຄືອຂ່າຍກັບປະເທດ ພາຄີ, ອົງການສາກົນ ແລະ ຄູ່ຮ່ວມງານພັດທະນາ; ເປີດໂອກາດເຂົ້າເຖິງແຫຼ່ງທຶນ, ເຕັກໂນໂລຊີ, ຂໍ້ມູນ ແລະ ວິຊາການ; ພ້ອມ ທັງນຳ ແນວທາງ ແລະ ບົດຮຽນຈາກ COP17 ມາປະກອບເຂົ້າໃນນະໂຍບາຍ, ແຜນງານ ແລະ ໂຄງການຂອງຊາດ. ໃນໄລຍະຕໍ່ໄປ, ຜົນຂອງກອງປະຊຸມສາມາດນຳໄປສູ່ການກະກຽມໂຄງການທີ່ລົງທຶນໄດ້, ການພັດທະນາລະບົບເຕືອນໄພແຫ້ງແລ້ງ, ການຟື້ນຟູພື້ນທີ່ເສື່ອມໂຊມ, ການຄຸ້ມຄອງນ້ຳ ແລະ ປ່າໄມ້, ແລະ ການສົ່ງເສີມລະບົບກະສິກຳ-ອາຫານທີ່ຍືນຍົງ ຊຶ່ງຈະຊ່ວຍສ້າງລາຍຮັບ, ຫຼຸດຜ່ອນ ຄວາມສ່ຽງ ແລະ ເສີມສ້າງຄວາມທົນທານໃຫ້ປະຊາຊົນລາວ.

(ແຫຼ່ງຂ່າວ: ຂ່າວສານກະສິກຳ ແລະ ສິ່ງແວດລ້ອມ)

ຄໍາເຫັນ

ຂ່າວການຮ່ວມມື

ສະແດງກາຍຍະສິນຣັດເຊຍ ຕ້ອນຮັບວັນສຳຄັນຂອງພັກ-ຂອງຊາດ

ສະແດງກາຍຍະສິນຣັດເຊຍ ຕ້ອນຮັບວັນສຳຄັນຂອງພັກ-ຂອງຊາດ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບສູນວິທະຍາສາດ ແລະ ວັດທະນະທຳຣັດເຊຍປະຈຳ ສປປ ລາວ ຈັດງານສະແດງກາຍຍະສິນຣັດເຊຍຂຶ້ນໃນວັນທີ 26 ພະຈິກຜ່ານມາ ທີ່ໂຮງກາຍຍະສິນແຫ່ງຊາດ, ໂດຍການເຂົ້າຮ່່ວມຂອງທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ມີທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ວທ, ທ່ານ ເຊຣເກວຣາດີເມບໂຣວິດຊົດສະກີ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງສະຫະພັນຣັດເຊຍປະຈໍາ ສປປ ລາວ, ທ່ານ ອາເລັກ ຊານເດີຣັດກອບ ຫົວໜ້າສູນວິທະຍາສາດ ແລະ ວັດທະນະທຳຣັດເຊຍປະຈຳ ສປປ ລາວ, ມີບັນດາການນຳພັກ-ລັດ, ທູດຕານຸທູດ, ປະຈໍາ ສປປ ລາວ ເຂົ້າຮ່ວມ.
ກິດຈະກຳອ່ານປຶ້ມຄັງປັນຍາຈຸດໝາຍຕໍ່ໄປຂອງທາງລົດໄຟລາວ-ຈີນ

ກິດຈະກຳອ່ານປຶ້ມຄັງປັນຍາຈຸດໝາຍຕໍ່ໄປຂອງທາງລົດໄຟລາວ-ຈີນ

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຮ່ວມກັບຄະນະໂຄສະນາພັກແຂວງຢຸນນານ ຈັດຕັ້ງປະຕິບັດໂດຍກົມສື່ມວນຊົນໜຸ່ມລາວ ສຊປລ ແລະ ສູນການສື່ສານສາກົນພາກພື້ນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ແຂວງຢຸນນານ ໄດ້ຈັດກິດຈະກຳອ່ານປຶ້ມຄັງປັນຍາຫົວຂໍ້: “ຈຸດໝາຍຕໍ່ໄປຂອງທາງລົດໄຟລາວ-ຈີນ” ເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 5 ປີແຫ່ງການເປີດນຳໃຊ້ທາງລົດໄຟລາວ-ຈີນຂຶ້ນໃນວັນທີ 27 ພະຈິກນີ້ ທີ່ ສຊປລ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄໍາພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ທ່ານສົມມາດ ພົນເສນາ ອະດີດຮອງປະທານສະພາແຫ່ງຊາດ ປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ, ທ່ານນາງ ເຂັມມະນີ ພົນເສນາ ປະທານສະມາຄົມມິດຕະພາບລາວ-ຈີນ, ທ່ານ ໄຊຫົງປຽວ (Chai Hongbiao) ຮອງບັນນາທິການໃຫຍ່ກຸ່ມບໍລິສັດໜັງສືພິມລາຍວັນຢຸນນານ, ມີບັນດາຜູ້ຕາງໜ້າສະຖານທູດຈີນປະຈໍາລາວ, ຄະນະຜູ້ແທນການນຳແຂວງຢຸນນານ, ຜູ້ຕາງໜ້າອົງການ, ສະມາຄົມ ແລະ ພາກສ່ວນຮ່ວມມືລາວ-ຈີນ, ຄູ-ອາຈານ, ນັກສຶກສາແລະຊາວໜຸ່ມ, ແຂກຖືກເຊີນເຂົ້າຮ່ວມ.
ຄະນະຜູ້ແທນ ມະຫາວິທະຍາໄລຈາກ ສປຈີນແລກປ່ຽນການຮ່ວມມືຢູ່ແຂວງຫຼວງພະບາງ

ຄະນະຜູ້ແທນ ມະຫາວິທະຍາໄລຈາກ ສປຈີນແລກປ່ຽນການຮ່ວມມືຢູ່ແຂວງຫຼວງພະບາງ

ວັນທີ 25 ພະຈິກຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ຫຼວງພະບາງ, ຄະນະຜູ້ແທນຈາກ ມະຫາວິທະຍາໄລ ສິລະປະສາດ ແລະວິທະຍາສາດເສສວນ ແຂວງເສສວນ ສປ ຈີນ ນຳໂດຍທ່ານ ຊູ ຊາວຈົງ ຮອງເລຂາຄະນະພັກມະຫາວິທະຍາໄລ ສິລະປະສາດ ແລະວິທະຍາສາດເສສວນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະເຮັດວຽກຮ່ວມກັບ ຄະນະພະແນກ ສກຂ, ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກ ສກຂ ພ້ອມດ້ວຍຄະນະນຳ ແລະພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ກົງສຸນໃຫຍ່ຫວຽດນາມ ອວຍພອນ ເລຂາພັກແຂວງແຂວງຄໍາມ່ວນ ໂອກາດວັນຊາດຄົບຮອບ 51 ປີ

ກົງສຸນໃຫຍ່ຫວຽດນາມ ອວຍພອນ ເລຂາພັກແຂວງແຂວງຄໍາມ່ວນ ໂອກາດວັນຊາດຄົບຮອບ 51 ປີ

ສະຫາຍ ຫງວຽນ ວັນຢຸງ ກົງສຸນໃຫຍ່ ສສ ຫວຽດນາມ ປະຈໍາແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ເຂົ້າອວຍພອນ ສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ, ໃນ​ວັນ​ທີ 26 ພະ​ຈິກ​ຜ່ານ​ມາທີ່ ແຂວງ​ຄຳ​ມ່ວນ, ເນື່ອງໃນໂອກາດວັນຊາດ ທີ 2 ທັນວາ ຄົບຮອບ 51 ປີ (2 ທັນວາ 1975–2 ທັນວາ 2026), ໂດຍມີພາກສ່ວນກ່ຽວຂ້ອງ ແລະ ສະມາຄົມນັກທຸລະກິດຫວຽດນາມເຂົ້າຮ່ວມນຳ.
ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຣາຊະອານາຈັກກໍາປູເຈຍ

ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຣາຊະອານາຈັກກໍາປູເຈຍ

ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ຮຸນກຣອງ ພະນອງ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາຈັກກຳປູເຈຍ ປະຈຳ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ໃນວັນທີ 27 ພະຈິກນີ້ ທີ່ທໍານຽບປະທານປະເທດ.
ຮອງປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ

ຮອງປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ

ໃນວັນທີ 25 ພະຈິກຜ່ານມາ ທີ່ຫໍສະພາແຫ່ງຊາດ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງສະຫາຍ ນາງ ເທຍ ນິງ ກຳມະການສູນກາງພັກກອມມູນິດຈີນ ຮອງປະທານຄະນະປະຈຳສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ ລະຫວ່າງວັນທີ 25-26 ພະຈິກ 2026.
UNFPA ຮຽກຮ້ອງໃຫ້ມີແຜນດຳເນີນງານ ແລະ ຈັດຕັ້ງປະຕິບັດໂດຍດ່ວນ ເພື່ອປົກປ້ອງອະນາຄົດຂອງໄວໜຸ່ມ

UNFPA ຮຽກຮ້ອງໃຫ້ມີແຜນດຳເນີນງານ ແລະ ຈັດຕັ້ງປະຕິບັດໂດຍດ່ວນ ເພື່ອປົກປ້ອງອະນາຄົດຂອງໄວໜຸ່ມ

ບົດລາຍງານສະຖານະພາບປະຊາກອນໂລກປີ 2026 ຂອງອົງການສະຫະປະຊາຊາດກອງທຶນ ສຳລັບປະຊາກອນ (UNFPA) ໄດ້ເຜີຍແຜ່ຢ່າງເປັນທາງການຢູ່ລັດຖະສະພານະຄອນຫຼວງແຄນເບີຣາ ປະເທດອົສຕຣາລີ ເມື່ອບໍ່ດົນມານີ້ ຊຶ່ງໄດ້ຮຽກຮ້ອງໃຫ້ມີການລົງທຶນຫຼາຍຂຶ້ນເຂົ້າໃນການສ້າງວຽກ ເຮັດງານທຳທີ່ດີ, ປົກປ້ອງສິດທິຂອງໄວໜຸ່ມ ແລະ ເປີດໂອກາດໃຫ້ເຂົາເຈົ້າສາມາດປະກອບສ່ວນເຂົ້າ ໃນຂະບວນການຕັດສິນໃຈຕ່າງໆ ທີ່ສົ່ງຜົນກະທົບຕໍ່ເຂົາເຈົ້າຫຼາຍຂຶ້ນ.
ຮຽນຮູ້ຊຶ່ງກັນ ແລະ ກັນ ແລະ ໄດ້ຮັບຜົນປະໂຫຍດຮ່ວມກັນສ້າງແບບຢ່າງໃໝ່ໃຫ້ແກ່ການຮ່ວມມືຂອງໂລກ

ຮຽນຮູ້ຊຶ່ງກັນ ແລະ ກັນ ແລະ ໄດ້ຮັບຜົນປະໂຫຍດຮ່ວມກັນສ້າງແບບຢ່າງໃໝ່ໃຫ້ແກ່ການຮ່ວມມືຂອງໂລກ

ໃນໂລກປັດຈຸບັນ, ການປ່ຽນແປງຄັ້ງໃຫຍ່ທີ່ບໍ່ເຄີຍມີມາໃນຮອບຮ້ອຍປີກຳລັງດຳເນີນໄປຢ່າງໄວວາ, ປັດໄຈທີ່ບໍ່ແນ່ນອນ, ບໍ່ໝັ້ນຄົງ ແລະ ຄາດຄະເນໄດ້ຍາກ ສືບຕໍ່ເພີ່ມຂຶ້ນ. ການຮ່ວມມືສອງຝ່າຍຈຳນວນບໍ່ໜ້ອຍ ຈຶ່ງມັກສັ່ນຄອນໄປຕາມຄວາມຜັນຜວນຂອງສະພາບແວດລ້ອມພາຍນອກ. ການຄົ້ນຫາແນວທາງສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ, ກໍໄດ້ສະເໜີແບບຢ່າງໃໝ່ແຫ່ງການພົວພັນລະຫວ່າງປະເທດ: ມິດຕະພາບລະຫວ່າງປະເທດທີ່ໜັກແໜ້ນຢ່າງແທ້ຈິງ, ບໍ່ໄດ້ອີງໃສ່ການຜູກມັດກັບຜົນປະໂຫຍດໄລຍະສັ້ນ ແລະ ບໍ່ບັງຄັບໃຫ້ເສັ້ນທາງການພັດທະນາຕ້ອງຄືກັນ. ແກ່ນສານສຳຄັນແມ່ນການຢຶດໝັ້ນໃນການເຄົາລົບອະທິປະໄຕຊຶ່ງກັນ ແລະ ກັນ, ເຄົາລົບການເລືອກເສັ້ນທາງການພັດທະນາດ້ວຍຕົນເອງ, ຢຶດໝັ້ນໃນການປຶກສາຫາລືຢ່າງສະເໝີພາບ ແລະ ການຢູ່ຮ່ວມກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.ແບບຢ່າງນີ້, ມີຄວາມສອດຄ່ອງຢ່າງເລິກເຊິ່ງກັບ “ສີ່ຂໍ້ລິເລີ່ມໃຫຍ່” ທີ່ຝ່າຍຈີນສະເໜີ ແລະ ຍັງໄດ້ຮັບການຕອບຮັບ ແລະ ສະໜັບສະໜູນຢ່າງຕັ້ງໜ້າຈາກພັກ ແລະ ລັດຖະບານລາວ.
ລັດຖະບານລາວ ປະດັບຫຼຽນກາມິດຕະພາບໃຫ້ແກ່ ທູດກຳປູເຈຍ ປະຈຳ ສປປ ລາວ

ລັດຖະບານລາວ ປະດັບຫຼຽນກາມິດຕະພາບໃຫ້ແກ່ ທູດກຳປູເຈຍ ປະຈຳ ສປປ ລາວ

ໃນວັນທີ 25 ພະຈິກຜ່ານມາ ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ຮຸນກລອງ ພະນອງ (HULKRANG Phanang) ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກກຳປູເຈຍ ປະຈຳ ສປປ ລາວ ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ທ່ານທູດເພື່ອເປັນການຍ້ອງຍໍຊົມເຊີຍ ແລະ ສັນລະເສີນ ຕໍ່ຜົນງານໃນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍໃຫ້ມີບາດກ້າວຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງໆຂຶ້ນຕະຫຼອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ຫາລື ເລັ່ງຊຸກຍູ້ໂຄງການເສັ້ນທາງມິດຕະພາບລາວ-ຫວຽດນາມ

ຫາລື ເລັ່ງຊຸກຍູ້ໂຄງການເສັ້ນທາງມິດຕະພາບລາວ-ຫວຽດນາມ

ກອງປະຊຸມປຶກສາຫາລື, ເຜີຍແຜ່ຂໍ້ຕົກລົງ ແລະ ມອບໝາຍໜ້າທີ່ ຄະນະຮັບຜິດຊອບໂຄງການກໍ່ສ້າງເສັ້ນທາງຍຸດທະສາດ ປກຊ-ປກສ ລຽບຕາມຊາຍແດນລາວ-ຫວຽດນາມ ຫຼື ເສັ້ນທາງມິດຕະພາບລາວ-ຫວຽດ ນາມ ຈັດຂຶ້ນເມື່ອບໍ່ດົນມານີ້, ທີ່ຫ້ອງວ່າການປົກຄອງແຂວງຄຳມ່ວນ ໂດຍການເປັນປະທານຂອງທ່ານ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ມີທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍການນຳ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ