ກອງປະຊຸມການເຊື່ອມໂຍງພະລັງງານໂລກປີ 2025

ກອງປະຊຸມການເຊື່ອມໂຍງພະລັງງານໂລກປີ 2025

ກອງປະຊຸມການເຊື່ອມໂຍງພະລັງງານໂລກປີ 2025
ກອງປະຊຸມການເຊື່ອມໂຍງພະລັງງານໂລກປີ 2025 ໄດ້ຈັດຂຶ້ນໃນວັນທີ 9 ກັນຍານີ້ ທີ່ຫໍປະຊຸມໃຫຍ່ແຫ່ງຊາດ ທີ່ປັກກິ່ງ
 ເຊິ່ງກອງປະຊຸມຄັ້ງນີ້ເປັນຄັ້ງທີ 7 ຈັດໂດຍອົງການຮ່ວມມືພັດທະນາການເຊື່ອມໂຍງພະລັງງານລະດັບໂລກ ຮ່ວມກັບ ອົງການພັດທະນາແຫ່ງສະຫະປະຊາຊາດ, ຄະນະກຳມະການເສດຖະກິດ ແລະ ສັງຄົມສຳລັບອາເມຣິກາ ແລະ ຄາລີບຽນ, ຄະນະກຳມະການເສດຖະກິດ ແລະ ສັງຄົມສຳລັບອາຊີ-ປາຊີຟິກ,ອົງການອຸດສະຫະກຳສະຫະປະຊາຊາດ,ອົງການເຄືອຂ່າຍແນວທາງແກ້ໄຂການພັດທະນາແບບຍືນຍົງຂອງສະຫະປະຊາຊາດ ແລະ ອົງການພະລັງງານລາຕິນອາເມລິກາ.
ກອງປະຊມການເຊອມໂຍງພະລງງານໂລກປ 2025 - image 1
 
ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຫານ ເຈິ້ງ (Han Zheng)ຮອງປະທານປະເທດແຫ່ງ ສປຈີນ ແລະ ທ່ານ ຊິ່ນ ປ້າວອັນ(Xin Baoan) ປະທານອົງກອນພັດທະນາ ແລະ ການຮ່ວມມືລະຫວ່າງການເຊື່ອມຕໍ່ພະລັງງານທົ່ວໂລກ ປະທານສະພາໄຟຟ້າ ແຫ່ງ ສປຈີນ, ພາຍໃຕ້ຫົວຂໍ້ “ເຊື່ອມໂຍງພະລັງງານໂລກ ເພື່ອຕອບສະໜອງໄຟຟ້າທົ່ວໂລກດ້ວຍພະລັງງານສະອາດ” ມີແຂກພາຍໃນແລະ ຕ່າງປະເທດເຂົ້າຮ່ວມຫຼາຍກວ່າ 100 ປະເທດ ຫຼາຍກວ່າ 1,000ຄົນ ໃນນັ້ນມີຕາງໜ້າຈາກກະຊວງອຸດສາຫະກຳແລະການຄ້າຂອງ ສປປ ລາວເຂົ້າຮ່ວມອີກດ້ວຍ. ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນ ເພື່ອເພີ່ມການຮ່ວມມືໃນການຜະລິດພະລັງງານໝູນວຽນ ການເຊື່ອມໂຍງຕາຂ່າຍໄຟຟ້າ ແລະ ພະລັງງານອັດສະລິຍະລວມເຖິງການສົ່ງເສີມການດຳເນີນການຕາມອະນຸສັນຍາສະຫະປະຊາຊາດວ່າດ້ວຍວ່າດ້ວຍການປ່ຽນແປງສະພາບອາກາດ ແລະ ການພັດທະນາເທັກໂນໂລຊີສຳລັບການໃຊ້ພະລັງງານສະອາດ ສົ່ງເສີມຄວາມຮ່ວມມືດ້ານການເຂົ້າເຖິງພະລັງງານເພື່ອຊ່ວຍໃຫ້ປະເທດກຳລັງພັດທະນາເພິ່ມຂີດຄວາມສາມາດໃນການຮັບປະກັນຄວາໝັ້ນຄົງດ້ານພະລັງງານ.
ທ່ານ ຫານເຈີ້ງ ໄດ້ສະເໜີໃນກອງປະຊຸມ ກ່ຽວກັບການພັດທະນາພະລັງງານໂລກ ເຊັ່ນ; ການສົ່ງເສີມການປ່ຽນແປງສູ່ສີຂຽວ ແລະ ຄາບອນຕ່ຳ,ນະວັດຕະກຳທາງເຕັກໂນໂລຊີ, ການຂັບເຄື່ອນການພັດທະນາທີ່ຍືນຍົງ,ການເສີມສ້າງການຮ່ວມມືດ້ານສັບພະຍາກອນ ແລະ ສັກກະຍະພາບທາງອຸດສາຫະກຳ. ນອກນີ້ທ່ານຫານເຈີ້ງ ກ່າວວ່າ; ໃຫ້ສົ່ງເສີມໂຄງການໂຄງສ້າງພື້ນຖານດ້ານພະລັງງານເຂດຊາຍແດນ ທັງພາກພື້ນ ແລະ ສາກົນ ເພື່ອສົ່ງເສີມຄວາມຮ່ວມມືເຊິ່ງກັນແລະກັນເພື່ອໃຫ້ມີຜົນປະໂຫຍດຮ່ວມກັນ.
ຂ່າວ: ໄມຕຣີ

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ສ.ເກົາຫຼີ ຮ່ວມກັນຈັບແກ໋ງສໍ້ໂກງທາງອອນລາຍ 14 ຄົນ

ລາວ-ສ.ເກົາຫຼີ ຮ່ວມກັນຈັບແກ໋ງສໍ້ໂກງທາງອອນລາຍ 14 ຄົນ

ອີງຕາມ ໜັງສືພິມລາຍວັນ Chosunilbo ຂອງ ສ. ເກົາຫຼີ ທີ່ອອກໃນວັນທີ 26 ກຸມພາ 2026ຜ່ານມາ ວ່າ: ໃນເດືອນກັນຍາ ທີ່ຜ່ານມາ, ເຈົ້າໜ້າທີ່ ຂອງ ສ. ເກົາຫຼີ ໄດ້ຮ່ວມມືກັບກໍາລັງປ້ອງກັນຄວາມສະຫງົບ ຂອງ ສປປ ລາວ ພາໃຫ້ໃນເດືອນຕຸລາ 2025ຜ່ານມາ. ເຈົ້າໜ້າທີ່ໄດ້ບຸກເຂົ້າກວດຫ້ອງການສູນຄໍເຊັນເຕີ ຢູ່ທ້ອງຖິ່ນ (ຢູ່ລາວ) ແລະ ຈັບກຸມສະມາຊິກເຄືອຂ່າຍ ຂອງກຸ່ມຫຼອກລວງທາງອອນລາຍ ຫຼື ແກ໋ງສໍ້ໂກງທາງອອນລາຍ ທີ່ເປັນຄົນ ສ. ເກົາຫຼີ ໄດ້ 14 ຄົນ.
ກິດຈະກໍາພົບກັນຢູ່ຈ່ຽງໜານໃນລະດູໃບໄມ້ປົ່ງ-ເທສະການໂຄມໄຟສະເຫຼີມ  ສະຫຼອງບຸນກຸດຈີນ

ກິດຈະກໍາພົບກັນຢູ່ຈ່ຽງໜານໃນລະດູໃບໄມ້ປົ່ງ-ເທສະການໂຄມໄຟສະເຫຼີມ ສະຫຼອງບຸນກຸດຈີນ

ເພື່ອເປັນການສະເຫຼີມສະຫຼອງບຸນກຸດຈີນ, ສູນວັດທະນະທໍາຈີນ ປະຈຳ ສປປ ລາວໄດ້ຈັດກິດຈະກໍາ “ພົບກັນຢູ່ຈ່ຽງໜານໃນລະດູໃບໄມ້ປົ່ງ-ເທສະການໂຄມໄຟສະເຫຼີມ
ຄະນະຜູ້ແທນກະຊວງ ສສກ ແລກປ່ຽນບົດຮຽນຢູ່ອິນໂດເນເຊຍ

ຄະນະຜູ້ແທນກະຊວງ ສສກ ແລກປ່ຽນບົດຮຽນຢູ່ອິນໂດເນເຊຍ

ຄະນະຜູ້ແທນຈາກກະຊວງສຶກສາທິການ ແລະ ກິລາ (ສສກ) ຂອງ ສປປ ລາວ 13 ທ່ານ ຊຶ່ງນຳໂດຍທ່ານ ນາງ ສີລິນທອນ ສັກລໍຄຳ ຜູ້ອຳນວຍການສູນການສຶກສາ ເພື່ອພັດທະນາຊຸມຊົນຂົງເຂດອາຊີຕາເວັນອອກ ສ່ຽງໃຕ້ ຫຼື ຊີເມວ ພ້ອມດ້ວຍກົມສາມັນສຶກສາ, ກົມການສຶກສາເດັກກ່ອນໄວຮຽນ, ກົມສ້າງຄູ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກົມຮ່ວມມືກັບຕ່າງປະເທດ ແລະ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ເຂົ້າຮ່ວມກອງປະຊຸມພາກພື້ນທີ່ນະຄອນຈາກາຕາ ປະເທດອິນໂດເນເຊຍ ໃນລະຫວ່າງວັນທີ 2-3 ມີນາຜ່ານມາ ເພື່ອແລກປ່ຽນບົດຮຽນ ແລະ ເສີມສ້າງເຄືອຂ່າຍຄວາມຮ່ວມມື ກັບບັນດາປະເທດຢູ່ພາກພື້ນ, ຄູ່ຮ່ວມພັດທະນາດ້ານການສຶກສາ ແລະ ຜູ້ໃຫ້ທຶນ ເພື່ອນຳມາໝູນໃຊ້ໃນການພັດທະນາ ການສຶກສາຂອງ ສປປ ລາວ ໃຫ້ມີປະສິດທິຜົນຫຼາຍຂຶ້ນ.
ເປີດຂະບວນການໃຫ້ວັກຊິນ ປ້ອງກັນພະຍາດແຫ່ງຊາດ ໂປລີໂອ

ເປີດຂະບວນການໃຫ້ວັກຊິນ ປ້ອງກັນພະຍາດແຫ່ງຊາດ ໂປລີໂອ

ພິທີເປີດຂະບວນການໃຫ້ວັກຊິນ ປ້ອງກັນພະຍາດແຫ່ງຊາດ ໂປລີໂອ ໃນ ສປປ ລາວ ຈັດຂຶ້ນໃນວັນທີ 3 ມີນານີ້ ທີ່ໂຮງໝໍເສດຖາ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະ ມົນຕີກະຊວງສາທາລະນະສຸກ, ມີທ່ານ ບິລາລ ອູແຣງ ເຊັບ ດູຣານີ ຜູ້ຕາງໜ້າອົງການອຸຍນີເຊັບ ປະຈໍາລາວ, ທ່ານນາງ ວິໄລວອນ ຈັນທະລາຕີ ຮອງປະທານກໍາມະການປົກຄອງນະຄອນຫຼວງ, ມີບັນດາແພດໝໍ ແລະ ແຂກຖືກເຊີນເຂົ້າຮ່ວມ.
ການປະສານພະລັງຂອງຈີນເຂົ້າໃນຂະບວນການຫັນເປັນທັນສະໄໝໃນລະດັບທົ່ວໂລກ

ການປະສານພະລັງຂອງຈີນເຂົ້າໃນຂະບວນການຫັນເປັນທັນສະໄໝໃນລະດັບທົ່ວໂລກ

ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ໄດ້ຊີ້ໃຫ້ເຫັນວ່າ: "ເພື່ອຮັບມືກັບບັນຫາທ້າທາຍຮ່ວມກັນ ແລະ ກ້າວໄປສູ່ອະນາຄົດທີ່ດີກວ່າເກົ່າ ພວກເຮົາຕ້ອງການບໍ່ພຽງແຕ່ຄວາມເຂັ້ມແຂງທາງດ້ານເສດຖະກິດ ແລະ ເຕັກໂນໂລຊີເທົ່ານັ້ນ, ແຕ່ຍັງຕ້ອງການຄວາມເຂັ້ມແຂງທາງດ້ານວັດທະນະທໍາ ແລະ ອາລິຍະທໍາອີກດ້ວຍ." ການຫັນເປັນທັນສະໄໝ ແລະ ອາລິຍະທໍາມີຄວາມກ່ຽວຂ້ອງກັນຢ່າງໃກ້ຊິດ, ໂດຍພື້ນຖານແລ້ວແມ່ນຕົວແທນແຫ່ງຂະບວນການປະຕິບັດຕົວຈິງຂອງວິວັດທະນາການຂອງອາລິຍະທໍາມະນຸດ.
ລມຕ ກະຊວງການຕ່າງປະເທດຕ້ອນຮັບທູດການາດາ ປະຈໍາ ສປປ ລາວ

ລມຕ ກະຊວງການຕ່າງປະເທດຕ້ອນຮັບທູດການາດາ ປະຈໍາ ສປປ ລາວ

ຫວ່າງບໍ່ດົນມານີ້ ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ສະເໜີຕົວ ຂອງ ທ່ານ ເຄັນທ໌ວາຊ່ອງ ເອກອັກຄະລັດຖະທູດ ແຫ່ງ ການາດາ ປະຈຳ ສປປ ລາວ ແລະ ໄດ້ສະແດງຄວາມຍິນດີຕໍ່ການມາປະຕິບັດໜ້າທີ່ຂອງ ທ່ານເອກອັກຄະລັດຖະທູດ ນັບແຕ່ເດືອນຕຸລາ 2025 ເປັນຕົ້ນມາ.
ຖະແຫຼງການຂອງໂຄສົກກະຊວງການຕ່າງປະເທດ ກ່ຽວກັບສະຖານະການຄວາມຮຸນແຮງຢູ່ຕາເວັນອອກກາງ

ຖະແຫຼງການຂອງໂຄສົກກະຊວງການຕ່າງປະເທດ ກ່ຽວກັບສະຖານະການຄວາມຮຸນແຮງຢູ່ຕາເວັນອອກກາງ

“ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຕິດຕາມຢ່າງໃກ້ຊິດ ແລະ ມີຄວາມເປັນຫ່ວງຢ່າງຍິ່ງຕໍ່ເຫດການຄວາມຮຸນແຮງທີ່ກໍາລັງເກີດຂຶ້ນຢູ່ຕາເວັນອອກກາງໃນປັດຈຸບັນ ຊຶ່ງມີຄວາມສ່ຽງຕໍ່ການຂະຫຍາຍເປັນວົງກວ້າງທີ່ໄດ້ສົ່ງຜົນກະທົບຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນຢ່າງຫຼວງຫຼາຍ, ລວມທັງຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງພາຍໃນພາກພື້ນ ແລະ ໃນໂລກ.
ການສະເໜີວິທີແກ້ໄຂຂອງຈີນເພື່ອການແລກປ່ຽນ, ການຮຽນຮູ້ຊຶ່ງກັນ ແລະ ກັນຂອງອາລິຍະທໍາຕ່າງໆ

ການສະເໜີວິທີແກ້ໄຂຂອງຈີນເພື່ອການແລກປ່ຽນ, ການຮຽນຮູ້ຊຶ່ງກັນ ແລະ ກັນຂອງອາລິຍະທໍາຕ່າງໆ

"ພວກເຮົາຕ້ອງຮ່ວມກັນສະໜັບສະໜູນການເຄົາລົບຄວາມຫຼາກຫຼາຍຂອງອາລິຍະທໍາໂລກ, ສະໜັບສະໜູນຄວາມສະເໝີພາບ, ການຮຽນຮູ້ຊຶ່ງກັນ ແລະ ກັນ, ການສົນທະນາ ແລະ ການມີສ່ວນຮ່ວມ ລະຫວ່າງອາລິຍະທໍາຕ່າງໆ, ແລະ ກ້າວຂ້າມອຸປະສັກຂອງອາລິຍະທໍາຜ່ານການແລກປ່ຽນ, ແກ້ໄຂຄວາມຂັດແຍ້ງຜ່ານການຮຽນຮູ້ຊຶ່ງກັນ ແລະ ກັນ ແລະ ກ້າວຂ້າມຄວາມເໜືອກວ່າຂອງອາລິຍະທໍາຜ່ານ ການມີສ່ວນຮ່ວມ." ຢືນຢູ່ຈຸດປ່ຽນທາງປະຫວັດສາດໃໝ່ໃນໂລກ, ທ່ານ ສີຈິ້ນຜິງ ເລຂາທິການໃຫ່ຍ, ດ້ວຍ ຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສະຖານະການ, ໄດ້ສະເໜີແນວຄິດການສ້າງປະຊາຄົມຮ່ວມຊາຕາກໍາ ຂອງມວນມະນຸດ ແລະ "ສີ່ຂໍ້ລິເລີ່ມທົ່ວໂລກ," ໂດຍເປັນແນວທາງສໍາຄັນສໍາລັບການແລກປ່ຽນ ແລະ ການຮຽນຮູ້ຊຶ່ງກັນ ແລະ ກັນລະຫວ່າງອາລິຍະທໍາຕ່າງໆ ເພື່ອຮັກສາສັນຕິພາບ ແລະ ການພັດທະນາຂອງໂລກ.
ເປີດນໍາໃຊ້ໂຮງແຮມຈີແຄມຂອງວຽງຈັນ ຢ່າງເປັນທາງການ

ເປີດນໍາໃຊ້ໂຮງແຮມຈີແຄມຂອງວຽງຈັນ ຢ່າງເປັນທາງການ

ພິທີເປີດນໍາໃຊ້ໂຮງແຮມຈີແຄມຂອງວຽງຈັນ ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 1 ມີນານີ້ທີ່ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມຕັດແຖມຜ້າໂດຍມີທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ, ທ່ານ ວົງນໍາ ວົງວິໄລ ປະທານສະມາຄົມປ້າຍລາວ ປະທານສະພາບໍລິຫານ ບໍລິສັດຈັດການລົງທຶນຢູ້ຖິງ, ທ່ານ ຈູ່ສຽວກັ່ງ ປະທານພາກພື້ນອາຊີ-ປາຊີຟິກ ທຸລະກິດສາກົນ ບໍລິສັດຫົວຈູ້ (Huazhu), ທ່ານ ຈ່າງກົວຈີ້ນ ປະທານສະພາບໍລິຫານ ບໍລິສັດລົງທຶນ ໂຮງແຮມຢູ້ຖິງ, ພ້ອມດ້ວຍແຂກຖືກເຊີນກ່ຽວຂ້ອງເຂົ້າຮ່ວມ.
ສານຊົມ​ເຊີຍວັນຊາດກູເວດ

ສານຊົມ​ເຊີຍວັນຊາດກູເວດ

ວັນ​ທີ 25 ກຸມພາ ນີ້, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງ ສົມເດັດ ເຊກຄ໌ ມິຊໍ ອາລ ອາມັດ ອາລ ຈາເບີ ອາລ ຊາບາສ ກະສັດ ແຫ່ງ ລັດກູເວດທີ່ກູເວດ ຊຶ່ງມີເນື້ອໃນວ່າ:
ເພີ່ມເຕີມ