ກອງປະຊຸມຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ຄັ້ງທີ 7

ກອງປະຊຸມຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ຄັ້ງທີ 7

ກອງປະຊຸມຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ຄັ້ງທີ 7 (The Seventh Meeting of the Committee of Permanent Representatives to ASEAN (CPR) - 7/2024 CPR Meeting) ໄດ້ຈັດຂຶ້ນໃນວັນທີ 22 ກໍລະກົດນີ້ ທີ່ ຫໍປະຊຸມແຫ່ງຊາດ (NCC) ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ບໍວອນທັດ ດວງຈັກ ເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ໃນນາມປະທານຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ສໍາລັບປີ 2024, ມີບັນດາຜູ້ຕາງໜ້າຖາວອນປະຈໍາອາຊຽນ, ຕີມໍແລັດສະເຕ ໃນນາມຜູ້ສັງເກດການ ແລະ ກອງເລຂາອາຊຽນເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ປຶກສາຫາລືຄວາມຄືບໜ້າການຕິດຕາມການຈັດຕັ້ງປະຕິບັດ ຜົນກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 6-8 ມິຖຸນາ 2024 ທີ່ນະຄອນຫຼວງວຽງຈັນ ຜ່ານມາ, ການຕິດຕາມປຶກສາຫາລື ແລະ ທົບທວນຄືນຄວາມຄືບໜ້າຂອງວຽກງານການສ້າງປະຊາຄົມອາຊຽນ, ການພົວພັນ ແລະ ຮ່ວມມືກັບພາຍນອກຂອງອາຊຽນ ແລະ ປັບປຸງແຜນວຽກປະຈໍາປີຂອງຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ລວມທັງການກະກຽມໃຫ້ແກ່ກອງປະຊຸມເຈົ້າ

ໜ້າທີ່ອາວຸໂສອາຊຽນທີ່ຈະຈັດຂຶ້ນໃນວັນທີ 23 ກໍລະກົດ 2024 ນີ້.

ຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ຫຼື CPR ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2009 ພາຍຫຼັງ ກົດບັດອາຊຽນມີຜົນບັງຄັບໃຊ້. CPR ມີພາລະບົດບາດຕາມທີ່ກໍານົດໄວ້ໃນມາດຕາທີ 12 ຂອງກົດບັດອາຊຽນລວມມີ: (ກ) ສະໜັບສະໜູນວຽກງານຂອງບັນດາສະພາປະຊາຄົມອາຊຽນ ແລະ ບັນດາອົງກອນລັດຖະມົນຕີຂະແໜງການຂອງອາຊຽນ; (ຂ) ປະສານງານກັບບັນດາກອງເລຂາອາຊຽນແຫ່ງຊາດ ແລະ ກັບບັນດາອົງກອນ ລັດຖະມົນຕີຂະແໜງການຂອງອາຊຽນ; (ຄ) ປະສານງານ ກັບ ເລຂາທິການໃຫຍ່ອາຊຽນ ແລະ ກອງເລຂາອາຊຽນ ກ່ຽວກັບທຸກວຽກງານທີ່ກ່ຽວຂ້ອງ; (ງ) ອຳນວຍຄວາມສະດວກໃນການຮ່ວມມືຂອງອາຊຽນກັບພາຍນອກ; (ຈ) ປະຕິບັດໜ້າທີ່ອື່ນໆ ທີ່ອາດຈະກຳນົດໂດຍສະພາປະສານງານອາຊຽນ.

(ຂ່າວ: ວັນເພັງ, ຂໍ້ມູນ-ພາບ: ກົມການຂ່າວ ກະຊວງການຕ່າງປະເທດ)

ຄໍາເຫັນ

ຂ່າວການຮ່ວມມື

ຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງເອກອັກຄະລັດຖະທູດ ຝ​ຣັ່ງ ປະຈໍາ ລາວ

ຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງເອກອັກຄະລັດຖະທູດ ຝ​ຣັ່ງ ປະຈໍາ ລາວ

ໃນວັນ​ທີ 26 ສິງຫານີ້ ທີ່ ​ສຳ​ນັກ​ງານ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ,​ ທ່ານ ບຸນເຫຼືອ ພັນດານຸວົງ ຫົວ​ໜ້າ​ຄ​ະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ ໄດ້​ຕ້ອນຮັບການ​ເຂົ້າ​ຢ້ຽມ​ຂ່ຳ​ນັບອໍາລາຂອງ​ ທ່ານ ນາງ ຊິວ​-ແລັງ ຊູ​ອອກ (Siv-Leng CHHUOR) ເອກອັກຄະລັດຖະທູດວິ​ສາ​ມັນຜູ້​ມີ​ອຳ​ນາດ​ເຕັມ ແຫ່ງ ສ ຝ​ຣັ່ງ ປະຈໍາ ສປປ ລາວ.
ຮ່າໂນ້ຍ - ນະຄອນເພື່ອສັນຕິພາບ, ເຮືອນຫຼັງທີສອງຂອງນັກສຶກສາລາວ

ຮ່າໂນ້ຍ - ນະຄອນເພື່ອສັນຕິພາບ, ເຮືອນຫຼັງທີສອງຂອງນັກສຶກສາລາວ

ໃນຖານະທີ່ເປັນນັກສຶກສາລາວ ທີ່ກໍາລັງສຶກສາຮ່ຳຮຽນຢູ່ຮ່າໂນ້ຍ, ໃນຂະນະດຽວກັນ, ປັດຈຸບັນ ສັງກັດຢູ່ພະແນກພົວພັນການຕ່າງປະເທດ ຂອງຄະນະໂຄສະນາອົບຮົມສູນກາງພັກ ແລະ ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ, ຫວຽດນາມ - ລາວ. ຂ້າພະເຈົ້າໄດ້ສຶກສາຮໍ່າຮຽນລະດັບປະລິນຍາຕີ ແລະ ປັດຈຸບັນກໍາລັງສຶກສາຕໍ່ລະດັບປະລິນຍາໂທ. ຂ້າພະເຈົ້າດໍາລົງຊີວິດ ແລະ ເຮັດວຽກຢູ່ນະຄອນຫຼວງຮ່າໂນ້ຍ ອັນແສນສວຍງາມ ແລະ ຮັ່ງມີ, ສີວິໄລ, ທັນສະໄໝ ກໍຄືນະຄອນແຫ່ງສັນຕິພາບ. ຂ້າພະເຈົ້າ ເຫັນໄດ້ເຖິງບັນດາຄຸນຄ່າພິເສດຂອງນະຄອນຫຼວງຮ່າໂນ້ຍ ມາຕະຫຼອດ.
ລົດ​ໄຟ ຈີນ-ລາວ: ກະ​ແສການ​ທ່ອງ​ທ່ຽວ ທີ່​ບັນ​ເລງ​ເພງ​ບົດ​ໃໝ່

ລົດ​ໄຟ ຈີນ-ລາວ: ກະ​ແສການ​ທ່ອງ​ທ່ຽວ ທີ່​ບັນ​ເລງ​ເພງ​ບົດ​ໃໝ່

ລົດ​ໄຟ​ຈີນ-ລາວໃນ​ຖານ​ະ​ໂຄງ​ການສັນ​ຍາ​ລັກໜຶ່ງ​ແລວໜຶ່ງ​ເສັ້ນ​ທາງໄດ້​ບັນ​ທຸກ​ມິດ​ຕະ​ພາບ​ອັນ​ເລິກ​ເຊິ່ງ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດອີກ​ທັງ​ຍັງ​ເປັນ​ສາຍ​ໄຍ​ສຳ​ຄັນ​ທີ່​ເຊື່ອມ​ໂຍງ​ຈີນແລະລາວ, ທາງ​ລົດ​ໄຟ​ສາຍ​ນີ້ຜ່ານ​ພູ​ມີ​ປະ​ເທດ​ທີ່​ສະຫຼັບ​ຊັບ​ຊ້ອນ​ທ້າ​ທາຍ​ອຸ​ປະ​ສັກ​ດ້ານ​ວິ​ສາ​ວະ​ກຳ, ຫຼອມ​ລວມ​ສະ​ຕິ​ປັນ​ຍາແລະເຫື່ອ​ແຮງ​ຂອງ​ຜູ້​ກໍ່​ສ້າງ​ທັງ​ສອງ​ຊາດຈຶ່ງ​ກາຍ​ເປັນຫຼັກ​ຖານ​ທີ່ມີ​ຊີ​ວິດ​ຊີ​ວາ​ຂອງ​ການ​ກ້າວ​ໄປ​ດ້ວຍ​ກັນແລະການ​ຮ່ວມ​ມື​ແບບ​ຊະ​ນະ​ຮ່ວມ​ກັນ​ຂອງ​ຈີນ-ລາວ, ລົດ​ໄຟ​ສາຍ​ນີ້ກ້າວ​ຂ້າມ​ຄວາມ​ໝາຍ​ເສັ້ນ​ທາງ​ຄົມ​ມະ​ນາ​ຄົມ​ທຳ​ມະ​ດາກາຍ​ເປັນ​ລະ​ບຽງ​ເສດ​ຖະ​ກິດ​ທີ່​ສຳ​ຄັນ​ທີ່ຂັບ​ເຄື່ອນ​ການ​ພັດ​ທະ​ນາ​ພູ​ມີ​ພາກແລະ ​ເປັນ​ຂົວ​ວັດ​ທະ​ນະ​ທຳ​ທີ່​ເຊື່ອມ​ຕໍ່​ນ້ຳ​ໃຈ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດເປັນ​ໂອ​ກາດ​​ສຳ​ຄັນ​ໃນ​ການ​ຮ່ວມ​ມື​​​ກ້າວ​ສູ່​ທາງ​ເລິກແລະທາງກວ້າງໂດຍ​ສະ​ເພາະ​ດ້ານ​ການ​ຄ້າ-ການ​ລົງ​ທຶນ, ການ​ແລກ​ປ່ຽນ​​ວັດ​ທະ​ນະ​ທຳໂດຍ​ສະ​ເພາະ​ແມ່ນ​ການ​ທ່ອງ​ທ່ຽວ​ຂ້າມ​ແດນ​​ມີ​ບັນ​ຍາ​ກາດ​ຄຶກ​ຄື້ນ​ຂຶ້ນຫຼາຍ​ເທົ່າຜ່ານ​ການ “ຂີ່​ລົດ​ໄຟ​ທ່ຽວ​ສອງ​ປະ​ເທດ” ໄດ້​ກາຍ​ເປັນ​ກະ​ແສ​ທີ່​ກຳ​ລັງ​ນິ​ຍົມ​ກັນຫຼາຍ​ໃນ​ກຸ່ມ​ນັກ​ທ່ອງ​ທ່ຽວ, ລົດ​ໄຟ​ສາຍ​ນີ້ບໍ່​ພຽງ​ແຕ່ມອບ​ປະ​ສົບ​ການ​ການ​ເດີນ​ທາງ​ທີ່​ສະ​ດວກ, ວ່ອງ​ໄວ​ທັນ​ໃຈ, ​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ຜູ້​ຄົນ​ນັບ​ໝື່ນນັບ​ແສນ, ແຕ່​ຍັງ​ຂັບ​ເຄື່ອນ​ບົດ​ບາດ​ໃໝ່​ແຫ່ງ​ມິດ​ຕະ​ພາບຈີນ-ລາວ.
ດີໃຈ ແລະ ພູມໃຈ ທີ່ເຫັນສາຍພົວມິດຕະພາບອັນຍິ່ງໃຫຍ່ ນັບມື້ພັດທະນາ

ດີໃຈ ແລະ ພູມໃຈ ທີ່ເຫັນສາຍພົວມິດຕະພາບອັນຍິ່ງໃຫຍ່ ນັບມື້ພັດທະນາ

ໃນງານລ້ຽງອາຫານຄໍ່າ ເພື່ອສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2/9/1945 – 2/9/2025) ທີ່ຈັດຂຶ້ນຢ່າງສົມກຽດ ເມື່ອຄໍ່າວັນທີ 22 ສິງຫາ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ຊຶ່ງເປັນວັນຊາດ ກໍຄື “ບຸນເອກະລາດ” ຂອງປວງຊົນຫວຽດນາມ; ໃນປີນີ້, ກໍເປັນປີແຫ່ງຂີດໝາຍປະຫວັດສາດຂອງຫວຽດນາມ ດ້ວຍມີຫຼາຍເຫດການທີ່ເປັນປີຄົບຮອບໃຫຍ່; ຂະນະດຽວກັນ, ປີ 2025 ນີ້ ກໍເປັນປີທີ່ສຳຄັນຂອງ ສປປ ລາວ ຊຶ່ງໂອກາດກ່າວໃນງານລ້ຽງດັ່ງກ່າວນັ້ນ, ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ກໍໄດ້ກ່າວສະແດງຄວາມຮູ້ສຶກດີໃຈ ແລະ ພູມໃນ ຕໍ່ຜົນງານທີ່ໜ້າພາກພູມໃຈຂອງ ພັກ, ລັດ ແລະ ປະຊາຊົນລາວ ອ້າຍນ້ອງ, ທັງເຫັນສາຍພົວມິດຕະພາບອັນຍິ່ງໃຫຍ່ ນັບມື້ພັດທະນາ.
ປະດັບຫຼຽນໄຊ ໃຫ້ການນໍາຂັ້ນສູງ ກວຕ ຫວຽດນາມ

ປະດັບຫຼຽນໄຊ ໃຫ້ການນໍາຂັ້ນສູງ ກວຕ ຫວຽດນາມ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ຫງວຽນ ແມງ ຮຸງ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ສສ ຫວຽດນາມ, ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ພ້ອມດ້ວຍ ຮອງລັດຖະມົນຕີ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ຫວ່າງບໍ່ດົນມານີ້ ເພື່ອສືບຕໍ່ຮັດແໜ້ນຄວາມສາມັກຄີຮ່ວມມືໃນຂົງເຂດ ເຕັກໂນໂລຊີ ແລະ ການສື່ສານ.
ວັນບຸນເອກະລາດ 80 ປີ ຫວຽດນາມ ໃນປີນີ້ ເປັນປີແຫ່ງຂີດໝາຍປະຫວັດສາດ

ວັນບຸນເອກະລາດ 80 ປີ ຫວຽດນາມ ໃນປີນີ້ ເປັນປີແຫ່ງຂີດໝາຍປະຫວັດສາດ

ວັນທີ 2 ກັນຍາປີ 2025 ນີ້, ສຳລັບ ສສ ຫວຽດນາມ ເປັນປີຄົບຮອບໃຫຍ່ຂອງ ວັນຊາດ ກໍຄືວັນ “ບຸນເອກະລາດ” ຂອງທົ່ວປວງຊົນຫວຽດນາມ ຄົບຮອບ 80 ປີ (2/9/1945-2/9/2025) ຊຶ່ງປັດຈຸບັນປະຊາຊົນ​ຫວຽດນາມ​ທັງ​ຢູ່​ພາຍ​ໃນ ​ແລະ ​ຕ່າງປະ​ເທດ​ ພວມ​ດຳລົງ​ຊີວິດ​ໃນ​ບັນຍາກາດ​ອັນສະຫງ່າອົງອາດ ແຫ່ງ​ການປະຕິວັດ​ເດືອນ​ສິງຫາ​ (19/8/1945-19/8/2025) ທີ່ມີຄວາມໝາຍປະຫວັດສາດ, ມຸ່ງ​ໄປ​ເຖິງ “ວັນບຸນ​ເອກະລາດ”ຂອງຊາດ. ພ້ອມນີ້, ກໍເປັນປີທີ່ບໍ່ພຽງແຕ່ມີຄວາມໝາຍທາງດ້ານການເວລາເທົ່ານັ້ນ, ແຕ່ຫາກຍັງແມ່ນຂີດໝາຍປະຫວັດສາດທີ່ສຳຄັນຂອງຊາດຫວຽດນາມອີກດ້ວຍ.
ປະຈຸບັນມີຄົນລາວອາໃສຢູ່ ສ.ເກົາຫຼີ 15,000 ຄົນ

ປະຈຸບັນມີຄົນລາວອາໃສຢູ່ ສ.ເກົາຫຼີ 15,000 ຄົນ

ວຽກງານຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດເປັນວຽກງານໜຶ່ງ ທີ່ນອນຢູ່ໃນແຜນພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) 5 ປີ ຄັ້ງທີ 5 (2021-2025) ແລະ ຄັ້ງທີ 6 (2026-2030) ເພື່ອສົ່ງເສີມໃຫ້ຜູ້ອອກແຮງງານລາວມີວຽກເຮັດງານທໍາ, ສ້າງລາຍຮັບ, ພັດທະນາຄວາມຮູ້-ຄວາມສາມາດ ແລະ ສີມືແຮງງານຢູ່ຕ່າງປະເທດກາຍເປັນມືອາຊີບ ແລະ ເປັນກໍາລັງແຮງງານ ທີ່ສໍາຄັນທີ່ສຸດໃນການສ້າງສາບ້ານເກີດເມືອງນອນຂອງຕົນ ໃຫ້ມັ່ງຄັ່ງເຂັ້ມແຂງໃນຕໍ່ໜ້າ.
ສະ​ເຫຼີ​ມສະຫຼອງ​ວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ

ສະ​ເຫຼີ​ມສະຫຼອງ​ວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ

ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ໄດ້ຈັດງານລ້ຽງອາຫານຄໍ່າ ເພື່ອສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2/9/1945 – 2/9/2025) ຂຶ້ນ ໃນວັນທີ 22 ສິງຫານີ້ ທີ່ໂຮງແຮມເມືອງແທັງ ໂດຍການເຂົ້າຮ່ວມຂອງ ສະຫາຍ ນາງ ຫວໍ ທິ ແອັງ ຊວນ ຮອງປະທານປະເທດແຫ່ງ ສສ ຫວຽດນາມ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ; ພ້ອມນີ້, ກໍມີການນໍາພັກ-ລັດຂັ້ນສູງ ຂອງ ສປປ ລາວ ນໍາໂດຍ ສະຫາຍ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ, ມີບັນດາອົງການຈັດຕັ້ງມະຫາຊົນ ແລະ ທ້ອງຖິ່ນຈຳນວນໜຶ່ງ ຂອງ ສປປ ລາວ, ຜູ້ຕາງໜ້າສະມາຄົມຊາວຫວຽດນາມ ອາໄສຢູ່ລາວ ພ້ອມດ້ວຍບັນດາເອກອັກຄະລັດຖະທູດ, ອຸປະທູດ, ບັນດາທ່ານຫົວໜ້າອົງການຜູ້ຕາງໜ້າສາກົນ ປະຈຳລາວ ເຂົ້າຮ່ວມ.
ເພີ່ມເຕີມ