ກອງປະຊຸມຄົບຄະນະຂອງກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ

ກອງປະຊຸມຄົບຄະນະ ຂອງ ກປຊສປະຈໍາປີ 2024

ກອງປະຊຸມຄົບຄະນະ ຂອງ ກປຊສປະຈໍາປີ 2024
ກອງປະຊຸມຄົບຄະນະຂອງກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ກປຊສ) ປະຈຳປີ 2024 ໄດ້ຈັດຂຶ້ນເມື່ອວັນທີ 4 ພະຈິກຜ່ານມາ

 

ທີ່ສະພາແຫ່ງຊາດ (ສພຊ) ໂດຍການເປັນປະທານຂອງທ່ານ ວົງສັກ ພັນທະວົງ ຄະນະປະຈຳສະພາແຫ່ງຊາດປະທານກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ມີບັນດາທ່ານປະທານ-ຮອງປະທານກໍາມາທິການພາຍໃນ ສພຊ,ສະມາຊິກສະພາແຫ່ງຊາດທີ່ເປັນກຳມະການສັງກັດກປຊສ,ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດ, ຫົວໜ້າຫ້ອງການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ສູນກາງ, ກອງບັນຊາການທະຫານ ແລະ ປກສ ນະຄອນຫຼວງ ແລະ ແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້ ໄດ້ຮັບຟັງບົດສະຫຼຸບ, ຕີລາຄາການເຄື່ອນໄຫວວຽກງານປະຈໍາປີ 2024 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈໍາປີ 2025 ຂອງກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ບົດລາຍງານຂອງກະຊວງປ້ອງກັນປະເທດ ພາຍໃຕ້ຫົວຂໍ້ “ສະພາບ ແລະ ການປົກປັກຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ”, ບົດລາຍງານຂອງກະຊວງປ້ອງກັນຄວາມສະຫງົບ ພາຍໃຕ້ຫົວຂໍ້ “ການແກ້ໄຂບັນຫາຢາເສບຕິດ ແລະ ປະກົດການຫຍໍ້ທໍ້ເກີດຂຶ້ນໃນສັງຄົມປັດຈຸບັນ”, ບົດລາຍງານຂອງສະຫະພັນນັກຮົບເກົ່າແຫ່ງຊາດ ພາຍໃຕ້ຫົວຂໍ້ “ການສຶກສາອົບຮົມຄົນຮຸ່ນໃໝ່ ແລະ ການປະຕິບັດນະໂຍບາຍຕໍ່ສາມາຊິກນັກຮົບເກົ່າ”, ບົດລາຍງານຂອງຫ້ອງການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສູນກາງ ພາຍໃຕ້ຫົວຂໍ້ “ສະພາບການພົ້ນເດັ່ນຂອງໂລກ ແລະ ພາກພື້ນໃນປັດຈຸບັນ ແລະ ກົນອຸບາຍຂອງອິດທິກຳລັງປໍລະປັກ ຕໍ່ ສປປລາວ”; ຈາກນັ້ນ, ບັນດາຜູ້ແທນກອງປະຊຸມ ກໍໄດ້ຄົ້ນຄວ້າ, ປະກອບຄຳຄິດຄຳເຫັນຕໍ່ບົດສະຫຼຸບ ແລະ ແຜນການຂອງ ກປຊສ, ຕໍ່ບັນດາບົດລາຍງານຂອງ 4 ພາກສ່ວນ ແລະ ບັນຫາທີ່ພົວພັນເຖິງຄວາມໝັ້ນຄົງໃນສະເພາະໜ້າ ແລະ ຍາວນານ ເພື່ອນຳສະເໜີລາຍງານຕໍ່ຄະນະປະຈຳສະພາແຫ່ງຊາດ ໃຫ້ທິດຊີ້ນຳໃນການແກ້ໄຂ ພ້ອມທັງຮັບຮອງເອົາຮ່າງມະຕິກອງປະຊຸມຄົບຄະນະປະຈໍາປີ 2024 ຂອງກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

(ຂ່າວ-ພາບ: ສອນສັກ ວັນວິໄຊສພຊ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງບໍ່ແຕນ ປາຖະກະຖາ 2 ວັນປະຫວັດສາດຂອງພັກ

ເມືອງບໍ່ແຕນ ປາຖະກະຖາ 2 ວັນປະຫວັດສາດຂອງພັກ

ວັນທີ 24 ມີນານີ້, ຄະນະພັກເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ວາງກະຕ່າດອກໄມ້ຢູ່ທີອານຸສອນສະຖານ ປະທານໄກສອນພົມວິຫານ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ (ວັນທີ 22 ມີນາ 1955- 22 ມີນາ 2026), ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ (21 ມີນາ 1946 -21 ມີນາ 2026). ຈາກນັນ, ກໍໄດ້ຈັດ ປາຖະກາຖາ 2 ວັນດັ່ງກ່າວຂຶ້ນ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍໃຫ້ກຽດປະຖະກາຖາ ໂດຍ ສະຫາຍ ບຸນພະລັງ ວິໄລສັກ ກໍາມະການພັກແຂວງ ເລຂາພັກເມືອງບໍ່ແຕນ ຊອ່ງໄດ້ຍົກໃຫ້ເຫັນມູນເຊື້ອແຫ່ງການນໍາພາ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ຢ່າງແຂງແຮງ ແລະ ເລິກເຊິ່ງ, ຊຶ່ງໄດ້ຍົກໃຫ້ເຫັນຕົ້ນກໍາເນີດ, ທາດແທ້ ແລະ ອຸດົມການຂອງພັກ.
ບົດອວຍພອນຂອງ ທ່ານ ທອງສະຫວັນ ພົມວິຫານ  ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄົບຮອບ 10 ປີ

ບົດອວຍພອນຂອງ ທ່ານ ທອງສະຫວັນ ພົມວິຫານ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄົບຮອບ 10 ປີ

ໃນໂອກາດຄົບຮອບ 10 ປີ (23 ມີນາ 2016 - 23 ມີນາ 2025) ຂອງການສ້າງຕັ້ງຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (MLC), ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວວ່າ: ໃນນາມລັດຖະບານ ແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຮູ້ສຶກເປັນກຽດຢ່າງຍິ່ງ ແລະ ມີຄວາມປິຕິຍິນດີ ທີ່ໄດ້ສົ່ງຄຳຊົມເຊີຍອັນຈິງໃຈ ແລະ ຄຳອວຍພອນໄຊອັນປະເສີດ ມາຍັງບັນດາທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ຂອງບັນດາປະເທດສະມາຊິກ MLC ແລະ ປະຊາຊົນ ທີ່ອາໄສຢູ່ໃນເຂດລຸ່ມແມ່ນ້ຳຂອງພວກເຮົາ.
ລັດຖະມົນຕີ ຮສສ ມອບເຄື່ອງບັນເທົາທຸກສຸກເສີນໃຫ້ປະຊາຊົນຜູ້ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບຕົກຢູ່ເມືອງສີໂຄດຕະບອງ

ລັດຖະມົນຕີ ຮສສ ມອບເຄື່ອງບັນເທົາທຸກສຸກເສີນໃຫ້ປະຊາຊົນຜູ້ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບຕົກຢູ່ເມືອງສີໂຄດຕະບອງ

ວັນທີ 23 ມີນາ ນີ້, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໃນນາມຮອງປະທານຜູ້ປະຈຳການ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ (ຄພສ) ໄດ້ລົງພື້ນທີ່ຕິດຕາມ ແລະ ຊີ້ນຳການຊ່ວຍເຫຼືອ ປະຊາຊົນທີ່ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບ ໃນວັນທີ 22 ມີນາ ຜ່ານມາ ຢູ່ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຢ່າງຮີບດ່ວນ.
ວາງກະຕ່າດອກໄມ້ລະນຶກວັນສ້າງຕັ້ງຫ້ອງວ່າການສູນກາງພັກ ຄົບຮອບ 71 ປີ

ວາງກະຕ່າດອກໄມ້ລະນຶກວັນສ້າງຕັ້ງຫ້ອງວ່າການສູນກາງພັກ ຄົບຮອບ 71 ປີ

ໃນຕອນເຊົ້າວັນທີ 24 ມີນາ ນີ້ ທີ່ຫໍພິພິທະພັນ ໄກສອນ ພົມວິຫານ, ຫ້ອງວ່າການສູນກາງພັກ(ຫສພ) ນຳໂດຍ ສະຫາຍ ເພັດ ພົມພິພັກ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ ໄດ້ນຳພາຄະນະພັກ, ພະນັກງານນຳພາຫຼັກແຫຼ່ງທົ່ວຫ້ອງວ່າການສູນກາງພັກ ນຳເອົາກະຕ່າດອກໄມ້ ໄປວາງຕໍ່ໜ້າຮູບຫຼໍ່ຂອງປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດລະນຶກວັນສ້າງຕັ້ງ ຫ້ອງວ່າການສູນກາງພັກ ຄົບຮອບ 71 ປີ (24 ມີນາ 1955 – 24 ມີນາ 2026) ເພື່ອສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນຕໍ່ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງພັກ-ລັດ ແລະ ປວງຊົນລາວທັງຊາດ. ຜູ້ຈັດຕັ້ງນຳພາພາລະກິດປະຕິວັດອັນຍິ່ງໃຫຍ່ຂອງປະເທດພວກເຮົາ ຈາກໄຊຊະນະນີ້ສູ່ໄຊຊະນະໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ. ສ້າງປະຖົມປັດໃຈກ້າວຂຶ້ນສັງຄົມນິຍົມຢ່າງໜັກແໜ້ນ.
ໄຂກອງປະຊຸມຄະນະກໍາມະການປົກຄອງແຂວງ ຄັ້ງທີ 2 ປະຈໍາໄຕມາດ I

ໄຂກອງປະຊຸມຄະນະກໍາມະການປົກຄອງແຂວງ ຄັ້ງທີ 2 ປະຈໍາໄຕມາດ I

ກອງປະຊຸມຄະນະກໍາມະການປົກຄອງແຂວງເຊກອງ ຄັ້ງທີ 2 ສະໄໝທີ XI (ປະຈໍາໄຕມາດ I) ແລະວາງທິດທາງແຜນການປະຈໍາໄຕມາດ II ຂຶ້ນໃນວັນທີ 24 ມີນານີ້ ທີ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການແຂວງ ໂດຍການເປັນປະທານ ຂອງທ່ານ ຂັນຕີ ສີລະວົງສາ ປະທານຄະນະກໍາມະການປົກຄອງແຂວງເຊກອງ, ມີຄະນະກໍາມະການປົກຄອງເມືອງ, ບັນດາຫົວໜ້າພະແນກການ, ອົງການທຽບເທົ່າ, ລັດວິສາຫະກິດ ອ້ອມຂ້າງແຂວງເຂົ້າຮ່ວມ.
ມອບ-ຮັບໜ້າທີ່ ປະທານສູນກາງສະຫະພັນກຳມະບານລາວ

ມອບ-ຮັບໜ້າທີ່ ປະທານສູນກາງສະຫະພັນກຳມະບານລາວ

ວັນທີ 23 ມີນາ ນີ້, ສູນກາງສະຫະພັນກໍາມະບານລາວ ໄດ້ຈັດພິທີມອບ-ຮັບ ການຈັດຕັ້ງພະນັກງານການນຳຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາສະຫາຍຄະນະບໍລິຫານງານພັກ ສູນກາງສະຫະພັນກຳມະບານລາວ, ຫົວໜ້າກົມ, ຮອງກົມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ການນໍາເມືອງຫຼວງນໍ້າທາ ລົງຕິດຕາມຊຸກຍູ້ການປູກພືດລະດູແລ້ງ

ການນໍາເມືອງຫຼວງນໍ້າທາ ລົງຕິດຕາມຊຸກຍູ້ການປູກພືດລະດູແລ້ງ

ໃນວັນທີ 23 ມີນານີ້, ທ່ານ ສີຈັນ ລໍທອງໂຫຼຍ ກໍາມະການປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມຊຸກຍູ້ການປູກພືດລະດູແລ້ງຢູ່ພາຍໃນເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໂດຍມີອົງການຈັດຕັ້ງບ້ານ, ປະຊາຊົນ ແລະ ບັນດາບໍລິສັດ ເຂົ້າຮ່ວມ.
ພະນັກງານນຳທ່ຽວແຂວງຫຼວງພະບາງ ຮ່ວມກັນເກັບຂີ້ເຫຍື້ອເທດສະບານ ນະຄອນ ຫຼວງພະບາງ

ພະນັກງານນຳທ່ຽວແຂວງຫຼວງພະບາງ ຮ່ວມກັນເກັບຂີ້ເຫຍື້ອເທດສະບານ ນະຄອນ ຫຼວງພະບາງ

ວັນທີ່ 23 ມີນານີ້, ກຸ່ມພະນັກງານນໍາທ່ຽວ ແຂວງຫຼວງພະບາງ ສົມທົບກັບບັນດາ ໂຮງແຮມພາຍໃນແຂວງ ໄດ້ສ້າງຂະບວນການອອກແຮງງານ ເກັບຂີ້ເຫຍື້ອ ໃນເທດສະບານນະຄອນຫຼວງພະບາງໃຫ້ມີຄວາມສະອາດ. ທ່ານ ຄຳສອນ ດາລາວົງ ປະທານສະມາຄົມພະນັກງານນຳທ່ຽວແຂວງຫຼວງພະບາງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການສ້າງຂະບວນການຄັ້ງນີ້,
ສະຫະກອນສິນເຊື່ອ ແລະ ເງິນຝາກປະຫຍັດເຊໂນ ສັງເກດຄືນວຽກງານຜ່ານມາ

ສະຫະກອນສິນເຊື່ອ ແລະ ເງິນຝາກປະຫຍັດເຊໂນ ສັງເກດຄືນວຽກງານຜ່ານມາ

ໃນວັນທີ 23 ມີນານີ້ ທີ່ສະໂມສອນເມືອງອຸທຸມພອນ ແຂວງສະຫວັນນະເຂດ, ສະຫະກອນສິນເຊື່ອ ແລະ ເງິນຝາກປະຫຍັດເຊໂນ (ສສງ) ໄດ້ສະຫຼຸບສັງເກດຕີລາຄາຄືນກ່ຽວກັບຜົນງານການເຄື່ອນໄຫວວຽກງານຜ່ານມາ ແລະ ວາງທິດທາງແຜນການຕໍ່ໜ້າ, ພ້ອມທັງແຈ້ງໂຕເລກເງິນປັນຜົນຮຸ້ນສະມາຊິກປີ 2025 ແກ່ສະມາຊິກ, ໂດຍການເຂົ້າຮ່ວມຂອງທ່ານ ໂພໄຊ ອິນທະວົງສາ ປະທານຄະນະກໍາມະການປົກຄອງເມືອງ, ທ່ານ ປຸລິມະ ທອນທົງເດດ ຕາງໜ້າໃຫ້ທະນາຄານ ແຫ່ງ ສປປ ລາວ ພາກກາງແຂວງສະຫວັນນະເຂດ.
ຊາວຫວຽດນາມໃນວຽງຈັນ ຈັດກິດຈະກຳວັດທະນະທຳຊຸມຊົນ

ຊາວຫວຽດນາມໃນວຽງຈັນ ຈັດກິດຈະກຳວັດທະນະທຳຊຸມຊົນ

ຊຸມຊົນຊາວຫວຽດນາມ ໃນ ສປປ ລາວ ໄດ້ຈັດກິດຈະກຳວັດທະນະທຳຊຸມຊົນ ຢ່າງສົມກຽດ ຄວບຄູ່ກັບ ພິທີຂໍພອນຄວາມເປັນສິລິມຸງຄຸນໃນຕົ້ນປີ ແລະ ພິທີອຸທິດສ່ວນບຸນກຸສົນ ເພື່ອອາໄລເຖິງດວງວິນຍານ ຂອງບັນດາ ວິລະຊົນຜູ້ສະຫຼະຊີວິດເພື່ອເອກະລາດ ແລະ ເສລີພາບຂອງສອງຊາດ ລາວ - ຫວຽດນາມ. ພິທີດັ່ງກ່າວ, ໄດ້ດໍາເນີນໃນຕອນເຊົ້າວັນທີ 19 ມີນາ 2026, ທີ່ວັດເພັດຕິກ (Phật Tích), ນະຄອນຫຼວງວຽງຈັນ ໂດຍມີຜູ້ແທນປະມານ 50 ທ່ານເຂົ້າຮ່ວມ ປະກອບມີ: ຜູ້ແທນຈາກສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳ ສປປ ລາວ, ຄະນະປະສານງານພຸດທະສາສະໜາຫວຽດນາມ, ສະມາຄົມວິສາຫະກິດຫວຽດນາມໃນລາວ, ສະມາຄົມວິສາຫະກິດຫວຽດນາມ ປະຈຳ ນະຄອນຫຼວງວຽງຈັນ, ສະມາຄົມຊາວຫວຽດນາມນະຄອນຫຼວງວຽງຈັນ ພ້ອມດ້ວຍພີ່ນ້ອງຊາວຫວຽດນາມ ແລະ ພຸດທະສາສະນິກຊົນຈຳນວນຫຼາຍ.
ເພີ່ມເຕີມ