ກອງປະຊຸມຄະນະຮັບຜິດຊອບກະກຽມສະຫຼຸບ 40 ປີ ແຫ່ງການ ປ່ຽນແປງໃໝ່

ກອງປະຊຸມຄະນະຮັບຜິດຊອບກະກຽມສະຫຼຸບ 40 ປີ ແຫ່ງການ ປ່ຽນແປງໃໝ່
ກອງປະຊຸມຄະນະຮັບຜິດຊອບ 40 ປີ ແຫ່ງການປ່ຽນແປງໃໝ່ ໄດ້ເປີດຂຶ້ນໃນຕອນເຊົ້າວັນທີ 3 ພຶດສະພານີ້ທີ່ຫ້ອງວ່າການສູນກາງພັກ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີກຳມະການກົມການເມືອງສູນກາງພັກຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ມີບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ບັນດາສະຫາຍເລຂາທິການສູນກາງພັກ, ກຳມະການສູນກາງພັກ ພ້ອມດ້ວຍບັນດາສະຫາຍຄະນະຮັບຜິດຊອບສະຫຼຸບ 40 ປີ ແຫ່ງການປ່ຽນໃໝ່ ເຂົ້າຮ່ວມ.
      ໃນພິທີ, ສະຫາຍ ບຸນທອງຈິດມະນີ ໄດ້ກ່າວວ່າ:ໂດຍປະຕິບັດຕາມມະຕິຕົກລົງ ຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບສະຫຼຸບ 40 ປີ ແຫ່ງການປ່ຽນແປງໃໝ່ ຢູ່ ສປປ ລາວ (1986-2026), ສະບັບເລກທີ 01/ຄບສພ ລົງວັນທີ 6 ມີນາ 2024; ໂດຍໄດ້ຮັບການມອບໝາຍຈາກກົມການເມືອງສູນກາງພັກ, ຂ້າພະເຈົ້າໃນນາມຫົວໜ້າຄະນະຊີ້ນຳລວມ ຂໍສະແດງຄວາມປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ຕ້ອນຮັບບັນດາສະຫາຍທີ່ໄດ້ເຂົ້າຮ່ວມກອງປະຊຸມໃນມື້ນີ້.
ເພື່ອປະຕິບັດຕາມທິດຊີ້ນຳ ຂອງຄະນະບໍລິຫານງານສູນກາງພັກ, ການກະກຽມສະຫຼຸບ 40 ປີ ແຫ່ງການປ່ຽນແປງໃໝ່ແມ່ນວຽກງານໜຶ່ງທີ່ມີຄວາມໝາຍສຳຄັນ ເພາະຕະຫຼອດໄລຍະແຫ່ງການຈັດຕັ້ງນຳພາຂອງພັກໃນພາລະກິດແຫ່ງການປ່ຽນແປງໃໝ່ ກໍຄືການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ຊຶ່ງບັນດາຜົນງານແຫ່ງການຈັດຕັ້ງນຳພາພາລະກິດປ່ຽນແປງໃໝ່ໄດ້ເປັນການສ່ອງແສງໃຫ້ເຫັນເຖິງໝາກຜົນແຫ່ງໄຊຊະນະ ຂອງການປົກປັກຮັກສາ-ສ້າງສາພັດທະນາປະເທດຊາດ ຂອງພັກເຮົາຕະຫຼອດໄລຍະ 40 ປີ (1986-2026), ທັງນີ້ ກໍເພື່ອເປັນການກະກຽມໃຫ້ແກ່ການຈັດຕັ້ງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ພັກເຮົາຈຶ່ງຕັ້ງບັນຫາກ່ຽວກັບການສະຫຼຸບການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ຂອງພັກ ເພື່ອຍົກໃຫ້ເຫັນສະພາບແວດລ້ອມແຫ່ງການກຳເນີດແນວທາງປ່ຽນແປງໃໝ່ ຂອງພັກເຮົາ ແລະການສະຫຼຸບຕີລາຄາໝາກຜົນດັ່ງກ່າວ ຢ່າງຖືກຕ້ອງ, ພາວະວິໄສ, ການຖອດຖອນບົດຮຽນຈາກພາຍໃນ ແລະບົດຮຽນ ຂອງບັນດາປະເທດເພື່ອນມິດຍຸດທະສາດ ພ້ອມກັນນັ້ນ ກໍກຳນົດອອກໃຫ້ເຫັນຢ່າງຈະແຈ້ງກ່ຽວກັບການກຳນົດທິດທາງ, ວິທີການ ແນໃສ່ສືບຕໍ່ເຮັດໃຫ້ການປະຕິບັດແນວທາງປ່ຽນແປງໃໝ່ ຂອງພັກໃຫ້ປະກົດຜົນເປັນຈິງ ແລະສອດຄ່ອງກັບສະພາບການຫັນປ່ຽນໃໝ່ ຂອງພາກພື້ນ ແລະສາກົນ.
ສະນັ້ນ, ກອງປະຊຸມມື້ນີ້ຍັງຈະໄດ້ພ້ອມກັນປະກອບຄຳຄິດເຫັນຕໍ່ກັບສ້າງໂຄງຮ່າງສະຫຼຸບ 40 ປີ ແຫ່ງການປ່ຽນແປງໃໝ່ ທີ່ຄະນະຮັບຜິດຊອບໄດ້ກະກຽມ ເພື່ອສ້າງຄວາມເປັນເອກະພາບ ແລະເພື່ອສະເໜີກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ທີ່ຈະເປີດຂຶ້ນໃນມໍ່ໆນີ້ພິຈາລະນາ-ຮັບຮອງ. ດັ່ງນັ້ນ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງບັນດາສະຫາຍ ຈົ່ງໄດ້ສຸມສະຕິປັນຍາໃນການປະກອບຄຳຄິດເຫັນຕໍ່ກັບບັນຫາຕ່າງໆດ້ວຍຄວາມຮັບຜິດຊອບສູງ ແລະມີລັກສະນະວິທະຍາສາດ ເພື່ອໃຫ້ອະນຸກຳມະການດ້ານເນື້ອໃນໄດ້ນຳໄປປັບປຸງໃຫ້ສົມບູນ ແລະພ້ອມກັນນັ້ນ ກໍຮຽກຮ້ອງມາຍັງບັນດາສະຫາຍສະເໜີເປັນລາຍລັກອັກສອນການປັບປຸງເພື່ອສົ່ງໃຫ້ຄະນະຮັບຜິດຊອບເນື້ອໃນ.
ຈາກນັ້ນ, ສະຫາຍ ຄຳພັນ ເຜີຍຍະວົງຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຮອງຫົວໜ້າຄະນະຊີ້ນຳລວມ ທັງເປັນຜູ້ປະຈຳການ ໄດ້ສະເໜີຜ່ານມະຕິຕົກລົງ ຂອງຄະນະບໍລິຫານງານສູນກາງພັກວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບສະຫຼຸບ 40 ປີແຫ່ງການປ່ຽນແປງໃໝ່ ຢູ່ ສປປ ລາວ ຊຶ່ງຄະນະຮັບຜິດຊອບຊີ້ນຳລວມປະກອບມີ 11 ສະຫາຍ,ອະນຸກຳມະການຮັບຜິດຊອບເນື້ອໃນສະຫຼຸບຂົງເຂດການເມືອງ ປະກອບມີ: 9 ສະຫາຍ,ອະນຸກຳມະການສະຫຼຸບຂົງເຂດເສດຖະກິດປະກອບມີ 13 ສະຫາຍ,ອະນຸກຳມະການວັດທະນະທຳ-ສັງຄົມ ປະກອບມີ8 ສະຫາຍ,ອະນຸກຳມະການຂົງເຂດແນວໂຮມ ແລະ ອົງການຈັດຕັ້ງມະຫາຊົນ ປະກອບມີ12 ສະຫາຍ,ອະນຸກຳມະການຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບແລະການຕ່າງປະເທດ ປະກອບມີ 9 ສະຫາຍ,ອະນຸກຳມະການຂົງເຂດອຳນາດລັດ ປະກອບມີ11 ສະຫາຍ,ນອກນັ້ນກໍໄດ້ແຕ່ງຕັ້ງຄະນະຮຽບຮຽງ ແລະ ບັນນາທິການ ປະກອບມີ6 ສະຫາຍ ແລະ ກອງເລຂາຊ່ວຍວຽກ ປະກອບມີ10 ສະຫາຍ,ກອງປະຊຸມຍັງໄດ້ຮັບຟັງການສະເໜີຜ່ານຮ່າງສະຫຼຸບ 40 ປີ ແຫ່ງການປ່ຽນແປງໃໝ່ ແລະ ແຜນການດຳເນີນງານວຽກງານສະຫຼຸບ 40 ປີດັ່ງກ່າວ.
                                                            ຂ່າວ-ພາບ:ພູວຽງຄຳ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ