![]() |
ກອງປະຊຸມ ໄດ້ພິຈາລະນາບັນຫາສຳຄັນພື້ນຖານຂອງຊາດ ຕາມຂອບເຂດສິດ ແລະ ໜ້າທີ່ຂອງຄະນະປະຈຳສະພາແຫ່ງຊາດ ທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ເຊິ່ງກອງປະຊຸມຄັ້ງນີ້ ໄດ້ຄົ້ນຄວ້າ ແລະ ພິຈາລະນາ ຮ່າງມະຕິຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງຄະນະປະຈຳສະພາແຫ່ງຊາດ; ຮ່າງມະຕິຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງຫ້ອງວ່າການສະພາແຫ່ງຊາດ ແລະ ບັນດາກຳ ມາທິການຕ່າງໆ: ກຳມາທິການກົດໝາຍ ແລະ ຍຸຕິທຳ, ກຳມາທິການວັດທະນະທຳ-ສັງຄົມ ແລະ ຊົນ ເຜົ່າ, ກຳມາທິການການຕ່າງປະເທດ, ກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ກຳມາທິການເສດຖະກິດ ແລະ ການເງິນ.
ພ້ອມກັນນີ້, ຍັງໄດ້ຄົ້ນຄວ້າພິຈາລະນາການແຕ່ງຕັ້ງບຸກຄະລາກອນຂອງສານປະຊາຊົນຈຳນວນ 18 ທ່ານ; ລາຍງານການກວດກາເນື້ອໃນຮອບດ້ານ ກົດໝາຍ 3 ສະ ບັບຄື: ຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ (ສ້າງໃໝ່), ຮ່າງກົດໝາຍວ່າດ້ວຍ ການຈະລາຈອນທາງບົກ (ປັບປຸງ) ແລະ ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ປັບປຸງ); ລາຍງານຄວາມຄືບໜ້າການກະກຽມການພົບປະແລກປ່ຽນບົດຮຽນລະຫວ່າງຫ້ອງວ່າການສະພາແຫ່ງຊາດລາວ ແລະ ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ຄັ້ງທີ XIII ທີ່ ສສ ຫວຽດນາມ; ພິຈາລະນາກ່ຽວກັບການສະເໜີແຕ່ງຕັ້ງຮອງປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກົດໝາຍ ແລະ ຍຸຕິທຳ ຂອງສະພາປະຊາຊົນແຂວງຊຽງຂວາງ; ຄົ້ນຄວ້າ ພິຈາລະນາໜັງສືສະເໜີຂອງລັດຖະບານ ກ່ຽວກັບຜົນການເຈລະຈາຮ່າງສັນຍາເພື່ອຫຼີກເວັ້ນການເກັບອາກອນຊ້ຳຊ້ອນ ແລະ ສະກັດກັ້ນການຫຼົບຫຼີກການເສຍອາກອນລາຍໄດ້ DTC ລະຫວ່າງ ສປປ ລາວ ກັບ ປະເທດຍີ່ປຸ່ນ ແລະ ປະເທດຟີລິບປິນ; ພິຈາລະນາກ່ຽວກັບໜັງສືສະເໜີຂອງລັດຖະບານ ກ່ຽວກັບການພິຈາລະນາຍົກເວັ້ນການເກັບອາກອນຊ້ຳຊ້ອນ ແລະ ສະກັດກັ້ນການຫຼົບຫຼີກການເສຍອາກອນລາຍໄດ້ DTC ລະຫວ່າງ ສປປ ລາວ ກັບ ສະຫະລັດອາຣັບເອມິເຣດ (UAE); ພິຈາລະນາກ່ຽວກັບການສະເໜີຂອງສະພາປະຊາຊົນແຂວງໄຊຍະບູລີ ກ່ຽວກັບການສືບຕໍ່ໂຄງການກໍ່ສ້າງຕຶກສະພາປະຊາຊົນແຂວງໄຊຍະບູລີ ຫຼັງໃໝ່ ແລະ ບາງບັນຫາວຽກພາຍໃນຂອງສະພາແຫ່ງຊາດ.
ຂ່າວ: ສພຊ

ຄໍາເຫັນ