ໃນກອງປະຊຸມທີ່ຈະດໍາເນີນເປັນເວລາ 8 ວັນ, ຜູ້ແທນສະພາປະຊາຊົນແຫ່ງຊາດຈີນທີ່ມາຈາກທ້ອງຖິ່ນຕ່າງໆ, ຊົນເຜົ່າຕ່າງໆ ແລະ ຂະແໜງການຕ່າງໆໃນທົ່ວປະເທດຈີນທັງໝົດ 2,700 ກວ່າທ່ານ ຈະຄົ້ນຄວ້າພິຈາລະນາບົດລາຍງານວຽກງານຂອງລັດຖະບານ, ສຳຫຼວດຮ່າງແຜນແມ່ບົດວ່າດ້ວຍການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15, ຄົ້ນຄວ້າພິຈາລະນາຮ່າງປະມວນກົດໝາຍວ່າດ້ວຍສິ່ງແວດລ້ອມທຳມະຊາດ, ຮ່າງກົດໝາຍວ່າດ້ວຍການສົ່ງເສີມຄວາມສາມັກຄີ ແລະ ຄວາມກ້າວໜ້າລະຫວ່າງຊົນເຜົ່າ ແລະ ຮ່າງກົດໝາຍວ່າດ້ວຍແຜນພັດທະນາແຫ່ງຊາດ, ຄົ້ນຄວ້າພິຈາລະນາບົດລາຍງານວຽກງານຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ, ຄົ້ນຄວ້າພິຈາລະນາຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດປີ 2026 ພ້ອມດ້ວຍຮ່າງແຜນງົບປະມານຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ແລະ ອື່ນໆ.
ທ່ານ ສີຈິ້ນຜິງ ຕັ້ງຂໍ້ “ປາລະໄນ” ເມື່ອ 30 ກວ່າປີກ່ອນ
ເດືອນມິຖຸນາ ປີ 1988, ທ່ານ ສີຈິ້ນຜິງ ດຳລົງຕຳແໜ່ງເປັນເລຂາຄະນະພັກເຂດນິງເຕີ ແຂວງຟູຈ້ຽນ. ໃນການສຳຫຼວດເກັບກຳຂໍ້ມູນ, ມີປະຊາຊົນຈຳນວນຫຼາຍໄດ້ສ່ອງແສງບັນຫາພົ້ນເດັ່ນອັນໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ຄໍາເຫັນ