ກອງປະຊຸມຄະນະວິຊາການກ່ຽວກັບການພັດທະນາຜະລິດຕະພັນປ່າໄມ້ອາຊຽນຄັ້ງທີ 28

ກອງປະຊຸມຄະນະວິຊາການກ່ຽວກັບການພັດທະນາຜະລິດຕະພັນປ່າໄມ້ອາຊຽນຄັ້ງທີ 28

ກອງປະຊຸມຄະນະວິຊາການກ່ຽວກັບການພັດທະນາຜະລິດຕະພັນປ່າໄມ້ອາຊຽນຄັ້ງທີ 28
ກອງປະຊຸມຄະນະວິຊາການກ່ຽວກັບການພັດທະນາຜະລິດຕະພັນປ່າໄມ້ອາຊຽນຄັ້ງທີ 28 (AWG-FPD28) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ສິງຫາ ນີ້ ທີ່ ໂຮງແຮມ ສຸພັດຕາ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ,ໃນຮູບແບບອອນລາຍ ແລະ ເຊິ່ງໜ້າ ໂດຍການເປັນປະທານ ຂອງ ທ່ານ ທຸມທອນ ວົງວີສຸກ ຮອງຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີທ່ານ ບຸນມີ ສະຫວັດ ຫົວໜ້າພະແນກ ກະສິກໍາ ແລະ ປ່າໄມ້ ແຂວງຫຼວງພະບາງ, ມີຜູ້ຕາງໜ້າຈາກປະເທດສະມາຊິກອາ ຊຽນ, ຜູ້ຕາງໜ້າກອງເລຂາທິການອາຊຽນ ແລະ ຜູ້ຕາງໜ້າ ຄູ່ຮ່ວມພັດທະນາ (ອົງການສາກົນ) ເຂົ້າຮ່ວມ.

 

ກອງປະຊມຄະນະວຊາການກຽວກບການພດທະນາຜະລດຕະພນປາໄມອາຊຽນຄງທ 28 - image 1
 

ກອງປະຊຸມຄັ້ງນີ້: ເພື່ອທົບທວນຄວາມຄືບໜ້າກ່ຽວກັບການຄ້າຂາຍຜະລິດຕະພັນປ່າໄມ້, ການຮັບ ຮອງໄມ້ຖືກກົດໝາຍ ແລະ ມາດຕະຖານພາຍໃນອາຊຽນ, ໃນນັ້ນ ກອງປະຊຸມໄດ້ລົງເລິກຫົວຂໍ້ສຳຄັນ ຄື: ຄວາມຄືບໜ້າຂອງ ASEAN C&I ສຳລັບການຮັບຮອງໄມ້, ການປັບປຸງແນວທາງການຕິດຕາມໄມ້ (Chain of Custody), ການຄ້າຂາຍເຄື່ອງປ່າຂອງດົງໃນຂົງເຂດອາຊຽນ ແລະ ການຮ່ວມມືກັບອົງການ EFI, AFoCO, ITTO, EU-TAF GTEI ແລະ ອື່ນໆ.

ທ່ານ ທຸມທອນ ວົງວີສຸກ ກ່າວວ່າ: ກອງປະຊຸມຄັ້ງນີ້ຈະໄດ້ປຶກສາຫາລືໃນຫຼາຍຫົວຂໍ້ທີ່ສຳຄັນ ປະກອບມີ: ເສີມສ້າງການຈັດຕັ້ງປະຕິບັດບັນດາເງື່ອນໄຂ ແລະ ຕົວຊີ້ວັດຂອງອາຊຽນ ASEAN Criteria and Indicators (C&I) ສຳລັບການຄຸ້ມຄອງທີ່ຖືກກົດໝາຍ ແລະ ການຢັ້ງຢືນການຄຸ້ມ ຄອງປ່າໄມ້, ສ້າງລະບົບການຢັ້ງຢືນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ ແລະ ລະບຽບການຕິດ ຕາມການຄຸ້ມຄອງໄມ້, ສົ່ງເສີມການຄ້າ ແລະ ການພັດທະນາຜະລິດຕະພັນປ່າໄມ້ທີ່ບໍ່ແມ່ນໄມ້ non-timber forest products (NTFPs), ລວມທັງພືດທີ່ນຳໃຊ້ເຂົ້າໃນການປິ່ນປົວ ແລະ ພືດສະໝຸນໄພ ແລະ ການຂະຫຍາຍເວທີໃນພາກພື້ນເພື່ອແລກປ່ຽນຄວາມຮູ້, ສ້າງນະວັດຕະກຳ ແລະ ສ້າງຄວາມ ສາມາດ.

ທ່ານກ່າວຕື່ມວ່າ: ການປຶກສາຫາລືກັນໃນຄັ້ງນີ້ ບໍ່ພຽງແຕ່ເປັນເລື່ອງດ້ານວິຊາການເທົ່ານັ້ນ, ແຕ່ ມັນຍັງມີຄວາມສຳພັນໂດຍກົງກັບບຸລິມະສິດທີ່ກວ້າງຂວາງຂອງອາຊຽນເຊັ່ນ: ຄວາມທົນທານຕໍ່ສະພາບດິນ ຟ້າອາກາດ, ການອະນຸລັກຊີວະນາໆພັນ ແລະ ການເຊື່ອມໂຍງເສດຖະກິດແບບຍືນຍົງພາຍໃຕ້ປະຊາຄົມ ເສດຖະກິດອາຊຽນASEAN Economic Community (AEC), ສ່ວນໜຶ່ງຂອງຄຳໝັ້ນສັນຍາຂອງ ພວກເຮົາຕໍ່ກັບການຄຸ້ມຄອງປ່າໄມ້ແບບຍືນຍົງ, ປະເທດສະມາຊິກອາຊຽນຈຳເປັນຕ້ອງຮ່ວມມືກັນ ເພື່ອຕ້ານການຄ້າສັດ ແລະ ພືດຜິດກົດໝາຍ, ໂດຍສະເພາະສາຍພັນທີ່ຖືກຂຶ້ນບັນຊີຫວງ ຫ້າມໃນອານຸສັນຍາ ວ່າດ້ວຍການຄ້າສາກົນຊຶ່ງປະເພດສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນ, ການຄ້າຜິດກົດໝາຍ ທຳລາຍຄວາມພະຍາຍາມໃນການອະນຸລັກ ແລະ ເຮັດໃຫ້ຊື່ສຽງຂອງພາກພື້ນຂອງພວກເຮົາອ່ອນແອລົງໃນຕະຫຼາດສາກົນ, ພ້ອມດຽວກັນນີ້, ບັນດາປະເທດອາຊຽນຄວນສະໜັບສະໜູນ ຊຶ່ງກັນ ແລະ ກັນ ເພື່ອປົດລ໋ອກ ທ່າແຮງໃນການຄ້າທີ່ຖືກຕ້ອງຕາມກົດໝາຍຂອງຊະນິດພັນທີ່ຖືກຂຶ້ນບັນຊີ CITES, ໃຫ້ສອດຄ່ອງກັບກົດ ໝາຍພາຍໃນ ແລະ ລະບຽບການຂອງ CITES ຢ່າງຄົບຖ້ວນ, ລວມທັງການພັດທະນາ ແລະ ການອະນຸມັດຜົນການກວດສອບວ່າດ້ວຍການບໍ່ເປັນຜົນຮ້າຍ (NDFs) ໂດຍຄະນະກຳມະການພືດ ແລະ ສັດ. ການຮ່ວມມືແບບນີ້ຈະຊ່ວຍໃຫ້ການຄ້າປະກອບສ່ວນໃນທາງບວກຕໍ່ການອະນຸລັກ ແລະ ການດຳລົງ ຊີວິດແບບຍືນຍົງ.

(ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວການຮ່ວມມື

ຮອງເລຂາພັກແຂວງ ໄຊຍະບູລີ ຕ້ອນຮັບຄະນະອາດີດຊ່ຽວຊານທະຫານອາສາສະມັກ  ສສ ຫວຽດນາມ

ຮອງເລຂາພັກແຂວງ ໄຊຍະບູລີ ຕ້ອນຮັບຄະນະອາດີດຊ່ຽວຊານທະຫານອາສາສະມັກ ສສ ຫວຽດນາມ

ໃນວັນທີ 24 ຕຸລານີ້ ທີ່ຫ້ອງຮັບແຂກຊັ້ນ 4 ຫ້ອງວ່າການແຂວງ ໄຊຍະບູລີ, ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ໄຊຍະບູລີ ໄດ້ຕ້ອນຮັບຄະນະອາດີດ ຊ່ຽວຊານທະຫານອາສາສະມັກ ສສ ຫວຽດນາມ ນໍາໂດຍ ທ່ານ ວູກວາງຍາກ ຫົວໜ້າຄະນະອາດີດ ຊ່ຽວຊານທະຫານອາສາສະມັກຫວຽດນາມພ້ອມຄະນະ.
ທູດລາວ ຍື່ນໜັງສືແຕ່ງຕັ້ງຕໍ່ທ່ານເລຂາທິການໃຫຍ່ອົງການຝຣັ່ງໂກໂຟນີສາກົນ

ທູດລາວ ຍື່ນໜັງສືແຕ່ງຕັ້ງຕໍ່ທ່ານເລຂາທິການໃຫຍ່ອົງການຝຣັ່ງໂກໂຟນີສາກົນ

ໃນວັນທີ 21 ຕຸລາ ຜ່ານມາ, ທ່ານ ກາລະມຸງຄຸນ ສຸພານຸວົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳຝຣັ່ງ ໄດ້ເຂົ້າຍື່ນສານແຕ່ງຕັ້ງຕໍ່ ທ່ານ ນາງ Louise Mushikiwabo ເລຂາທິການໃຫຍ່ອົງການຝຣັ່ງໂກໂຟນີສາກົນ ເພື່ອດຳລົງຕຳແໜ່ງ ເປັນຜູ້ຕາງໜ້າສ່ວນຕົວ ຂອງ ທ່ານປະທານປະເທດ ແຫ່ງ ສປປ ລາວ (ພະນະທ່ານ ທອງລຸນ ສີສຸລິດ) ປະຈຳ ອົງການຝຣັ່ງໂກໂຟນີສາກົນ (CPF) ທີ່ ມີສຳນັກງານໃຫຍ່ ຕັ້ງຢູ່ ນະຄອນຫຼວງປາຣີ ສາທາລະນະລັດ ຝຣັ່ງ.
ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍານະຄອນ-ຫຼວງພະບາງຄົນໃໝ່ຍື່ນໜັງສືແຕ່ງຕັ້ງ

ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍານະຄອນ-ຫຼວງພະບາງຄົນໃໝ່ຍື່ນໜັງສືແຕ່ງຕັ້ງ

ໃນວັນທີ 23 ຕຸລານີ້ ທີ່ ກະຊວງການຕ່າງປະເທດ, ສະຫາຍ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນໜັງສືແຕ່ງຕັ້ງ ຂອງ ສະຫາຍ ຫວູ ຫງອກ ຫຼີ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ຢູ່ ນະຄອນ-ຫຼວງພະບາງ ຄົນໃໝ່.
ຄະນະຜູ້ແທນ ຄອສພ ແລກປ່ຽນບົດຮຽນກັບໜັງສືພິມຕວຍແຈ ຫວຽດນາມ

ຄະນະຜູ້ແທນ ຄອສພ ແລກປ່ຽນບົດຮຽນກັບໜັງສືພິມຕວຍແຈ ຫວຽດນາມ

ໃນລະຫວ່າງວັນທີ 22-29 ຕຸລານີ້, ໃນການເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ຂອງຄະນະຜູ້ແທນຂັ້ນສູງຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ນໍາໂດຍສະຫາຍນາງວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ ໄດ້ໄປຢ້ຽມຍາມ ແລະ ພົບປະກັບໜັງສືພິມຕວຍແຈ ໃນວັນທີ 23 ຕຸລານີ້ ທີ່ນະຄອນໂຮ່ຈິມິນ ສສ ຫວຽດນາມ,ໂດຍສະຫາຍ ເລເຖຈິ ບັນນາທິການໃຫຍ່ໜັງສືພິມຕວຍແຈ, ພ້ອມຄະນະໃຫ້ການຕ້ອນຮັບ.
ສະພາປະຊາຊົນ ສາລະວັນ-ນະຄອນເຫວ້ ພົບປະແລກປ່ຽນບົດຮຽນ

ສະພາປະຊາຊົນ ສາລະວັນ-ນະຄອນເຫວ້ ພົບປະແລກປ່ຽນບົດຮຽນ

ກອງປະຊຸມແລກປ່ຽນບົດຮຽນລະຫວ່າງ ສະພາປະຊາຊົນ ແຂວງສາລະວັນ ສປປ ລາວ ແລະ ສະພາປະຊາຊົນ ນະຄອນເຫວ້ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມານີ້ ຢູ່ທີ່ຫ້ອງປະຊຸມ ຊັ້ນສອງ ຂອງສະໂມສອນແຂວງສາລະວັນ ຝ່າຍສະພາປະຊາຊົນ ແຂວງສາລະວັນ ນໍາໂດຍ ທ່ານ ສີເຮັງ ຫອມສົມບັດ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14 ປະທານສະພາປະຊາຊົນ ແຂວງສາລະວັນ ພ້ອມດ້ວຍຄະນະ ແລະ ຝ່າຍສະພາປະຊາຊົນ ນະຄອນເຫວ໋ ນໍາໂດຍ ທ່ານ ຫງວຽນ ກວາງ ຕ໋ວນ ຄະນະປະຈໍາພັກແຂວງ ຮອງປະທານຜູ້ປະຈໍາການ ສະພາປະຊາຊົນ ນະຄອນເຫວ້ ພ້ອມດ້ວຍຄະນະ ເຂົ້າຮ່ວມ.
ສຳມະນາ ກ່ຽວກັບການມີສ່ວນຮ່ວມຂອງປະຊາຊົນ ເພື່ອການບໍລິຫານ-ຄຸ້ມຄອງທີ່ກວມລວມ

ສຳມະນາ ກ່ຽວກັບການມີສ່ວນຮ່ວມຂອງປະຊາຊົນ ເພື່ອການບໍລິຫານ-ຄຸ້ມຄອງທີ່ກວມລວມ

ສະພາແຫ່ງຊາດ ໄດ້ຈັດກອງປະຊຸມສຳມະນາ ກ່ຽວກັບ “ລັດຖະສະພາທີ່ເປີດກວ້າງ ແລະ ການມີສ່ວນຮ່ວມຂອງປະຊາຊົນ ເພື່ອການບໍລິຫານ-ຄຸ້ມຄອງທີ່ກວມລວມ ແລະ ຕອບສະໜອງ, ໃນວັນທີິ 22 ຕຸລານີ້ ທີ່ໂຮງແຮມລາວເທວ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານ ຂອງທ່ານ ສັນຍາ ປຣະເສີດ ປະທານຄະນະສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ (APF) ປະທານກໍາມາທິການການຕ່າງປະເທດສະພາແຫ່ງຊາດ ແຫ່ງ ສປປ ລາວ, ມີບັນທ່ານສະມາຊິກລັດຖະສະພາ, ບັນດາຜູ້ຊ່ຽວຊານແລະ ແຂກຖືກເຊີນເຂົາຮ່ວມຢ່າງພ້ອມພຽງ.
ຄະນະຜູ້ແທນ ຄອສພ ພົບປະກັບຄະນະໂຄສະນາສຶກສາຂົນຂວາຍປະຊາຊົນ ສສ ຫວຽດນາມ

ຄະນະຜູ້ແທນ ຄອສພ ພົບປະກັບຄະນະໂຄສະນາສຶກສາຂົນຂວາຍປະຊາຊົນ ສສ ຫວຽດນາມ

ໃນວັນທີ 23 ຕຸລານີ້, ທີ່ນະຄອນໂຮ່ຈິມິນ ສສ ຫວຽດນາມ, ຄະນະຜູ້ແທນຂັ້ນສູງຄະນະໂຄ ສະນາອົບຮົມ ສູນກາງພັກ (ຄອສພ) ນຳໂດຍ ສະຫາຍນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ, ໄດ້ພົບປະເຮັດວຽກ ກັບຄະນະໂຄສະ ນາສຶກສາ ແລະ ຂົນຂວາຍປະຊາຊົນ ສສ ຫວຽດນາມ, ນຳໂດຍ ສະຫາຍ ຕັງຫິວຟອງ ຮອງປະທານ ຄະນະໂຄສະນາສຶກສາຂົນຂວາຍປະຊາຊົນ ຄະນະພັກ ນະຄອນໂຮ່ຈິມິນ ພ້ອມຄະນະ ໃຫ້ການຕ້ອນຮັບ
ສໍາເລັດກອງປະຊຸມສະ​ມາ​ຄົມ​ມິດ​ຕະ​ພາບ ລາວ-ສ.ເກົາຫຼີ ຄັ້ງທີ XIV

ສໍາເລັດກອງປະຊຸມສະ​ມາ​ຄົມ​ມິດ​ຕະ​ພາບ ລາວ-ສ.ເກົາຫຼີ ຄັ້ງທີ XIV

ໂດຍຕອບສະໜອງ ຕາມການເຊີນຂອງສະ​ມາ​ຄົມ​ມິດ​ຕະ​ພາບ ສ. ເກົາຫຼີ - ລາວ (KLFA), ຄະນະຜູ້ແທນ​ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ - ສ. ເກົາຫຼີ (LKFA) ຊຶ່ງນຳໂດຍທ່ານ ຄໍາສວຍ ແກ້ວດາລາວົງ ປະທານສະມາຄົມມິດຕະພາບ ລາວ - ສ.ເກົາຫຼີ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດ​ວຽກທີ່ ສ. ເກົາຫຼີ ແຕ່ວັນທີ 22-27 ຕຸ​ລາ 2025.
ຍີ່ປຸ່ນ ຊ່ວຍເຫຼືອໂຄງການປັບປຸງຂໍ້ມູນຂ່າວສານທາງດ້ານພູມສາດ ມູນຄ່າ 649 ລ້ານເຢນ

ຍີ່ປຸ່ນ ຊ່ວຍເຫຼືອໂຄງການປັບປຸງຂໍ້ມູນຂ່າວສານທາງດ້ານພູມສາດ ມູນຄ່າ 649 ລ້ານເຢນ

ໃນວັນທີ 22 ຕຸລາ ຜ່ານມາ ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ ສໍາລັບໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ໃນໂຄງການປັບປຸງຂໍ້ມູນຂ່າວສານທາງດ້ານພູມສາດ(The Economic and Social Development Programme (Geospatial Data Platform) ມູນຄ່າ 649 ລ້ານເຢນ ຊຶ່ງຕາງໜ້າລັດຖະບານລາວ ເຂົ້າຮ່ວມລົງນາມໂດຍ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຕາງໜ້າລັດຖະບານຍີ່ປຸ່ນໂດຍ ທ່ານ ໂຄອິຊຸມິ ຊຶໂຕມຸ ເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ, ພ້ອມທັງມີພະນັກງານຈາກຂະແໜງການທີ່ກ່ຽວຂ້ອງຂອງທັງສອງຝ່າຍ ຍີ່ປຸ່ນ ແລະ ລາວ ເຂົ້າຮ່ວມເປັນສັກຂີພິຍານ.
ຍີ່ປຸ່ນ ສະໜັບສະໜູນການຍົກລະດັບການສຶກສາຊັ້ນປະຖົມໃນແຂວງຜົ້ງສາລີ

ຍີ່ປຸ່ນ ສະໜັບສະໜູນການຍົກລະດັບການສຶກສາຊັ້ນປະຖົມໃນແຂວງຜົ້ງສາລີ

ວັນທີ 20 ຕຸລາ ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 77,500 ໂດລາ ໃນການສະໜັບສະໜູນໂຄງການດ້ານການສຶກສາໃນແຂວງຜົົ້ງສາລີ ພາຍໃຕ້​ໂຄງ​ການ​ເສີມ​ສ້າງ​ຄວາມ​ໝັ້ນ​ຄົງ​ຂອງ​ມະ​ນຸດ​ຂັ້ນຮາກ​ຖານ (GGP).
ເພີ່ມເຕີມ