ທ່ານເລຂາທິການໃຫຍ່ ປະທານປະເທດ ຫວຽດນາມ ກ່າວຄຳເຫັນສະຫຼຸບກອງປະຊຸມວ່າ: ການສະຫຼຸບບໍ່ພຽງແຕ່ແມ່ນການຫວນຄືນບັນດາເຫດການຕາມການເວລາເທົ່ານັ້ນ, ຫາກສຳຄັນກວ່າຄືການຊີ້ແຈງບັນດາບັນຫາທີ່ມີລັກສະນະທາດແທ້ ແລະ ກົດເກນ. ນັ້ນແມ່ນອະທິບາຍວ່າ ເປັນຫຍັງພັກຈຶ່ງສາມາດນຳພາຊົນຊາດຜ່ານຜ່າບັນດາບາດລ້ຽວປະຫວັດສາດ, ບັນລຸຜົນງານທີ່ຍິ່ງໃຫຍ່; ບົດບາດຂອງພັກ ແລະ ປະທານ ໂຮ່ຈິມິນ ໃນພາລະກິດປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ການພັດທະນາປະເທດຊາດ.
ສຳລັບການສະຫຼຸບ 40 ປີແຫ່ງການປະຕິບັດໂຄງການການເມືອງ, ທ່ານເລຂາທິການໃຫຍ່ ປະທານປະເທດ ຫວຽດນາມ ຮຽກຮ້ອງບໍ່ພຽງແຕ່ຢຸດຢູ່ການຕີລາຄາເອກະສານໃດໜຶ່ງ, ຫາກຕ້ອງອະທິບາຍຮູບແບບການພັດທະນາຂອງ ຫວຽດນາມ ອີກດ້ວຍ. ນີ້ແມ່ນພື້ນຖານສຳຄັນເພື່ອສ້າງໂຄງການການເມືອງພັດທະນາໃນໄລຍະໃໝ່.
ຄໍາເຫັນ