ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ

ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 9 ສະໄໝທີ XI

ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 9 ສະໄໝທີ XI
ກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ XI ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 28 ຕຸລາ ນີ້ ທີ່ຫ້ອງວ່າການສູນກາງພັກ.



ໂດຍພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ມີຄຳເຫັນວ່າ: ກອງປະຊຸມຄັ້ງນີ້ ເປີດຂຶ້ນໃນຈຸດເວລາທີ່ສະພາບແວດລ້ອມສາກົນ ແລະ ພາກພື້ນຍັງສືບຕໍ່ມີຄວາມບໍ່ແນ່ນອນ,ບັນຫາເສດຖະກິດຖົດຖອຍ, ໄພທໍາມະຊາດ, ການແຂ່ງຂັນດ້ານພູມີລັດຖະສາດ, ສະພາບຄວາມເຄັ່ງຮ້ອນ-ເຄັ່ງຕຶງ ດ້ານການເມືອງ, ການປະທະກັນດ້ານກໍາລັງເກີດຂຶ້ນຢູ່ຫຼາຍພາກພື້ນຂອງໂລກ, ບັນດາຈຸດຮ້ອນຍັງບໍ່ທັນໄດ້ຮັບການແກ້ໄຂ ແລະ ສືບຕໍ່ເປັນສິ່ງທ້າທາຍ, ກະທົບຕໍ່ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງໂລກ. ຢູ່ພາຍໃນເຮົາໃນປີ 2024 ນີ້, ເຖິງວ່າພວກເຮົາມີຄວາມພະຍາຍາມໃນການນໍາພາຊີ້ນໍາ ແລະ ການບໍລິຫານ-ຄຸ້ມຄອງຂອງພັກ-ລັດເຮົາ ເລັ່ງໃສ່ແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນທີ່ປະເຊີນມາຫຼາຍປີນັ້ນ ດ້ວຍຫຼາຍມາດຕະການກໍຕາມ, ແຕ່ກໍຕ້ອງຍອມຮັບນໍາກັນວ່າ ຍັງເຕັມໄປດ້ວຍຄວາມສ່ຽງ ແລະ ສິ່ງທ້າທາຍ ບໍ່ນ້ອຍ ທີ່ຈະຕ້ອງໄດ້ແກ້ໄຂ, ບວກໃສ່ຜົນກະທົບຈາກໄພພິບັດທໍາມະຊາດທີ່ຮ້າຍແຮງ ຊຶ່ງໄດ້ສ້າງຄວາມເສຍຫາຍໃນຫຼາຍແຂວງຂອງປະເທດເຮົາຢ່າງໜັກໜ່ວງ ແລະ ກວ້າງຂວາງພໍສົມຄວນ,ແຕ່ດ້ວຍຄວາມຮັບຜິດຊອບການເມືອງ ທົ່ວພັກ-ທົ່ວລັດ ແລະ ດ້ວຍຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງທົ່ວປວງຊົນລາວທັງຊາດ, ພວກເຮົາສາມາດແກ້ໄຂບັນຫາຫຍຸ້ງຍາກດ້ານຕ່າງໆໄດ້, ທັງແກ້ໄຂບັນຫາຫຍຸ້ງຍາກທີ່ມີມາກ່ອນ, ທັງແກ້ໄຂຜົນກະທົບທີ່ມາຈາກຄວາມບັງເອີນ, ທັງເຮັດໜ້າທີ່ເປັນປະທານອາຊຽນ ມາແຕ່ວັນທີ 1 ມັງກອນ 2024 ເຖິງປັດຈຸບັນນີ້, ພວກເຮົາ ກໍສາມາດຮັບປະກັນຜົນສໍາເລັດຂອງການຈັດກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມສຸດຍອດອື່ນໆ, ກອງປະຊຸມ AIPA ກໍສໍາເລັດຜົນ ເປັນຢ່າງດີ.
ສະຫາຍ ເລຂາທິການໃຫຍ່ ເນັ້ນ ຕື່ມວ່າ : ກອງປະຊຸມສູນກາງຄັ້ງທີ 9 ນີ້ ຈະໄດ້ໄຂຂຶ້ນ ແລະ ດໍາເນີນໄປໃນຈຸດເວລາ ທີ່ມີຄວາມໝາຍສະເພາະຕົວ ຂອງມັນ, ຍ້ອນວ່າ: ພວກເຮົາຕີລາຄາວຽກງານ ປີ 2024 ນີ້ ເປັນປີທີ່ພວກເຮົາໄດ້ເຮັດວຽກຫຼາຍທີ່ສຸດ ທັງວຽກພາຍໃນ ແລະ ວຽກຕ່າງປະເທດ, ເປັນປີທີ່ເລີ່ມກະກຽມໃສ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ທັງເປັນປີມ້ວນທ້າຍ ຂອງສະໄໝທີ XI ຂອງພັກເຮົາ, ທັງເປັນປີທີ່ສ້າງທ່ວງທ່າໃຫ້ແກ່ປີມ້ວນທ້າຍ ຄືປີ 2025 ທີ່ຈະມາເຖິງ. ສ່ວນການປຶກສາຫາລືວຽກງານ ປີ 2025 ທີ່ເປັນປີມ້ວນທ້າຍນັ້ນ ຍິ່ງມີຄວາມສໍາຄັນເປັນພິເສດ ເພາະເປັນປີຕັດສິນຊີ້ຂາດ ຂອງການສ້າງຂະບວນການທົ່ວພັກ, ທົ່ວລັດ, ທົ່ວປວງຊົນ ເພື່ອກ້າວສູ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ.
ກອງປະຊຸມສູນກາງຄັ້ງນີ້, ໄດ້ບັນຈຸບັນດາຫົວຂໍ້ ແລະ ເນື້ອໃນສໍາຄັນ ຄື: ວາລະເປີດກວ້າງ ແລະ ວາລະພາຍໃນສູນກາງ.
1). ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ,ແຜນເງິນຕາ ປະຈໍາປີ 2024 ແລະ ທິດທາງ ປີ 2025 ຕິດພັນກັບການປະຕິບັດ2 ວາລະແຫ່ງຊາດ;
2). ສະພາບ ແລະການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ(ວຽກງານຄວາມໝັ້ນຄົງ) ປະຈໍາປີ 2024 ແລະ ທິດທາງ ປີ 2025;
3). ການດໍາເນີນກອງປະຊຸມໃຫຍ່ຂັ້ນຮາກຖານພັກອ້ອມຂ້າງເມືອງ-ນະຄອນ ແລະ ຮາກຖານບ້ານແລະ ກະກຽມດຳເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານ ອ້ອມຂ້າງແຂວງ-ນະຄອນຫຼວງ ແລະ ຮາກຖານພັກອ້ອມຂ້າງກະຊວງ ແລະ ອົງການ.
4). ສ່ວນເອກະສານສໍາຄັນ ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XII ໄດ້ແກ່:
(1). ໂຄງການການເມືອງ ຂອງພັກສະບັບທີ III;
(2). ລາຍງານການເມືອງ ຂອງກອງປະຊຸມໃຫຍ່ ຄັ້ງທີ XII;
(3). ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X;
(4). ການປັບປຸງກົດລະບຽບຂອງພັກ;
(5). ການປັບປຸງລັດຖະທໍາມະນູນ ປີ 2015 ບາງມາດຕາ ເພື່ອໃຫ້ສອດຄ່ອງກັບບັນດານະໂຍບາຍໃໝ່ ທີ່ໄດ້ຮັບຮອງໃນມະຕິ ຂອງຄະນະບໍລິຫານງານສູນກາງພັກທີ່ຜ່ານມາ.
5). ດຳເນີນຊີວິດການເມືອງ ປະຈໍາປີ2024ເພື່ອສຳຫຼວດກວດກາການນຳພາລວມຂອງໝູ່ຄະນະແລະຄວາມຮັບຜິດຊອບການເມືອງ ຂອງບັນດາສະຫາຍສູນກາງ.
ເນື້ອໃນຂອງກອງປະຊຸມຄັ້ງນີ້ແມ່ນມີຫຼາຍຫົວຂໍ້ ແລະລ້ວນແຕ່ເປັນບັນຫາສໍາຄັນ, ແຕ່ດ້ານເວລາພັດຈໍາກັດ, ຈຶ່ງສະເໜີໃຫ້ບັນດາສະຫາຍສູນກາງພວກເຮົາ ຕ້ອງໄດ້ສຸມໃສ່ຄົ້ນຄວ້າ, ໃຫ້ຄໍາເຫັນ, ໃຫ້ທິດຕໍ່ແຕ່ລະວຽກໃຫ້ເລິກເຊິ່ງ, ພາວະວິໄສ ແລະ ເຈາະຈົງໃສ່ບັນຫາທີ່ຕັ້ງຂຶ້ນ ແລະ ບັນດາສະຫາຍ ຄວນໃຊ້ເວລາທີ່ຈໍາກັດນີ້ ອອກຄໍາເຫັນໃຫ້ເລິກເຊິ່ງ ແລະ ຖືກຈຸດ.
ການລາຍງານ ຂອງພາກສ່ວນຕ່າງໆ ຕ້ອງໃຫ້ກະທັດຮັດ, ມີຈຸດສຸມ, ເນັ້ນຫຼັກການ, ຈຸດໃຫຍ່ໆ, ເນື້ອໃນທີ່ຈຳເປັນ, ບັນຫາທີ່ຕ້ອງການຂໍທິດຊີ້ນໍາຈາກສູນກາງ ເປັນຕົ້ນຕໍ, ສ່ວນບັນຫາລະອຽດ ແມ່ນໄດ້ບັນຈຸໃນເອກະສານແລ້ວນັ້ນ ກໍແນະນໍາໃຫ້ມີການເອົາໃຈໃສ່ເນັ້ນໜັກໃນການຄົ້ນຄວ້າໃຫ້ເຂົ້າໃຈຈຸດປະສົງ ຂອງເນື້ອໃນທີ່ໄດ້ຂຽນໄວ້.
ສະເໜີບັນດາສະຫາຍສູນກາງພວກເຮົາ ເພີ່ມທະວີຄວາມຮັບຜິດຊອບ,ສຸມສະຕິປັນຍາ ເຂົ້າໃນການເຮັດວຽກບ້ານ, ຄົ້ນຄວ້າ, ວິເຄາະ, ວິໄຈ ເພື່ອກະກຽມປະກອບຄໍາເຫັນ ແລະ ໃຫ້ທິດຊີ້ນໍາ ແຕ່ລະບັນຫາ ໃຫ້ເລິກເຊິ່ງ, ພາວະວິໄສ ແລະ ຖືກເປົ້າ, ສະເໜີວິທີການ, ມາດຕະການແກ້ໄຂບັນຫາ ໃຫ້ຖືກຕ້ອງ ເພື່ອງ່າຍໃຫ້ແກ່ການສະຫຼຸບສັງລວມ, ງ່າຍໃຫ້ແກ່ການປັບປຸງເອກະສານ ແລະ ຖືກກັບຈຸດທີ່ຢາກໄດ້, ຢາກແກ້ໄຂແທ້ໆ, ຕ້ອງຫຼີກລ່ຽງ ການລາຍງານຄືນວຽກຂອງຕົນ ແບບເລົ່າເລື່ອງ, ຍືດຍາວ, ເກີນເວລາ ທີ່ກໍານົດໄວ້ໃຫ້. ພວກເຮົາ ຕ້ອງຢືນຢູ່ບົນຈິດໃຈປະຕິວັດບຸກ, ມີແບບແຜນລາຍງານ, ປະກອບຄວາມເຫັນແບບວິທະຍາສາດ, ກ້າຄິດ, ກ້າສະເໜີບັນຫາ ເພື່ອເຮັດໃຫ້ທຸກບັນຫາທີ່ນຳມາຄົ້ນຄວ້າ, ປຶກສາຫາລືໃນກອງປະຊຸມຄັ້ງນີ້ ມີຄວາມຈະແຈ້ງ, ຊັດເຈນ ແລະ ມີຄວາມເປັນເອກະພາບກັນສູງ, ເມື່ອຮັບຮອງເອົາເປັນມະຕິແລ້ວ ກໍສາມາດຈັດຕັ້ງປະຕິບັດໄດ້ງ່າຍ, ໄດ້ດີ ແລະ ມີປະສິດທິຜົນສູງ. ສ່ວນເອກະສານສໍາຄັນ ທີ່ຈະນໍາເຂົ້າຜ່ານກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ຕ້ອງຄໍານຶງເຖິງທັດສະນະການເມືອງ, ມີລັກສະນະປະຕິວັດບຸກ, ແທດກັບຄວາມເປັນຈິງ ຂອງ ພັກ ແລະ ຂອງປະເທດເຮົາ ແລະ ໃຫ້ເປັນເອກະສານທີ່ມີຫຼັກທິດສະດີ, ວິທະຍາສາດ, ແທດຕົວຈິງ ກັບຄວາມສາມາດ ໃນການປະຕິບັດຂອງປະເທດຊາດເຮົາ.
ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9ສະໄໝທີ XIຈະໄດ້ດຳເນີນໄປຈົນຮອດວັນທີ 6 ພະຈິກ 2024.
ຂ່າວ:ຫສພ,ພາບ:ພູວຽງຄຳ

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ