ກອງປະຊຸມຄົບຄະນະບໍລິຫານງານສະຫະພັນນັກຮົບເກົ່າເມືອງປາກຊ່ອງ ຄັ້ງທີ II ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານສະຫະພັນນັກຮົບເກົ່າເມືອງປາກຊ່ອງ ຄັ້ງທີ II ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານສະຫະພັນນັກຮົບເກົ່າເມືອງປາກຊ່ອງ ຄັ້ງທີ II ສະໄໝທີ V
ສະຫະພັນນັກຮົບເກົ່າເມືອງປາກຊ່ອງ ແຂວງຈຳປາສັກ ຈັດກອງປະຊຸມຄົບຄະນະບໍລິຫານງານ ຄັ້ງທີ II ສະໄໝທີ V ປະຈຳປີ 2025 ແລະ ວາງທິດທາງປີ 2026 ຂຶ້ນໃນວັນທີ 30 ມິຖຸນານີ້, ທີ່ຫ້ອງການດັ່ງກ່າວ ໂດຍການເປັນປະທານຮ່ວມຂອງສະຫາຍ ແສງເດືອນ ສົມສະຫວັນ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານການ ເມືອງ-ແນວຄິດ, ວຽກງານພັກ-ພະນັກງານຂັ້ນເມືອງ ທັງເປັນຫົວໜ້າຄະນະຈັດຕັ້ງເມືອງ; ມີສະຫາຍ ພັນໂທ ຄຳແສນ ພົນຈະນະກິດ ຮອງປະທານສະຫະພັນນັກຮົບເກົ່າແຂວງ, ມີສະຫາຍ ພັນໂທ ສີແພງ ອິນທະກຸມມານ ປະທານສະຫະພັນນັກຮົບເກົ່າເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊມຄບຄະນະບລຫານງານສະຫະພນນກຮບເກາເມອງປາກຊອງ ຄງທ II ສະໄໝທ V - image 1
 

‎

‎ ສະຫາຍ ພັນໂທ ສີແພງ ອິນທະກຸມມານ ປະທານສະຫະພັນນັກຮົບເກົ່າເມືອງ ໄດ້ກ່າວເປີດກອງປະຊຸມ. ຈາກນັ້ນ, ສະຫາຍ ສຸກວິໄລ ແດງສະຫວ່າງ ຫົວໜ້າໜ່ວຍງານບໍລິຫານສະຫະພັນນັກຮົບເກົ່າເມືອງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ປີຜ່ານມາ (2025) ແລະ ວາງທິດທາງປີ 2026 ວ່າ: ໃນ 1 ປີຜ່ານມາ, ສະຫະພັນນັກຮົບເກົ່າເມືອງ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກນັກຮົບເກົ່າຢ່າງເປັນປົກກະຕິ ໂດຍໄດ້ຈັດຕັ້ງເຊື່ອມຊຶມມະຕິ, ຄຳສັ່ງ, ບົດແນະນຳ ແລະ ເອກະສານສຳຄັນຂອງພັກ-ລັດໄດ້ທັງໝົດ 5 ຄັ້ງ, ມີຜູ້ເຂົ້າຮ່ວມ 248 ເທື່ອຄົນ ຍິງ 48 ເທື່ອຄົນ. ເອົາໃຈໃສ່ຊຸກຍູ້ຂະບວນການແຂ່ງຂັນ “3 ດີ 6 ຮັກສາ” ຢ່າງກວ້າງຂວາງ ໂດຍໄດ້ລົງປະເມີນ ແລະ ປະກາດບ້ານແບບຢ່າງສະຫະພັນນັກຮົບເກົ່າເຂັ້ມແຂງໄດ້ 10 ບ້ານ ສົ່ງໃຫ້ສະຫະພັນນັກຮົບເກົ່າແຂວງຮັບຮອງສຳເລັດ. ປັດຈຸບັນ, ທົ່ວເມືອງປາກຊ່ອງມີສະມາຊິກສະຫະພັນນັກຮົບເກົ່າທັງໝົດ 768 ທ່ານ ຍິງ 147 ທ່ານ (ໃນນັ້ນເປັນນາຍ ແລະ ພົນທະຫານ 687 ທ່ານ, ນາຍ ແລະ ພົນຕຳຫຼວດ 81 ທ່ານ). ຄະນະບໍລິຫານງານສະຫະພັນນັກຮົບເກົ່າເມືອງມີທັງໝົດ 15 ທ່ານ, ປະຈຳຢູ່ຫ້ອງການສະຫະພັນນັກຮົບເກົ່າເມືອງ 3 ທ່ານ, ປະຈຳຢູ່ໜ່ວຍຮາກຖານກຸ່ມບ້ານ 12 ທ່ານ, ເອົາໃຈໃສ່ປະຕິບັດນະໂຍບາຍຕ່າງໆ ເປັນຕົ້ນ ນະໂຍບາຍປິ່ນປົວສຸຂະພາບ, ນະໂຍບາຍຊ່ວຍເຫຼືອໃນຍາມເຈັບເປັນ ແລະ ເສຍຊີວິດ, ພ້ອມທັງຊຸກຍູ້ການສ້າງເສດຖະກິດຄອບຄົວ ເຮັດໃຫ້ຊີວິດການເປັນຢູ່ຂອງນັກຮົບເກົ່າດີຂຶ້ນເລື້ອຍໆ ໂດຍມີຄອບຄົວຕົວແບບໃນການປູກຝັງ-ລ້ຽງສັດ ແລະ ບໍລິການເຖິງ 664 ຄອບຄົວ. ກອງປະຊຸມຍັງໄດ້ຮ່ວມກັນຄົ້ນຄວ້າບັນດານິຕິກຳ, ກົດລະບຽບຕ່າງໆ ທີ່ຍັງບໍ່ທັນເລິກເຊິ່ງ, ການສະຫຼຸບລາຍງານ ແລະ ການຄຸ້ມຄອງງົບປະ ມານໃນບາງດ້ານທີ່ຍັງຈຳກັດ ເພື່ອພ້ອມກັນຊອກຫາວິທີການແກ້ໄຂໃນຕໍ່ໜ້າ.

ກອງປະຊມຄບຄະນະບລຫານງານສະຫະພນນກຮບເກາເມອງປາກຊອງ ຄງທ II ສະໄໝທ V - image 2
 

ກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ເອກະສານ ແລະ ມະຕິຄຳສັ່ງທີ່ສຳຄັນຕ່າງໆ ໂດຍສະຫາຍ ພັນໂທ ຄຳເຜີຍ ພິລາວົງໄຊ ຮອງປະທານສະຫະພັນນັກຮົບເກົ່າເມືອງ ເປັນຕົ້ນ ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ V; ບົດແນະນຳກ່ຽວກັບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ 6 ຮັກສາ; ຄຳສັ່ງຂອງປະທານສະຫະພັນນັກຮົບເກົ່າແຫ່ງຊາດ ວ່າດ້ວຍການຈັດຕັ້ງ, ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນນັກຮົບເກົ່າທົ່ວປະເທດ ຄັ້ງທີ V; ແຜນດຳເນີນງານຂອງຄະນະບໍລິຫານງານສະຫະພັນນັກຮົບເກົ່າລາວ ສະໄໝທີ V ແຕ່ປີ 2026-2030; ຂໍ້ຕົກລົງວ່າດ້ວຍການແບ່ງຄວາມຮັບຜິດຊອບ ແລະ ຄຳແນະນຳຂອງປະທານກວດກາສະຫະພັນນັກຮົບເກົ່າລາວ ສະໄໝທີ V. ໃນພິທີໄດ້ມອບໃບຍ້ອງຍໍໃຫ້ກົມກອງລວມໝູ່ ແລະ ບຸກຄົນທີ່ມີຜົນງານດີເດັ່ນໃນໄລຍະຜ່ານມາ.‎

ຕອນທ້າຍພິທີ, ສະຫາຍ ແສງເດືອນ ສົມສະຫວັນ ໄດ້ມີຄຳເຫັນໂອ້ລົມເນັ້ນໜັກ ໃຫ້ຄະນະບໍລິຫານງານສະຫະພັນນັກຮົບເກົ່າເມືອງປາກຊ່ອງແຕ່ລະຂັ້ນ ເພີ່ມທະວີຄວາມສາມັກຄີເປັນເອກະພາບ, ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ເລິກເຊິ່ງ, ປັບປຸງກົນໄກການຈັດຕັ້ງໃຫ້ເຂັ້ມແຂງ, ຕັ້ງໜ້າຜັນຂະຫຍາຍຂໍ້ແຂ່ງຂັນ "3 ດີ 6 ຮັກ" ໃຫ້ຮອດຮາກຖານກຸ່ມບ້ານ ແລະ ສຸມໃສ່ພັດທະນາເສດຖະກິດຄອບຄົວຂອງສະມາຊິກໃຫ້ມີຄວາມເຂັ້ມ ແຂງ ເພື່ອຮັກສາມູນເຊື້ອອັນດີງາມ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາເມືອງປາກຊ່ອງໃຫ້ຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ. ຂ່າວ: ສອນໄຊ ຈັນທະວີ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ພິທີປະກາດການແຕ່ງຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ລະ ຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ໂດຍການເປັນປະທານຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີຄະນະພະແນກສາທາ ລະນະສຸກແຂວງ, ຕາງໜ້າກົມຈັດຕັ້ງກະຊວງສາທາລະນະສຸກ, ແຂກຖືກເຊີນ, ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ຮອງນາຍົກລັດຖະມົນຕີ ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື

ຮອງນາຍົກລັດຖະມົນຕີ ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື

ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື ໃນວັນທີ 5 ພະຈິກ ນີ້, ທີ່ຫໍປະຊຸມໃຫຍ່ແຂວງ, ໂດຍມີທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ພ້ອມຄະນະນຳແຂວງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມຕ້ອນຮັບ.
ສາລະວັນ ຝຶກອົບຮົມ​ວຽກ​ກໍ່​ສ້າງ​ຮາກ​ຖານ​ການ​ເມືອງໃຫ້ພະນັກງານ​ ທີ່ຈະລົງຊ່ວຍ​ເມືອງ-ຕາແສງ

ສາລະວັນ ຝຶກອົບຮົມ​ວຽກ​ກໍ່​ສ້າງ​ຮາກ​ຖານ​ການ​ເມືອງໃຫ້ພະນັກງານ​ ທີ່ຈະລົງຊ່ວຍ​ເມືອງ-ຕາແສງ

ແຂວງສາລະວັນ ຝຶກອົບຮົມວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້​ໄຂຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງ ໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ ທີ່ຈະລົງກໍ່ສ້າງຮາກຖານການເມືອງໃນ 38 ຕາແສງ, ໃນວັນທີ 4 ພະຈິກ 2026, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ແລະ ວຽກພັກ-ພະນັກງານ,ມີບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ໄຊ​ສົມ​ບູນເຜີຍ​ແຜ່​ນິ​ຕິ​ກຳ ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​​ເຄ​ມີ

ໄຊ​ສົມ​ບູນເຜີຍ​ແຜ່​ນິ​ຕິ​ກຳ ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​​ເຄ​ມີ

ພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມ ເຜີຍແຜ່, ເຊື່ອມຊຶມນິຕິກຳຕ່າງໆ ກ່ຽວກັບວຽກງານຄຸ້ມຄອງເຄມີ ແລະ ຝຶກອົບຮົມການນໍາໃຊ້ ລະບົບຖານຂໍ້ມູນເຄມີແຫ່ງຊາດ ໃຫ້ເມືອງອະນຸວົງ ແລະ ເມືອງລ້ອງແຈ້ງ ໃນ​ວັນ​ທີ 4 ພະ​ຈິກ​ຜ່ານ​ມາທີ່ ຫ້ອງວ່າ​ການ​ແຂວງໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ພູທະນູທອງ ໄຊສົມບັດຮອງຫົວໜ້າກົມອຸດສາຫະກຳປຸງແຕ່ງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ບູນຫຼາຍ ທົນນະວົງສາຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງອະນຸວົງ ແລະ ລ້ອງແຈ້ງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຈຳ​ປາ​ສັກສໍາເລັດການຍົກລະດັບວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ພະນັກງານ

ຈຳ​ປາ​ສັກສໍາເລັດການຍົກລະດັບວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ພະນັກງານ

ຄະນະໂຄສະນາອົບຮົມແຂວງຈໍາປາສັກ ສຳ​ເລັດ​ການຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ປະຈໍາປີ 2026 ໃຫ້ພະນັກງານ​ທີ່​ເຮັດ​ວຽກ​ງານ​ສັງ​ລວມແລະຫາງ​ສຽງ​ສັງ​ຄົມທົ່ວ​ແຂວງ ໃນວັນທີ 3 ພະຈິກ 2026 ໂດຍມີທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານພັກແຂວງປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຂວງຈໍາປາສັກ ພ້ອມດ້ວຍວິທະຍາກອນ ແລະ ສໍາມະນາກອນ ເຂົ້າຮ່ວມ.
ສະໜາມໄຊ ຮັບຮອງແຜນຈັດສັນທີ່ດິນ- ປ່າໄມ້ ໃນ4 ບ້ານ

ສະໜາມໄຊ ຮັບຮອງແຜນຈັດສັນທີ່ດິນ- ປ່າໄມ້ ໃນ4 ບ້ານ

ກອງປະຊຸມຮັບຮອງແຜນຈັດສັນທີ່ດິນ-ປ່າໄມ້ ຂັ້ນບ້ານ ຢູ່ 4 ບ້ານ ຄື:ບ້ານພອນມະນີ, ບ້ານແບ່ງວິໄລ, ບ້ານຈັນຕໍ ແລະ ບ້ານກະແຊະ ເມືອງສະໜາມໄຊ ແຂວງອັດຕະປື ໄດ້ຈັດຂຶ້ນໃນວັນທີ 4 ພະຈິກ 2026 ທີ່ເມືອງສະ​ໜາມ​ໄຊ ໂດຍການເປັນປະທານຂອງທ່ານ ສັນຕິໄຊ ສີລືໄຊ ປະທານຄະນະກຳມະການປົກຄອງເມືອງ, ມີທ່ານ ຄໍາສິງ ພົງສະຫັວດ ຮອງຫົວໜ້າພະແນກກະສີກຳ ແລະ ສີ່ງແວດລ້ອມແຂວງຜູ້ຊີ້ນໍາພາກສະໜານຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສຳເລັດກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV

ສຳເລັດກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV

ກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV, ໄລຍະ 5 ປີ (2021-2025)ຈັດຂຶ້ນໃນລະຫວ່າງ 29-30 ຕຸລາຜ່ານ​ມາທີ່ສະໂມສອນແຂວງ ໂດຍການເປັນປະທານ ຂອງທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີບັນດາຄະນະບໍລິຫານງານພັກແຂວງ, ພະນັກງານອາວຸໂສບຳບານ ແລະ ການນໍາເມືອງ ເຂົ້າຮ່ວມ.
ທ່ານ ໜັ້ນຍືນ ຄິນສະໝອນ ຕ້ອນຮັບຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ

ທ່ານ ໜັ້ນຍືນ ຄິນສະໝອນ ຕ້ອນຮັບຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ

ວັນທີ 4 ພະຈິກຜ່ານມາ, ທີ່ຫ້ອງວ່າການແຂວງ ທ່ານ ໜັ້ນຍືນ ຄິນສະໝອນ ຮອງປະທານຄະນະກຳມະ ການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບທ່ານ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ ພ້ອມຄະນະ ເພື່ອລົງຕິດຕາມ ແລະ ຊຸກຍູ້ການນຳໃຊ້ລະບົບພາສີທັນສະໄໝແບບ ລວມສູນ (Smart Customs) ຢູ່ດ່ານພາສີສາກົນຂົວມິດຕະພາບ III ແລະ ທ່າບົກທ່າແຂກ.
ມອບກະດານດໍາ 1 ພັນກວ່າແຜ່ນໃຫ້ໂຮງຮຽນປະຖົມທົ່ວແຂວງຄໍາມ່ວນ

ມອບກະດານດໍາ 1 ພັນກວ່າແຜ່ນໃຫ້ໂຮງຮຽນປະຖົມທົ່ວແຂວງຄໍາມ່ວນ

ພິທີມອບ-ຮັບກະດານດໍາຈໍານວນ 1,740 ແຜ່ນ ໃຫ້ໂຮງຮຽນປະຖົມສຶກສາ ຂັ້ນ ປ.1 ປະຈໍາສົກຮຽນ 2026- 2027 ທົ່ວແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງ, ໃຫ້ກຽດມອບໂດຍ ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໂດຍມີຫົວໜ້າຫ້ອງການສຶກສາທິການ ແລະ ກິລາທັງ 10 ເມືອງເຂົ້າຮ່ວມ.
ຄຳມ່ວນ ເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ ຍົກລະດັບການນຳເຂົ້າ-ສົ່ງອອກ

ຄຳມ່ວນ ເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ ຍົກລະດັບການນຳເຂົ້າ-ສົ່ງອອກ

ພິທີເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ (Smart Customs) ຢ່າງເປັນທາງການ ຢູ່ດ່ານພາສີສາກົນຂົວມິດຕະພາບ 3 ແລະ ດ່ານພາສີສາກົນນາເພົ້າ ແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ເພື່ອຍົກລະດັບການຄຸ້ມຄອງພາສີໃຫ້ວ່ອງໄວ ໂປ່ງໃສ ແລະ ຫຼຸດຂັ້ນຕອນການແຈ້ງພາສີ. ໂດຍມີທ່ານ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ, ທ່ານ ວົງ ແສງອາລຸນ ຮອງຫົວໜ້າພະແນກການເງິນແຂວງ, ບັນດາຕາງໜ້າຫ້ອງການ, ບັນດາກົມອ້ອມຂ້າງກະຊວງການເງິນ, ຂະ ແໜງການອ້ອມຂ້າງດ່ານ, ຜູ້ພັດທະນາລະບົບ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ