![]() |
ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລອ້ມ. ມີບັນດາແຂກຖືກເຊີນທັງພາຍໃນ ແລະ ອົງການຈັດຕັ້ງສາກົນຕ່າງໆທີ່ກຽ່ວຂ້ອງເຂົ້າຮ່ວມທັງໝົດຈຳນວນ 87 ທ່ານ ຍິງ 17 ທ່ານ ໃນກອງປະຊຸມຄັ້ງນີ້ ທ່ານປະທານກອງປະຊຸມຍັງໄດ້ກ່າວວ່າ: ການຍົກລະດັບໃນຄັ້ງນີ້ ບໍ່ແມ່ນພຽງແຕ່ການປັບປຸງຂອບເຂດການຄົ້ນຄວ້າ ແຕ່ເປັນການເຊື່ອມສານ ແລະ ເຕົ້າໂຮມເອົາ 3 ກຳ ລັງແຮງຫຼັກທາງວິຊາການຂອງກະຊວງ ຄື: (1) ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI), (2) ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ (BEI) ແລະ (3) ສູນວິໄຈດິນ ແລະ ສູນພັດທະນາຄຸນນະພາບດິນ ແລະ ຝຸ່ນ ເຂົ້າເປັນໜຶ່ງດຽວ.
![]() |
ນອກຈາກນີ້, ການສ້າງເປັນ LAAES ຈະເປັນການຍົກຖານະບົດບາດຂອງນັກຄົ້ນຄວ້າ ແລະ ນັກວິທະຍາສາດລາວ ໃຫ້ມີກຽດສະຫງ່າໃນເວທີສາກົນທຽບເທົ່າກັບບັນດານັກວິຊາການໃນພາກພື້ນ. ພ້ອມທັງເປັນ “ຄັງປັນຍາ (Think Tank)” ຂອງຊາດ ທີ່ສາມາດໃຫ້ຄຳປຶກສາ ແກ່ລັດຖະບານ ໃນການແກ້ໄຂວາລະແຫ່ງຊາດໃນແຕ່ລະໄລຍະເຊັ່ນ: ການປ່ຽນແປງດິນຟ້າອາກາດ, ຄວາມໝັ້ນຄົງທາງສະບຽງອາຫານ, ການຜະລິດເປັນສິນຄ້າ ແລະ ການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນປ່າໄມ້ ແລະ ອື່ນໆ. ເປົ້າໝາຍສູງສຸດແມ່ນເພື່ອສ້າງສະຖາບັນວິທະຍາສາດແຫ່ງຊາດ ທີ່ເຂັ້ມແຂງ, ສາມາດເຊື່ອມໂຍງ ວຽກງານກະສິ ກຳ, ປ່າໄມ້, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າໃນຍຸດທະສາດດຽວກັນ ເພື່ອຕອບສະໜອງຕໍ່ວິໄສທັດ “ເສດຖະກິດສີຂຽວ, ສະອາດ ແລະ ຍືນຍົງ” ພ້ອມທັງສອດຄ່ອງຕາມມະຕິວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່. ບັນດາຜູ້ແທນທີ່ເຂົ້າມາຮ່ວມໃນກອງປະຊຸມເທື່ອນີ້ແມ່ນໄດ້ຜັດປ່ຽນກັນປະກອບຄຳຄິດເຫັນ ແລະ ກອງປະຊຸມໄດ້ດຳເນີນໄປເປັນເວລາ 1 ວັນ.
(ຂ່າວ: ຂັນວິຈິດ; ພາບ: ສະຖາບັນຄົ້ນຄວ້າກະສິກຳ,ປ່າໄມ້...)


ຄໍາເຫັນ