ກອງປະຊຸມຄັ້ງທີ 4 ສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ຫວຽດນາມ

ກອງປະຊຸມຄັ້ງທີ 4 ສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ຫວຽດນາມ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 4 ມັງກອນ, ຢູ່ທຳນຽບປະທານປະເທດ, ທ່ານຫວໍວັນເຖືອງ ປະທານປະເທດ ຫວຽດນາມ, ປະທານສະພາປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ໄດ້ເປັນປະທານກອງປະຊຸມຄັ້ງທີ 4 ຂອງ ສະພາປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ໃນໄລຍະ 2021 – 2026. ເຂົ້າຮ່ວມກອງປະຊຸມ ມີທ່ານຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ, ຮອງປະທານສະພາປ້ອງກັນຊາດ - ປ້ອງກັນຄວາມສະຫງົບ; ທ່ານເວືອງດິ່ງເຫວ້ ປະທານສະພາແຫ່ງຊາດ ຫວຽດນາມ, ທ່ານພົນເອກ ໂຕເລີມ ລັດຖະມົນຕີກະຊວງຕຳຫຼວດ, ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານບຸ່ຍແທງເຊີນ ລັດຖະມົນຕີການຕ່າງປະເທດ ພ້ອມດ້ວຍບັນດາສະມາຊິກອົງການຊ່ວຍວຽກໃຫ້ແກ່ສະພາປ້ອງກັນຊາດ - ປ້ອງກັນຄວາມສະຫງົບ.
ຂ່າວລະບຸວ່າ: ຕາງໜ້າໃຫ້ສະພາປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ທ່ານ ຫວໍວັນເຖືອງສະເໜີວ່າ: ໃນໄລຍະຈະມາເຖິງ, ບັນດາກຳລັງ, ອົງການມີໜ້າທີ່ທີ່ກ່ຽວຂ້ອງ ຈະສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້; ເຊື່ອມຊຶມ, ຕິດຕາມຢ່າງໃກ້ຊິດ ແລະ ປະຕິບັດບັນດາແຜນນະໂຍບາຍ, ແນວທາງ, ລັດຖະນະໂຍບາຍຂອງກົມການເມືອງ, ຄະນະເລຂາ, ສະພາແຫ່ງຊາດ, ລັດຖະບານຢ່າງມີປະສິດທິຜົນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດໃຫ້ໝັ້ນຄົງ, ຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ຊຸກຍູ້ການເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ.
ທີ່ກອງປະຊຸມຍັງໄດ້ມີການປຶກສາຫາລື ແລະ ປະກອບຄຳເຫັນໃສ່ຜົນງານທີ່ບັນລຸໄດ້ໃນແຕ່ລະຂົງເຂດ, ໂດຍສະເພາະແມ່ນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ພົວພັນຕ່າງປະເທດໃນໄລຍະຜ່ານມາ, ໄຈ້ແຍກ, ສະເໜີແນະເນື້ອໃນການເຄື່ອນໄຫວໜ້າທີ່ໃນປີ 2024.

ຄໍາເຫັນ

ຂ່າວຕ່າງປະເທດ

EU ຈັດສັນເງິນ 100 ລ້ານເອີໂຣ ຊ່ວຍເຫຼືອລີບັງ

EU ຈັດສັນເງິນ 100 ລ້ານເອີໂຣ ຊ່ວຍເຫຼືອລີບັງ

ຂ່າວຕ່າງປະເທດລາຍງານໃນວັນທີ 12 ມີນາ ນີ້ວ່າ: ສະຫະພາບເອີຣົບ (EU) ກຳລັງໃຫ້ການຊ່ວຍເຫຼືອມູນຄ່າ 100 ລ້ານເອີໂຣ ແກ່ລີບັງ ຫຼັງຈາກການໂຈມຕີຢ່າງໜັກໜ່ວງຂອງອິສຣາແອນ, ໂດຍລ້າສຸດມີຈຳນວນຜູ້ອົບພະຍົບຢ່າງເປັນທາງການເພີ່ມຂຶ້ນເປັນ 800,000 ຄົນ.
ການສົ່ງອອກ ຂອງ ສ ເກົາຫຼີ ເພີ່ມຂຶ້ນ 55.6% ໃນ 10 ມື້ທຳອິດຂອງເດືອນມີນາ

ການສົ່ງອອກ ຂອງ ສ ເກົາຫຼີ ເພີ່ມຂຶ້ນ 55.6% ໃນ 10 ມື້ທຳອິດຂອງເດືອນມີນາ

ຂ່າວຕ່າງປະເທດລາຍງານວ່າ: ສຳນັກງານພາສີຂອງ ສ ເກົາຫຼີ (KCS) ໄດ້ເປີດເຜີຍໃນວັນທີ 11 ມີນາ ຜ່ານມາວ່າ, ການສົ່ງອອກຂອງ ສ ເກົາຫຼີ ໃນ 10 ມື້ທໍາອິດຂອງເດືອນມີນາ ໄດ້ເພີ່ມຂຶ້ນ 55.6% ເມື່ອທຽບໃສ່ປີກ່ອນ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການທີ່ເຂັ້ມແຂງຂອງຊິບເຊມິຄອນດັກເຕີຈາກຕ່າງປະເທດ.
ຍີ່ປຸ່ນ ກຽມປ່ອຍນ້ຳມັນສຳຮອງ ເພື່ອຮັບມືກັບລາຄານ້ຳມັນທີ່ເພີ່ມຂຶ້ນ

ຍີ່ປຸ່ນ ກຽມປ່ອຍນ້ຳມັນສຳຮອງ ເພື່ອຮັບມືກັບລາຄານ້ຳມັນທີ່ເພີ່ມຂຶ້ນ

ຂ່າວຕ່າງປະເທດລາຍງານໃນວັນທີ 11 ມີນາ ຜ່ານມາວ່າ: ທ່ານນາງ ທານາເອະ ທາຄາອິຈິ ນາຍົກລັດຖະມົນຕີ ຍີ່ປຸ່ນ ໄດ້ປະກາດວ່າ: ຍີ່ປຸ່ນຈະເລີ່ມປ່ອຍນ້ຳມັນຈາກຄັງສຳຮອງແຫ່ງຊາດຂອງຕົນໃນວັນ 16 ມີນາ ຈະມາເຖິງນີ້, ເພື່ອຮັບມືກັບການເພີ່ມຂຶ້ນຂອງລາຄານ້ຳມັນແອັດຊັງ ແລະ ຜະລິດຕະພັນນ້ຳມັນອື່ນໆ ທ່າມກາງສະຖານະການຄວາມຂັດແຍ້ງທີ່ເພີ່ມຂຶ້ນໃນຕາເວັນອອກກາງ.
ວິກິດການຂົນສົ່ງທາງທະເລໃນຊ່ອງແຄບຮໍມຸສ ສ່ຽງກະທົບຕ່ອງໂສ້ການສະໜອງທົ່ວໂລກ

ວິກິດການຂົນສົ່ງທາງທະເລໃນຊ່ອງແຄບຮໍມຸສ ສ່ຽງກະທົບຕ່ອງໂສ້ການສະໜອງທົ່ວໂລກ

ຂ່າວຕ່າງປະເທດລາຍງານໃນວັນທີ 11 ມີນາ ຜ່ານມາວ່າ: ກອງປະຊຸມສະຫະປະຊາຊາດ ວ່າດ້ວຍການຄ້າ ແລະ ການພັດທະນາ (UNCTAD) ໄດ້ເປີດເຜີຍໃນວັນທີ 10 ມີນາ ຜ່ານມາວ່າ: ການສັນຈອນທາງທະເລທີ່ຢຸດສະງັກໃນບໍລິເວນຊ່ອງແຄບຮໍມຸສ ເມື່ອບໍ່ດົນມານີ້ ໄດ້ເຮັດໃຫ້ເກີດຄວາມກັງວົນກ່ຽວກັບຜົນກະທົບຢ່າງກວ້າງຂວາງຕໍ່ຕະຫຼາດພະລັງງານ, ການຂົນສົ່ງທາງເຮືອ ແລະ ລະບົບຕ່ອງໂສ້ການສະໜອງທົ່ວໂລກ.
ປິດກອງ​ປະ​ຊຸມ​ຄັ້ງ​ທີ 4 ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 14

ປິດກອງ​ປະ​ຊຸມ​ຄັ້ງ​ທີ 4 ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 14

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 11 ມີ​ນາ ຜ່ານມາ, ກອງ​ປະ​ຊຸມ​ຄັ້ງ​ທີ 4 ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 14 ໄດ້​ປິດ​ລົງ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ, ໂດຍ​ມີທ່ານ ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ ພ້ອມ​ດ້ວຍ​ຜູ້​ນຳ​ພັກ ແລະ ລັດ ​ເຂົ້າ​ຮ່ວມ. ທ່ານ​ ຫວາງ​ຮູ້​ນິງ ປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ.
ຫວຽດນາມ ສືບຕໍ່ຫັນແຜນນະໂຍບາຍຂອງພັກກ່ຽວກັບການພັດທະນາເສດຖະກິດເອກະຊົນ

ຫວຽດນາມ ສືບຕໍ່ຫັນແຜນນະໂຍບາຍຂອງພັກກ່ຽວກັບການພັດທະນາເສດຖະກິດເອກະຊົນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 11 ມີນາ ຜ່ານມາ ຢູ່ສຳນັກງານສູນກາງພັກ ທີ່ນະຄອນຫຼວງຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການສ້າງລະບອບລະບຽບການ ແລະ ກົດໝາຍໃຫ້ສົມບູນແບບ ໄດ້ເປັນປະທານກອງປະຊຸມໄຕມາດທີ 1 ຂອງຄະນະປະຈຳຄະນະຊີ້ນຳ. ເຂົ້າຮ່ວມກອງປະຊຸມຍັງມີ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ແລະ ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ ຫວຽດນາມ.
ອິນເດຍ ປະເຊີນກັບການຂາດແຄນແກ໊ສປຸງແຕ່ງອາຫານ

ອິນເດຍ ປະເຊີນກັບການຂາດແຄນແກ໊ສປຸງແຕ່ງອາຫານ

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ມີນາ ຜ່ານມາວ່າ: ສະມາຊິກລັດຖະສະພາອິນເດຍໄດ້ສະແດງຄວາມກັງວົນກ່ຽວກັບບັນຫາການຂາດແຄນແກ໊ສປີໂຕຣລຽມແຫຼວ (LPG) ໃນຫຼາຍພື້ນທີ່ຂອງປະເທດ, ໂດຍສະເພາະແມ່ນລັດກາຣນາຕາກາ ທາງພາກໃຕ້ ແລະ ລັດມາຮາຮາສຕຣາ ພາກຕາເວັນຕົກສ່ຽງໃຕ້ ຊຶ່ງໄດ້ຮັບຜົນກະທົບຢ່າງໜັກ.
IEA ສະເໜີການປ່ອຍນ້ຳມັນສຳຮອງຄັ້ງໃຫຍ່ທີ່ສຸດໃນປະຫວັດສາດ

IEA ສະເໜີການປ່ອຍນ້ຳມັນສຳຮອງຄັ້ງໃຫຍ່ທີ່ສຸດໃນປະຫວັດສາດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 11 ມີນາ ນີ້ວ່າ: ໜັງສືພິມ Wall Street Journal (WSJ) ລາຍງານໂດຍອ້າງອີງແຫຼ່ງຂໍ້ມູນວ່າ, ອົງການພະລັງງານສາກົນ (IEA) ໄດ້ສະເໜີໃຫ້ມີການປ່ອຍນ້ຳມັນຈາກຄັງສຳຮອງທາງຍຸດທະສາດຄັ້ງໃຫຍ່ທີ່ສຸດເທົ່າທີ່ເຄີຍມີມາ ເພື່ອຫຼຸດຜ່ອນລາຄານ້ຳມັນດິບທີ່ເພີ່ມຂຶ້ນຢ່າງໄວວາ ຊຶ່ງເປັນຜົນກະທົບມາຈາກຂໍ້ຂັດແຍ່ງລະຫວ່າງ ສະຫະລັດ ອາເມຣິກາ, ອິສຣາເອນ ແລະ ອີຣານ.
ສ ເກົາຫຼີ ຈະໃຊ້ລະບົບກຳນົດລາຄານໍ້າມັນເຊື້ອໄຟ

ສ ເກົາຫຼີ ຈະໃຊ້ລະບົບກຳນົດລາຄານໍ້າມັນເຊື້ອໄຟ

ຂ່າວຕ່າງປະເທດລາຍງານ ໃນວັນທີ 9 ມີນາ ຜ່ານມາວ່າ: ທ່ານ ຄິມ ຢົງ-ບອມ ຫົວໜ້າເຈົ້າໜ້າທີ່ດ້ານນະໂຍບາຍຂອງ ສ ເກົາຫຼີ ໄດ້ປະກາດວ່າ: ສ ເກົາຫຼີ ວາງແຜນທີ່ຈະຈັດຕັ້ງປະຕິບັດລະບົບກຳນົດລາຄານໍ້າມັນເຊື້ອໄຟພາຍໃນປະເທດໃນອາທິດນີ້ ເພື່ອປ້ອງກັນການຂຶ້ນລາຄາຜະລິດຕະພັນນໍ້າມັນ ແລະ ຮັບປະກັນການຄາດຄະເນລາຄາໄດ້, ຫຼັງຈາກລາຄານໍ້າມັນດິບທົ່ວໂລກເພີ່ມສູງຂຶ້ນ ທ່າມກາງການຂັດແຍ້ງໃນຕາເວັນອອກກາງເພີ່ມທະວີຄວາມຮຸ່ນແຮງຂຶ້ນ.
ເສດຖະກິດ ຣັດເຊຍ ກັບຄືນສູ່ Top 10 ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ

ເສດຖະກິດ ຣັດເຊຍ ກັບຄືນສູ່ Top 10 ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 9 ມີນາ ຜ່ານມາວ່າ: ອົງການສະຖິຕິ ຣັດເຊຍ (Rosstat) ໄດ້ຮັບຮູ້ລວມຍອດຜະລິດຕະພັນພາຍໃນ (GDP) ຂອງ ຣັດເຊຍ ບັນລຸມູນຄ່າ 2,556 ຕື້ໂດລາ. ໂຕເລກດັ່ງກ່າວໄດ້ນຳປະເທດ ຣັດເຊຍ ຈັດອັນດັບທີ 8 ໃນຕາຕະລາງບັນດາພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ.
ເພີ່ມເຕີມ