ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ+3ຄັ້ງທີ1

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ+3ຄັ້ງທີ1
 ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ+3ຄັ້ງທີ 1(1stASEAN+3 Task Force Meeting2024)ໄດ້ຈັດຂຶ້ນໃນລະຫວ່າງວັນທີ 25-26 ມັງກອນຜ່ານມາທີ່ໂຮງແຮມຫຼວງພະບາງວິວ ແຂວງຫຼວງພະບາງ ໂດຍການເປັນປະທານຮ່ວມຂອງ4 ພາກສ່ວນຄື:ທ່ານ ວົງຄໍາແຫງ ວົງທະຈັກ ຫົວໜ້າກົມການເງິນຕ່າງປະເທດ ກະຊວງການເງິນ ສປປ ລາວ ແລະ ທ່ານ ຈິນວອນ ບອມ ກະຊວງເສດຖະກິດ ແລະ ການເງິນສເກົາຫຼີ, ທ່ານນາງ ແພງສີ ແພງເມືອງ ຫົວໜ້າກົມຮ່ວມມືສາກົນ ທະນາຄານແຫ່ງ ສປປ ລາວ ແລະ ທ່ານ ຊູຮຸນ ຢຸນ ທະນາຄານແຫ່ງ ສເກົາຫຼີພ້ອມດ້ວຍບັນດາປະເທດສະມາຊິກອາຊຽນ+3, ກອງເລຂາອາຊຽນແລະ ອົງການຕິດຕາມເສດຖະກິດມະຫາພາກອາຊຽນ+3 (AMRO).
ທ່ານ ວົງຄຳແຫງ ວົງທະຈັກໄດ້ກ່າວຕ້ອນຮັບບັນດາຜູ້ຕາງໜ້າ ASEAN+3 ພ້ອມທັງຍ້ອງຍໍຊົມເຊີຍ ຜົນສໍາເລັດຂອງອິນໂດເນເຊຍ ແລະ ຍີ່ປຸ່ນໃນນາມເປັນເຈົ້າພາບ ແລະ ປະທານປີ 2023. ໃນປີ 2024 ນີ້ຈະໄດ້ສືບຕໍ່ປຶກສາຫາລືບັນດາຂໍ້ລິເລີ່ມໃໝ່ ແລະ ຮັບຟັງການລາຍງານຄວາມຄືບໜ້າຂອງການຮ່ວມມືການເງິນອາຊຽນ+3 ໃນໄລຍະຜ່ານມາ. ທ່ານຍັງໄດ້ຍົກໃຫ້ເຫັນເຖິງປະຫວັດມໍລະດົກໂລກຂອງນະຄອນ-ຫຼວງພະບາງ ແນະນຳກ່ຽວກັບປີທ່ອງທ່ຽວລາວ 2024.
ກອງປະຊຸມໃນມື້ທຳອິດ ໄດ້ປຶກສາຫາລືກ່ຽວກັບກົນໄກການຈັດສັນເງິນທຶນໃນລະດັບພາກພື້ນໂດຍສະເພາະການຫັນ Rapid Finance Facility (RFF) ໃຫ້ເປັນກົນໄກການສະໜອງທຶນຮີບດ່ວນ ເພື່ອແກ້ໄຂສະພາບຄ່ອງທາງດ້ານເສດຖະກິດ, ການເຊື່ອມຈອດໂຄງສ້າງການສະໜອງທຶນໃໝ່ ແລະ ການນຳໃຊ້ Freely Usable Currencies (FUCs). ພ້ອມນັ້ນ, ຍັງໄດ້ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດ ແລະ ການປັບປຸງວຽກງານ CMIM ໂດຍສະເພາະການທົດລອງກູ້ຢືມໃນກອງທຶນ CMIM ຄັ້ງທີ 15; ຮັບຟັງການລາຍງານຄວາມຄືບໜ້າຂອງ (Asian Bond Market Initiative-ABMI) ຈາກທະນາຄານພັດທະນາອາຊີ (ADB);ລາຍງານກ່ຽວກັບວຽກງານທີ່ຕິດພັນກັບການສະໜອງທຶນເພື່ອຫຼຸດຜ່ອນຄວາມສ່ຽງຕໍ່ໄພພິບັດ (Disaster Risk Financing Initiative); ພ້ອມນັ້ນ, ທະນາຄານໂລກ (WB) ຍັງໄດ້ລາຍງານກ່ຽວກັບການສະໜອງທຶນສໍາລັບວຽກງານໄພພິບັດທາງທໍາມະຊາດໃນຂົງເຂດກະສິກໍາຊຶ່ງທະນາຄານໂລກມີແຜນຈັດກອງປະຊຸມສຳມະນາ 2 ຄັ້ງຄື: ໃນຮູບແບບທາງໄກ 1 ຄັ້ງແລະແບບເຊິ່ງໜ້າ 1 ຄັ້ງ.
    ກອງປະຊຸມໃນມື້ທີສອງ ເປັນກອງປະຊຸມຄະນະກຳມະການເຮັດວຽກຂອງອົງການຕິດຕາມເສດຖະກິດມະຫາພາກອາຊຽນ+3(ASEAN+3 Macroeconomic Research Office-AMRO) ຊຶ່ງໄດ້ລາຍງານຜົນສຳເລັດຂອງAMRO ປີ 2023 ແລະ ປຶກສາຫາລືກ່ຽວກັບວຽກງານບໍລິຫານ, ແຜນງົບປະມານປະຈຳປີ 2024 ແລະ ການເພີ່ມບຸກຄະລາກອນໃນປີ 2025. ນອກຈາກນັ້ນ, ກອງປະຊຸມຍັງໄດ້ລົງເລິກກ່ຽວກັບວຽກງານຍຸດທະສາດ ແລະ ການຄຸ້ມຄອງ AMROຊຶ່ງໄດ້ທົບທວນຄືນຂອບການລາຍງານຜົນການປະເມີນການເຮັດວຽກຂອງ AMRO ພ້ອມທັງຮັບຟັງການລາຍງານການປະເມີນຜົນການຄັດເລືອກ DD3 ແລະ ຜົນການປະເມີນການເຮັດວຽກຂອງ DD3 ຂອງອົງການ AMRO.ນອກຈາກນັ້ນ, ຄະນະຜູ້ແທນກະຊວງການເງິນ ສປປ ລາວ ຍັງໄດ້ພົບປະເຮັດວຽກ 3 ຝ່າຍຮ່ວມກັບສເກົາຫຼີແລະອົງການAMRO, ພົບປະເຮັດວຽກກັບກອງເລາຂາອາຊຽນ, ພົບປະສອງຝ່າຍກັບກະຊວງການເງິນສິງກະໂປແລະອິນໂດເນເຊຍເພື່ອປຶກສາຫາລືວຽກງານການຮ່ວມມືໃນຂອບອາຊຽນ+3 ແລະແຜນການຮ່ວມມືສອງຝ່າຍໃນອະນາຄົດ.
ໃນເວທີກອງປະຊຸມບັນດາປະເທດສະມາຊິກອາຊຽນ+3 ເຫັນວ່າມີຜົນປະໂຫຍດໃຫ້ແກ່ບັນດາກະຊວງການເງິນ ແລະ ທະນາຄານກາງຊຶ່ງມີໂອກາດໄດ້ມາແລກປ່ຽນຄວາມຄິດເຫັນ ພ້ອມທັງຮ່ວມກັນສ້າງຍຸດທະສາດແຜນການຮ່ວມມືດ້ານການເງິນໃນແຕ່ລະໄລຍະ, ພາຍຫຼັງການລະບາດຂອງພະຍາດໂຄວິດ-19 ແລະ ການຜັນແປຂອງໂລກ ເຫັນໄດ້ເຖິງຄວາມສຳຄັນຂອງການເພີ່ມທະວີການເຊື່ອມໂຍງ ແລະ ການຮ່ວມມືດ້ານການເງິນ ໂດຍສະເພາະການຫັນເປັນດີຈີຕອນ, ການນຳໃຊ້ສະກຸນເງິນທ້ອງຖິ່ນໃນການຊໍາລະສະສາງ, ການສ້າງຄັງເພື່ອສະໜັບສະໜູນດ້ານທຶນຮອນແກ້ໄຂສະພາບຄ່ອງດ້ານການເງິນ ໃນກໍລະນີມີເຫດການສຸກເສີນ ແລະ ຂະຫຍາຍການຮ່ວມມືດ້ານການເງິນຄຸ້ມຄອງໄພພິບັດທີ່ອາດເກີດຂຶ້ນໃນອະນາຄົດພ້ອມທັງສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ອົງການ AMRO ເປັນອົງການເຮັດວຽກຊ່ວຍປະເທດສະມາຊິກອາຊຽນ+3 ໃນການວິໄຈ ສັງລວມສະພາບເສດຖະກິດມະຫາພາກໃນແຕ່ລະປະເທດ ແລະ ທ່າອ່ຽງຂອງພາກພື້ນ ແລະ ສາກົນ ເພື່ອສະເໜີນະໂຍບາຍທີ່ເໝາະສົມໃຫ້ແກ່ບັນດາປະເທດສະມາຊິກ ໃນການສືບຕໍ່ຮັກສາສະຖຽນລະພາບທາງດ້ານເສດຖະກິດ-ການເງິນໃຫ້ມີການພັດທະນາຢ່າງມີຄວາມຍືນຍົງ.
ຂ່າວ-ພາບ: ກົມສື່ມວນຊົນ

ຄໍາເຫັນ

ຂ່າວການຮ່ວມມື

ທ່ານ ທອງສະຫວັນ ພົມວິຫານ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ

ທ່ານ ທອງສະຫວັນ ພົມວິຫານ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ

ວັນທີ 10 ມິຖຸນາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ບັນດາປະເທດຄູ່ເຈລະຈາ ຊຶ່ງປະກອບດ້ວຍ: ກອງປະຊຸມລັດຖະມົນຕີຕ່າງປະເທດ ລະຫວ່າງ ອາຊຽນ ກັບ ຈີນ, ອົສຕຣາລີ, ການາດາ, ອິນເດຍ, ນິວຊີແລນ, ຍີ່ປຸ່ນ, ຣັດດເຊຍ, ສ ເກົາຫຼີ, ສ ອາເມຣິກາ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມ ຄັ້ງທີ 26 ຕາມລໍາດັບ.
ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 16

ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 16

ໃນວັນທີ 10 ກໍລະກົດ ນີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ເຂົົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 16 ທີ່ ຫໍປະຊຸມແຫ່ງຊາດ ກົວລາລຳເປີ ປະເທດ ມາເລເຊຍ ຊຶ່ງຈັດຂຶ້ນຄຽງຄູ່ກັບກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ Bui Thanh Son ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ແລະ ທ່ານ IWAYA Takeshi ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຍີ່ປຸ່ນ, ຊຶ່ງມີບັນດາລັດຖະມົນຕີ ແລະ ຫົວໜ້າຄະນະຜູ້ແທນຈາກປະເທດສະມາຊິກແມ່ນໍ້າຂອງ ຄື: ກຳປູເຈຍ, ສປປ ລາວ, ມຽນມາ, ໄທ ແລະ ສສ ຫວຽດນາມ ເຂົ້າຮ່ວມ.​
ລາວ - ສ ເກົາຫຼີ ລົງນາມຈັດສົ່ງແຮງງານໄປເຮັດວຽກລະດູການ

ລາວ - ສ ເກົາຫຼີ ລົງນາມຈັດສົ່ງແຮງງານໄປເຮັດວຽກລະດູການ

ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ໃຫ້ກຽດຕ້ອນຮັບທ່ານ Park Yomg Cheol ເຈົ້າເມືອງກັງຮວາ ນະຄອນອິນຊອນ ສ ເກົາຫຼີ ໃນໂອກາດມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 10 ກໍລະກົດ ຜ່ານມາ.
ລມຕ ຕ່າງປະເທດ ລາວ - ຣັດເຊຍ ພົບປະສອງຝ່າຍ

ລມຕ ຕ່າງປະເທດ ລາວ - ຣັດເຊຍ ພົບປະສອງຝ່າຍ

​ໃນ​ວັນ​ທີ 10 ກໍລະກົດ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ​ໄດ້​ພົບ​ປະ​ປຶກສາຫາລືສອງຝ່າຍ​ ກັບ ທ່ານ ເຊຣເກ ລາວະຣົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ ໃນໂອກາດນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ (AMM) ຄັ້ງທີ 58 ທີ່ ມາເລເຊຍ.
ເລັ່ງດັດແກ້ໃບຕາດິນທີ່ໄດ້ຮັບຜົນກະທົບຈາກໂຄງການທາງລົດໄຟລາວ - ຈີນ ໃຫ້ສໍາເລັດໃນເດືອນສິງຫານີ້

ເລັ່ງດັດແກ້ໃບຕາດິນທີ່ໄດ້ຮັບຜົນກະທົບຈາກໂຄງການທາງລົດໄຟລາວ - ຈີນ ໃຫ້ສໍາເລັດໃນເດືອນສິງຫານີ້

ໃນວາລະການດຳເນີນກອງປະຊຸມສະໄໝາສາມັນ ເທື່ອ 9 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II, ໃນວັນທີ 9 ກໍລະກົດ ຜ່ານມານີ້ ໂດຍການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ທ່ານ ອະໂນໄທ ຈັນທະລາສີ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ
ລາວ ແລະ ນອກແວ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລາວ ແລະ ນອກແວ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ໃນວັນທີ 9 ກໍລະກົດ ຜ່ານມານີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອານເດຣອັສ ມົດສະເຟ ຄຣາວິກ (Andreas Motzfeldt Kravik) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊອານາຈັກ ນອກແວ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະ ມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ທູດລາວ ປະຈໍາຍີ່ປຸ່ນ ຮັບຕ້ອນ ອະດີດອາສາສະໝັກ JICA

ທູດລາວ ປະຈໍາຍີ່ປຸ່ນ ຮັບຕ້ອນ ອະດີດອາສາສະໝັກ JICA

ຫວ່າງມໍ່ໆມານີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຍີ່ປຸ່ນ, ທ່ານ ອໍາໄພ ກິນດາວົງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຍີ່ປຸ່ນ ແລະ ຄະນະ ໄດ້ຮັບຕ້ອນ ແລະ ພົບປະກັບທ່ານ ONISHI Norio ອະດີດອາສາສະໝັກ JICA ຊຸດທໍາອິດທີ່ລັດຖະບານຍີ່ປຸ່ນໄດ້ສົ່ງອາສາສະໝັກມາປະຈໍາຢູ່ ສປປ ລາວ ໃນປີ 1965 ພ້ອມດ້ວຍ ທ່ານ TAKAHATA Tsuneo ອະດີດຫົວໜ້າຫ້ອງການຜູ້ຕາງໜ້າອົງການ JICA ປະຈໍາ ສປປ ລາວ ຜູ້ທໍາອິດ ໃນປີ 1996 ທັງເປັນອະດີດອາສາສະໝັກ JICA ໃນປີ 1970 ແລະ ທ່ານ KATO Tomoaki ອະດີດອາສາສະໝັກ JICA, ທັງເປັນປະທານອະດີດອາສາສະໝັກ JICA ເຂົ້າຮ່ວມ.
​ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ເເບບຄົບຄະນະ ແລະ ແບບວົງແຄບ

​ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ເເບບຄົບຄະນະ ແລະ ແບບວົງແຄບ

ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 (ແບບຄົບຄະນະ ແລະ ແບບວົງແຄບ) ຊຶ່ງມີພິທີເປີດຢ່າງເປັນທາງການໃນວັນທີ 9 ກໍລະກົດ 2025 ທີ່ ກົວລາລໍາເປີ ປະເທດມາເລເຊຍ. ກ່ອນເຂົ້າຮ່ວມພິທິເປີດກອງປະຊຸມ ບັນດາບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ເລຂາທິການໃຫຍ່ອາຊຽນ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີແຫ່ງ ມາເລເຊຍ
ລມຕ ກະຊວງການຕ່າງປະເທດ ລາວ ແລະ ອານເຊຣີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ລມຕ ກະຊວງການຕ່າງປະເທດ ລາວ ແລະ ອານເຊຣີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ໃນວັນທີ 8 ກໍລະກົດ ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອາເມັດເອັດເທັບ (Ahmed Attaf) ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນອານເຊລີ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ  ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງສອງປະເທດ

ລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງສອງປະເທດ

ໃນວັນທີ 8 ກໍລະກົດ ນີ້, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ບຸຍ ແທັງ ເຊີນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ເພີ່ມເຕີມ