ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະເຮັດວຽກອາຊຽນ

ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະເຮັດວຽກອາຊຽນ+3 ຄັ້ງທີ 4 ຫາລືຂໍ້ລິເລີ່ມໃໝ່ໆເພື່ອສ້າງຄວາມເຂັ້ມແຂງການຮ່ວມມືດ້ານການເງິນ

ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະເຮັດວຽກອາຊຽນ+3 ຄັ້ງທີ 4  ຫາລືຂໍ້ລິເລີ່ມໃໝ່ໆເພື່ອສ້າງຄວາມເຂັ້ມແຂງການຮ່ວມມືດ້ານການເງິນ
ໃນວັນທີ 7 ພະຈິກຜ່ານມາ ທີ່ນະຄອນຫຼວງວຽງຈັນ ສປປ ລາວ, ກະຊວງການເງິນ ແລະ ທະນາຄານແຫ່ງ ສປປ ລາວ, ໄດ້ສຳເລັດການເປັນເຈົ້າພາບ

ແລະ ປະທານຮ່ວມກັບ ສ.ເກົາຫຼີ, ຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະເຮັດວຽກອາຊຽນ+3 ຄັ້ງທີ 4 ສົກປີ 2024, ໂດຍຕາງໜ້າໃຫ້ກະຊວງການເງິນແມ່ນ ທ່ານ ວົງຄໍາແຫງ ວົງທະຈັກ ຫົວໜ້າກົມການເງິນຕ່າງປະເທດ, ທະນາຄານແຫ່ງ ສປປ ລາວ ແມ່ນທ່ານ ນາງ ມາລີນີ ຊາວັນນາ ຮັກສາການຫົວໜ້າກົມຮ່ວມມືສາກົນ ຮ່ວມກັບ ທ່ານ ໂຊຮີ ກວັກ ຫົວໜ້າພະແນກຮ່ວມມືການເງິນສາກົນກະຊວງເສດຖະກິດ-ການເງິນ ແລະ ທ່ານຊູຮຸນຢຸນ ຮອງຫົວໜ້າກົມຮ່ວມມືການເງິນຈາກທະນາຄານກາງ ສ.ເກົາຫຼີ ພ້ອມດ້ວຍຄະນະຜູ້ແທນກອງປະຊຸມຈາກບັນດາປະເທດສະມາຊິກອາຊຽນ+3, ກອງເລຂາອາຊຽນ, ອົງການຕິດຕາມເສດຖະກິດມະຫາພາກອາຊຽນ+3, ທະນາຄານພັດທະນາອາຊີ, ກອງທຶນການເງິນສາກົນ, ທະນາຄານໂລກ,ບໍລິສັດ SEADRIF ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ວົງຄໍາແຫງ ວົງທະຈັກ ແລະ ທ່ານ ໂຊຮີ ກວັກ ໄດ້ໃກ່າວເປີດກອງປະຊຸມ ແລະ ຕ້ອນຮັບບັນດາຜູ້ຕາງໜ້າຈາກສະມາຊິກ ASEAN+3 ແລະ ໄດ້ເນັ້ນເຖິງຄວາມສໍາຄັນຂອງການຮ່ວມມືໃນພາກພື້ນອາຊຽນ, ພ້ອມທັງໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດຂອງກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45 ທີ່ຈັດຂຶ້ນຢູ່ ສປປ ລາວ, ຊຶ່ງວຽກງານການພັດທະນາດ້ານການເງິນອາຊຽນ+3 ກໍໄດ້ນໍາເຂົ້າໄປລາຍງານໃນກອງປະຊຸມດັ່ງກ່າວ.

ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະເຮັດວຽກຄັ້ງທີ 4 ນີ້, ຈຸດປະສົງ ແລະ ເປົ້າໝາຍເພື່ອສືບຕໍ່ປຶກສາຫາລືບັນດາວຽກງານການຮ່ວມມືດ້ານການເງິນອາຊຽນ+3, ໂດຍຄາດວ່າຈະສາມາດສະຫຼຸບແລະ ຮັບຮອງຄວາມຄືບໜ້າບັນດາໜ້າວຽກຕ່າງໆເພື່ອກະກຽມເອົາເຂົ້າລາຍງານໃນກອງປະຊຸມ ຮອງລັດຖະມົນຕີ ແລະ ຮອງຜູ້ວ່າການທະນາຄານກາງອາຊຽນ+3, ທີ່ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 17-18 ທັນວາ 2024 ນີ້, ທີ່ສ. ເກົາຫຼີ.

ກອງປະຊຸມຄັ້ງນີ້, ເປັນກອງປະຊຸມທ້າຍປີຂອງການເປັນປະທານຮ່ວມລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ໃນການຄົ້ນຄວ້າ ແລະ ຮັບຮອງບັນດາແຜນວຽກການຮ່ວມມືດ້ານການເງິນອາຊຽນ+3 ປະຈໍາປີ 2024 ແລະ ສືບຕໍ່ປຶກສາຫາລືບັນຫາຄົງຄ້າງ, ລວມທັງບັນດາຂໍ້ລິເລີ່ມການຮ່ວມມືໃໝ່ໆ...ເພື່ອການເພີ່ມທະວີສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການຮ່ວມມືດ້ານການເງິນອາຊຽນ+3.

ຄຽງຄູ່ກັນນັ້ນ, ກອງປະຊຸມຍັງຈະໄດ້ສືບຕໍ່ປຶກສາຫາລືການປັບປຸງສັນຍາ CMIM ແລະ ການຮັບຮອງຜົນການທົດລອງການກູ້ຢືມພາຍໃຕ້ສັນຍາ CMIM ຄັ້ງທີ 15. ກອງປະຊຸມຍັງໄດ້ຄົ້ນຄວ້າການສ້າງຄວາມເຂັ້ມແຂງໃຫ້ແກ່ອົງການຕິດຕາມເສດຖະກິດມະຫາພາກອາຊຽນ+3 ໂດຍສະເພາະແມ່ນການຮັບຮອງແຜນການຈັດຕັ້ງປະຕິບັດໄລຍະກາງ 2025-2027, ການຮັບຮອງແຜນການຈັດຕັ້ງປະຕິບັດງົບປະມານປະຈໍາປີ 2025, ຄົ້ນຄວ້າ ແລະ ປຶກສາຫາລືບັນດາວຽກງານບໍລິຫານ, ການສ້າງຍຸດທະສາດ, ການປັບປຸງຮ່າງຄູ່ມືຮັບໃຊ້ໃຫ້ແກ່ວຽກງານການຮ່ວມມືດ້ານການເງິນອາຊຽນ+3 ແລະ ວຽກປິ່ນອ້ອມຕ່າງໆຂອງ AMRO; ການແລກປ່ຽນ ແລະ ປຶກສາຫາລືບັນດາຄວາມຄືບໜ້າຂອງວຽກງານຂໍ້ລິເລີ່ມການພັດທະນາຕະຫຼາດພັນທະບັດອາຊີ, ເພື່ອຊຸກຍູ້ການອອກພັນທະບັດສະກຸນເງິນທ້ອງຖິ່ນພາຍໃນພາກພື້ນ, ລວມທັງ ຂໍ້ລິເລີ່ມວຽກງານການສະໜອງທຶນໄພພິບັດທາງທຳມະຊາດ ຊຶ່ງເປັນວຽກໜຶ່ງທີ່ສຳຄັນທີ່ຄົ້ນຄວ້າກົນໄກທາງດ້ານການເງິນ, ຄົ້ນຄວ້າດ້ານນະໂຍບາຍເພື່ອສະໜັບສະໜູນໃຫ້ແກ່ວຽກງານປ້ອງກັນໄພພິບັດທາງທຳມະຊາດຂອງພາກພື້ນອາຊຽນ+3.

ນອກຈາກນັ້ນ, ຍັງມີກອງປະຊຸມສໍາມະນາປິນອ້ອມຈັດຂຶ້ນໃນໄລຍະດຽວກັນເປັນ ຕົ້ນ: ກອງປະຊຸມສໍາມະນາກ່ຽວກັບການສະໜອງທຶນສໍາລັບວຽກງານໄພພິບັດທາງທໍາມະຊາດ ແລະ ການແລກປ່ຽນດ້ານວິຊາການລະຫວ່າງອາຊຽນ + 3 ແລະ IMF ທີ່ປະເທດສະມາຊິກຈະໄດ້ແລກປ່ຽນ,ຄົ້ນຄ້ວາ, ປຶກສາຫາລືເພື່ອສັງລວມ, ສະຫຼຸບວຽກງານ ແລະ ກະກຽມນໍາໄປລາຍງານໃນກອງປະຊຸມຮອງລັດຖະມົນຕີ ແລະ ຮອງຜູ້ວ່າທະນາຄານກາງອາຊຽນ+3.

(ແຫຼ່ງຂ່າວ: ກະຊວງການເງິນ)

ຄໍາເຫັນ

ຂ່າວການຮ່ວມມື

ຮອງຫົວໜ້າ ຄອສພ ຕ້ອນຮັບທູດ ສ ເກົາຫຼີ

ຮອງຫົວໜ້າ ຄອສພ ຕ້ອນຮັບທູດ ສ ເກົາຫຼີ

ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຈອງຢອງຊູ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈໍາ ສປປ ລາວ ເຂົ້າຢ້ຽມພົບປະ ໃນຕອນແລງວັນທີ 17 ກໍລະກົດນີ້ ທີ່ຫ້ອງຮັບແຂກ ຄອສພ.
ທູດໄທ ມອບເງິນຊ່ວຍເຫຼືອຜູ້ປະສົບໄພ ທາງທຳມະຊາດໃນລາວ

ທູດໄທ ມອບເງິນຊ່ວຍເຫຼືອຜູ້ປະສົບໄພ ທາງທຳມະຊາດໃນລາວ

ໃນວັນທີ 18 ກໍລະກົດ ນີ້, ອົງການກາແດງແຫ່ງຊາດລາວ ໄດ້ຮັບເງິນຊ່ວຍເຫຼືອ ຈຳນວນ 100,000,000 ກີບ ຫຼື (150,000 ບາດ) ຈາກ ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປລາວ
ກະຊວງການຕ່າງປະເທດ ລາວ -ເບລາຣຸດຊີ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ກະຊວງການຕ່າງປະເທດ ລາວ -ເບລາຣຸດຊີ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ມາກຊິມ ຣືເຊັນກົບ (H.E. Mr. Maxim Ryzhenkov) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເບລາຣຸດຊີ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 16-18 ກໍລະກົດ 2025 ເພື່ອສືບຕໍ່ຮັດແໜ້ນການພົວພັນສອງຝ່າຍ ບົນພື້ນຖານມູນເຊື້ອ ແຫ່ງ ມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ ເບລາຣຸດຊີ.
ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ

ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ

ສະຫາຍ ຄໍາມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮອງປະທານ ຜູ້ປະຈຳການ ສະພາທິດສະດີສູນກາງພັກ ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ ນໍາໂດຍ ສະຫາຍ ເສີນໂຈ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ພ້ອມດ້ວຍຄະນະ ເຂົ້າຢ້ຽມຢາມພົບປະແລກປ່ຽນບົດຮຽນຮ່ວມກັນໃນວັນທີ 17 ກໍລະກົດນີ້ ທີ່ ຄອສພ. ໃນໂອກາດຄະນະຜູ້ແທນເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 16-18 ກໍລະກົດ 2025.
ຈາກ “ມິດຕະພາບອັນແຂງແກ່ນສູ່ຄູ່ຮ່ວມຊາ​ຕາ​ກຳ”: ການພັດທະນາກ້າວກະໂດດຕະຫຼອດ 64 ປີແຫ່ງສາຍ​ພົວພັນການທູດຈີນ-ລາວ

ຈາກ “ມິດຕະພາບອັນແຂງແກ່ນສູ່ຄູ່ຮ່ວມຊາ​ຕາ​ກຳ”: ການພັດທະນາກ້າວກະໂດດຕະຫຼອດ 64 ປີແຫ່ງສາຍ​ພົວພັນການທູດຈີນ-ລາວ

ການໄປມາຫາສູ່ລະຫວ່າງປະເທດຂຶ້ນຢູ່ກັບຄວາມຜູກພັນຂອງປະຊາຊົນ ແລະ ຄວາມຜູກພັນຂອງປະຊາຊົນກໍຂຶ້ນກັບຄວາມເຂົ້າໃຈ ແລະ ຄວາມເຊື່ອມໂຍງກັນທາງຈິດໃຈ, ຈີນ ແລະ ລາວ ເປັນປະເທດເພື່ອນບ້ານທີ່ມີພູເຂົາແລະ ສາຍນ້ຳ, ມິດຕະພາບອັນດີລະຫວ່າງກັນມີມາຢ່າງຍາວນານຕັ້ງແຕ່ວັນທີ 25 ເມສາ ພ.ສ 1961 ທີ່ຈີນ-ລາວ ໄດ້ລົງນາມໃນຖະແຫຼງການສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດ, ຕະຫຼອດ 64 ປີທີ່ຜ່ານມາການ​ພົວ​ພັນຈີນ - ລາວ ໄດ້ພັດທະນາຈາກມິດຕະພາບດັ່ງເດີມສູ່ການ​ສ້າງ​ຄູ່ຮ່ວມຊາ​ຕາ​ກຳ ຊຶ່ງສອດຄ່ອງຢ່າງເລິກເຊິ່ງກັບຍຸດທະສາດ “ປ່ຽນປະເທດທີ່ບໍ່ມີຊາຍ​ແດນ​ຕິດ​ກັບທະເລເປັນປະເທດທີ່ເຊື່ອມໂຍງເຊື່ອມ​ຈອດ​ກັບ​ພາກ​ພື້ນ” ຂອງ ສ​ປ​ປ ລາວ ແລະໂຄງການ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງ ສ​ປ ຈີນ.
ລາວ ແລະ ການາດາ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລາວ ແລະ ການາດາ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ຫວ່າງມໍ່ໆມານີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານນາງ ອານິຕາ ອານັນ (Anita Anand) ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ການາດາ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ ຜ່ານມາ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ລາວ ແລະ ຕວັກກີພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລາວ ແລະ ຕວັກກີພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ຫວ່າງບໍ່ດົນມານີ້, ທ່ານ ທອງສະຫວັນ ພົມວິຫານລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານຮາກັນຟີດານ(Hakan FIDAN) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕວັກກີ,ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58, ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 32 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລໍາເປີ ປະເທດມາລເຊຍ.
ທູດລາວ ຍື່ນສານຕາຕັ້ງເປັນຜູ້ຕາງໜ້າຖາວອນປະຈໍາອົງການ ສປຊ ຄົນໃໝ່

ທູດລາວ ຍື່ນສານຕາຕັ້ງເປັນຜູ້ຕາງໜ້າຖາວອນປະຈໍາອົງການ ສປຊ ຄົນໃໝ່

ໃນວັນທີ 11 ກໍລະກົດຜ່ານມານີ້, ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ອັນໂຕນິໂອ ກູເຕເຣດ ເລຂາທິການໃຫຍ່ອົງການ ສປຊ, ເພື່ອດໍາລົງຕໍາແໜ່ງເປັນຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ຄົນໃໝ່ ປະຈໍາອົງການ ສະຫະປະຊາຊາດ.
ອົດສະຕຣາລີສະໜັບສະໜູນສື່ມວນຊົນລາວເພື່ອເປັນພື້ນຖານໃນການສ້າງສັງຄົມທີ່ເຂັ້ມແຂງ

ອົດສະຕຣາລີສະໜັບສະໜູນສື່ມວນຊົນລາວເພື່ອເປັນພື້ນຖານໃນການສ້າງສັງຄົມທີ່ເຂັ້ມແຂງ

ໃນວັນທີ15 ກໍລະກົດນີ້, ທ່ານ ເມແກັນຈອນສເອກອັກຄະລັດຖະທູດອົດສະຕຣາລີ ໄດ້ພົບປະຮ່ວມກັບທ່ານ ຄຳພັນເຜີຍຍະວົງຄະນະເລຂາທິການສູນກາງພັກຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,ເພື່ອປຶກສາຫາລືການເຕີບໃຫຍ່ຂະຫຍາຍຕົວຂອງການຮ່ວມມືລະຫວ່າງລາວແລະອົດສະຕຣາລີແລະການສະໜັບສະໜູນຂອງອົດສະຕຣາລີຕໍ່ຂະແໜງສື່ມວນຊົນຂອງລາວ. ການພົບປະຄັ້ງນີ້, ສອງຝ່າຍໄດ້ເຫັນດີສືບຕໍ່ຮັດການຮ່ວມມືໃນຂະແໜງສື່ມວນເພື່ອຊຸກຍູ້ສາຍພົວພັນລະຫວ່າງສອງປະເທດພາຍໃຕ້ກອບການເປັນຄູ່ຮ່ວມມືຮອບດ້ານລາວ-ອົດສະຕຣາລີ.
ສະຫຼອງ ສາຍພົວພັນການທູດລາວ-ຟີລິບປິນຄົບຮອບ 70 ປີ

ສະຫຼອງ ສາຍພົວພັນການທູດລາວ-ຟີລິບປິນຄົບຮອບ 70 ປີ

ງານລ້ຽງສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຟິລິບປິນແລະ ວັນຊາດ ແຫ່ງ ສາທາລະນະລັດຟີລິບປິນ ຄົບຮອບ 127 ປີ ໄດ້ຈັດຂຶ້ນໃນຕອນຄໍ່າຂອງວັນທີ 15 ກໍລະກົດ 2025, ທີ່ ໂຮງແຮມ ຄຣາວພລາຊາ, ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມເປັນແຂກກິດຕິມະສັກຂອງ ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແລະ ຕາງໜ້າຝ່າຍ ສ. ຟິລິບປິນ ໂດຍທ່ານ ນາງ ເອລິຊາເບັດເທ (Elizabeth Te), ເອກອັກຄະລັດຖະທູດ ແຫ່ງ ສ.ຟິລິບປິນ ປະຈໍາ ສປປ ລາວ, ພ້ອມທັງມີບັນດາຮອງລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງຂອງລາວ, ທູຕານຸທູດຕ່າງປະເທດ ແລະ ບັນດາອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ພ້ອມດ້ວຍແຂກຖືກເຊີນຈາກພາກສ່ວນຕ່າງໆເຂົ້າຮ່ວມ.
ເພີ່ມເຕີມ