ກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນປຶກສາຫາລື 3 ຫົວຂໍ້ຫຼັກ

ກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນປຶກສາຫາລື 3 ຫົວຂໍ້ຫຼັກ
ເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ໄດ້ດຳເນີນກອງປະຊຸມ ເພື່ອກະກຽມດ້ານເນື້ອໃນ ແລະ ພິທີການຕ່າງໆໃຫ້ແກ່ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ແບບວົງແຄບ ຄັ້ງທີ 30 ທີ່ ສປປ ລາວ ຈະເປັນເຈົ້າພາບ ໂດຍໄດ້ປຶກສາຫາລືໃນ 3 ຫົວຂໍ້ຫຼັກ, ພ້ອມທັງເຫັນດີເປັນເອກະພາບ ກ່ຽວກັບ 14 ແຜນວຽກບູລິມະສິດສຳລັບເສົາຄໍ້າເສດຖະກິດທີ່ຈະນໍາເຂົ້າໃຫ້ກອງປະຊຸມດັ່ງກ່າວພິຈາລະນາໃນວັນທີ 9 ມີນາ 2024 ນີ້.
    ກອງປະຊຸມຂອງເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ແບບວົງແຄບ ຄັ້ງທີ 30 ໄດ້ຈັດຂຶ້ນໃນວັນທີ 8 ມີນານີ້ ທີ່ນະຄອນຫຼວງພະບາງ ໂດຍການເປັນປະທານຂອງ ທ່ານ ໄຊຊະນະ ໄຊຍະກອນ ຫົວໜ້າເຈົ້າໜ້າທີ່ ອາວຸໂສດເສດຖະກິດອາຊຽນຂອງ ສປປ ລາວ, ຫົວໜ້າກົມ ເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ ກະຊວງອຸດສາຫະກຳ ແລະ ການຄ້າ; ມີ ທ່ານ ຊາດວິນເດີ ຊິນ (Satvinder Singh) ຮອງເລຂາທິການໃຫຍ່ອາຊຽນ ສໍາລັບເສົາຄໍ້າປະຊາຄົມເສດຖະກິດອາຊຽນ ພ້ອມດ້ວຍບັນດາເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ຈາກບັນດາປະເທດສະມາຊິກ ແລະ ຜູ້ແທນຈາກປະເທດຕີມໍແລັດສະເຕ ໃນນາມປະເທດສັງເກດການ ເຂົ້າຮ່ວມ.
    ສຳລັບຫົວຂໍ້ຫຼັກທີ່ໄດ້ປຶກສາຫາລື ໃນກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນຄັ້ງນີ້ ທີ່ນໍາສະເໜີເຂົ້າໃນກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ແບບວົງແຄບ ຄັ້ງທີ 30 ພິຈາລະນາຮັບຮອງປະກອບມີຄື:
    1). ຈະໄດ້ພິຈາລະນາຮັບຮອງເອົາແຜນວຽກບູລິມະສິດ ທັງໝົດ 14 ຫົວຂໍ້ສຳລັບເສົາຄໍ້າເສດຖະກິດ ຊຶ່ງໃນນີ້ມີ 7 ຫົວຂໍ້ ເປັນຂໍ້ລິເລີ່ມຈາກ ສປປ ລາວ. ຂະນະທີ່ຫົວຂໍ້ທັງໝົດຂອງເສົາຄໍ້າເສດຖະກິດແມ່ນໄດ້ແບ່ງອອກເປັນ 3 ກຸ່ມວຽກໃຫຍ່ຄື: ໜຶ່ງແມ່ນຕິດພັນກັບການເຊື່ອມໂຍງ-ເຊື່ອມຈອດ; ສອງແມ່ນເນັ້ນໃສ່ການຮ່ວມມືແບບລັກສະນະຍືນຍົງຢູ່ໃນອາຊຽນ ຫຼືວ່າການພັດທະນາແບບຍືນຍົງຢູ່ໃນອາຊຽນ ແລະ ອັນທີສາມແມ່ນການຫັນໄປສູ່ເສດຖະກິດດິຈີຕອນຢູ່ໃນພາກພື້ນ ຊຶ່ງ ສປປລາວ ໄດ້ນໍາສະເໜີເປັນວຽກບູລິມະສິດໃນການພັດທະນາຂົງເຂດອາຊຽນໃນປີນີ້ ແລະ ຜົນກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນຄັ້ງນີ້ ກໍໄດ້ເອກະພາບກັນໝົດໃນ 14 ຫົວຂໍ້ດັ່ງກ່າວ.
    2). ຈະໄດ້ປຶກສາຫາລືກັນຕື່ມ ກ່ຽວກັບການສ້າງແຜນຍຸດທະສາດ 20 ປີ ເລີ່ມແຕ່ປີ 2025-2045 ຊຶ່ງເປັນແຜນໄລຍະຍາວຂອງເສົາຄໍ້າເສດຖະກິດອາຊຽນ ເພາະວ່າແຜນແມ່ບົດປະຊາຄົມເສດຖະກິດອາຊຽນ 2025 ແມ່ນໃກ້ໝົດວາລະ ຊຶ່ງຕ້ອງໄດ້ຮ່າງແຜນວຽກໃໝ່ສຳລັບ 20 ປີໃນຕໍ່ໜ້າ ໂດຍຈະໄດ້ລາຍງານໃຫ້ບັນດາລັດຖະມົນຕີໄດ້ຮັບຊາບກ່ຽວກັບຄວາມຄືບໜ້າຂອງແຜນວຽກດັ່ງກ່າວ.
    3). ຈະໄດ້ພິຈາລະນາບັນຫາທີ່ຕິດພັນກັບ ການເຈລະຈາ ເພື່ອຍົກລະດັບສັນຍາການຄ້າພາຍໃນອາຊຽນ ແລະ ການຄ້າເສລີ ລະຫວ່າງອາຊຽນ ກັບປະເທດຄູ່ເຈລະຈາ ຊຶ່ງສິ່ງດັ່ງກ່າວນີ້ເປັນອັນໜຶ່ງເພື່ອຍົກສູງບົດບາດຂອງອາຊຽນໃນການເປັນແກນກາງ ການຮ່ວມມືກັບສາກົນ. ມາຮອດປັດຈຸບັນ, ການເຈລະຈາເພື່ອຍົກລະດັບການຮ່ວມມືດ້ານການຄ້າຢູ່ໃນອາຊຽນ ກໍມີຄວາມຄືບໜ້າຫຼາຍ ແລະ ອາດຈະສຳເລັດພາຍໃນປີ 2025. ນີ້ກໍເປັນຫົວຂໍ້ສຳຄັນ ທີ່ບັນດາທ່ານລັດຖະມົນຕີເສດຖະກິດອາຊຽນ ຈະໄດ້ລົງເລິກໃນການປຶກສາຫາລື ແລະ ໃຫ້ທິດຊີ້ນໍາກ່ຽວກັບການເຈລະຈາ ເພື່ອຮັບປະກັນໃຫ້ສຳເລັດຕາມຄາດໝາຍ.
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການຮ່ວມມື

ຈີນ-ລາວ ໃຊ້ໂດຣນແລະໝາຫຸ່ນຍົນຝຶກຊ້ອມທາງການແພດ “ລົດໄຟສັນຕິພາບ - 2026” (Peace Train-2026)

ຈີນ-ລາວ ໃຊ້ໂດຣນແລະໝາຫຸ່ນຍົນຝຶກຊ້ອມທາງການແພດ “ລົດໄຟສັນຕິພາບ - 2026” (Peace Train-2026)

ໂດຣນຄົ້ນຫາ ແລະ ກູ້ໄພໄດ້ບິນຂຶ້ນສູ່ທ້ອງຟ້າເພື່ອສຳຫຼວດທາງອາກາດໃນຂອບເຂດກວ້າງ, ໃນຂະນະທີ່ໝາຫຸ່ນຍົນສີ່ຂາເຂົ້າໄປໃກ້ຈຸດເກີດໄພເພື່ອສຳຫຼວດສະພາບພື້ນທີ່ ແລະ ຍານພາຫະນະບໍ່ມີຄົນຄວບຄຸມແບບຕິດຕາມເສັ້ນທາງໄດ້ເຄື່ອນໄປຂ້າງໜ້າເພື່ອລຳລຽງ “ຜູ້ບາດເຈັບ”.
ກົງສຸນໃຫຍ່ຫວຽດນາມ ມອບເຄື່ອງຊ່ວຍເຫຼືອ ໃຫ້ຜູ້ປະສົບໄພຢູ່ແຂວງເຊກອງ

ກົງສຸນໃຫຍ່ຫວຽດນາມ ມອບເຄື່ອງຊ່ວຍເຫຼືອ ໃຫ້ຜູ້ປະສົບໄພຢູ່ແຂວງເຊກອງ

ໃນວັນທີ 9 ກັນຍາຜ່ານ​ມາທີ່ຫ້ອງວ່າການແຂວງເຊກອງ, ທ່ານ ນາງ ຕ້າ ເຟືອງ ຢຸງ ກົງສຸນໃຫຍ່ ສສ ຫວຽດນາມ ປະຈຳນະຄອນປາກເຊ ຮ່ວມກັບ ສະມາຄົມນັກທຸລະກິດຫວຽດນາມ ປະຈຳ 4 ແຂວງພາກໃຕ້ ຂອງລາວ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອ ຈຳນວນ 250 ຖົງ ເພື່ອຊ່ວຍປະຊາຊົນຜູ້ປະສົບໄພທາງທຳມະຊາດ ຢູ່ເມືອງກະລຶມ ແລະ ເມືອງດາກຈຶງ ແຂວງເຊກອງ ໂດຍຜ່ານການນໍາແຂວງ ເພື່ອມອບຕໍ່ໃຫ້ກັບປະຊາຊົນ, ກ່າວຮັບແມ່ນ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈຳພັກແຂວງຮອງປະທານຄະນະກຳມະການປົກຄອງແຂວງປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ.
ຜູ້ບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ເຂົ້າຮ່ວມກອງປະຊຸມຜູ້ບັນຊາການທະຫານອາກາດ ອາຊຽນຄັ້ງທີ 23

ຜູ້ບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ເຂົ້າຮ່ວມກອງປະຊຸມຜູ້ບັນຊາການທະຫານອາກາດ ອາຊຽນຄັ້ງທີ 23

ວັນທີ 9 ກັນຍາຜ່ານມາ, ທ່ານ ພົນຈັດຕະວາ ຄໍາສຸກ ຄໍາເລືອງເທບ ຜູ້ບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ແລະ ຄະນະໄດ້ເຂົ້າຮ່ວມກອງປະຊຸມ ຜູ້ບັນຊາການທະຫານອາກາດອາຊຽນ ຄັ້ງທີ 23 (ຜ່ານລະບົບທາງໄກ). ກອງປະຊຸມໄດ້ດໍາເນີນພາຍໃຕ້ຫົວຂໍ້: “ການເສີມສ້າງກອງທັບອາກາດອາຊຽນໃຫ້ມີຄວາມສາມາດປະສານງານ ແລະ ເຊື່ອມໂຍງກັນ ການຮ່ວມມືປະຕິບັດການເພື່ອສະຖຽນລະພາບພາກພື້ນ” ໂດຍການເປັນປະທານຂອງທ່ານ ພົນໂທ ອາເທີມ ໂກດູລາ ຜູ້ບັນຊາການທະຫານອາກາດ ແຫ່ງຟີລິບປິນ ພ້ອມດ້ວຍຜູ້ບັນຊາການທະຫານອາກາດສະມາຊິກອາຊຽນເຂົ້າຮ່ວມ.
ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມກອງປະຊຸມສຸດຍອດໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 11

ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມກອງປະຊຸມສຸດຍອດໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 11

ໃນວັນທີ 9 ກັນຍາ ນີ້ ທີ່ເຂດປົກຄອງພິເສດຮົງກົງຂອງ ສປ ຈີນ, ທ່ານ ສະເຫຼີມໄຊ ກົມມະສິດຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 11 ພາຍໃຕ້ຫົວຂໍ້ບຸລິມະສິດ: “ສົ່ງເສີມການພັດທະນາທີ່ມີຄຸນນະພາບສູງ: ການເລີ່ມຕົ້ນບົນເສັ້ນທາງສາຍໃໝ່” (Advancing High Quality Development • Embarking on a New Journey) ໂດຍໃຫ້ກຽດເປັນປະທານກ່າວເປີດຂອງທ່ານ John LEE Ka-Chiu ຫົວໜ້າຄະນະຜູ້ບໍລິຫານປະຈໍາເຂດປົກຄອງພິເສດຮົງກົງຂອງ ສປ ຈີນ ແລະ ມີການນຳຂັ້ນສູງຕາງໜ້າຈາກພາກລັດ ແລະ ພາກທຸລະກິດຫຼາຍກວ່າ 80 ປະເທດ ແລະ ຜູ້ເຂົ້າຮ່ວມຫຼາຍກວ່າ 6,000 ຄົນ.
ຫົວໜ້າກົມໃຫຍ່ພະລາທິການກອງທັບ ຕິດຕາມການກະກຽມຝຶກຊ້ອມຮ່ວມກອງທັບ ລາວ-ຈີນ

ຫົວໜ້າກົມໃຫຍ່ພະລາທິການກອງທັບ ຕິດຕາມການກະກຽມຝຶກຊ້ອມຮ່ວມກອງທັບ ລາວ-ຈີນ

ວັນທີ 9 ກັນຍາຜ່ານມາ ທີ່ສະຖານນີຄ່ຽນຖ່າຍສິນຄ້າວຽງຈັນໃຕ້ ບ້ານນາຄວາຍໃຕ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ ຫົວໜ້າຄະນະຊີ້ນໍາການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ພາຍໃຕ້ລະຫັດ "ຂະບວນລົດໄຟສັນຕິພາບ-2026" ພ້ອມດ້ວຍບັນດາຄະນະອະນຸກຳມະການ ໄດ້ເຄື່ອນໄຫວຕິດຕາມ ກວດກາຄວາມພ້ອມຂອງຄະນະຮັບຜິດຊອບ, ກຳລັງພົນ ແລະ ພາກສ່ວນຕ່າງໆ ກ່ອນການຝຶກຊ້ອມຕົວຈິງ.
ລາວ-ໄທ ຮ່ວມມືພັດທະນາແພລັດຟອມລະບົບໂລຈິສຕິກໄປສະນີດີຈີຕອນຂອງລາວ

ລາວ-ໄທ ຮ່ວມມືພັດທະນາແພລັດຟອມລະບົບໂລຈິສຕິກໄປສະນີດີຈີຕອນຂອງລາວ

ພິທີເຊັນສັນຍາ ຮ່ວມມື (MOA) ວ່າດ້ວຍການພັດທະນາ ແພລັດຟອມລະບົບໂລຈິສຕິກໄປສະນີດີຈີຕອນຂອງ ສປປ ລາວ ລະຫວ່າງ ກົມໄປສະນີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ແລະ ບໍລິສັດ ເທັດສະຫຍາມອິນເຕີເນເຊີນໍ ຈຳກັດ ແຫ່ງຣາຊະອານາຈັກໄທ ໄດ້ຈັດຂຶ້ນໃນວັນທີ 9 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ, ຮ່ວມລົງນາມຄັ້ງນີ້ ຕາງໜ້າກົມໄປສະນີ ໂດຍ ທ່ານ ຈັນທະວີພອນ ເຄືອບຄຳວອນ ຫົວໜ້າກົມໄປສະນີ ແລະ ຕາງໜ້າບໍລິສັດ ໂດຍ ທ່ານ ໂກວິດ ທັນຍາຣັດຕະກູນ ປະທານກຳມະການຜູ້ຈັດການ ບໍລິສັດ ເທດສະຍາມອິນເຕີເນເຊີນໍ ຈຳກັດ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ນາງ ຄອງຄະນິດ ລັກຈະເລີນ ເອກອັກຄະຣາຊະທູດ ແຫ່ງຣາຊະອາຈັກໄທ ປະຈຳລາວ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ປາຖະກະຖາວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 78 ປີ

ປາຖະກະຖາວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 78 ປີ

ໃນວັນທີ 8 ກັນຍານີ້ ທີ່ສະໂມສອນຫ້ອງວ່າການປົກຄອງເມືອງໄຊທານີ, ສະມາຄົມມິດຕະພາບ ລາວ - ສປປ ເກົາຫຼີ ແລະ ອົງການປົກຄອງເມືອງໄຊທານີ ຮ່ວມກັບ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ໄດ້ຈັດພິທີປາຖະກະຖາ ເນື່ອງໃນໂອກາດວັນສະຖາປະນາ ສາທາ ລະນະລັດ ປະຊາຊົນ ປະຊທິປະໄຕ ເກົາຫຼີ ຄົບຮອບ 78 ປີ (9/9/1948-09/09/2026),
ຄະນະຜູ້ແທນພັກ ປປ ລາວ ເຂົ້າຮ່ວມງານບຸນມະໂຫລານ ອາວັງເຕ ຄັ້ງທີ 50

ຄະນະຜູ້ແທນພັກ ປປ ລາວ ເຂົ້າຮ່ວມງານບຸນມະໂຫລານ ອາວັງເຕ ຄັ້ງທີ 50

ໂດຍອີງຕາມການເຊື້ອເຊີນຂອງ ພັກກອມມູນິດປອກຕຸຍການ, ຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ນຳໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຮ່ວມງານບຸນມະໂຫລານ ອາວັງເຕ ຄັ້ງທີ 50 (Avante Festival) ຂອງ ພັກກອມມູນິດປອກຕຸຍການ (Portuguese Communist Party) ທີ່ເມືອງລິດສະບອນ ປະເທດປອກຕຸຍການ, ໃນລະຫວ່າງວັນທີ 4–6 ກັນຍາ ຜ່ານມາ.
ເປີດການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ຂະບວນລົດໄຟສັນຕິພາບ-2026

ເປີດການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ຂະບວນລົດໄຟສັນຕິພາບ-2026

ພິທີເປີດການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ພາຍໃຕ້ລະຫັດ "ຂະບວນລົດໄຟສັນຕິພາບ-2026" ເພື່ອຊ່ວຍເຫຼືອມະນຸດສະທໍາ ແລະ ການບໍລິການດ້ານການແພດ ຈັດຂຶ້ນໃນວັນທີ 7 ກັນຍາຜ່ານມາ ທີ່ສະໂມສອນ ກົມໃຫຍ່ພະລາທິການກອງທັບປະຊາຊົນລາວ, ໂດຍການເປັນປະທານຮ່ວມຂອງສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ ຫົວໜ້າຄະນະຊີ້ນໍາການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ
ແລກປ່ຽນບົດຮຽນກັບຊ່ຽວຊານ ສສ ຫວຽດນາມ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງພັກ-ລັດ

ແລກປ່ຽນບົດຮຽນກັບຊ່ຽວຊານ ສສ ຫວຽດນາມ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງພັກ-ລັດ

​ ຄະນະຈັດຕັ້ງສູນກາງພັກ ໄດ້ຈັດກອງປະຊຸມສຳມະນາ ເພື່ອແລກປ່ຽນບົດຮຽນຮ່ວມກັບ ຄະນະຊ່ຽວຊານຈາກ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນຫົວຂໍ້: ແບບແຜນວິທີເຮັດວຽກ ແລະ ການພົວພັນປະສານງານ ລະຫວ່າງ ເລຂາຄະນະບໍລິຫານງານພັກ ກັບປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ, ແຂວງ, ເມືອງ ແລະ ນະຄອນ, ໃນວັນທີ 8 ກັນຍານີ້ ທີ່ສະໂມສອນຂອງຄະນະຈັດຕັ້ງສູນກາງພັກ ໂດຍການເປັນປະທານ ຂອງສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ.
ເພີ່ມເຕີມ