ກອງປະຊຸມລັດຖະມົນຕີ ດ້ານການທ່ອງທ່ຽວ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 1

ກອງປະຊຸມລັດຖະມົນຕີ ດ້ານການທ່ອງທ່ຽວ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 1

ກອງປະຊຸມລັດຖະມົນຕີ ດ້ານການທ່ອງທ່ຽວ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 1
ໃນວັນທີ 26-27 ສິງຫາ 2026 ທີ່ ນະຄອນໂຮ່ຈິມິນສສ ຫວຽດນາມ ທ່ານ ນາງ ດາລານີ ພົມມະວົງສາ,ຮອງລັດຖະມົນຕີ ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ດ້ານການທ່ອງທ່ຽວ ກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 1, ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງທີ 8 ແລະ ຂອບຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນ້ຳອີຣະວະດີ-ແມ່ນ້ຳເຈົ້າພະຍາ-ແມ່ນ້ຳຂອງ (ACMECS) ຄັ້ງທີ 7. ມີບັນດາປະເທດ ກຳປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ ບັນດາປະເທດຄູ່ຮ່ວມພັດທະນາ ເຂົ້າຮ່ວມ.
ກອງປະຊມລດຖະມນຕ ດານການທອງທຽວ ກຳປເຈຍ-ລາວ-ຫວຽດນາມ ຄງທ 1 - image 1
 

ກອງປະຊຸມຄັ້ງນີ້ ໄດ້ສະແດງຄວາມເພິ່ງພໍໃຈ ຕໍ່ຜົນສຳເລັດຂອງການຈັດຕັ້ງປະຕິບັດ ແຜນປະຕິບັດງານການຮ່ວມມືດ້ານການທ່ອງທ່ຽວ CLV, CLMV, ACMECS ໃນຊຸມປີຜ່າມາ ຊຶ່ງໄດ້ຮ່ວມກັບ ຮັບຮອງ ບັນດາເອກະສານ ທີ່ສຳຄັນ ດັ່ງນີ້:

1.ຮັບຮອງຜົນກອງປະຊຸມເຈົ້າໜ້າທີ່ອາວຸໂສການທ່ອງທ່ຽວລາວ-ກຳປູເຈຍ-ຫວຽດນາມ ຄັ້ງທີ 3 ແລະ ຮັບຊາບ ຮ່າງຂອບເຂດສິດ, ໜ້າທີ່ (TOR) ການຮ່ວມມື ກຳປູເຈຍ-ລາວ-ຫວຽດນາມ.

2.ຮັບຮອງຖະແຫຼງການ ກອງປະຊຸມ ລັດຖະມົນຕີ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 1, ຄັ້ງວັນທີ 26 ສິງຫາ 2026.

3.ຮັບຮອງ ແຜນປະຕິບັດງານຂອບການຮ່ວມມື ກຳປູເຈຍ-ລາວ-ຫວຽດນາມ ສົກປີ 2026-2028.

4.ຮັບຮອງ ຖະແຫຼງການ ກອງປະຊຸມລັດຖະມົນຕີ ACMECS ຄັ້ງທີ 7, ຄັ້ງວັນທີ 27 ສິງຫາ 2026.

5.ຮັບຮອງ ແຜນປະຕິບັດງານການຮ່ວມມື ACMECS ສົກປີ 2026-2028.

6.ຮັບຮອງ ຖະແຫຼງການ ກອງປະຊຸມລັດຖະມົນຕີ ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ ຄັ້ງທີ 8, ຄັ້ງວັນທີ 27 ສິງຫາ 2026.

7.ຮັບຮອງ ແຜນປະຕິບັດງານການຮ່ວມມື ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ ສົກປີ 2026-2028.

ເພື່ອເປັນການຜັນຂະຫຍາຍ ຄຳໝາຍໝັ້ນຂອງບັນດາ ທ່ານລັດຖະມົນຕີ ໃນຄັ້ງນີ້, ກອງປະຊຸມ ໄດ້ມອບໝາຍໃຫ້ບັນດາເຈົ້າໜ້າທີ່ອາວຸໂສ ກໍຄືບັນດາປະເທດຮັບໜ້າທີ່ປະສານງານ ໄດ້ສືບຕໍ່ສຸມໃສ່ສ້າງຜະລິດ ຕະພັນການ ທ່ອງທ່ຽວທີ່ມີຄວາມຫຼາກຫຼາຍ, ສົ່ງເສີມວຽກງານໂຄສະນາການຕະຫຼາດການທ່ອງທ່ຽວ, ມາດຕະຖານການທ່ອງທ່ຽວ, ການທ່ອງທ່ຽວເຊື່ອມຈອດ, ຫັນການທ່ອງທ່ຽວທາງດ້ານດີຈິຕອນ ເພື່ອໃຫ້ນັກທ່ອງທ່ຽວມີຄວາມສະດວກ ໃນການເຂົ້າເຖິງຂໍ້ມູນຂ່າວສານ, ສືບຕໍ່ເພີ່ມທະວີການຮ່ວມມືພາກລັດ,ພາກເອກະຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ແນ່ໃສ່ເຮັດໃຫ້ເກີດຜົນປະໂຫຍດສູງສຸດ ແລະ ພັດທະນາການທ່ອງທ່ຽວແບບຍືນຍົງ ເວົ້າລວມ, ເວົ້າສະເພາະແມ່ນການຜັນຂະຫຍາຍແຜນປະຕິບັດງານດ້ານການ ທ່ອງທ່ຽວ ສົກປີ 2026-2028 ໃຫ້ມີໂຄງການທີ່ເຫັນຜົນໄວ ສະທ້ອນເຖິງການຮ່ວມມືຢ່າງຕັ້ງໜ້າ ໃຫ້ກາຍເປັນໜຶ່ງຈຸດໝາຍປາຍທາງການທ່ອງທ່ຽວ ຂອງອະນຸພາກພື້ນ CLV, CLMV, ACMEC.

ບັນດາທ່ານ ລັດຖະມົນຕີ ຍັງໄດ້ສະແດງຄວາມເຫັນດີ ເປັນເອກະພາບ ຕໍ່ແນວທາງການຮ່ວມມືກັບບັນປະເທດຄູ່ເຈລະຈາ ແລະ ການຮ່ວມກັບ ບັນດາອົງການຈັດຕັ້ງສາກົນ ແນໃສ່ເຮັດໃຫ້ການທ່ອງທ່ຽວອະນຸພາກພື້ນ ມີຄວາມເຂັ້ມແຂງ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ການເດີນທາງທ່ອງທ່ຽວໄປ-ມາຫາສູ່ກັນ ມີຄວາມສະດວກຫລາຍຂຶ້ນ. ໃນນັ້ນ ໄດ້ຊຸກຍູ້ສະໜັບສະໜູນ ອົງການທ່ອງທ່ຽວໂລກ ປະຈຳພາກພື້ນອາຊີປາຊີຟິກ (UN Tourism), Travelokaແລະ ສະມາຄົມທ່ອງທ່ຽວອາຊີປາຊີຟິກ (PATA) ຕໍ່ບັນດາກິດຈະກຳ ທີ່ໄດ້ສຸມໃສ່ ການທ່ອງທ່ຽວ ດິຈິຕອລ ໂດຍຜ່ານການວິເຄາະວິໄຈ ພຶດຕິກຳ ຂອງນັກທ່ອງທ່ຽວສາກົນ ລວມທັງ ການສ້າງຄວາມເຂັ້ມແຂງດ້ານບຸກຄະລາກອນ ໃຫ້ແກ່ອະນຸພາກພື້ນ.

ສໍາລັບຈໍານວນສະຖິຕິການທ່ອງທ່ຽວ ອະນຸພາກພື້ນ ກຳປູເຈຍ, ລາວ-ມຽນມາ, ໄທ ແລະ ຫວຽດນາມ ໃນປີ 2024 ໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດຫຼາຍກວ່າ 65 ລ້ານຄົນ, 65.2 ລ້ານຄົນ ໃນປີ 2025 ຊຶ່ງໃນ 6 ເດືອນຕົ້ນປີ 2026 ມີຈຳນວນນັກທ່ອງທ່ຽວຫຼາຍກວ່າ 33 ລ້ານຄົນ ຄາດວ່າຈະລື່ນຄາດໝາຍ ຖ້າທຽບໃສ່ໄລຍະເວລາດຽວກັນ ຂອງປີ 2025 ສະແດງໃຫ້ເຫັນຢ່າງຊັດເຈນວ່າ ການທ່ອງທ່ຽວ ອະນຸພາກພື້ນ ຂອງພວກເຮົາ ໄດ້ຮັບການຂະຫຍາຍຕົວຢ່າງແຂງແຮງ.

ສປປ ລາວ ໄດ້ສະແດງຄວາມເປັນເອກະພາບ ແລະ ໄດ້ກຳນົດທິດທາງແຜນພັດທະນາການທ່ອງທ່ຽວ ຂອງ ສປປ ລາວ ສົກປີ 2026-2030 ໃຫ້ສອດຄ່ອງກັບແຜນປະຕິບັດງານດ້ານການທ່ອງທ່ຽວ ຂອງອະນຸພາກພື້ນ CLV, CLMV, ACMECS ໄລຍະປີ 2026-2028 ຢ່າງມີຍຸດທະສາດ ແລະ ຕັ້ງໜ້າ. ໂດຍສະເພາະໃນດ້ານການພັດທະນາ ແລະ ການເຊື່ອມໂຍງຜະລິດຕະພັນການທ່ອງທ່ຽວ, ສປປ ລາວ ຍັງໄດ້ສຸມໃສ່ ບູລິມະສິດ ການພັດທະນາຜະລິດຕະພັນການທ່ອງທ່ຽວທີ່ມີຄຸນນະພາບສູງ ແລະ ຍືນຍົງ ເປັນຕົ້ນແມ່ນ ການທ່ອງທ່ຽວແບບອະນຸລັກ, ການທ່ອງທ່ຽວຊີວະນາໆພັນ ແລະ ການທ່ອງທ່ຽວມໍຣະດົກວັດທະນະທຳ. ພ້ອມທັງຊຸກຍູ້ໃຫ້ເຊື່ອມໂຍງລາຍການທ່ອງທ່ຽວຂອງ ສປປ ລາວ ກັບບັນດາປະເທດທີ່ມີຊາຍແດນຕິດຈອດກັນກັບ ສປປ ລາວ.

ຄຽງຄູ່ກັນນັ້ນ, ການທ່ອງທ່ຽວ ຫັນເປັນດິຈິຕອລ ກໍເປັນໜຶ່ງໃນວຽກງານບູລິມະສິດ ເພື່ອສ້າງໃຫ້ເປັນການທ່ອງທ່ຽວທັນສະໄໝ ຫຼື Smart Tourism ເພື່ອບັນລຸຕົວເລກຄາດໝາຍ ຕ້ອນຮັບນັກທ່ອງທ່ຽວ ສາກົນ ມາທ່ຽວ ສປປ ລາວ ໃຫ້ໄດ້ 22 ລ້ານຄົນ ແຕ່ນີ້ ຮອດປີ 2030.

ກອງປະຊມລດຖະມນຕ ດານການທອງທຽວ ກຳປເຈຍ-ລາວ-ຫວຽດນາມ ຄງທ 1 - image 2
 

ກອງປະຊຸມລັດຖະມົນຕີ ດ້ານການທ່ອງທ່ຽວ ກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 1, ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງທີ 8 ແລະ ຂອບການຮ່ວມມືແອັກແມັກ (ACMECS) ຄັ້ງທີ 7 ແລະ ກິດຈະກຳປິ່ນອ້ອມ ໄດ້ຈັດຂຶ້ນໃນໄລຍະ ງານວາງສະແດງການທ່ອງທ່ຽວ ສາກົນ ໂຮ່ຈິມິນ ຄັ້ງທີ 20 ຊຶ່ງເປັນງານມະຫະກໍາທ່ອງທ່ຽວສາກົນ ເພື່ອເພີ່ມທະວີການໂຄສະນາຜະລິດຕະພັນການທ່ອງທ່ຽວ, ຂະຫຍາຍຕະຫຼາດການທ່ອງທ່ຽວ ແລະ ພາກທຸລະກິດປິ່ນອ້ອມເພື່ອເຊື່ອມໂຍງເຊື່ອມຈອດກັບຕະຫຼາດທ່ອງທ່ຽວພາກພື້ນ ແລະ ສາກົນ. ຊຶ່ງໄດ້ຮັບການຍອມຮັບວ່າເປັນສະຖານທີ່ຈັດງານວາງສະແດງການທ່ອງທ່ຽວ ຫຼື MICE ອັນດັບຕົ້ນໃນອາຊີ, ມີບັນດາອົງການທ່ອງທ່ຽວບັນເທດພາກພື້ນ, ສາກົນ, ບັນດາປະ ຜູ້ປະກອບການທຸລະກິດການທ່ອງທ່ຽວ, ສາຍການບິນ, ສະຖານທີ່ພັກແຮມ, ຮ້ານອາຫານ, ຜູ້ສະໜອງການບໍລິການອູດສາຫະກໍາການວາງສະແດງ MICE, ຜູ້ສະໜອງເຕັກໂນໂລຊີ, ສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດ ແລະ ຜູ້ຊື້-ຂາຍຜະລິດຕະພັນການທ່ອງທ່ຽວລະດັບສາກົນ ທີ່ໄດ້ຮັບການຄັດເລືອກ ເພື່ອສ້າງການເຊື່ອມໂຍງທຸລະກິດທີ່ມີຄຸນຄ່າສູງ ໃນທົ່ວຫວຽດນາມ, ອະນຸພາກພື້ນແມ່ຂອງ, ພາກພື້ນສາກົນ ແລະ ທົ່ວໂລກ.

ງານວາງສະແດງສາກົນ ITE HCMC 2026 ຄັ້ງນີ້ ຈັດຂຶ້ນເພື່ອສະເຫຼີມສະຫຼອງ ຄົບຮອບ 20 ປີ ພາຍໃຕ້ຫົວຂໍ້ “ການເຊື່ອມໂຍງທີ່ສົດໃສ ຈຸດໝາຍປາຍທາງການທ່ອງທ່ຽວຂອງທົ່ວໂລກ” (Vibrant Connections – Global Destinations), ມີຜູ້ເຂົ້າຮ່ວມຈາກຕ່າງປະເທດປະມານ 600 ຄົນ, ມີຜູ້ແທນລະດັບສູງຫຼາຍກວ່າຈາກພາກລັດ 50 ທ່ານ, ຜູ້ຊື້ຈາກຕ່າງປະເທດ (Buyers) 280 ຄົນ, ບັນດາບໍລິສັດທ່ອງທ່ຽວ ແລະທຸລະກິດທີ່ກ່ຽວຂ້ອງ(Sellers) ຫຼາຍກວ່າ 500 ພາກສ່ວນ ແລະ ຜູ້ມາທ່ຽວຊົມງານວາງສະແດງການທ່ອງທ່ຽວສາກົນ (ITE) ຫລາຍກວ່າ 1,000 ຄົນ.(ຂ່າວ-ພາບ: ກົມສົ່ງເສີມຕະຫຼາດການທ່ອງທ່ຽວ ກະຊວງ ວທ)

ຄໍາເຫັນ

ຂ່າວການຮ່ວມມື

ສະແດງກາຍຍະສິນຣັດເຊຍ ຕ້ອນຮັບວັນສຳຄັນຂອງພັກ-ຂອງຊາດ

ສະແດງກາຍຍະສິນຣັດເຊຍ ຕ້ອນຮັບວັນສຳຄັນຂອງພັກ-ຂອງຊາດ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບສູນວິທະຍາສາດ ແລະ ວັດທະນະທຳຣັດເຊຍປະຈຳ ສປປ ລາວ ຈັດງານສະແດງກາຍຍະສິນຣັດເຊຍຂຶ້ນໃນວັນທີ 26 ພະຈິກຜ່ານມາ ທີ່ໂຮງກາຍຍະສິນແຫ່ງຊາດ, ໂດຍການເຂົ້າຮ່່ວມຂອງທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ມີທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ວທ, ທ່ານ ເຊຣເກວຣາດີເມບໂຣວິດຊົດສະກີ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງສະຫະພັນຣັດເຊຍປະຈໍາ ສປປ ລາວ, ທ່ານ ອາເລັກ ຊານເດີຣັດກອບ ຫົວໜ້າສູນວິທະຍາສາດ ແລະ ວັດທະນະທຳຣັດເຊຍປະຈຳ ສປປ ລາວ, ມີບັນດາການນຳພັກ-ລັດ, ທູດຕານຸທູດ, ປະຈໍາ ສປປ ລາວ ເຂົ້າຮ່ວມ.
ກິດຈະກຳອ່ານປຶ້ມຄັງປັນຍາຈຸດໝາຍຕໍ່ໄປຂອງທາງລົດໄຟລາວ-ຈີນ

ກິດຈະກຳອ່ານປຶ້ມຄັງປັນຍາຈຸດໝາຍຕໍ່ໄປຂອງທາງລົດໄຟລາວ-ຈີນ

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຮ່ວມກັບຄະນະໂຄສະນາພັກແຂວງຢຸນນານ ຈັດຕັ້ງປະຕິບັດໂດຍກົມສື່ມວນຊົນໜຸ່ມລາວ ສຊປລ ແລະ ສູນການສື່ສານສາກົນພາກພື້ນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ແຂວງຢຸນນານ ໄດ້ຈັດກິດຈະກຳອ່ານປຶ້ມຄັງປັນຍາຫົວຂໍ້: “ຈຸດໝາຍຕໍ່ໄປຂອງທາງລົດໄຟລາວ-ຈີນ” ເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 5 ປີແຫ່ງການເປີດນຳໃຊ້ທາງລົດໄຟລາວ-ຈີນຂຶ້ນໃນວັນທີ 27 ພະຈິກນີ້ ທີ່ ສຊປລ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄໍາພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ທ່ານສົມມາດ ພົນເສນາ ອະດີດຮອງປະທານສະພາແຫ່ງຊາດ ປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ, ທ່ານນາງ ເຂັມມະນີ ພົນເສນາ ປະທານສະມາຄົມມິດຕະພາບລາວ-ຈີນ, ທ່ານ ໄຊຫົງປຽວ (Chai Hongbiao) ຮອງບັນນາທິການໃຫຍ່ກຸ່ມບໍລິສັດໜັງສືພິມລາຍວັນຢຸນນານ, ມີບັນດາຜູ້ຕາງໜ້າສະຖານທູດຈີນປະຈໍາລາວ, ຄະນະຜູ້ແທນການນຳແຂວງຢຸນນານ, ຜູ້ຕາງໜ້າອົງການ, ສະມາຄົມ ແລະ ພາກສ່ວນຮ່ວມມືລາວ-ຈີນ, ຄູ-ອາຈານ, ນັກສຶກສາແລະຊາວໜຸ່ມ, ແຂກຖືກເຊີນເຂົ້າຮ່ວມ.
ຄະນະຜູ້ແທນ ມະຫາວິທະຍາໄລຈາກ ສປຈີນແລກປ່ຽນການຮ່ວມມືຢູ່ແຂວງຫຼວງພະບາງ

ຄະນະຜູ້ແທນ ມະຫາວິທະຍາໄລຈາກ ສປຈີນແລກປ່ຽນການຮ່ວມມືຢູ່ແຂວງຫຼວງພະບາງ

ວັນທີ 25 ພະຈິກຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ຫຼວງພະບາງ, ຄະນະຜູ້ແທນຈາກ ມະຫາວິທະຍາໄລ ສິລະປະສາດ ແລະວິທະຍາສາດເສສວນ ແຂວງເສສວນ ສປ ຈີນ ນຳໂດຍທ່ານ ຊູ ຊາວຈົງ ຮອງເລຂາຄະນະພັກມະຫາວິທະຍາໄລ ສິລະປະສາດ ແລະວິທະຍາສາດເສສວນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະເຮັດວຽກຮ່ວມກັບ ຄະນະພະແນກ ສກຂ, ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກ ສກຂ ພ້ອມດ້ວຍຄະນະນຳ ແລະພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ກົງສຸນໃຫຍ່ຫວຽດນາມ ອວຍພອນ ເລຂາພັກແຂວງແຂວງຄໍາມ່ວນ ໂອກາດວັນຊາດຄົບຮອບ 51 ປີ

ກົງສຸນໃຫຍ່ຫວຽດນາມ ອວຍພອນ ເລຂາພັກແຂວງແຂວງຄໍາມ່ວນ ໂອກາດວັນຊາດຄົບຮອບ 51 ປີ

ສະຫາຍ ຫງວຽນ ວັນຢຸງ ກົງສຸນໃຫຍ່ ສສ ຫວຽດນາມ ປະຈໍາແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ເຂົ້າອວຍພອນ ສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ, ໃນ​ວັນ​ທີ 26 ພະ​ຈິກ​ຜ່ານ​ມາທີ່ ແຂວງ​ຄຳ​ມ່ວນ, ເນື່ອງໃນໂອກາດວັນຊາດ ທີ 2 ທັນວາ ຄົບຮອບ 51 ປີ (2 ທັນວາ 1975–2 ທັນວາ 2026), ໂດຍມີພາກສ່ວນກ່ຽວຂ້ອງ ແລະ ສະມາຄົມນັກທຸລະກິດຫວຽດນາມເຂົ້າຮ່ວມນຳ.
ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຣາຊະອານາຈັກກໍາປູເຈຍ

ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຣາຊະອານາຈັກກໍາປູເຈຍ

ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ຮຸນກຣອງ ພະນອງ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາຈັກກຳປູເຈຍ ປະຈຳ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ໃນວັນທີ 27 ພະຈິກນີ້ ທີ່ທໍານຽບປະທານປະເທດ.
ຮອງປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ

ຮອງປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ

ໃນວັນທີ 25 ພະຈິກຜ່ານມາ ທີ່ຫໍສະພາແຫ່ງຊາດ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງສະຫາຍ ນາງ ເທຍ ນິງ ກຳມະການສູນກາງພັກກອມມູນິດຈີນ ຮອງປະທານຄະນະປະຈຳສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ ລະຫວ່າງວັນທີ 25-26 ພະຈິກ 2026.
UNFPA ຮຽກຮ້ອງໃຫ້ມີແຜນດຳເນີນງານ ແລະ ຈັດຕັ້ງປະຕິບັດໂດຍດ່ວນ ເພື່ອປົກປ້ອງອະນາຄົດຂອງໄວໜຸ່ມ

UNFPA ຮຽກຮ້ອງໃຫ້ມີແຜນດຳເນີນງານ ແລະ ຈັດຕັ້ງປະຕິບັດໂດຍດ່ວນ ເພື່ອປົກປ້ອງອະນາຄົດຂອງໄວໜຸ່ມ

ບົດລາຍງານສະຖານະພາບປະຊາກອນໂລກປີ 2026 ຂອງອົງການສະຫະປະຊາຊາດກອງທຶນ ສຳລັບປະຊາກອນ (UNFPA) ໄດ້ເຜີຍແຜ່ຢ່າງເປັນທາງການຢູ່ລັດຖະສະພານະຄອນຫຼວງແຄນເບີຣາ ປະເທດອົສຕຣາລີ ເມື່ອບໍ່ດົນມານີ້ ຊຶ່ງໄດ້ຮຽກຮ້ອງໃຫ້ມີການລົງທຶນຫຼາຍຂຶ້ນເຂົ້າໃນການສ້າງວຽກ ເຮັດງານທຳທີ່ດີ, ປົກປ້ອງສິດທິຂອງໄວໜຸ່ມ ແລະ ເປີດໂອກາດໃຫ້ເຂົາເຈົ້າສາມາດປະກອບສ່ວນເຂົ້າ ໃນຂະບວນການຕັດສິນໃຈຕ່າງໆ ທີ່ສົ່ງຜົນກະທົບຕໍ່ເຂົາເຈົ້າຫຼາຍຂຶ້ນ.
ຮຽນຮູ້ຊຶ່ງກັນ ແລະ ກັນ ແລະ ໄດ້ຮັບຜົນປະໂຫຍດຮ່ວມກັນສ້າງແບບຢ່າງໃໝ່ໃຫ້ແກ່ການຮ່ວມມືຂອງໂລກ

ຮຽນຮູ້ຊຶ່ງກັນ ແລະ ກັນ ແລະ ໄດ້ຮັບຜົນປະໂຫຍດຮ່ວມກັນສ້າງແບບຢ່າງໃໝ່ໃຫ້ແກ່ການຮ່ວມມືຂອງໂລກ

ໃນໂລກປັດຈຸບັນ, ການປ່ຽນແປງຄັ້ງໃຫຍ່ທີ່ບໍ່ເຄີຍມີມາໃນຮອບຮ້ອຍປີກຳລັງດຳເນີນໄປຢ່າງໄວວາ, ປັດໄຈທີ່ບໍ່ແນ່ນອນ, ບໍ່ໝັ້ນຄົງ ແລະ ຄາດຄະເນໄດ້ຍາກ ສືບຕໍ່ເພີ່ມຂຶ້ນ. ການຮ່ວມມືສອງຝ່າຍຈຳນວນບໍ່ໜ້ອຍ ຈຶ່ງມັກສັ່ນຄອນໄປຕາມຄວາມຜັນຜວນຂອງສະພາບແວດລ້ອມພາຍນອກ. ການຄົ້ນຫາແນວທາງສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ, ກໍໄດ້ສະເໜີແບບຢ່າງໃໝ່ແຫ່ງການພົວພັນລະຫວ່າງປະເທດ: ມິດຕະພາບລະຫວ່າງປະເທດທີ່ໜັກແໜ້ນຢ່າງແທ້ຈິງ, ບໍ່ໄດ້ອີງໃສ່ການຜູກມັດກັບຜົນປະໂຫຍດໄລຍະສັ້ນ ແລະ ບໍ່ບັງຄັບໃຫ້ເສັ້ນທາງການພັດທະນາຕ້ອງຄືກັນ. ແກ່ນສານສຳຄັນແມ່ນການຢຶດໝັ້ນໃນການເຄົາລົບອະທິປະໄຕຊຶ່ງກັນ ແລະ ກັນ, ເຄົາລົບການເລືອກເສັ້ນທາງການພັດທະນາດ້ວຍຕົນເອງ, ຢຶດໝັ້ນໃນການປຶກສາຫາລືຢ່າງສະເໝີພາບ ແລະ ການຢູ່ຮ່ວມກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.ແບບຢ່າງນີ້, ມີຄວາມສອດຄ່ອງຢ່າງເລິກເຊິ່ງກັບ “ສີ່ຂໍ້ລິເລີ່ມໃຫຍ່” ທີ່ຝ່າຍຈີນສະເໜີ ແລະ ຍັງໄດ້ຮັບການຕອບຮັບ ແລະ ສະໜັບສະໜູນຢ່າງຕັ້ງໜ້າຈາກພັກ ແລະ ລັດຖະບານລາວ.
ລັດຖະບານລາວ ປະດັບຫຼຽນກາມິດຕະພາບໃຫ້ແກ່ ທູດກຳປູເຈຍ ປະຈຳ ສປປ ລາວ

ລັດຖະບານລາວ ປະດັບຫຼຽນກາມິດຕະພາບໃຫ້ແກ່ ທູດກຳປູເຈຍ ປະຈຳ ສປປ ລາວ

ໃນວັນທີ 25 ພະຈິກຜ່ານມາ ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ຮຸນກລອງ ພະນອງ (HULKRANG Phanang) ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກກຳປູເຈຍ ປະຈຳ ສປປ ລາວ ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ທ່ານທູດເພື່ອເປັນການຍ້ອງຍໍຊົມເຊີຍ ແລະ ສັນລະເສີນ ຕໍ່ຜົນງານໃນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍໃຫ້ມີບາດກ້າວຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງໆຂຶ້ນຕະຫຼອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ຫາລື ເລັ່ງຊຸກຍູ້ໂຄງການເສັ້ນທາງມິດຕະພາບລາວ-ຫວຽດນາມ

ຫາລື ເລັ່ງຊຸກຍູ້ໂຄງການເສັ້ນທາງມິດຕະພາບລາວ-ຫວຽດນາມ

ກອງປະຊຸມປຶກສາຫາລື, ເຜີຍແຜ່ຂໍ້ຕົກລົງ ແລະ ມອບໝາຍໜ້າທີ່ ຄະນະຮັບຜິດຊອບໂຄງການກໍ່ສ້າງເສັ້ນທາງຍຸດທະສາດ ປກຊ-ປກສ ລຽບຕາມຊາຍແດນລາວ-ຫວຽດນາມ ຫຼື ເສັ້ນທາງມິດຕະພາບລາວ-ຫວຽດ ນາມ ຈັດຂຶ້ນເມື່ອບໍ່ດົນມານີ້, ທີ່ຫ້ອງວ່າການປົກຄອງແຂວງຄຳມ່ວນ ໂດຍການເປັນປະທານຂອງທ່ານ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ມີທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍການນຳ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ