ກອງປະຊຸມຄົບຄະນະ ກໍາມາທິການແຜນການ ການເງິນ ແລະ ການກວດສອບ

ກອງປະຊຸມຄົບຄະນະ ກໍາມາທິການແຜນການ ການເງິນ ແລະ ການກວດສອບ

ກອງປະຊຸມຄົບຄະນະ ກໍາມາທິການແຜນການ ການເງິນ ແລະ ການກວດສອບ
ກໍາມາທິການແຜນການ, ການເງິນ ແລະ ກວດສອບ (ກຜງສ) ສະພາແຫ່ງຊາດ ໄດ້ຈັດກອງປະຊຸມຂອງຕົນຂຶ້ນ ໃນວັນທີ 17 ຕຸລານີ້ ທີ່ຫ້ອງປະຊຸມຂອງ ສພຊ, ໂດຍການເປັນປະທານຂອງ ທ່ານ ລີເບີ ລີບົວປາວ ກໍາມະການສູນກາງພັກ ກໍາມະການໃນຄະນະປະຈໍາສະພາແຫ່ງຊາດ ປະທານ ກໍາມາທິການ ແຜນການ, ການເງິນ ແລະ ການກວດສອບ, ເປັນກຽດເຂົ້າຮ່ວມ ມີທ່ານ ສົມມາດ ພົນເສນາ ຮອງປະທານຄະນະປະຈໍາສະພາແຫ່ງຊາດ ຜູ້ຊີ້ນໍາວຽກງານ ກໍາມາທິການແຜນການ, ການເງິນ ແລະ ການກວດສອບ, ບັນດາທ່ານ ປະທານ, ຮອງປະທານກໍາມາທິການ ສະພາແຫ່ງຊາດ, ບັນດາທ່ານກໍາມະການຂອງ ກຜງສ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງໃນຂອບເຂດທົ່ວປະເທດພ້ອມດ້ວຍແຂກຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມ ພຽງ.
ກອງປະຊມຄບຄະນະ ກາມາທການແຜນການ ການເງນ ແລະ ການກວດສອບ - image 1
 

ທ່ານ ລີເບີ ລີບົວປາວ ກ່າວວ່າ: ກອງປະຊຸມຄົບຄະນະ ຂອງກໍາມາທິການແຜນການ ການເງິນ ແລະ ການກວດສອບຄັ້ງນີ້ ຈະໄດ້ພ້ອມກັນຄົ້ນຄວ້າ ພິຈາລະນາບັນຫາຕ່າງໆ ກ່ຽວກັບການເຄື່ອນໄຫວວຽກງານ ຂອງກໍາມາທິການ ແລະ ຄົ້ນຄວ້າປະກອບຄໍາເຫັນໃສ່ເອກະສານທີ່ສໍາຄັນຕ່າງໆ ທີ່ຈະເປັນເນື້ອໃນ ແລະ ບັນຫາທີ່ຈະບັນຈຸເຂົ້າໃນວາລະກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ຊຶ່ງຫົວຂໍ້ເນື້ອໃນທີ່ພາກສ່ວນກ່ຽວຂ້ອງ ຂອງລັດຖະບານທີ່ຈະນໍາມາລາຍງານ ໃນກອງປະຊຸມ ລ້ວນແຕ່ຕິດພັນກັບບັນຫາສໍາຄັນ ທີ່ໄດ້ຍົກຂຶ້ນໃນກອງປະຊຸມຮ່ວມ ລະຫວ່າງ ຄະນະປະຈໍາ ກັບ ຄະນະລັດຖະບານ ແລະ ກອງປະຊຸມຮ່ວມ ລະຫວ່າງ ຄະນະປະຈໍາ ກັບອົງການກວດສອບ ແລະ ອົງການກວດກາແຫ່ງລັດ ເປັນຕົ້ນ ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ, ບັນຫາຂອງການກວດສອບ ແລະ ການກວດກາ.
ເນື້ອໃນທີ່ສະເໜີໃຫ້ຄົ້ນຄວ້າຕົກລົງແມ່ນມີຫຼາຍບັນຫາເປັນຕົ້ນແມ່ນຈະໄດ້ສະເໜີຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດ ວຽກງານຂອງກຳມາທິການແຜນການ, ການເງິນ ແລະ ການກວດສອບຕະຫຼອດ 1 ປີ (2025) ພ້ອມກັນນັ້ນ ກໍຈະໄດ້ຮັບຟັງການລາຍງານບັນຫາສໍາຄັນຂອງຊາດທີ່ລັດຖະບານ ໄດ້ຈັດຕັ້ງປະຕິບັດຜ່ານມາຕາມມະຕິຂອງສະພາແຫ່ງຊາດໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ, ວຽກງານກວດສອບ ແລະ ກວດກາລັດ 5 ປີ ຄັ້ງທີ IX (2021-2025), ຊຶ່ງຈະລາຍງານໂດຍກະ ຊວງການເງິນ, ທະນາຄານແຫ່ງ ສປປ ລາວ, ອົງການກວດສອບແຫ່ງລັດ, ອົງການກວດກາແຫ່ງລັດ ນອກຈາກນີ້ ພວກເຮົາຈະໄດ້ມີເວລາຄົ້ນຄິດຊ່ວຍປະກອບຄໍາເຫັນ ເພື່ອຫາວິທີການແກ້ໄຂບັນຫາຮ່ວມກັນ ແລະ ສາມາດເຮັດສໍາເລັດຕາມແຜນການ.
ທ່ານ ລີເບີ ລີບົວປາວ ກ່າວຕື່ມວ່າ: ໃນກອງປະຊຸມ ທີ່ມີຄວາມໝາຍສຳຄັນນີ້ ຮຽກຮ້ອງມາຍັງບັນດາທ່ານ ທີ່ເຂົ້າຮ່ວມ ຈົ່ງໄດ້ສຸມສະຕິປັນຍາ ເຂົ້າໃນການຄົ້ນຄວ້າ, ສົນທະນາ ແລກປ່ຽນຄຳຄິດຄຳເຫັນ ໃຫ້ເລິກເຊິ່ງ ແລະ ກວ້າງຂວາງ ເພື່ອຊອກໃຫ້ເຫັນສາເຫດທີ່ເກີດຂຶ້ນຕົວຈິງທັງດ້ານດີ ແລະ ຂໍ້ຄົງຄ້າງ ເພື່ອຄົ້ນຄວ້ານໍາສະເໜີ ວິທີແກ້ໄຂ ໃຫ້ສາມາດປະຕິບັດໄດ້ໃນສະເພາະໜ້າ ແລະ ຍາວນານ ແນໃສ່ຮັບປະກັນໃຫ້ແກ່ການແກ້ໄຂ ສະພາບເສດ ຖະກິດ-ສັງຄົມ ແລະ ຄວາມມີສະຖຽນລະພາບທາງດ້ານການເງິນ, ເງິນຕາ ໃຫ້ໝັ້ນຄົງ ແລະ ເຊື່ອໝັ້ນວ່າ ກອງປະຊຸມຄັ້ງນີ້ ຈະຊ່ວຍໃຫ້ບັນດາທ່ານ ກໍາມະການ ຂອງກຳມາທິການ ແລະ ບັນດາທ່ານ ຕາງໜ້າຂະແໜງການ ຈະໄດ້ມີໂອກາດແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງ ຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ, ວຽກງານກວດສອບ ແລະ ກວດກາໃນແຕ່ລະປີ ຊຶ່ງແມ່ນບັນຫາທີ່ຕິດພັນກັບ ພາລະບົດບາດ, ສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງກໍາມາທິການ ແຜນການການເງິນ ແລະ ກວດສອບ ຊຶ່ງຈະຕ້ອງໄດ້ຕີລາຄາສົມທຽບກັບ ການລົງຕິດຕາມກວດກາຕົວຈິງ ຂອງບັນດາທ່ານ ສະມາຊິກສະພາແຫ່ງຊາດ ຢູ່ບັນດາເຂດເລືຶອກຕັ້ງຂອງຕົນ ຊຶ່ງຜົນຂອງການສະແດງຄວາມຄິດຄວາມເຫັນ ຂອງບັນດາທ່ານຈະເປັນ ປະໂຫຍດຢ່າງຫຼວງຫຼາຍ ໃນການເສີມຂະຫຍາຍ ແລະ ເປີດກວ້າງແນວຄວາມຄິດທີ່ດີ ໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານ ເພື່ອພ້ອມກັນປະຕິບັດໜ້າທີ່ ເປັນຕົວແທນຂອງປະຊາຊົນໃຫ້ມີຄຸນນະພາບ ແລະ ປະສິດທິຜົນກວ່າເກົ່າ.
(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຮັບຮອງຫຼັກການວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາອົງການກວດສອບແຫ່ງລັດ

ຮັບຮອງຫຼັກການວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາອົງການກວດສອບແຫ່ງລັດ

ກອງປະຊຸມຮັບຮອງດ້ານຫຼັກການ ວິໄສທັດ ຮອດປີ 2035, ຍຸດທະສາດການພັດທະນາ ຮອດປີ 2030 ແລະ ແຜນພັດທະນາອົງການກວດສອບແຫ່ງລັດ ຮອດປີ 2026 ໄດ້ຈັດຂັ້ນໃນວັນທີ 7 ພະຈິກນີ້, ທີ່ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານ ບຸນເລີດ ເທບວົງສາ ຮອງປະທານອົງການກວດສອບແຫ່ງລັດ ,ທ່ານ ໂທມັດສ ລາມມາຣ໌ ອຸປະທູດ ປະເທດລຸກຊໍາບວກ, ທ່ານ ໂຣເບີດ ເດິ ວາຮາ ຜູ້ຕາງໜ້າປະຈໍາການຫ້ອງການອາຊີ-ວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ
ກະຊວງການຕ່າງປະເທດ ປິດຊຸດຝຶກອົບຮົມວຽກງານກວດກາ ຄັ້ງທີ V

ກະຊວງການຕ່າງປະເທດ ປິດຊຸດຝຶກອົບຮົມວຽກງານກວດກາ ຄັ້ງທີ V

ໃນຕອນແລງ ວັນທີ 6 ພະຈິກ 2025 ທີ່ ກະຊວງການຕ່າງປະເທດໄດ້ຈັດພິທີປິດຊຸດຝຶກອົບຮົມວຽກງານກວດກາຄັ້ງທີ Vໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ພົງສະຫວັນ ສີສຸລາດ ຄະນະປະຈໍາພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຜູ້ຕາງໜ້າຈາກຄະນະກວດກາສູນກາງພັກ, ອົງການກວດສອບແຫ່ງລັດ, ອົງການໄອຍະການປະຊາຊົນສຸງສຸດ, ຫົວໜ້າກົມ, ຮອງກົມ ແລະ ຜູ້ຕາງໜ້າຈາກບັນດາກົມ ຂອງກະຊວງການຕ່າງປະເທດ ແລະ ນັກສໍາມະນາກອນ ເຂົ້າຮ່ວມ
ຄະນະຜູ້ແທນກອງປະຊຸມສໍາມະນາ ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ຄະນະຜູ້ແທນກອງປະຊຸມສໍາມະນາ ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ໂອກາດຈັດກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ມູນເຊື້ອວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ທີ່ແຂວງສະຫວັນນະເຂດ ເປັນຈຸດທີ 2 ພາຍຫຼັງຈັດຢູ່ນະຄອນຫຼວງວຽງຈັນ; ຄະນະຜູ້ແທນກອງປະຊຸມໄດ້ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ
ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງສະຫວັນນະເຂດ ຈັດພິທີມອບ-ຮັບນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດເລກທີ 57/ລບ ປະຈຳປີ 2025 ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ຫ້ອງປະຊຸມພະແນກການດັ່ງກ່າວ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຄະນະກຳມະການດຳລັດ 57/ລບ ຂັ້ນແຂວງ.
ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງສະຫວັນນະເຂດ ຈັດພິທີມອບ-ຮັບນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດເລກທີ 57/ລບ ປະຈຳປີ 2025 ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ຫ້ອງປະຊຸມພະແນກການດັ່ງກ່າວ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຄະນະກຳມະການດຳລັດ 57/ລບ ຂັ້ນແຂວງ.
ການນໍາຂັ້ນສູງ ຕິດຕາມ ຊົມການຝຶກຊ້ອມໃຫຍ່ການສວນສະໜາມ ກ້ອນກໍາລັງ ປກຊ- ປກສ

ການນໍາຂັ້ນສູງ ຕິດຕາມ ຊົມການຝຶກຊ້ອມໃຫຍ່ການສວນສະໜາມ ກ້ອນກໍາລັງ ປກຊ- ປກສ

ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານ ປກຊ-ປກສ, ທ່ານ ພົທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ຄະນະນໍາກະຊວງ, ກົມໃຫຍ່, ຫ້ອງວ່າການ, ອະນຸກໍາມະການ, ຄະນະຄູຝຶກ ໄດ້ເຄື່ອນໄຫວຕິດຕາມ ແລະ ຊົມການສະແດງ ການຝຶກຊ້ອມສວນສະໜາມຂອງກ້ອນກໍາລັງສວນສະໜາມ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ທີ່ປະສານສົມທົບຮ່ວມການຝຶກຊ້ອມໃຫ່ຍ ຢູ່ວິທະຍາຄານນາຍທະຫານບົກກົມມະດໍາ ໃນວັນທີ 6 ພະຈິກ 2025.
ເຊັນບົດບັນທຶກຄວາມເຂົ້າໃຈ ເພຶ່ອສໍາຫຼວດອອກແບບໂຄງການຟື້ນຟູ ແລະ ບູລະນະເສັ້ນທາງຫຼວງແຫ່ງຊາດເລກ 21

ເຊັນບົດບັນທຶກຄວາມເຂົ້າໃຈ ເພຶ່ອສໍາຫຼວດອອກແບບໂຄງການຟື້ນຟູ ແລະ ບູລະນະເສັ້ນທາງຫຼວງແຫ່ງຊາດເລກ 21

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພຶ່ອສໍາຫຼວດອອກແບບໂຄງການຟື້ນຟູ ແລະ ບູລະນະເສັ້ນທາງຫຼວງແຫ່ງຊາດເລກ 21 ໄລຍະທີ 2 ເລີ່ມແຕ່ຕີນພູແດນເມືອງ ບ້ານໂພນມຸງຄຸນ ເມືອງບໍລິຄັນ ຫາ ບ້ານທ່າສີ ເລີ່ມແຕ່ ກິໂລແມັດທີ (ກມ) 25+000 ຫາ ກມ 81+000 ເມືອງບໍລິຄັນ ແຂວງບໍລິຄໍາໄຊ ລວງຍາວ 56 ກມ ແລະ ເສັ້ນທາງຫຼວງແຫ່ງຊາດ ເລກ 1D ແຕ່ 3 ແຍກທາງເລກທີ 21 ບ້ານທ່າສີ ຫາ ຊາຍແດນແຂວງໄຊສົມບູນ (ເລີ່ມແຕ່ ກມ 145+000 ຫາ ກມ 146+100) ລວງຍາວ 1,10 ກມ ເພື່ອສຶກສາ ສໍາຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບູລະນະຮັກສາທາງຫຼວງແຫ່ງຊາດ ເລກທີ 21 ຊ່ວງທີ 2 ແລະ ທາງເລກ 1D ລະຫວ່າງອົງການປົກຄອງແຂວງບໍລິຄໍາໄຊ, ຕາງໜ້າໂດຍ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ແລະ ບໍລິສັດ ພີເອັສແອວ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ຮ່ວມກັບ ບໍລິສັດ AVIC-INTL Project Engineering Company ໄດ້ຈັດຂຶ້ນໃນວັນທີ 5 ພະຈິກ 2025 ທີ່ຫ້ອງປະຊຸມ ໂຮງແຮມສຸນັນທາ ເມືອງປາກຊັນ ໂດຍໃຫ້ກຽດເຂົ້າຮ່ວມພິທີຂອງ ທ່ານ ບຸນລ້ຽງ ດວງສະເພົາທອງ ຄະນະປະຈຳພັກແຂວງ ຫົວໜ້າພະແນກການເງິນແຂວງ, ບໍລິສັດ, ມີຕາງໜ້າການນໍາຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຊາວກະສິກອນທົ່ວເມືອງຄົງເຊໂດນ ເກັບກ່ຽວເຂົ້ານາປີສຳເລັດ 85%

ຊາວກະສິກອນທົ່ວເມືອງຄົງເຊໂດນ ເກັບກ່ຽວເຂົ້ານາປີສຳເລັດ 85%

ການເກັບກ່ຽວມຽ້ນມັດເຂົ້ານາປີຂອງຊາວກະສິກອນ ເມືອງຄົງເຊໂດນ ແຂວງສາລະວັນ ມາຮອດປັດຈຸບັນສຳເລັດແລ້ວ 85%, ທ່ານ ບົວສອນ ຈັນດາວົງ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຄົງເຊໂດນ ໄດ້ລາຍງານໃຫ້ຮູ້ວ່າ: ໃນທົ່ວເມືອງ ມີເນື້ອທີ່ທັງໝົດ 16,854 ເຮັກຕາ, ເນື້ອທີ່ສາມາດເກັບກ່ຽວໄດ້ຕົວຈິງ 12,456 ເຮັກຕາ, ຜົນຜະລິດສະເລ່ຍໄດ້ 3,7 ໂຕນຕໍ່ເຮັກຕາ, ທຽບໃສ່ປີຜ່ານມາ ແມ່ນຫຼຸດຄາດໝາຍ ເນື່ອງຈາກມີຫຼາຍສາເຫດ ເປັນຕົ້ນ: ເກີດໄພພິບັດນໍ້າຖ້ວມ ໃນໄລຍະເຂົ້າທີ່ກຳລັງເຕີບ, ໄລຍະເກັບກ່ຽວ. ນອກຈາກນັ້ນ, ຍັງມີສັດຕູພືດແມງໄມ້ທໍາລາຍ.
ເປີດຊຸດຝຶກອົບຮົມ ການເຜີຍແຜ່ວຽກງານປົກປັກຮັກສາປ່າໄມ້

ເປີດຊຸດຝຶກອົບຮົມ ການເຜີຍແຜ່ວຽກງານປົກປັກຮັກສາປ່າໄມ້

ການຝຶກອົບຮົມວຽກງານປົກປັກຮັກສາປ່າໄມ້ ແລະ ສິ່ງແວດລ້ອມ ພາຍໃຕ້ໂຄງການ ພູມີທັດ ແລະ ຊີວິດການເປັນຢູ່ໃນ ສປປ ລາວ ຫຼື LLL ພາຍໃຕ້ການຄຸ້ມຄອງຂອງກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບ ວິທະຍຸກະຈາຍສຽງແຫ່ງຊາດລາວ
ງານບຸນນະມັດສະການພະທາດຫຼວງວຽງຈັນປີນີ້ ມວນຊົນຮ່ວມຮັກສາໄດ້ຮີດຄອງປະເພນີ

ງານບຸນນະມັດສະການພະທາດຫຼວງວຽງຈັນປີນີ້ ມວນຊົນຮ່ວມຮັກສາໄດ້ຮີດຄອງປະເພນີ

ເພື່ອໃຫ້ໝົດທຸກຊັ້ນຄົນພາຍໃນຊາດໄດ້ຮັບຮູ້ ແລະ ມີຄວາມເອກອ້າງທະນົງໃຈໃນຄວາມເປັນຊາດລາວ ຊຶ່ງສະແດງອອໃນການນຸ່ງຖືທີ່ມີເອກະລັກຮັກສາໄດ້ວັດທະນະທໍາຂອງຊາດ ທັງເປັນການສືບຕໍ່ອະນຸລັກປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທໍາອັນຍອດຍິ່ງໃຫ້ຄົງຢູ່ຄູ່ຄົນລາວ, ຊາດລາວ, ຊາວນະຄອນຫຼວງວຽງຈັນ ກໍຄືຊາວພຸດຕະຫຼອດໄປ.
ເພີ່ມເຕີມ