ຂ່າວລະບຸວ່າ: ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມກ່າວຄຳເຫັນປິດກອງປະຊຸມວ່າ: ໃນກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ໄດ້ພິຈາລະນາຫຼາຍເນື້ອໃນ, ໃນນັ້ນ ມີ 16 ເນື້ອໃນເພື່ອຍື່ນສະເໜີໃນກອງປະຊຸມວິສາມັນຄັ້ງທີ 9 ຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ຊຶ່ງຈັດຂຶ້ນໃນວັນທີ 12 ກຸມພາ ນີ້ ແລະ 2 ເນື້ອໃນຍື່ນສະເໜີຕໍ່ສະພາແຫ່ງຊາດໃນກອງປະຊຸມນັດສາມັນຄັ້ງທີ 9, ຈຸດສຸມແມ່ນຮັບໃຊ້ການສັບຊ້ອນກົງຈັກການຈັດຕັ້ງໃຫ້ກະທັດຮັດ. ໄປຄຽງຄູ່ກັນນັ້ນ, ຄະນະປະຈຳສະພາແຫ່ງຊາດ ກໍໄດ້ປະກອບຄຳເຫັນໃສ່ບັນດາເນື້ອໃນຈຸດສຸມ, ຮີບດ່ວນ ໂດຍລັດຖະບານຍື່ນສະເໜີມາ, ແນໃສ່ແກ້ໄຂຈຸດອຸດຕັນ, ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບແຫ່ງຊາດ ແລະ ກົນໄກ, ນະໂຍບາຍທີ່ເປັນເອກະລັກສະເພາະສຳລັບໂຄງການ ແລະກິດຈະກຳຈຳນວນໜຶ່ງ.
ທ່ານປະທານສະພາແຫ່ງຊາດຮຽກຮ້ອງໃຫ້ບັນດາອົງການສຸມໃສ່ສັບຊ້ອນກົງຈັກໃຫ້ກະທັດຮັດ, ພ້ອມທັງເປັນເຈົ້າການຜັນຂະຫຍາຍວຽກງານຮັບປະກັນການເຄື່ອນໄຫວຂອງບັນດາອົງການ, ສຳນັກງານໃຫ້ດຳເນີນຢ່າງຕໍ່ເນື່ອງ, ບໍ່ຂາດວັກຂາດຕອນ; ປະຕິບັດລະບອບ, ນະໂຍບາຍສຳລັບພະນັກງານ, ລັດຖະກອນ, ພາລະກອນທີ່ຖືກຜົນກະທົບຈາກການສັບຊ້ອນຄັງນີ້ໃຫ້ເປັນຢ່າງດີ.
ຄໍາເຫັນ