ກອງ​ປະ​ຊຸມ​ຫົວໜ້າສູ້ຮົບອາຊຽນ (AMOM) ຄັ້ງທີ 14

ກອງ​ປະ​ຊຸມ​ຫົວໜ້າສູ້ຮົບອາຊຽນຄັ້ງທີ 14

ກອງ​ປະ​ຊຸມ​ຫົວໜ້າສູ້ຮົບອາຊຽນຄັ້ງທີ 14
ກອງ​ປະ​ຊຸມ​ຫົວໜ້າສູ້ຮົບອາຊຽນ (AMOM) ຄັ້ງທີ 14 ກອງທັບປະຊາຊົນລາວໄດ້ຮັບກຽດເປັນເຈົ້າພາບໄດ້ຈັດຂຶ້ນໃນວັນທີ 3 ກັນຍາຜ່ານມາ ທີ່ນະຄອນຫຼວງວຽງຈັນໂດຍການເປັນປະທານຂອງທ່ານ ພົນຈັດຕະວາ ກົງທອງ ສຸຂະວົງ ຫົວໜ້າກົມສູ້ຮົບ

 

 ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ມີບັນດາຫົວໜ້າສູ້ຮົບຂອງກອງທັບ,ບັນດາປະເທດສະມາຊິກອາຊຽນພ້ອມຄະນະ ແລະ ຕີມໍແລັດສະເຕ ໃນນາມປະເທດສັງເກດການເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ເປັນການສືບຕໍ່ເສີມສ້າງການພົວພັນຮ່ວມມືວຽກງານດ້ານປ້ອງກັນຊາດ ແລະ ຄວາມໝັ້ນຄົງຂອງອາຊຽນ ເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຂອງພາກພື້ນຊຶ່ງສອດຄ່ອງກັບເນື້ອໃນຈິດໃຈລວມຂອງຄໍາຂວັນກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນໃນປີນີ້ທີ່ວ່າ: “ຮ່ວມມືກັນ ເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງອາຊຽນ”.

ປັດຈຸບັນ, ສະພາບການຂອງພາກພື້ນ ແລະ ໃນໂລກຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດຄະເນໄດ້ຍາກ ໂດຍສະເພາະສິ່ງທ້າທາຍ ແລະ ໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງແບບເກົ່າ ແລະ ໃໝ່. ບັນຫາການປ່ຽນແປ່ງທາງດ້ານພູມສາດການເມືອງ, ການແຂ່ງຂັນຂອງປະເທດມະຫາອຳນາດ, ການປ່ຽນແປງສະພາບດິນຟ້າອາກາດໄພພິບັດທາງທຳມະຊາດ ແລະ ອື່ນໆ ໄດ້ສົ່ງຜົນກະທົບທັງທາງກົງ ແລະ ທາງອ້ອມຕໍ່ສັນຕິພາບ, ສະຖຽນລະພາບທາງດ້ານການເມືອງ, ຄວາມໝັ້ນຄົງ ແລະ ການພັດທະນາຂອງພາກພື້ນ. ຕໍ່ກັບບັນຫາດັ່ງກ່າວ, ອາຊຽນຈະຕ້ອງໄດ້ສືບຕໍ່ເພີ່ມທະວີການຮ່ວມມື ບົນຈິດໃຈແຫ່ງຄວາມສາມັກຄີ, ຄວາມກົມກຽວ, ຄວາມເປັນແກນກາງ ແລະ ລະບຽບຫຼັກການຂອງອາຊຽນເພື່ອເປັນພື້ນຖານອັນສໍາຄັນໃຫ້ແກ່ອາຊຽນໃນການຮັບມືກັບບັນດາໄພຂົ່ມຂູ່ ແລະ ສິ່ງທ້າທາຍຕໍ່ຄວາມໝັ້ນຄົງໃນພາກພື້ນ.

ກອງປະຊຸມຄັ້ງນີ້ ເປັນການແລກປ່ຽນທັດສະນະກ່ຽວກັບ ການເພີ່ມທະວີການຮ່ວມມືດ້ານວຽກງານປ້ອງກັນຊາດ ແລະ ການທະຫານເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງອາຊຽນ ລວມທັງການປຶກສາຫາລືກ່ຽວກັບຮ່າງແຜນການ 2 ປີຂອງທະຫານອາຊຽນ 2024-2026 ແລະ ບັນຫາອື່ນໆທີ່ກ່ຽວຂ້ອງ.

ພ້ອມນີ້,ກອງປະຊຸມຍັງໄດ້ມອບໂອນການເປັນປະທານກອງປະຊຸມຫົວໜ້າສູ້ຮົບອາຊຽນຄັ້ງທີ 15 ໃຫ້ ກອງທັບປະເທດມາເລເຊຍສືບຕໍ່ເປັນປະທານໃນປີ 2025.

ຂ່າວ-ພາບ: ໄພນາລິນ

ຄໍາເຫັນ

ຂ່າວການຮ່ວມມື

ການນໍາແຂວງຫຼວງພະບາງ ເຂົ້າອວຍພອນກົງສູນໃຫຍ່ ສປ ຈີນ ປະຈຳພາກເໜືອ

ການນໍາແຂວງຫຼວງພະບາງ ເຂົ້າອວຍພອນກົງສູນໃຫຍ່ ສປ ຈີນ ປະຈຳພາກເໜືອ

ຕອນບ່າຍວັນທີ 6 ກຸມພານີ້, ການນໍາແຂວງຫຼວງພະບາງ ນຳໂດຍ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາບໍລິຫານງານພັກແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ທ່ານ ຈາງ ເສີ້ ພີງ ກົງສູນໃຫຍ່ ສປ ຈີນ ປະຈຳພາກເໜືອ ແຂວງຫຼວງພະບາງ ໃນໂອກາດບຸນປີໃໝ່ປະຈໍາຊາດ ສປ ຈີນ ໄດ້ໝູນວຽນມາຄົບຮອບອີກວາລະໜຶ້ງ. ໂອກາດນີ້, ທ່ານ ຄຳຫຼ້າ ລຽນປະດິດ ໄດ້ຕີລາຄາສູງ ຕໍ່ການຮ່ວມມືຂອງສອງຊາວລາວ-ຈີນ, ຈີນ-ລາວ
ເປີດງານສະເຫຼີມສະຫຼອງບຸນກຸດຈີນປະຈຳປີ 2026

ເປີດງານສະເຫຼີມສະຫຼອງບຸນກຸດຈີນປະຈຳປີ 2026

ສູນວັດທະນະທຳຈີນປະຈຳລາວ ຈັດພິທີເປີດງານສະເຫຼີມຫຼອງບຸນກຸດຈີນປະຈຳປີ 2026 ຂຶ້ນໃນວັນທີ 7 ກຸມພາ ຜ່ານມາ ທີ່ສູນດັ່ງກ່າວ ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ); ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພິທີມອບ-ຮັບຫຼຽນກຽດຕິຄຸນອາທິດອຸໄທ ດາວຄຳ ແລະ ດາວເງິນ ໃຫ້ແກ່ ທ່ານ ບຸນແຝງ ພູມມະໄລສິດ

ພິທີມອບ-ຮັບຫຼຽນກຽດຕິຄຸນອາທິດອຸໄທ ດາວຄຳ ແລະ ດາວເງິນ ໃຫ້ແກ່ ທ່ານ ບຸນແຝງ ພູມມະໄລສິດ

ທ່ານ ບຸນແຝງ ພູມມະໄລສິດ ອະດີດລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຮັບຫຼຽນກຽດຕິຄຸນອາທິດອຸໄທ, ດາວຄຳ ແລະ ດາວເງິນ (ຊັ້ນ 2) ຊຶ່ງເປັນໜຶ່ງໃນຫຼຽນກຽດຕິຄຸນພົນລະເຮືອນທີ່ສູງທີ່ສຸດຂອງຍີ່ປຸ່ນ.
ງານການກຸສົນຮ່ວມມືລາວ-ຈີນ "ຄວາມຫວັງໃໝ່ຫ່ວງໃຍຜູ້ດ້ອຍໂອກາດ"

ງານການກຸສົນຮ່ວມມືລາວ-ຈີນ "ຄວາມຫວັງໃໝ່ຫ່ວງໃຍຜູ້ດ້ອຍໂອກາດ"

ມູນນິທິແມ່ຍິງລາວກ້າວໜ້າ ເພື່ອພັດທະນາ ແລະ ຊ່ວຍເຫຼືອສັງຄົມ (ມລພສ) ຮ່ວມກັບໂທລະ ພາບອາຊຽນ ສປ ຈີນ (ASEAN TV) ປະຈຳ ສປປ ລາວ ໄດ້ຈັດງານການກຸສົນຮ່ວມມືລາວ-ຈີນ ພາຍໃຕ້ຫົວຂໍ້ "ຄວາມຫວັງໃໝ່ຫ່ວງໃຍຜູ້ດ້ອຍໂອກາດ" ຈັດຂຶ້ນໃນວັນທີ 7 ກຸມພາຜ່ານມາ ທີ່ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມກ່າວເປີດງານໂດຍທ່ານ ປ້າ ນາລີ ສີສຸລິດ ພັນລະຍາເລຂາທິການໃຫຍ່ ຄະນະບໍລິຫານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ.
ປະທານ ສນຊ ຢ້ຽມຄຳນັບເລຂາທິການໃຫຍ່ພັກກອມມູນິດຫວຽດນາມ

ປະທານ ສນຊ ຢ້ຽມຄຳນັບເລຂາທິການໃຫຍ່ພັກກອມມູນິດຫວຽດນາມ

ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະພັກ ປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະຢ້ຽມຄຳນັບສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ທີ່ນະຄອນຫຼວງວຽງຈັນ ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດຢູ່ສປປ ລາວ ໃນລະຫວ່າງວັນທີ 5-6 ກຸມພານີ້.
ກິດຈະກໍາອ່ານປຶ້ມການຫຼຸດພົ້ນອອກຈາກຄວາມທຸກຍາກ

ກິດຈະກໍາອ່ານປຶ້ມການຫຼຸດພົ້ນອອກຈາກຄວາມທຸກຍາກ

ກິດຈະກໍາອ່ານປຶ້ມ ໃນຫົວຂໍ້: ການຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ເປີດນໍາໃຊ້ຕູ້ປຶ້ມຄັງປັນຍາຈາກພາກໃຕ້ (ຕູ້ປຶ້ມອົບອຸ່ນຈາກພາກໃຕ້) ຢ່າງເປັນທາງການ ຈັດຂຶ້ນໃນວັນທີ 6 ກຸມພານີ້ ທີ່ຫໍສະໝຸດແຫ່ງຊາດ ນະຄອນຫຼວວຽງຈັນ ໂດຍເປັນກຽດເຂົ້າຮ່ວມ ແລະ ກົດປຸ່ມເປີດຕູ້ປຶ້ມຂອງທ່ານ ສາຄອນ ພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາວຽກງານສື່ມວນຊົນ, ມີທ່ານ ຢູຢຸ້ນຊຽນ ຮອງຫົວໜ້າກົມພາສາຕ່າງປະເທດແຫ່ງຊາດຈີນ, ທ່ານ ໄຊຊຽງຢົງ (Cai Xian grong) ຮອງຫົວໜ້າຄະນະໂຄສະນາອົບຮົມພັກກອມມູນິດຈີນ ແຂວງຢຸນນານ, ມີຜູ້ອໍານວຍການຫໍສະໝຸດແຫ່ງຊາດ, ຄູ-ນັກຮຽນຈາກໂຮງຮຽນປະຖົມສົມບູນໜອງປີງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງລາວ-ຈີນເຂົ້າຮ່ວມ.
ລາວ-ຈີນ ສະແດງສິລະປະວັນນະຄະດີສະຫຼອງບຸນປີໃໝ່ຈີນປີ 2026

ລາວ-ຈີນ ສະແດງສິລະປະວັນນະຄະດີສະຫຼອງບຸນປີໃໝ່ຈີນປີ 2026

ງານສະແດງສິລະປະວັນນະຄະດີ ສະຫຼອງບຸນປີໃໝ່ຈີນປີ 2026 ລະຫວ່າງລາວ-ຈີນ ພາຍໃຕ້ຫົວຂໍ້: ລະດູບານໃໝ່ອັນສົດໃສ ສາຍໃຍເພື່ອນບ້ານທີ່ແໜ້ນແຟ້ນຈັດຂຶ້ນໃນຄໍ່າຄືນວັນທີ 5 ກຸມພານີ້ ທີ່ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາລາວ, ທ່ານ ຄໍາມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ, ທ່ານ ຢູຢຸ້ນຊຽນ ຮອງຫົວໜ້າກົມພາສາຕ່າງປະເທດແຫ່ງຊາດຈີນ, ທ່ານ ຊິນ ຈີນເຊີ້ງ ຮອງຫົວໜ້າສະຖາບັນການຕ່າງປະເທດຈີນ, ທ່ານ ໄຊຊຽງຢົງ ຮອງຫົວໜ້າຄະນະໂຄສະນາອົບຮົມ ພັກກອມມູນິດຈີນ ແຂວງຢຸນນານ, ມີບັນດາທູຕານຸທູດ, ແຂກຖືກເຊີນສອງຝ່າຍລາວ-ຈີນເຂົ້າຮ່ວມ.
ສອງສະພາແຫ່ງຊາດລາວ - ຫວຽດນາມ ສືບຕໍ່ການຮ່ວມມືຮອບດ້ານ

ສອງສະພາແຫ່ງຊາດລາວ - ຫວຽດນາມ ສືບຕໍ່ການຮ່ວມມືຮອບດ້ານ

ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ເຈິນ ແທັງ ເໝິ້ນ ກໍາມະການກົມການເມືອງສູນກາງພັກກອມມູນິດ ຫວຽດນາມ ປະທານສະພາແຫ່ງຊາດ ຫວຽດນາມ ພ້ອມດ້ວຍຄະນະ, ໃນວັນທີ 5 ກຸມພາຜ່ານມາ ທີ່ສະພາແຫ່ງຊາດ.
ສະຫຼອງວັນຊາດອົສະຕຣາລີ ແລະ ວັນສ້າງຕັ້ງສາຍພົວພັນທາງການທູດລາວ - ອົສຕຣາລີ ຄົບຮອບ 74 ປີ

ສະຫຼອງວັນຊາດອົສະຕຣາລີ ແລະ ວັນສ້າງຕັ້ງສາຍພົວພັນທາງການທູດລາວ - ອົສຕຣາລີ ຄົບຮອບ 74 ປີ

ສະຖານທູດອົສຕຣາລີປະຈຳລາວຈັດງານສະຫຼອງວັນຊາດອົສຕຣາລີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ອົສຕຣາລີ ຄົບຮອບ 74 ປີ ໃນວັນທີ 5 ກຸມພານີ້, ໂດຍມີແຂກເຂົ້າຮ່ວມງານຢ່າງຫຼວງຫຼາຍເພື່ອສະເຫຼີມສະຫຼອງປະຫວັດຄວາມເປັນມາ, ວັດທະນະທຳ ແລະ ການຮ່ວມມືທີ່ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວລະຫວ່າງອົສຕຣາລີ ແລະ ສປປ ລາວ.
ປະທານສະພາແຫ່ງຊາດລາວ ພົບປະກັບ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະກັບ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ

ໃນຕອນບ່າຍຂອງວັນທີ 5 ກຸມພາ ນີ້ ທີ່ ສະພາແຫ່ງຊາດລາວ, ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ.
ເພີ່ມເຕີມ